![]( /mmsource/images/2004/04/21/laba.gif)
![]( /mmsource/images/2006/05/29/qingnianxuwei3.jpg)
ໃນໄລຍະມໍ່ໆມານີ້, ນັກສຶກສາທຳມະດາຜູ້ໜຶ່ງທີ່ກອບກູ້ເອົາຊີວິດຂອງສາມຄົນດ້ວຍສະຕິປັນຍາແລະຄວາມກ້າຫານ, ໄດ້ພາໃຫ້ສື່ມວນຊົນຈີນເອົາໃຈໃສ່ໂດຍທົ່ວໄປ. ນັກສຶກສາຜູ້ນີ້ຊື່ສູເວີຍ, ແມ່ນນັກສຶກສາຂອງວິທະຍາໄລວິສະວະກຳຂໍ້ມູນຂ່າວສານແລະໂທລະຄົມຂອງມະຫາວິທະຍາໄລອຸດສາຫະກຳທຽນສິນ. ເລື່ອງນີ້ຍັງຕ້ອງເວົ້າແຕ່ເດືອນທັນວາປີກາຍນີ້. ມື້ນັ້ນແມ່ນວັນທີ 27 ທັນວາປີ 2005, ແມ່ນມື້ທີສອງຫຼັງບຸນໂນແອນ, ໃນໂຮງຮຽນມະຫາວິທະຍາໄລອຸດສາຫະກຳທຽນສິນແມ່ນມິດງຽບແຕ່ມີລະບຽບຄືເກົ່າ, ນັກສຶກສາທັງຫຼາຍລ້ວນແຕ່ຕັ້ງໃຈທົບທວນເພື່ອເສັງພາກຮຽນ. ຕອນບ່າຍ 4 ໂມງ 15 ນາທີ, ໄດ້ມີສຽງຮ້ອງຂໍຊ່ອຍຢ່າງຮີບດ່ວນດັງມາຈາກໜອງປ້າງໃນໂຮງຮຽນ, ທ້າວສູເວີຍພໍດີຍ່າງຜ່ານແຫ່ງນີ້, ເມື່ອໄດ້ຍິນສຽງຮ້ອງຂໍຊ່ອຍແລ້ວ, ລາວກໍແລ່ນໄປຫາບ່ອນເກີດເຫດຢ່າງວ່ອງໄວ. ເນື້ອທີ່ໜອງປ້າງບໍ່ກວ້າງ, ແຕ່ນ້ຳເລິກຫຼາຍ, ມີເຍົາວະຊົນສອງຄົນພວມດິ້ນຮົນຢູ່ໃນນ້ຳກ້າມ, ຜູ້ໜຶ່ງເກືອບຈົມລົງນ້ຳແລ້ວ, ເຫຼືອແຕ່ມືຂ້າງໜຶ່ງຍັງຢູ່ໜ້ານ້ຳ, ຢູ່ແຄມຝັ່ງຍັງມີເຍົາວະຊົນອີກຜູ້ໜຶ່ງຢືນຢູ່, ບໍ່ຮູ້ຈະເຮັດຈັ່ງໃດ. ເມື່ອເຫັນສະພາບແນວນີ້, ທ້າວສູເວີຍບໍ່ເອົາຫົວຊານຳຄວາມປອດໄພຂອງຕົນ, ກົ້ມລົງ, ມືໜຶ່ງຈັບຂອບນ້ຳກ້າມໃຫ້ແໜ້ນ, ອີກມືໜຶ່ງເດ່ໄປດຶງເຍົາວະຊົນຜູ້ຕົກນ້ຳ. ບັງເອີນ, ໜ້ານ້ຳກ້າມແຕກ, ທ້າວສູເວີຍກັບເຍົາວະຊົນອີກຜູ້ໜຶ່ງທີ່ຢູ່ທາງຂ້າງກໍພ້ອມກັນຕົກລົງນ້ຳທີ່ໜາວເຂົ້າກະດູກ. ເມື່ອປະເຊີນສະພາບອັນຕະລາຍແນວນີ້, ທ້າວສູເວີຍຍັງເຮັດໃຈທຸ່ນທ່ຽງ, ອາໃສສີມືລອຍນ້ຳຂອງຕົນ, ໄດ້ຍົກເຍົາວະຊົນສາມຄົນນີ້ຂຶ້ນຢູ່ໜ້ານ້ຳເທື່ອລະຄົນຢ່າງລຳບາກ, ຊ່ອຍພວກເຂົາເຈົ້າຈັບແຄມນ້ຳກ້າມໃຫ້ແໜ້ນ, ບອກເຂົາເຈົ້າວ່າຢ່າເໜັງຕີງ, ຕົນເອງພັດໃຊ້ສອງມືຈັບໜ້ານ້ຳກ້າມໃຫ້ແໜ້ນ, ອອກແຮງສຸດຂີດເພື່ອປີນຂຶ້ນມາ.
