ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-22 22:11:35    
ແນະ​ນຳ​ການ​ສ້າງ​ສາ​ຊົນ​ນະ​ບົດ​ໃໝ່​ຂອງ​ຈີນ(ສຽງ)

cri

ຫວ່າງ​ມໍ່ໆ​ນີ້,ພວກ​ເຮົາ​ໄດ້​ຮັບ​ຈົດ​ໝາຍຂອງ​ທ່ານ​ສົມ​ພອນ ພະນັກງານ​ກໍ່ສ້າງ​ຮາກ​ຖານ​ການ​ເມືອງ​ແລະ​ພັດທະນາ​ຊົນນະບົດ​ຮອບດ້ານ​ປະຈຳ​ບ້ານ​ໂພນ​ສີວິ​ໄລ ​ເຂດ​ໂນນ​ໄຣ ​ເມືອງ​ເຟືອງ​ແຂວງ​ວຽງ​ຈັນ,​ໃນ​ຈົດໝາຍ​ຂອງທ່ານ​ຂຽນ​ວ່າ,​ເຮົາ​ຂຽນ​ຈົດ​ໝາຍມາ​ເທື່ອ​ນີ້​ແມ່ນ​ຢາກຮູ້​ກ່ຽວ​ກັບ​ການ​ພັດ​ທະນາ​ຊົນນະບົດ​ຮອບດ້ານ​ຂອງ​ຈີນ​ວ່າ​ມີ​ຈັກ​ເນື້ອ​ໃນ ຄາດໝາຍ​ແລະ​ຈັກ​ບາດກ້າວ​ດຳ​ເນີນ​ງານ,​ເພາະວ່າ,ປະ​ເທດ​ຈີນ​ໄດ້​ພັດທະນາ​ຊົນນະບົດ​ຢ່າງ​ໄວວາ​ແລະ​ສຳ​ເລັດ​ຜົນ.ສຸດ​ທ້າຍ​ຂໍ​ຟັງ​ເພງ​ມິດຕະພາບລາວ​ຈີນຈັກ​ໜຶ່ງ​ເພງ​ຝາກ​ໃຫ້​ເພື່ອນ​ມິດ​ຜູ້​ຟັງ​ທຸກ​ຄົນ​ໃນ​ທົ່ວ​ໂລກ.ກ່ຽວ​ກັບ​ຄຳ​ຖາມ​ຂອງ​ທ່ານ​ສົມ​ພອນ,​ໃນ​ລາຍການ​ມື້​ນີ້,ພວກ​ເຮົາຈະພະ​ຍາຍາມ​ແນະນຳ​ມາດ​ຕະການ​ໃຫຍ່​ແລະ​ເປົ້າ​ໝາຍ​​ໃນ​ການສ້າງສາ​ຊົນນະບົດ​ໃໝ່​ຂອງ​ຈີນສູ່​ທ່ານ​ຟັງຢ່າງ​ລະອຽດ,​ແຕ່​ຍ້ອນ​ວ່າບັນຫາ​ກະສິກຳ,ຊົນນະ​ບົດ​ແລະ​ຊາວ​ກະສິກອນ​​ແມ່ນ​ບັນຫາ​ໃຫຍ່​ຂໍ້​ໜຶ່ງ,ພຽງ​ແຕ່ຜ່ານ​ຈາກ​ລາຍການ​ຂອງ​ພວ​ກ​ເຮົາ​ທໍ່​ນັ້ນຄົງ​ຈະອະ​ທິບາຍ​ຢ່າງ​ຮອບ​ດ້ານບໍ່​ໝົດ,ສະ​ນັ້ນ,ຖ້າທ່ານ​ຍັງ​ຢາກ​ຮູ້​ດ້ານ​ໃດ​ດ້ານ​ໜຶ່ງ​ທີ່ພວກ​ເຮົາ​ບໍ່​ໄດ້​​ເວົ້າ​ເຖິງ​,​ຂໍ​ໃຫ້​ທ່ານໂທລະສັບ​ຫຼື​ຝາກ​ຈົດໝາຍ​ມາຍັງ​ພວ​ກ​ເຮົາ,ພວ​ກ​ເຮົາ​ຈະ​​ຕອບ​ອີກ.ຕໍ່​ໄປ​,ພວກ​ເຮົາຂໍ​​ແນະນຳ​ນະ​ໂຍບ​າຍ​ແລະ​ມາດ​ຕະການບາງ​ຢ່າງ​ທີ່​ລັດຖະ​ບານ​ຈີນ​ໃຊ້​​ເພື່ອ​ກໍ່ສ້າງ​ຊົນ​ນະບົດ​ໃໝ່​ສັງຄົມ​ນິຍົມ​.

