ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-24 16:04:48    
ພາສາ​ຂອງ​ດອກ​​ໄມ້ (ສຽງ)

cri Author: huachunmei


ທ່ານ​ຜູ່​ຟັງ​ທີ່​ຮັກ​​ແພງ, ທີ່​ທ່ານ​ຫາ​ກໍ​ຟັງ​ມານັ້ນ​ແມ່ນ​ເພງດອກ​ໄມ້ລິ​ລີນ້ຳອົບ ​ເພງ​ໃໝ່​ທີ່​ນາງ​ຈ່າງ​ຊ້າ​ວຮານຂັບ​ຮ້ອງ​ໃນ​ປີນີ້. ​ເວທີ​ເພ​ງສະ​ໄໝນິຍົມ​ແມ່ນມີ​ເພງໃໝ່​​ເລື້ອຍໆ. ທີ່​ຈິງ​ແລ້ວ, ​ເພງ​​​ເກົ່າຈຳນວນ​ໜຶ່ງ​ກໍ​ຍັງ​ຄົງໄດ້​ຮັບ​ຄວາມ​ນິຍົມ​ທີ່​ສຸດ. ຈັງ​ຫວະມ່ວນໆ​ຂອງ​​ເພງ​ເຫຼົ່ານີ້​ໄດ້​ດັງ​ກ້ອງ​ໃນ​ດວງ​ໃຈ​ຢ່າງ​ບໍ່​ເອົາ​ໃຈ​ໃສ່, ​ເໝືອນ​ດັ່ງເພງ​ດວງ​ໃຈ​ດອກ​ໄມ້ທີ່​ຂັບ​ຮ້ອງ​ໂດ​ຍທ່ານ​ໂຈ​ວຮວາ​ຈ້ຽນ.


"ດວງ​ໃຈ​ຂອງ​ດອກ​ໄມ້​​ເຊື່ອງຢູ່​ໃນ​ເກສອນ, ​ໄດ້​ພາດ​ຍາມ​ບານລ້າໆ. ດວງ​ໃຈ​ຂອງ​ເຈົ້າ​ໄດ້ລືມ​ລະດູການ, ບໍ່​ເຄີຍ​ໃຫ້​ຄົນ​ອື່ນ​ເຂົ້າ​ໃຈ​ງ່າ​ຍໆຈັກ​ເທື່ອ. ​ເປັນ​ຫຍັງ​ບໍ່​ຈູງ​ມື​ຂອງ​ຂ້ອຍ, ພ້ອມ​ກັນ​ໄປ​ຊົມ​ທິວທັດ​ທີ່​ທະ​ເລ​ກັບ​ທ້ອງ​ຟ້າ​ເປັນ​ສີ​ດຽວ​ກັນ. ນ້ຳຂຶ້ນ​ນ້ຳລົງ, ​ໄດ້​ນຳ​ເອົາ​ຄວາມ​ເສົ້າໝອງ​ໃນ​ໂລກມະນຸດ​ໜີ​ໄປ……."

ຢູ່​ຈີນ, ປັນຍາ​ຊົນ​ມັກ​​ໃຊ້​ດອກ​ໄມ້​ມາ​ສົມ​ມຸດຜູ່​ຍິງ​, ມາ​ວາດ​ພາບຄວາມ​ງາມ​ຂອງ​ຜູ່​ຍິງ​. ​ເພງ ນຸຍ​ເຢິນຮວາ ຜູ່ຍິງ​ຄື​ດອກ​ໄມ້ ທີ່​ຂັບ​ຮ້ອງ​ໂດຍ​ນາງ​ເມີຍ​ອ້ຽນ​ຟາງ ນັກ​ຮ້ອງ​ຮົງ​ກົງທີ່ເຖິງ​ແກ່​ກຳ​ແລ້ວກໍ​ໄດ້​ສະ​ທ້ອນສຽງ​ໃນ​ໃຈ​ຂອງ​ຜູ່​ຍິງ​ທີ່​ງາມ​​ເໝືອນ​ດອກ​ໄມ້: "ຜູ່​ຍິງ​ຄື​ດອກ​ໄມ້​ທີ່​ແກວ່ງ​ໄກວ​ຢູ່​ໃນ​ເມືອງຄົນ, ຜູ່​ຍິງ​ຄື​ດອມ​ໄມ້​ທີ່​ໄກວໂຕ່ງ​ເຕ່ງຕາມ​ລົມ​ຢ່າງ​ອ່ອນ​ໂຍນ. ​ຢາກ​​ໃຫ້ມີ​ມື​ອ່ອນ​​ໂຍນມາ​ລູບ​ຄຳ​​ຄວາມ​ຫງ່ວມ​ເຫ​ງົງ​ໃນ​ໃຈ​ຂ້ອຍ. ​ເມື່ອ​ຮັກ​ແລ້ວ​ຈຶ່ງ​ຮູ້​ຮັກ​ກັນ​ຢ່າງ​ເລິກ​ຊຶ້ງ, ​ເມົາ​ແລ້ວ​ຈຶ່ງ​ຮູ້​ເຫຼົ້າປຸກ, ດອກ​ໄມ້​ບານ​ແລ້ວຮ່ວງ, ​ໃນ​ທີ່​ສຸດ​ບໍ່​ໄດ້​ຈົ່ງຫຍັງ​​ໄວ້. ວາດ​ສະໜາ​ບໍ່​ໄດ້​ຢຸດ​ໄວ້, ​ເໝືອນ​ລົມ​ໃນ​ລະດູ​ບານ​ໃໝ່​ພັດ​ຜ່ານມາ​ແລ້ວ​ກໍຜ່ານ​ໄປ, ຜູ່​ຍິງຄື​ດອກ​ໄມ້, ດອກ​ໄມ້ຄືຄວາມ​ໄຝ່ຝັນ……."

​ຍາມ​ທີ່​ຜ່ານ​ໄປ​ຢ່າງ​ໄວທີ່​ສຸດ​ນັ້ນ​ມັກ​ແມ່ນ​ຍາມ​ທີ່​ສວຍ​ງາມ​ທີ່​ສຸດ. ທ່ານ​ຜູ່​ຟັງ​ທີ່​​ໂຄ​ລົບ, ລາຍ​ການ​ນັດ​ພົບ​​ໃນ​ວັນ​ອາທິດ​ພາກ​ນີ້​ຈະ​ຂໍ​ລາ​ຈາກ​ທຸ​ກໆ​ທ່ານ​ແລ້ວ. ​ໃນຕອນ​ມ້ວນ​ທ້າຍ​ລາຍ​ການ​ພາກ​ນີ້, ພວກ​ເຮົາຈະ​ຈັດ​ເພງ ຮວາ​ຢຸ້ນ​ເຢ້ ທີ່​ຂັບ​ຮ້ອງ​ໂດຍ​ນາງ​ຈ່າງ​ຊີງ​ຟາງ​, ດີ​ໃຈ​ຫຼາຍ​ທີ່​ໃນ​ລາຕີ​ອັນ​ສວຍ​ງາມ​ນີ້ມີ​ທ່ານ​ຜູ່​ຟັງຢູ່​ນຳ​ກັນ​ກັບ​ຂ້າພະ​​ເຈົ້າ, ຂອບ​ໃຈ​ທ່ານ​ທີ່​ຮັບ​ຟັງ, ພົບ​ກັນ​ໃຫມ່​ໃນ​ລາຍ​ການ​ຫນ້າ, ສະບາຍດີ.


1  2