ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-22 22:11:35    
ແນະ​ນຳ​ການ​ສ້າງ​ສາ​ຊົນ​ນະ​ບົດ​ໃໝ່​ຂອງ​ຈີນ(ສຽງ)

cri

ນະ​ໂຍບາຍ​ແລະ​ມາດ​ຕະການ​​ແຫ່ງ​ການ​ພັດທະນາ​ການທະ​ນາຄານ​ຊົນນະບົດ​ມີ:ລະດົມທຸກ​ກຳລັງ​ສ້າງ​ອົງການ​ປ່ອຍເງິນ​ກູ້​ຈຳນວນ​ໜ້ອຍ,ຊັກ​ນຳ​ຄອບຄົວ​ຊາວ​ກະສິ​ກອນສ້າງ​ຕັ້ງ​ອົງການ​​ຊ່ອຍ​ເຫຼືອ​ກັນ​ດ້ານ​ເງິນ​ທຶນ,​ເຮັດ​ໃຫ້ການ​ກູ້​ເງິນຂອງ​ປະຊາ​ຊົນ​ເປັນ​ແບບ​ສະບັບ​,ໃຕ້​ປະຖົມ​ປັດ​ໄຈທີ່​ຮັບປະກັນ​​​ໃຫ້​ຕົ້ນທຶນພຽງພໍ,ຕິດ​ຕາມຄຸ້ມ​ຄອງ​ທາງ​ການ​ທະນາຄານ​ຢ່າງ​ເຄັ່ງ​ຄັດ​ແລະ​ສ້າງ​ກົນ​​ໄກ​ຖອນ​​ເງິນທີ່​ສົມ​ເຫດ​ສົມ​ຜົນນັ້ນ​ແລະບັງ​ເກີດ​ຜົນ,ສົ່ງ​ເສີມ​ໃຫ້​ສ້າງ​ຕັ້ງ​​ອົງການ​ທະນາ​ຄານຄຸ້ມ​ເຮືອນ​ຢູ່ທີ່​ມີລະບອບ​ກຳມະສິດ​ຫຼາຍ​ປະ​ເພດ​​ຢູ່​ໃນ​ເມືອງ​,ອະ​ນຸຍາດ​ທຶນ​ເອກະ​ຊົນແລະ​ທຶນ​ຕ່າງປ​ະ​ເທດ​ເປັນ​ຕົ້ນ​ເຂົ້າ​ຫຸ້ນ,​​ໃຫ້ການ​ທະນາຄານ​ລັກ​ສະນະ​ນະ​ໂຍບາຍເພິ່ມທະວີ​ການສະ​ໜັບສະ​ໜູນ​ຕໍ່​ພື້ນຖານ​ໂຄງ​ລ່າງ​ຊົນນະບົດ​ແລະ​ການ​ພັດທະ​ນາ​ຊັບພະ​ຍາກອນ​ກະສິກຳ​.

ນະ​ໂຍບາຍ​ແລະ​ມາດ​ຕະການ​​ລະບົບ​ຕະຫຼາດ​ມີ:ຕັ້ງໜ້າ​ຊຸກ​ຍູ້ການ​ດັດ​ສ້າງ​ຕະຫຼາດ​ຂາຍຍົກຜະລິດ​ຕະພັນ​ກະສິກຳ,ສົ່ງ​ເສີມ​ວິ​ສາ​ຫະກິດ​ການ​ຄ້າ​ແລະອັດຕະພາບ​ລົງທຶນ​ປະ​ເພດ​ອື່ນ​ພັດທະນາ​ອຸດ​ສາ​ຫະກຳຈໍລະ​ຈອນສິນຄ້າ​ທີ່​ທັນ​ສະ​ໄໝ​ຢູ່​ຊົນນະ​ບົດດ້ວຍ​ຮູບ​ການສ້າງ​ໃໝ່,​ໂຮມເອົາ, ​ຮ່ວມ​ມືແລະ​​ເຂົ້າ​ຮ່ວມ​ເປັນ​ຕົ້ນ,ບຳລຸງ​ສ້າງຖັນ​ແຖວນາຍ​ໜ້າ​ແລະ​ອົງການ​ກາງ​ດ້ານ​ກົດໝາຍ​ແລະ​ວຽກ​ງານ​ບັນຊີ​ເປັນ​ຕົ້ນຂອງ​ຊົນ​ນະບົດ,ສະໜອງ​ການ​ບໍລິການ​ທີ່​ບັງ​​ເກີດ​ຜົນ​ທີ່​ພັດທະນາການ​ຜະລິດ​ແລະ​ທຸ​ລະ​ກິດ​ແລະ​ປົກ​ປັກ​ຮັກ​ສາສິດ​ແລະ​ຜົນ​ປະ​ໂຫຍ​ດຊອບ​ກົດໝາຍ​ໃຫ້​​ແກ່​ຊາວ​ກະສິກອນ,ຊຸກ​ຍູ້​ການ​ຂະຫຍາຍ​ຕົວ​ຂອງ​ອົງການ​ບໍລິການ​ສັງຄົມ​ແບບ​ໃໝ່ປະ​ເພດ​ຕ່າງໆ ​ເຊັ່ນ,ສະມາຄົມ​ຂະ​ແໜງ​ການ​ຜົນ​ຜະລິດ​ກະສິກຳ,ຕັ້ງໜ້າ​ຊຸກ​ຍູ້​ກິດຈະການ​ກໍ່ສ້າງ​ແທ່ນ​ບໍລິການຂໍ້​ມູນ​ຂ່າວ​ສານ​ກະສິກຳສັງລວມ,​ເກັບ​ໂຮມ​ແລະ​ຈັດ​ສັນຊັບພະຍາກອນ​ຂໍ້​ມູນ​ຂ່າວສານ,​ສະໜອງການ​ບໍລິການ​ຂໍ້​ມູນ​ຂ່າວ​ສານ​ໃຫ້​ດີ​.