ແຕ່​ຈີນ​ດຳ​ເນີນການ​ປະຕິ​ຮູບ​ແລະ​​ເປີດ​ປະຕູ​ສູ່​ພາຍ​ນອກ​ເປັນ​ຕົ້ນ​ມາ,ການ​ພັດທະນາ​ເສດ​ຖະກິດ​ແລະ​ສັງຄົມ​ຂອງ​ຈີນ​ໄດ້​ຮັບ​ຜົນສຳ​ເລັດ​ທີ່ປະຈັກ​ຕາ​ຊາວ​ໂລກ.ແຕ່​ວ່າພື້ນ​ຖານ​ໂຄງ​ລ່າງຊົນ​ນະບົດ​ຍັງ​ບອບ​ບາງ,ການ​ພັດ​ທະນາ​ຂອງ​ພາລະກິດ​ສັງຄົມ​ໃນ​ຊົນ​ນະ​ບົດ​ຍັງ​ຫຼ້າ​ຫຼັງ,ຄວາມຜິດ​ໂຕນກັນ​ລະຫວ່າງ​ລາຍ​ໄດ້​ຂອງ​ປະຊາຊົນ​ໃນ​ເມືອງຕົວ​ເມືອງ​​ແລະ​ຊົນນະບົດ​ຍັງພວມ​ເພິ່ນ​ຂຶ້ນ​ຢູ່.​ເພື່ອ​ແກ້​ໄຂ​ບັນຫາ​ເຫຼົ່ານີ້,​ພັກ​ແລະລັດ​ຖະບານ​ຈີນໄດ້​ໃຊ້ມາດ​ຕະການ​ຕ່າງໆ​ເພື່ອສ້າງ​ສາຊົນ​ນະບົດ​ໃໝ່​ສັງຄົມ​ນິຍົມ.


ເມື່ອທຽບ​ກັບການ​ສ້າງ​ສາສັງ​ຄົມ​ເຫຼືອ​ຢູ່​​ເຫຼືອ​ກິນຢ່າງ​ຮອບດ້ານ​ແລ້ວ,ການ​ສ້າງ​ສາຊົນນະບົດ​​ໃໝ່​ມີ​ເປົ້າ​ໝາຍ​ຮູບ​ປະ​ທຳກວ່າ​​ແລະ​ມີ​ມາດ​ຕະການ​ທີ່​ປະຕິ​ບັດ​​ໄດ້ງ່າຍ​ກວ່າ.ຈຸດ​ພິ​ເສດ​ອັນ​ເດັ່ນ​ຊັດ​ກວ່າ​ໝູ່ແມ່ນ​ໄດ້ປະ​ກາດ​ໃຊ້ນະ​ໂຍບາຍ​ແລະ​ມາດ​ຕະການ​ທີ່ມີ​ຈຸດປະ​ສົງຈັດ​ຕັ້ງ​ປະຕິ​ບັດຄວາມ​ຮຽກ​ຮ້ອງ​ຕ້ອງການ​ຄື"​​ເອົາ​ໃຈ​ໃສ່ນຳ​ປະສິດທິ​ຜົນ​ຕົວ​ຈິງ,​ປະຕິ​ບັດຕາມ​ກຳລັງ​ຕົວ​ຈິງ,ຫາລື​ກັນ​ຢ່າງ​ມີປະຊາທິປະ​ໄຕ,​ເຮັດ​ໃຫ້ຈຸດ​ໜັກ​ພົ້ນ​ເດັ່ນ​ຂຶ້ນ,​ຊັກ​ນຳ​​ແລະສະໜັບ​ສະ​ໜູນ",ລາ​ຍລະອຽດ​ມີດັ່ງ​ລຸ່ມ​ນີ້ຄື:

