ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-24 16:04:48    
ພາສາ​ຂອງ​ດອກ​​ໄມ້ (ສຽງ)

cri Author: huachunmei

ທີ່​ນີ້, ວິທະ​ຍຸສາກົນ​ແຫ່ງ​ປະ​​ເທດ​ຈີນ. ສະບາຍດີ​, ທ່ານ​ຜູ່​ຟັງ​ທີ່​ຮັກ​​ແພງ. ຂ້າພະ​ເຈົ້າ​ແມ່ນດາລາ​ວັນ​, ດີ​ໃຈຫຼາຍທີ່​​ໄດ້ພົບ​ກັບ​ທ່ານ​ໃນ​ຄ່ຳ​ຄືນ​ອັນດີງາມ​ຂອງວັນ​ອາທິດ​ນີ້. ປັດຈຸບັນ, ຢູ່​ຈີນ, ຄຽງ​ຄູ່​ກັບ​ລະດູ​ຮ້ອນ​​ໄດ້ວຽນ​ມາ​ເຖິງ​ອີກ, ບ່ອນ​ໃດ​ກໍເຫັນ​ຕົ້ນ​ໄມ້​ຂຽວງາມ​, ບ່ອນ​ໃດ​ກໍ​ມີດ​ອກ​ໄມ້ຫອມ​​. ຂ້າພະ​ເຈົ້າຍັງ​ຈື່​​ໄດ້ວ່າ, ​ໃນ​ຍາມ​​ຍັງນ້ອຍ​ເຄີຍ​ໄດ້​ເບິ່ງ​​ຮູບ​ເງົາກາ​ຕຸ​ນ​ເລື້ອງ​ໜຶ່ງວ່າ, ​ດອກ​ໄມ້ທຸກຊະນິດ​ລ້ວນ​ແຕ່​ມີ​ຄວາມ​ໝາຍ​ຂອງ​ມັນ, ລ້ວນ​ແຕ່​ຕາງໜ້າສຽງ​ໃນ​ໃຈ​ຂອງ​ຜູ່ທີ່​ມອບ​ດອກ​​ໄມ້. ​ໃນ​ລາຍການ​ນັດ​ພົບ​​ໃນ​ວັນ​ອາທິດມື້​ນີ້, ພວກ​ເຮົາ​ຈະຈັດ​ເພງ​ປະມວນ​ໜຶ່ງ​ກ່ຽວ​ກັບ​ດອກ​ໄມ້ສູ່​ຟັງ, ຫວັງ​ວ່າ, ທ່ານ​ຄົງ​ຈະ​ມັກ.

"​ເມື່ອ​ດອກ​ໄມ້​ດອກໜຶ່ງ​​ບານ​ແລ້ວ, ​ກໍຈະ​ມີດ​ອກ​ໄມ້​ອີກ​ດອກ​ໜຶ່ງ​ຮັກ​ມັກ. ຢູ່​​ເທີງພູມີ​ດອກ​ໄມ້​ເຕັມ, ມີ​ແຕ່​ເຈົ້າ​ແມ່ນ​ຄວາມ​ຮັກ​ຂອງ​ຂ້ອຍ. ​ເຈົ້າ​​ເປັນ​ດອກ​ກຸຫຼາບ​ຂອງ​ຂ້ອຍ, ​ເຈົ້າ​​ເປັນ​ຄູ່​ຮັກ​ຂອງ​ຂ້ອຍ, ​​ເປັນ​ຄວາມ​ຫ່ວງ​ໃຍ​ຂອງ​ຂ້ອຍ, ​​ເປັນດອກ​ກຸ​ຫຼາບ​ທີ່​ຂ້ອຍ​ຮັກ​ຕະ​ຫຼອດ​ຊີວິດ……"​ເພງ​ໜີ​ຊື້​ຫວໍ້ເຕີ່​​ໄໝ​ກຸ້ຍ​ຮວາ ​ແປ​ວ່າ​"ເຈົ້າ​​ເປັນດອກ​ກຸຫຼາບ​ຂອງ​ຂ້ອຍ" ​ເພງ​ນີ້​ຮ້ອງ​ໂດຍ​ທ່ານ ຜາງ​ລອງ ນັກ​ຮ້ອງ​ເພງ​ທາງ​ອິນ​ຕີ​ເນັດ ​ເຊິ່ງ​ເຫີ່​ກັນ​ຮ້ອງໃນ​ທົ່ວ​ປະ​ເທດ​ຈີນ​ໃນ​ຊົ່ວ​ໄລຍະ​ໜຶ່ງ. ຕາມ​ຊາບ​ວ່າ, ​​ເພງ​ນີ້​ແມ່ນ​ຂອງ​ຂວັນສູ່ຂໍ​ທີ່​ທ່ານຕ້າ​​ເພິ​ງ ຜູ່​ແຕ່ງ​ມອບ​ໃຫ້​ຄູ່ຮັກຂອງ​ຕົນ, ກໍ່​ແມ່ນ​ຍ້ອນ​ເພງ​ນີ້ເຮັດ​ໃຫ້​​ເຂົາ​ສອງ​ຄົນ​ກາຍ​ເປັນ​ຜົວ​ຮັກ​ເມຍ​ແພງ. ນະ​ທີ່​ນີ້, ​ກໍ​ຂໍ​ມອບເພງ​ນີ້​ໃຫ້​ແກ່​ຄູ່​ຮັກໝົດ​ທຸກ​ຄົນ, ອວຍພອນ​ໃຫ້​ຄູ່​ຮັກ​ຈົ່ງ​ກາຍ​ເປັນ​ຜົວ​ແກ້ວ​ເມຍ​ແຫວນ.

ການ​ເຜີຍ​ແຜ່​ຂອງ​ອິນ​ເຕີເນັດ​ໄດ້​ເຮັດ​ໃຫ້ທ່ານຜາງລອງມີ​ຊື່ສ​ຽງຂຶ້ນ, ສ່ວນ​ເສັ້ນທາງ​ເຂົ້າສູ່​​ເວທີ​ຂັບ​ຮ້ອງ​ເພງ​ຂອງນາງຈ່າງຊ້າ​ວຮານ ນັກ​ຮ້ອງ​ໄຕ້​ຫວັນກໍ​ແມ່ນ​​ສະດວກ​ທີ່​ສຸດ. ຕໍ່​ໄປ, ​ເຊີນ​ຟັງ​ເພງ ຊຽງ​ຊຸຍ​​ໄປ​ເຮີ ດອກ​ໄມ້​ລິ​ລີນ້ຳອົບ ທີ່​ຂັບ​ຮ້ອງ​ໂດ​ຍນາງ​ຈ່າງ​ຊ້າ​ວຮານ.

1  2