ນະ​ໂຍບາຍ​ແລະ​ມາດ​ຕະການ​ແຫ່ງ​ການ​ກໍ່​ສ້າງ​​​ແລະ​ບູລະນະ​ລະ​ບົບປະກັນ​ສັງຄົມ​ຊົນນະບົດ​​ມີ:ສ້າງ​ລະບອບ​ປະກັນ​ໄພ​ປະ​ສິມ​ມະ​ໄວ​ສັງຄົມ​ຊົນນະ​ບົດ​ທີ່​ສອດຄ່ອງ​ກັບ​ລະດັບການ​ພັດ​ທະນາ​​​ເສດຖະກິດ​ຂອງ​ຊົນນະບົດ​ແລະ​ປະກອບ​ເປັນ​ຊຸດ​ກັບ​ມາດ​ຕະການ​ຮັບປະກັນ​ອື່ນໆ,ສ້າງ​​ລະບອບ​ຮັບປະກັນ​ຊີວິດ​ການ​ເປັນ​ຢູ່​ຕ່ຳ​​ສຸດຊົນນະບົດ​ຢູ່​ເຂດ​ທີ່​ມີ​ເງື່ອນ​ໄຂ,ຊຸກ​ຍູ້​ວຽກ​ງານທົດ​ລອງ​ການປະກັນ​ໄພ​ກະສິກຳ​ທີ່​ມີ​ລັກສະນະ​ນະ​ໂຍບາຍ​ຢ່າງ​ໝັ້ນ​ທ່ຽງ,​ເລັ່ງລັດ​ພັດທະນາ​ການ​ປະກັນ​ໄພ​ກະສິກຳ​ທີ່​ມີຫຼາຍ​ຮູບ​ການຫຼາຍຊ່ອງ​ທາງ,​ແກ້​ໄຂ​ບັນຫາທີ່​ປະກັນ​ຕົວຣຳນຳ​ຍາກ​ໃນ​ການ​ກູ້​ເງິນ​ຂອງ​ຄອບຄົວ​ກະສິກອນ​ແລະວິ​ສາ​ຫະກິດຂະໜາດກາງ​ຂະໜາດ​ນ້ອຍ​ຂອງ​​ຊົນ​ນະ​ບົດ.

ນະ​ໂຍບາຍ​ແລະ​ມາດ​ຕະການ​ແຫ່ງ​ການ​ປົວ​ແປງ​ການ​ປົກຄອງ​ຂອງອົງການ​ປົກຄອງ​ຂອງ​ຕາ​ແສງ​ແລະເມືອງ​ນ້ອຍ​ມີ:ປະດິດ​ສ້າງ​ກົນ​ໄກ​ໝູນ​ເດີນ​ຂອງ​ສະຖານີພາລະກິດ​ຊົນນະບົດ,​ເຮັດ​ໃຫ້​ກົງຈັກ​​ແລະ​ພະນັກງານກະທັດ​ຮັດ,ຊຸກ​ຍູ້ການ​ປະຕິ​ຮູບ​ໂຄງ​ປະກອບ​ຄຸ້ມ​ຄອງ​ການ​ເງິນທີ່"​ແຂວງ​ຄຸ້ມ​ຄອງ​ເມືອງ​ໂດຍ​ກົງ​ແລະວິທີຄຸ້ມ​ຄອງ​ການ​ເງິນທີ່"ການ​ເງິນ​ຕາ​ແສງ​​ໃຫ້ເມືອງ​​ເປັນ​ຜູ້​ຄຸ້ມ​ຄອງ​​ແຕ່ຕາ​​ແສງນຳ​ໃຊ້",ດຳ​ເນີນ​ວຽກ​ງານ​​ທົດ​ລອງກວດກາ​ແລະ​ຊຳລະ​ສະ​ສາງ​ໜີ້​ສິນ​ຊົນນະບົດ,ຊຳລະ​ບັນ​ຫາ​ຕິດ​ອາກອນກະສິກຳ​​ໃນ​ຫຼາຍ​ປີ​ທີ່​ຜ່ານ​ມານັ້ນ​ຢ່າງ​ເໝາະ​ສົມ.