ເລັ່ງລັດ​ສ້າງກົນ​ໄກທີ່ມີ​ປະສິດທິ​ຜົນ​ຍາວ​ນານທີ່ຖື"ການ​​ໃຫ້​ຫຼາຍ"​ເປັນ​ຈຸດ​ໜັກ,​ເອົາອຸດ​ສາ​ຫະກຳ​ມາຊຸກ​ຍູ້​ກະສິກຳ,​​ເອົາຕົວ​ເມືອງມາຊັກ​ນຳ​ຊົນນະບົດ​ເຊິ່ງມີ​ນະ​​ໂຍບາຍ​ແລະ​ມາດ​ຕະການ​ດັ່ງ​ນີ້​ຄື,ຍົກ​ເລີກ​ອາກອນ​ກະສິກຳ,ລົບ​ລ້າງ​ການ​ເກັບ​ເງິນ​ທົ່ວທີບຢູ່​ຊົນນະບົດ,​ແຜ້ວ​ທາງ​ໃຫ້​ແກ່​ການສ້າງ​ລະ​ບອບ​ອາກອນ​ ທີ່ຕົວ​ເມືອງ​ກັບ​ຊົນນະ​ບົດ​ເປັນ​ເອກະ​ພາບ​ກັນ,​ເປີດ​ກວ້າງຂອບ​ເຂດຊົນນະບົດ​ທີ່​ການ​ເງິນ​ສາທາ​ລະນະປົກ​ຫຸ້ມ​ນັ້ນຢ່າງ​ບໍ່​ຢຸດ​ຢັ້ງ,ບູລະນະ​ແລະ​​ເສີມ​ສ້າງ​ນະ​ໂຍບາຍ"ຍົກ​​ເລີກ​ອາກອນ​ກະສິກຳ,ຍົກ​ເລີກ​ອາກອນ​ຜົນ​ຜະລິດ​ພື້ນ​ເມືອງ​ເຊິ່ງຍົກ​ເວັ້ນ​ໃບ​ຢາສູບ,​ຍົກ​ເລີກ​ອາກອນ​ລ້ຽງ​ສັດ​ທັງ​ໝົດ,​ໃຫ້​ເງິນ​ເກື້ອກູນ​ໂດຍ​ກົງ​ແກ່​ຊາວ​ກະສິກອນ​ທີ່​ປູກ​ທັນ​ຍາ​ຫານ,​ໃຫ້​ເງິນ​ເກື້ອກູນ​ແນວ​ພັນ​ດີ​ແກ່​ຊາວ​ກະສິກອນ​ໃນ​ບາງ​ເຂດ,​ໃຫ້​ເງິນ​ເກື້ອກູນ​ແກ່​ການ​ຊື້​ເຄື່ອງ​ຈັກກະ​ສິກຳ​ເປັນ​ຕົ້ນ.

