|
 |
(GMT+08:00)
2006-05-25 12:04:19
|
 |
ກິນເຂົ້າໜົມຈີບຢູ່ເມືອງໄຄ່ເຟີ່ງ
cri
Author: da
ກິນກະລາເປົ໋າແລ້ວ,ທ່ານຍັງຈະໄດ້ຊີມອາຫານອີກເຢື່ອງໜຶ່ງທີ່ມີຊື່ສຽງ,ຊື່ວ່າ"ຫຼີອີເປ່ມ້ຽນ"ແປວ່າ"ປາໃນເຈ່ຍເສັ້ນໝີ່".ໃນເວລາຄົວອາຫານເຢື່ອງນີ້,ຕ້ອງເອົາປາໃນຈາກແມ່ນ້ຳເຫຼືອງມາເຮັດປ້ຽວຫວານກ່ອນ,ແລ້ວໂຮຍເສັ້ນໝີ່ທອດທີ່ແລບຄືເສັ້ນຜົມຢູ່ເທິງປາ.ເສັ້ນໝີ່ທອດຊະນິດນີ້ນ້ອຍສ່ຳໃດ?ຕາມເລົ່າກັນວ່າ,ພໍ່ຄົວທີ່ມີປະສົບການສາມາດເອົາແປ້ງໝີ່ທີ່ໜັກໜຶ່ງກິໂລມາດຶງເປັນເສັ້ນໝີ່ຍາວ100ກິໂລແມັດ,ທ່ານອາດຈະນຶກອອກແລ້ວວ່າ,ເສັ້ນໝີ່ຈະນ້ອຍສ່ຳໃດແລ້ວ.ໃນເວລາກິນອາຫານເຢື່ອງນີ້,ຕ້ອງກິນໝີ່ກ່ອນແລ້ວຈິ່ງກິນປາ,ເອົາເສັ້ນໝີ່ທອດກອບໆຈ້ຳໃສ່ແຈ່ວປ້ຽວຫວານ,ທັງກອບທັງອ່ອນ.
ອາຫານ"ຫຼີອີເປ່ມ້ຽນ"ຍັງມີນິທານມ່ວນໆເລື່ອງໜຶ່ງ.ຕາມເລົ່າລືກັນວ່າ,ປີ 960,ຈ້າວຄວ່າງອິ້ນ ເຈົ້າຊີວິດອົງທຳອິດຂອງລາຊະວົງຊົ້ງໄດ້ກໍ່ລັດຖະທະຫານເພື່ອຍາດເອົາອຳນາດຢູ່ແຫ່ງໜຶ່ງທີ່ຊື່ວ່າ"ເສີນສຽວ".ຕາມເວົ້າກັນວ່າ,ໃນຄາວນັ້ນ ຈ້າວຄວ່າງອິ້ນແມ່ນຍ້ອນລູກນ້ອງຂອງຕົນເອົາເສື້ອຍ່າມສີເຫຼືອງຂອງເຈົ້າຊີວິດມາໃສ່ໃຫ້ຈິ່ງຈຳເປັນຕ້ອງກໍ່ການລັດຖະປະຫານ.ຄັນຊັ້ນ ຄຳເລົ່າລືກັນດັ່ງກ່າວມີສາຍພົວພັນຫຍັງກັບອາຫານ"ຫຼີອີເປ່ມ້ຽນ"?ນາງມາລີ້ ສາວໄຄ່ເຟີ່ງອ້ອຍຕ້ອຍແນະນຳວ່າ,ອາຫານເຢື່ອງນີ້ກໍແມ່ນ ແຕ່ງຂຶ້ນເພື່ອລະລຶກເຫດການດັ່ງກ່າວ.ນາງເວົ້າວ່າ:
"ປາໃນທໍ່ກັບເຈົ້າຊີວິດຈ້ວງຄວ່າງອິ້ນ,ສ່ວນເສັ້ນໝີ່ແມ່ນທໍ່ກັບເສື້ອຍ່າມສີເຫຼືອງທີ່ລູກນ້ອງໃສ່ໃຫ້ພະອົງ."
ຄັນແຂກທ່ອງທ່ຽວທີ່ມາທ່ຽວເມືອງໄຄ່ເຟີ່ງຢາກຊີມອາຫານແຊບຂອງເມືອງໄຄ່ເຟີ່ງ,ພຽງແຕ່ກິນເຂົ້າຢູ່ໃນຮ້ານຍັງບໍ່ພໍ.ເພາະວ່າ,ຍັງມີເຂົ້າໜົມຈີບທີ່ມີຈຸດພິເສດຈຳນວນໜຶ່ງ ແມ່ນມີແຕ່ຢູ່ໃນຕະຫຼາດຄ່ຳ ຈິ່ງໄດ້ກິນ.ຕະຫຼາດຄ່ຳຂອງເມືອງໄຄ່ເຟີ່ງມີຊື່ສຽງຫຼາຍ,ຕະຫຼາດຄ່ຳທີ່ເປີດຈົນຊອດແຈ້ງແລະຄຶກຄັກທີ່ສຸດແມ່ນຈຸດພິເສດຂອງເມືອງນີ້.ຕາມເວົ້າກັນວ່າ,ຕະຫຼາດຄ່ຳຢູ່ແຫ່ງນີ້ມີປະຫວັດພັນກວ່າປີແລ້ວ,ບໍ່ເຄີຍຂາດສະບັ້ນຈັກເທື່ອ.