ບໍ່ນຶກເລີຍວ່າ, ທ້າວສູເວີຍຫາກໍປີນຂຶ້ນມາເຄິ່ງໂຕ, ໜ້ານ້ຳກ້າມກໍແຕກອີກ, ລາວໄດ້ຕົກລົງໜອງອີກເທື່ອໜຶ່ງ. ເວລານີ້, ມືແລະແຂນທັງສອງເບື້ອງຂອງທ້າວສູເວີຍຖືກບາດຫຼາຍບ່ອນ, ເລືອດໄຫຼອອກມາຕະຫຼອດ. ແຕ່ດ້ານໜຶ່ງລາວອົດທົນຕໍ່ຄວາມເຈັບປວດ, ອີກດ້ານໜຶ່ງກໍປອບໃຈເດັກນ້ອຍສາມຄົນທີ່ຕື່ນຕົກໃຈນັ້ນວ່າ:"ພວກເຈົ້າຢ່າຢ້ານ, ຂ້ອຍຈະປີນຂຶ້ນໄປໄດ້ແນ່ນອນ, ແລະກອບກູ້ເອົາພວກເຈົ້າໄດ້ແນ່ນອນ, ພວກເຈົ້າຕ້ອງຈັບໃຫ້ແໜ້ນ." ທັງເວົ້ານຳຜູ້ທີ່ແລ່ນມາຊ່ອຍກອບກູ້ນັ້ນວ່າ:"ຢ່າມານີ້ອີກ, ບ່ອນນີ້ອັນຕະລາຍໂພດ."
![]( /mmsource/images/2006/05/29/qingnianxuwei4.jpg)
ໃນທີ່ສຸດ, ທ້າວສູເວີຍໄດ້ຄຳຖືກນ້ຳກ້າມອ່າວແຂງກ້ອນໜຶ່ງທັງຈັບໃຫ້ແໜ້ນ, ແລ້ວອອກແຮງສຸດຂີດປີນຂຶ້ນໜ້ານ້ຳກ້າມ. ເວລານັ້ນ, ໜ້ານ້ຳກ້າມຢູ່ອ້ອມຂ້າງໄດ້ເລີມສັ່ນຄອນ, ເພື່ອຫຼີກເວັ້ນບໍ່ໃຫ້ເກີດຄວາມອັນຕະລາຍອີກ, ທ້າວສູເວີຍບອກໃຫ້ຄົນທັງຫຼາຍທີ່ແລ່ນມາຊ່ອຍກອບກູ້ນັ້ນວ່າຢ່າເຂົ້າໃກ້, ທັງໃຫ້ຄົນທັງຫຼາຍຫາໄມ້ຄ້ອນທ່ອນໜຶ່ງໃຫ້ລາວ, ລາວໃຊ້ໄມ້ທ່ອນນີ້, ດຶງເອົາເດັກນ້ອຍສາມຄົນອອກຈາກຂຸມນ້ຳກ້າມເທື່ອລະຄົນ. ພວກເດັກນ້ອຍໄດ້ຮັບການກອບກູ້ແລ້ວ, ແຕ່ທ້າວສູເວີຍພັດອິດເມື່ອຍຈົນບໍ່ມີແຮງ, ລາວປຽກໝົດໂຕ, ນັ່ງໃສ່ດິນ, ເວົ້າບໍ່ອອກຈັກຄວາມ…… ພາຍຫຼັງມາ, ພໍ່ແມ່ຂອງເດັກນ້ອຍທີ່ຖືກກອບກູ້ຢາກສະແດງຄວາມຂອບອົບຂອບໃຈ, ໄດ້ມອບເງິນ 1000 ຢວນໃຫ້ທ້າວສູເວີຍ, ທ້າວສູເວີຍປັດປ່າຍບໍ່ໄດ້, ມີແຕ່ໄປຫາອາຈານ, ແລ້ວບໍລິຈາກເງິນດັ່ງກ່າວໃຫ້ກອງທຶນສຶກສາຂອງເມືອງ.
1 2
|