ນະ​ໂຍບາຍ​​ແລະ​ມາດ​ຕະການ​​ແຫ່ງ​ການ​ພັດທະ​ນາ​ການ​ສຶກສາ​ພາກບັງຄັບຢູ່ຊົນນະບົດ​ແມ່ນ:ຄ່າ​ໃຊ້ຈ່າຍ​ການ​ສຶກສາ​ພາກ​ບັງຄັບ​​ໄດ້ຈາກການ​ໃຫ້"​ອົງການ​ປົກຄອງ​ທຸກ​ຂັ້ນ​ຮັບ​ຜິດ​ຊອບ​​,ຖື​ຂັ້ນເມືອງ​ເປັນຫັຼກ"ປ່ຽນ​​ເປັນ"ອົງການ​ປົກຄອງ​ຂັ້ນແຂວງ​ຫ້າງ​ຫາ​​​ຄ່າ​ໃຊ້​ຈ່າຍ​ຢ່າງ​ເປັນ​ເອກະ​ພາບ​ກັນ,​​ໃນຂັ້ນເມືອງ​ເປັນ​ຜູ້ຄຸ້ມ​ຄອງ",ປີ2006,ຕໍ່ນັກ​ຮຽນ​ຊັ້ນມັດ​ທະຍົມ​ຕົ້ນ​ລົງ​ລຸ່ມ​ຂອງ​ເຂດ​ພາກ​ຕາ​ເວັນ​ຕົກ​ຈະຍົກ​​ເວັ້ນຄ່າຮຽນ​​ແລະ​ຄ່າ​ສາລະພັດ​ທັງ​ໝົດ​ຕໍ່ນັກ​ຮຽນ​ຂອງ​ຄອບຄົວ​ທຸກ​ຍາກ​ຈະ​ໃຫ້​ປື້​ມ​ແບບຮຽນ​ຟີຼ​ແລະຈະ​ສະ​ໜອງຄ່າ​ຄອງ​ຊີ​ບ​​ໃຫ້​ແກ່​ນັກຮຽນ​ກິນນອນ,​ຈະ​ປະຕິບັດ​ນະ​ໂຍບາຍ​ດັ່ງກ່າວ​​ໂດຍ​ທົ່ວ​ໄປ​ຢູ່ຊົນນະບົດ​ທົ່ວ​ປະ​ເທດໃນ​ປີ2007.

ນະ​ໂຍບາຍ​ແລະ​ມາດ​ຕະການ​​ແຫ່ງ​ການ​ບູລະນະ​ເງື່ອນ​ໄຂບໍລິການ​ປິ່ນປົວ​ຢູ່​ຊົນນະບົດ​ໃຫ້​ດີ​ຂຶ້ນ​ລວມ​ມີ:​ເປີດ​ກວ້າງຂອບ​ເຂດ​ທົດ​ລອງ​​ລະບອບ​ຮ່ວມ​ມືປິ່ນປົວ​​ແບບ​ໃໝ່​ຢູ່​ຊົນນະບົດ​ເທື່ອ​ລະ​ກ້າວ,ຮອດ​ປີ2008,​ຈະເຜີຍ​ແຜ່ລະບອບ​ດັ່ງກ່າວ​ໃຫ້​ທົ່ວ​ເຖິງກັນ​​ຢູ່​ຊົນນະບົດ​ທົ່ວ​ປະ​ເທດ​ໃນ​ຂັ້ນ​ພື້ນຖານ,ຍົກ​ມາດ​ຖານ​ຄ່າ​ອຸດ​ໜູນ​ຂອງ​ການ​ເງິນ​ສູນ​ກາງ​ແລະ​ຂອງອົງ​ການ​ປົກຄອງ​ທ້ອງ​ຖິ່ນ​ໃຫ້​ສູງ​ຂຶ້ນ,​​ເສີມສ້າງ​ພື້ນຖານ​​ໂຄງ​ລ່າງ​ສາທາລະນະ​ສຸກຂອງ​ຊົນນະບົດ​ທີ່​ຖື​ສຸກສາ​ລາເມືອງ​ນ້ອຍ​ເປັນ​ຈຸດ​ໜັກ,​ບູລະນະ​ລະ​ບົບບໍລິການ​ປິ່ນ​ປົວ3​ຂັ້ນ​ແລະກອບ​ກູ້​ປິ່ນປົວ​ຂອງ​ຊົນ​ນະ​ບົດ​ໃຫ້​ສົມບູນ​ຂຶ້ນ,ສ້າງ​ລະ​ບົບສະ​ໜອງ​ແລະ​ຕິດຕາມ​ຄຸ້ມ​ຄອງຢຸກຢາ​ຂອງ​ຊົນ​ນະ​ບົດ​ທີ່​ສອດຄ່ອງ​ກັບ​ລະດັບ​ລາຍ​​ໄດ້​ຂອງ​ຊາວ​ກະສິກ​ອນ,ສະໜອງ​ການ​ບໍລິການ​ປິ່ນປົວ​ທີ່​ປອດ​ໄພ​ແລະ​ລາຄາ​ຖືກ​ໃຫ້​​ຊາວ​ກະສິກອນ,ສົ່ງ​ເສີມ​ທຸກກຳລັງ​ໃນ​ສັງຄົມ​ເຂົ້າ​ຮ່ວມ​ການພັດທະ​ນາ​ພາລະກິດ​ສາທາລະນະ​ສຸກ​ຂອງ​ຊົນນະບົດ.