ການສ້າງ​ຊົນນະບົດ​​ໃໝ່​ສັງ​ຄົມ​ນິຍົມ,ນອກຈາກ​ຕ້ອງ​ມີນະ​ໂຍບາຍ​ແລະ​ມາດ​ຕະການ​ອັນ​ຖືກ​ຕ້ອງ​ແລ້ວ,ຍັງ​ຕ້ອງ​ມີ​ເປົ້າ​ໝາຍ​ແລະ​ໜ້າ​ທີ່ທີ່​ຄັກ​ແນ່.​ເວົ້າ​ລວມ​ແລ້ວ​ມີ​ເນື້ອ​ໃນ5ດ້ານ​ດັ່ງ​ລຸ່ມ​ນີ້,ຄື:

1​ແມ່ນ,5​ປະ​ໂຫຍ​ກທີ່​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ5​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ສະ​ໄໝທີ16ສະ​ເໜີ​ອອກ​ມາ​ຄື:ການ​ຜະລິດ​ພັດທະນາ,ຊີວິດ​ການ​ເປັນ​ຢູ່​ຮັ່ງມີ,ຮີດ​ສັງຄົມ​ໃນຊົນນະບົດ​ສີວິ​ໄລ,​ໂສມ​ໜ້າ​ຂອງ​ບ້ານ​ເປັນ​ລະບຽບ​ຮຽບຮ້ອຍ​ທັງສະອາດດີ,ການ​ຄຸ້ມ​ຄອງ​ມີປະຊາທິປະ​ໄຕ.​ໃນ5​ດ້ານດັ່ງກ່າວ​ກໍ່​ມີ​ນະ​​ໂຍບາຍ​ແລະ​ມາດ​ຕະການ​ທີ່ສົມ​ຄູ່​ກັນ.

2​ແມ່ນ,"​ຊຸກ​ຍູ້​ການ​ກໍ່ສ້າງ​ເສດຖະກິດ,ການ​ເມືອງ,ວັດທະນະທຳ,ສັງຄົມ​ແລະ​ພັກຢ່າງ​ປະສານ​ກົມກຽວກັນ"ທີ່ສະ​ເໜີ​ອອກ​ມາ​ໃນ​ເອກະສານ​ເລກ1​ຂອງສູ​ນກາງ​ພັກ​ກອມມູ​ນິດ​ຈີນ​​ໃນ​ປີ2006.

3​ແມ່ນ,​ທີ່​ຕ້ອງ​ຍຶດໝັ້ນ5ດ້ານ,ຄື:ຍຶດໝັ້ນ​ຖື​ການ​ພັດທະນາ​ເສດຖະກິດ​ຊົນນະບົດ​ເປັນ​ໃຈກາງ,ຍຶດໝັ້ນ​ໂຄງ​ປະກອບ​​ເຮັດ​ທຸລະ​ກິດ​ພື້ນຖານຂອງ​ຊົນນະບົດ​ທີ່ລະບຸ​ໄວ້​ໃນ​ລັດຖະທຳ​ມະນູນ​ນັ້ນ​ຢ່າງ​ບໍ່​ຫວັ່ນ​ໄຫວ​ຄອນ​ແຄນ,ຍຶດໝັ້ນຖື​ຄົນ​ເປັນ​ກົກ,​ອອກ​ແຮງ​ແກ້​ໄຂ​ບັນຫາ​ຕົວ​ຈິງທີ່ຮີບ​ດ່ວນ​ກວ່າ​ໝູ່​ໃນ​ການ​ຜະລິດ​ແລະ​ດຳລົງຊີວິດ​ຂອງຊາວ​ກະສິກອນ,ຍຶດໝັ້ນການວາງ​ແຜນ​ກຳນົດ​ຕາມ​ຫຼັກວິທະຍາສາດ,​ເຮັດ​ຕາມ​ເງື່ອນ​ໄຂ​ຂອງ​ແຕ່ລະ​ທ້ອງ​ຖິ່ນ​,​ແລະຊີ້​ນຳ​ໂດຍ​ແບ່ງ​ເປັນ​ປະ​ເພດ,ຍຶດໝັ້ນ​ລະດົມຄວາມ​ຫ້າວຫັນ​ຂອງ​ບັນດາ​ຝ່າຍ,ອາ​ໄສ​ການ​ອອ​ກ​ແຮງ​ງານ​ຢ່າງ​ຂະຫຍັນ​ໝັ່ນ​ພຽນ​ຂອງ​ ​ຊາວ​ກະສິກອນ,ການ​ສະໜັບສະໜູນຂອງ​ລັດຖະບານ​ແລະ​ການ​ເຂົ້າ​ຮ່ວມ​ຢ່າງ​ກວ້າງຂວາງ​ຂອງ​ກຳລັງ​ສັງຄົມ.

