ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-24 17:09:53    
ທ່ານ​ໝານ​ເວີນ​ຈູ່ນກັບ​ເພງ​ຂອງ​ທ່ານ(ສຽງ)

cri Author: shuo


ທ່ານ​ໝານ​ເວີນ​ຈູ່ນ​ແມ່ນ​ນັກ​ຮ້ອງ​ທີ່​ມີ​ກຳລັງ​ຕົວ​ຈິງ​ບົນ​ເວ​ທີ​ເພງ​ສະ​ໄໝ​ຂອງ​ຈີນ, ສຽງຂອງ​ທ່ານ​ເປັນສ​ຽງທຸ້ມ, ​ເວລາ​ຮ້ອງ​ເພງ, ​ມີ​ອາລົມ​ຈິດອັນ​ຊາບ​ເຊິ່ງທີ່​ສຸດ, ​ໄດ້​ຮັບ​ຄວາມ​ນິຍົມ​ກັນ​ຫລາຍ​ຈາກ​ແຟງ​ເພງ. ຫວ່າງ​ບໍ່​ດົນ​ນີ້, ທ່ານ​ໄດ້​ອັດ​ແຜ່ນCD​ສ່ວນ​ຕົວແຜ່ນ​ທີ 5 ທີ່​ໃຫ້​ຊື່ວ່າ: ລະດູ​ການ​ທີ່​ມັກ​ຄິດ​ຮອດ, ​ໄດ້​ຮັບ​ຄວາມ​ຍ້ອງຍໍ​ໂດຍ​ທົ່ວ​ໄປ. ​ໃນ​ລາຍການ​ມື້​ນີ້, ຂ້າພະ​ເຈົ້າຈະ​ແນະນຳ​ທ່ານ​ໝານ​ເວີນ​ຈູ່ນກັບ​ເພງ​ຂອງ​ທ່ານ​ສູ່​ຟັງ.

ເມື່ອ​ເວົ້າ​ເຖິງ​ທ່ານ​ໝານ​ເວີນ​ຈູ່ນ, ​ແຟນ​ເພງ​ທັງຫລາຍ​ອາດ​ຈະ​ຄິດ​​ເຖິງ​ເພງ"Dongni" ​ເຂົ້າ​ໃຈ​ເຈົ້າ ​ເຊິ່ງ​ເປັນ​ເພງ​ທີ່​ເຮັດ​ໃຫ້​ທ່ານ​ຂຶ້ນ​ຊື່​ລື​ນາມ. ​ເພງ​ນີ້​ແມ່ນ​ເພງ​ທີ່​ສະ​ແດງ​ໃຫ້​​ເຫັນ​ຄວາມ​ຮັກ​ຕໍ່ພໍ່​ແມ່. ຄົນ​ຈີນ​ມັກ​​ເຊື່ອງ​ອາລົມ​ຂອງ​ຕົນ​ບໍ່​ສູ້​ອອກປາກ​ເວົ້າວ່າ"ຕົນ​ຮັກ​ພໍ່​ແມ່". ​ເນື້ອ​ເພງ​ມີ​ຢູ່​ວ່າ: ປີ​ແລ້ວ​ປີ​ອີກ, ​ຄວາມ​ລຳບາກ​ໃນ​ຊີວິດ, ​ເຮັດ​ໃຫ້​ຮອຍ​ຍິ້ມ​ຈາງ​ຫາຍ, ຄວາມ​​ງ່ວມເຫງົາຂອງ​ແມ່ຈະມີ​ໃຜຮູ້ນຳ. ລະດູບານ​ໃໝ່​ຜ່ານ​ໄປ, ລະດູ​ໃບ​ໄມ້ຫຼົ່ນວຽນມາ, ຄວາມ​ຮັກ​ຂອງ​​ແມ່​ໄດ້​ງຽບ​ລົງ​ແລ້ວ, ​ແມ່​ເອົາ​​ຄວາມ​ຮັກທັງ​ໝົດໃຫ້​ແກ່​ລູກ, ​​ແມ່ເອົາ​ໂລກນີ້​ໃຫ້​ແກ່​ລູກ, ຈັ່ງ​ແມ່ນ​ຢາກ​​ເຂົ້າ​ໃກ້​​ຊິດ​ກັບແມ່, ບອກ​ແມ່​​ວ່າ​, ທີ່​ຈິງ​ແລ້ວ, ລູກ​ເຂົ້າ​ໃຈ​​​ແມ່​ຕະຫລອດ.