 ຕະຫຼາດຄ່ຳຂອງເມືອງໄຄ່ເຟີ່ງມີຫຼາຍແຫ່ງ,ສະໜາມຫໍກອງແມ່ນບ່ອນທີ່ໃຫຍ່ທີ່ສຸດ,ເປີດແຕ່ 7 ໂມງເຄິ່ງຕອນແລງຈົນຮອດ 3-4 ໂມງຕອນຂ້ອນແຈ້ງ.ຢູ່ຕະຫຼາດຄ່ຳຂອງເມືອງໄຄ່ເຟີ່ງ,ແຂກທ່ອງທ່ຽວໄປນັ່ງຢູ່ໃນຮ້ານ ແລ້ວຄ່ອຍໆຊີມອາຫານ,ທັງສາມາດໄປນັ່ງກິນແລະລົມກັບໄທເມືອງໄຄ່ເຟີ່ງຜູ້ໃຈກວ້າງຢູ່ຕາມຖະໜົນຫົນທາງ.ເມື່ອກິນອີ່ມແລ້ວ,ແຂກທ່ອງທ່ຽວຍັງສາມາດຊື້ເຂົ້າໜົມຖົ່ວດິນທີ່ເປັນອາຫານພື້ນເມືອງຂອງເມືອງໄຄ່ເຟີ່ງ.
ໃນຕະຫຼາດຄ່ຳ ຊາວໄຄ່ເຟີ່ງມັກທີ່ສຸດແມ່ນ"ປາອົບຕົ້ມ",ອາຫານຊະນິດນີ້ແມ່ນເອົາປານ້ອຍທີ່ຜະລິດຢູ່ທ້ອງຖິ່ນ,ມາອົບກັບເຄື່ອງປຸງຄືເຄື່ອງເທດເປັນຕົ້ນດ້ວຍໄຟອ່ອນ.ທ່ານຈັ່ງປິງສວນ ເຈົ້າຂອງແຜງ"ປາອົບຈ່າງເອີ້"ໃນຕະຫຼາດຄ່ຳບອກນັກຂ່າວວ່າ,ຖ້າບໍ່ກິນປາອົບກໍ່ຄືກັບບໍ່ໄດ້ມາທ່ຽວເມືອງໄຄ່ເຟີ່ງ.ທ່ານເວົ້າວ່າ:
"ປາອົບເຫຼົ່ານີ້ລ້ວນແຕ່ແມ່ນປາສົດ,ປາເປັນ.ຈຸດພິເສດຂອງອາຫານເຢື່ອງນີ້ ແມ່ນນ້ຳແກງແຊບລົດຊາດຫອມ,ຊີ້ນປາບໍ່ມີກ້າງ."
 ຢູ່ຕະຫຼາດຄ່ຳເມືອງໄຄ່ເຟີ່ງ,ຍັງມີອາຫານເຢື່ອງໜຶ່ງຕ້ອງຊີມ,ນີ້ກໍແມ່ນ"ຖົງຈຶຈີ່"ຊີ້ນໄກ່ໃນຄຸກ,ແມ່ນອາຫານເຢື່ອງສຸດທ້າຍໃນງານລ້ຽງຂອງຄົນໄຄ່ເຟີ່ງ.ໃນແຜງຂາຍອາຫານເຢື່ອງນີ້ຢູ່ຕະຫຼາດຄ່ຳ ມີຜູ້ໜຶ່ງເຮັດອາຫານເຢື່ອງນີ້ແມ່ນມີຊື່ສຽງທີ່ສຸດ,ຕາມເວົ້າກັນວ່າ ເພິ່ນມີສູດທີ່ສືບທອດກັນມາຈາກລາຊະວົງຊົ້ງເມື່ອພັນກວ່າປີກ່ອນ,ໄກ່ທີ່ພວກເຂົາເຈົ້າໃຊ້ນັ້ນແມ່ນໄກ່ແມ່ທີ່ບໍ່ຮອດໜຶ່ງປີ ທັງບໍ່ເຄີຍອອກໄຂ່ໄກ່ຈັກເທື່ອ.ໃນເວລາເຮັດອາຫານເຢື່ອງນີ້,ຕ້ອງເອົາມີດມາປາດກ້ອງປີກໄກ່ເພື່ອເອົາເຄື່ອງໃນອອກ,ແລ້ວໃສ່ເຄື່ອງປຸງແລະແກງສຸກເຂົ້າໃນ,ໃສ່ໃນຖັງເອືອບເກືອໄວ້ບຶດໜຶ່ງ,ແລ້ວອົບໃຫ້ສຸກ.ຊີ້ນໄກ່ຊະນິດນີ້ ຊີ້ນອ່ອນ ໜັງເຫຼືອງ,ແຮ່ງຫຍ້ຳແຮ່ງແຊບ.
ເມື່ອກິນປາແລະໄກ່ແລ້ວ,ຄັນຢາກກິນເຂົ້າໜົມຫວານອີກ,ກໍແນະນຳໃຫ້ທ່ານໄປຊີມແຈ່ວມັນດ້າງຂອງເມືອງໄຄ່ເຟີ່ງ,ຄືເອົາມັນດ້າງມາປອກເປືອກ ອອກ ແລ້ວໃສ່ນ້ຳຕານຂາວ ດອກກຸຫຼາບແລະດອກອົບເຊີຍເປັນຕົ້ນ,ແລ້ວຂົ້ວໃຫ້ສຸກ,ທັງຫວານທັງອ່ອນ,ແຊບຫຼາຍ.

1 2
|
|
|