ນະ​ໂຍບາຍ​ແລະ​ມາດ​ຕະການ​​ແຫ່ງ​ການ​ບູລະນະ​ພື້ນຖານ​ໂຄງ​ລ່າງ​ຕ່າງໆ ​ເຊັ່ນ, ນ້ຳ​ປະປາ,ໄຟຟ້າ​​ແລະ​ຖະໜົນ​ຫົນທາງ​ເປັນ​ຕົ້ນຂອງ​ຄຸ້ມ​ເຮືອນ​ຢູ່​ຊົນ​ນະ​ບົດ​ໃຫ້​ສົມບູນ​ຂຶ້ນ​ມີ:​ເລັ່ງລັດ​ກໍ່ສ້າງ​ໂຄງການ​ນ້ຳ​ກິນປອດ​ໄພ​ຂອງ​ຊົນນະບົດ​ໃຫ້​ໄວ​ເຂົ້າ,​ຢູ່ເຂດ​ທີ່​ມີ​ເງື່ອນ​ໄຂ​ພັດທະນາ​ການສະ​ໜອງ​ນ້ຳ​ແບບ​ໂຮ​ມສູນ,ສຳ​ເລັດ​ໂຄງການ​ປະກອບ​​​ຊຸດ​ຂອງ​ການດັດ​ສ້າງຕາ​ຂ່າຍ​​ໄຟຟ້າ​ຂອງ​ຊົນນະບົດ​​ໂດຍ​ໄວ,ສ້າງ​ໃໝ່​ແລະ​ດັດ​ສ້າງທາງ​ຫຼວງຊົນ​ນະ​ບົດ​1​ລ້ານ2​ແສນ​ກິ​ໂລ​ແມັດ,​ໃຫ້​ຕາ​ແສງ,​​ເມືອງ​ນ້ອຍ​​ແລະ​ບ້ານ​ທີ່​ມີ​ລະ​ບົບຈັດ​ຕັ້ງທີ່​ມີ​ເງື່ອນ​ໄຂ​ທັງໝົດ​ໃນ​ທົ່ວ​ປະ​ເທດ​ມີ​ທາງ​ຫຼວງ​​ໃນ​ຂັ້ນພື້ນຖານ,​ຢູ່​ຕາ​ແສງ​ແລະເມືອງ​ນ້ອຍ95%​ແລະ​ບ້ານ​ທີ່​ມີ​ລະ​ບົບຈັດ​ຕັ້ງ80% ປູທາງ​ຢາງ​ຫຼື​ທາງຊີ​ມັງ​,​ທັງ​ເຮັດ​ໃຫ້​ທາງ​ເຫຼົ່ານີ້​ແລ່ນ​ລົດ​ໄດ້,​ຊັກ​ນຳ​ໃຫ້​ຊາວ​ກະສິກອນ​ສະ​ໝັກ​ໃຈ​ປະກອບສ່ວນ​ທຶນຮອນ​ແລະອອກ​ແຮງງານ ສ້າງ​ພື້ນຖານ​ໂຄງ​ລ່າງ​ຂະ​ໜາດ​ນ້ອຍ​ຢູ່​ຊົນນະ​ນົດ.


1  2