4ຕ້ອງ​ມີ​ໝາກ​ຜົນ​ຕົວ​ຈິງ,ບໍ່​​ເຮັດ​ຕາມລັດທິຮູບ​ການ,ຕ້ອງປະຕິ​ບັດ​ງານ​ຕາມຄວາມ​ສາມາດ,ບໍ່ປຽບ​ທຽບ​​ຢ່າງ​ຫຼັບ​ຫູ​ຫັຼບຕາ,ຕ້ອງ​ຫາລື​ກັນ​ຢ່າງ​ມີ​ປະຊາ​ທິປະ​ໄຕ,ບໍ່​​ບັງ​ຄັບ​ໃຫ້​ເຮັດ,ຕ້ອງ​ເຮັດ​ໃຫ້​ຈຸດພິ​ເສດພົ້ນ​ເດັ່ນ​ຂຶ້ນ,ບໍ່ຕ້ອງຊີ້​ນຳ​ແລະ​ສະໜັບສະໜູນ,ບໍ່​ເຮັດ​ແທນ.

5ມີເປົ້າ​ໝາຍ​ໃຫຍ່5ຂໍ້​ຄື:ກຳລັງ​ການ​ຜະລິດ​ຂອງ​ຊົນນະບົດ​ມີ​ການ​ພັດທະນາ​,ລະດັບ​ຊີ​ວິການ​​ເປັນ​ຢູ່​ຂອງ​ຊາວ​ກະສິກອນ​ສູງ​ຂຶ້ນ,ພື້ນຖານ​ໂຄງ​ລ່າງ​ຂອງ​ຊົນນະບົດ​​ປົວ​ແປງ​ໃຫ້​ດີ​ຂຶ້ນ,ພາລະກິດ​ສັງຄົມ​ຊົນນະບົດ​ມີ​ການ​ພັດທະນາ,ການ​ກໍ່ສ້າງ​ການ​ເມື​ອງປະຊາທິປະ​ໄຕ​ຢູ່ຮາກ​ຖານ​ສືບ​ຕໍ່ກ້າວ​ໄປ​ໜ້າ.

ເວົ້າ​ລວມ​ແລ້ວ,ການ​ກໍ່ສ້າງ​ຊົນນະບົດ​​ໃໝ່ສັງຄົມ​ນິ​ຍົມ​ແມ່ນ​ໜ້າ​ທີ່ປະຫວັດສາດອັນ​​ໃຫຍ່​ຫຼວງ​ທີ່ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນຄັ້ງ​ທີ5​ສະ​ໄໝທີ16ວາງ​ອອກ,​ພົວພັນ​ເຖິງ​ພາກສ່ວນ​ທັງ​ໝົດ​ແຕ່ງການ​ກໍ່​ສ້າງສັງຄົມ​ເຫຼືອ​ຢູ່​ເຫຼືອ​ກິນ​ຢ່າງຮອບດ້ານ​ແລະ​ກໍ່ສ້າງ​ໃຫ້​ທັນ​ສະ​ໄໝ​,ຈະ​ກິນ​ເວລາ​ຍາວ​ນານ​​ແລະ​​ແມ່ນ​ໜ້າ​ທີ່​ລຳບາກກາກ​ກຳ,ພັກ​ແລະ​ລັດຖະບານ​ຈີນ​​ຕ້ອງ​ທຳ​ຄວາມ​ພະຍາຍາມ​ອັນ​ມະຫາສານ.​


1  2