ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-25 12:04:19    
ກິນເຂົ້າໜົມຈີບຢູ່​ເມືອງ​ໄຄ່​ເຟີ່ງ

cri Author: da


ເມືອງ​ໄຄ່​ເຟີ່ງ​​ແຂວງ​ເຫີ​ນານ​ພາກ​ກາງຂອງ​ຈີນ​ແມ່ນ​ເມືອງ​ວັດທະນະທຳ​ທີ່​ມີ​ຊື່​ສຽງ,ປະ​ຫວັດ​ສາດ​ຍາວ​ນານກໍ​ໄດ້​ສ້າງ​​​​ວັດທະນະທຳ​ອາຫານ​ການ​ກິນ​ທີ່​ມີ​ເອກະລັກ​ພິ​ເສດ​ໃຫ້​ແກ່​ເມືອງ​ນີ້.​

​ແຂກ​ທ່ອງ​ທ່ຽວ​ທີ່​ເຄີຍ​ໄປ​ທ່ຽວ​ເມືອງ​​ໄຄ່​ເຟີ່ງ,ລ້ວນ​ແຕ່​ມັກ​ໄປ​ກິນ​ກະລາ​ເປົ໋າ​ໃສ່​ແກງ.ນີ້ແມ່ນ​ອາຫານທີ່​ມີ​ຊື່​ສຽງ​ທີ່​ສຸດຂອງ​ເມືອງ​ໄຄ່​ເຟີ່ງ,ຕາມເລົ່າ​ລື​ກັນ​ວ່າ,ປະຫວັດຂອງ​ກະລາ​ເປົ໋າ​ໃສ່​ແກງ​ສາມາດ​ຫວນ​ຄືນ​ໄປ​ຮອດ​ລາຊະວົງຊົ້ງ​ເມື່ອ​ພັນ​ປີ​ກ່ອນ.ຈຸດ​ພິ​ເສດ​ຂອງ​ກະລາ​ເປົ໋າ​ໃສ່​ແກງໃນ​ບໍ່​ພຽງ​ແຕ່​ມີ​ຊີ້ນ​ສັບຢູ່​ໃນ​ເທົ່າ​ນັ້ນ,​ແຕ່​ຍັງ​ມີນ້ຳ​ແກງ​ອີກ.​​ໄທ​ເມືອງ​ໄຄ່​ເຟີ່ງມັກ​ໃສ່​ຊີ້ນ​ຂາ​ໝູ​ສົດຂາ​ຫຼັງ,​ແລ້ວໃສ່​ເຄື່ອງປຸງ​ຫຼາຍ​ສິບ​ຊະນິດ,ຄົນ​ຫຼາຍ​ເທື່ອ,ຈິ່ງ​ເຮັດ​ເປັນ​ໄສ້​ຊີ້ນ​ກະລາ​ເປົ໋າ.ຢູ່​ໃນ​ໄສ້​ຊະນິດ​ນີ້​ມີທາດນ້ຳ​ຫຼາຍ​,​ເມື່ອ​ກະລາ​ເປົ໋າໜຶ້ງສຸກ​ແລ້ວ​ ຢູ່​ໃນ​ໄສ້​ຈະ​ມີນ້ຳ​ແກງ​ຫຼາຍ,ຜູ້​ທີ່ບໍ່​ເຄີຍ​ກິນກະລາ​ເປົ໋າຊະນິດ​ນີ້ ຖ້າ​ບໍ່ລະວັງ​ ນ້ຳ​ແກງຈະ​ໄຫຼ​ຕິດ​ເສື້ອ.

ທີ່​ຈິງ​ແລ້ວ,ການ​ກິນ​ກະລາ​ເປົ໋າ​ໃສ່​ແກງ​ແມ່ນ​ມີ​ເຄັດ​ລັບ,ທ່ານນາງ​ລິວ​ເພີຍ​ເຈີ່ງ ຜູ້​ອຳ​ນວຍ​ການ​ຮ້ານ​ຂາຍ​ກະ​ລາ​ເປົ໋າ​ຕະ​ກູນ​ຫວງ​ທີ່​ຂາຍ​ກະລາ​ເປົ໋າ​ໃສ່​ແກງ​ໂດຍ​ຈຳ​ເພາະ​ເວົ້າ​ວ່າ,​ກິນ​ກະ​ລາ​ເປົ໋າ​ຊະ​ນິດ​ນີ້​ຕ້ອງ​ເປີດ​ປ່ອງ​ຢ້ຽມ​ກ່ອນ​ແລ້ວ​ຈິ່ງ​ກິນນ້ຳ​ແກງ.ນາງ​ເວົ້າວ່າ:

"​ເປີດ​ປ່ອງຢ້ຽມ​ກ່ອນ,ໝາຍ​ຄວາມ​ວ່າ​ກັດ​ກະລາ​ເປົ໋າຄຳ​ນ້ອຍໆ​ກ່ອນ,​ແລ້ວຖອກ​ນ້ຳ​ແກງ​ອອກ​ໃສ່​ບ່ວງ,ກິນ​ແກງ​ກ່ອນ,​ແລ້ວຈິ່ງ​ກິນ​ກະລາ​ເປົ໋າ​.ທຳ​ມະ​ດາ​ແລ້ວ,ພວກ​ເຮົາ​ມັກ​ໃສ່​ນ້ຳສົມ​ຫຼື​ແຈ່ວ​ໝາກ​ເຜັດ​ກິນ​ນຳ​ກັນ,ຈະ​ແຊບ​ກວ່າ."

ທ່ານ​ນາ​ງລິວ​ເພີຍ​ເຈີ່ງ​ເວົ້າວ່າ,ກະລາ​ເປົ໋າ​ໃສ່​ແກງ​ເມືອງ​​ໄຄ່​ເຟີ່ງຍັງ​ພິຖີ​ພິຖັນ​ນຳຮູບ​ນອກທີ່​ສຸດ.ກະລາ​ເປົ໋າຊະນິດ​ນີ້ ທຳ​ມະ​ດາ​ຕ້ອງ​ມີ​ຮອຍ​ພັບ 22 ຫາ 24 ພັບ,​ເບິ່ງຄື​ດອກ​ເບັນ​ຈະ​ມາດ.

ຢູ່​ເມືອງ​ໄຄ່​ເຟີ່ງ,ຮ້ານ​ກະລາ​ເປົ໋າທີ່​ມີ​ຊື່​ສຽງ​ທີ່​ສຸດ​ມີ​ສອງ​ຮ້ານ,ຮ້ານ​ກະລາ​ເປົ໋າຕະກູນ​ຫວງ​ແມ່ນ​ຮ້ານ​​ໜຶ່ງ,ອີກຮ້ານ​ໜຶ່ງ​ເອີ້ນ​ວ່າ"​ຮ້ານກະລາ​ເປົ໋າຫໍ​ທີ​ໜຶ່ງ",​ເຈົ້າຂອງຮ້ານ​ກະລາ​ເປົ໋າສອງຮ້ານນີ້ລ້ວນ​ແຕ່​​ເປັນ​ລູກ​ສິດ​ຂອງ​ທ່ານຮວງ​ຈີ້​ຊ້ານ,​ເພິ່ນ​ແມ່ນ​ປະຖົມ​ມາ​ຈານຂອງກະລາ​ເປົ໋າເມືອງ​ໄຄ່​​ເຟີ່ງ​​ສະ​ໄໝ​ມໍ່​.​​ເວົ້າລວມແລ້ວ,ຮ້ານ​ກະລາ​ເປົ໋າຫໍ​ທີ​ໜຶ່ງ​ມີ​ຊື່​ສຽງ​ຫຼາຍ​ກວ່າ,​ແຕ່​ຮ້ານ​ກະລາ​ເປົ໋າຕະກູນ​ຫວງ​ລາຄາ​ຖືກ​ກວ່າ.

ຖ້າທ່ານ​ມາ​ຊີມ​ກະລາ​ເປົ໋າ​ເມືອງ​ໄຄ່​ເຟີ່ງ​ໂດຍ​ຈຳ​ເພາະ,ດີ​ທີ່​ສຸດ​​ແມ່ນມາ​ໃນ​ຍາມ​ເດືອນ​ກັນຍາ,​​ເພາະວ່າ ​ໃນ​ຍາມນັ້ນ,ທ່ານ​ຈະ​​ໄດ້ຊີມ​ກະລາ​ເປົ໋າດອກ​ເບັນ​ຈະ​ມາດທີ່​ມີ​​ເອກະລັກພິ​ເສດ,​​ໃນ​ໃສ້ຂອງ​ກະລາ​ເປົ໋າຊະນິດ​ນີ້​ໄດ້ໃສ່ກີບດອກ​ເບັນ​ຈະ​ມາດ​,​ເວລາກິນຈະມີ​ກິ່ນ​ຫອມ​ເຕັມປາກ.
1  2