ປີ 1998, ​ເພງ"​ເຂົ້າ​ໃຈ​ເຈົ້າ"​ໄດ້ນິຍົມ​ກັນຢູ່ທົ່ວ​ປະ​ເທດ​ຈີນ, ຍ້ອນ​ຮ້ອງ​ເພງ​ນີ, ທ່ານ​ໝານ​ເວີນ​ຈູ່ນກໍ​ຂຶ້ນ​ຊື່​ລື​ນາມ​ຢ່າງ​ໄວ​ວາ, ​ແລະ​ໄດ້​ຮັບ​ລາງວັນ​ຫລາຍ​ຢ່າງ​ຂອງ​ສື່​ມວນ​ຊົນ​ແຫ່ງ​ຕ່າງໆ. ສຽງ​​ເພງ​ອັນ​ຈິງ​ໃຈ​​ແຕ່​ກະຕືລື​ລົ້ນຂອງ​ທ່ານ​ໄດ້​ສ້າງພາບ​ປະ​ທັບ​ໃຈອັນ​ເລິກ​ເຊິ່ງ​ໃວ້​ກັບ​ແຟນ​ເພງ​ທັງຫລາຍ, ວາດຊົງທີ່​​ແຈ່ມໃສ ແລະ​ຈິງ​ໃຈ​ກໍ​ໄດ້​ຮັບ​ຄວາມ​ນິຍົມ​ຈາກຜູ້​ຟັງ​ອາຍຸ​ຕ່າງ​ກັນ.

ຫຼັງຈາກ​ເພງ"​ເຂົ້າ​ໃຈ​ເຈົ້າ"​ແລ້ວ, ທ່ານ​ໝານ​ເວີນ​ຈູ່ນ​ໄດ້​ເຂົ້າຮ່ວມ​ບໍລິສັດ​ແຜ່ນສຽງ​ສາກົນ​ເຈິ້ງ​ຕ້າ, ປີ 1999 ​ທ່ານໄດ້​ອັດ​​ແຜ່ນCDສ່ວນ​ຕົວ​ແຜ່ນ​ທີ​ສອງ​ທີ່​​ໃຫ້​ຊື່ວ່າ"Wangxiang" ຈ້ອງ​ມອງ​ບ້ານ​ເກີດ, ​ເພງ​ໃນ​ນັ້ນ​ໄດ້​ຮັກສາທຳນອງ​ຫວນ​ຄຶດ​ອະດີດ​ຕະການ​ແບບ​ລຽບໆ. ​ ​​​ເພງ"Wangxiang" ຈ້ອງ​ມອງ​ບ້ານ​ເກີດ ໃນ​​CD​ແຜ່ນ​ນີ້  ກໍ​ຄືກັບ​ເພງ​"ເ​ຂົ້າ​ໃຈ​ເຈົ້າ"ນັ້ນ, ​ໄດ້​​ເຜີຍ​ແຜ່​ກັນຢ່າງວ່ອງ​ໄວ. ​ເພງ​ນີ້​ກໍ​ໄດ້​ສະ​ແດງ​ໃຫ້​ເຫັນ​ອາລົມ​ເລິກ​​ເຊິ່ງຂອງ​ທ່ານ​ໝານ​ເວີນ​ຈູ່ນທີ່​ມີ​ຕໍ່​ພໍ່​ແມ່​ຢູ່​ບ້ານ​ເກີດ​​ໃນຊົນນະບົດ.

ເນື້ອ​ເພງ​ມີ​ຢູ່​ວ່າ: ​ ​ຍ່າງ​​ເລາະຕາມແຄມ​ແມ່​ນ້ຳໃນ​ຍາມຕາ​ເວັນ​ຄ້ອຍ​ຄ່ຳ, ​ແຫງນ​ຄໍ​​ເບິ່ງ​ທ້ອງຟ້າ, ຄວັນ​ຄີ​ໄຟ​ປິວ​ມາ, ​ເຮັດ​ໃຫ້​ຂ້າ​ຍິ່ງ​ຄິດ​ຮອດ​ບ້ານ, ​ຄິດ​ຮອດ​ບ້ານ​​ແຕ່ເຊົ້າ​ເທົ້າ​ຄ່ຳ, ແມ່​ນ້ຳ​ທີ່​​​ໃສ​ສະອາດ​ກໍແມ່ນ​ນ້ຳ​ຕາ​ຂອງ​ຂ້າ​ທີ່​ໄຫຼຫຼັ່ງ.
1  2