|
![](/images/spacer.gif) |
(GMT+08:00)
2006-05-26 22:04:09
|
![](/images/shim.gif) |
ທ້າວສູເວີຍ----ນັກສຶກສາຈີນ
cri
Author: mo
ທ້າວສູເວີຍ ປີນີ້ອາຍຸ 22 ປີ, ເກີດຢູ່ໃນຄອບຄົວຊາວກະສິກອນຂອງເມືອງສາວຫູແຂວງອ່ານຮຸ່ຍ ພາກຕາເວັນອອກຂອງຈີນ. ພໍ່ແມ່ເຮັດວຽກໄຮ່ການນາ, ສະພາບເສດຖະກິດຂອງ ຄອບຄົວບໍ່ດີປານໃດ. ລາວມີອ້າຍເອື້ອຍນ້ອງສາມຄົນ, ອ້າຍກັບລາວເຂົ້າຮຽນຢູ່ມະຫາວິທະຍາໄລ, ນ້ອງສາວເລີ່ມເຮັດວຽກແລ້ວ. ແຕ່ວ່າ, ຄວາມທຸກຍາກຂອງຄອບຄົວພັດບໍ່ໄດ້ເຮັດໃຫ້ທ້າວສູເວີຍທໍ້ຖອຍໃຈ, ຜູ້ທີ່ຮູ້ຈັກລາວໃຜໆກໍຮູ້ສຶກເຖິງຄວາມເຫັນໄປໃນແງ່ດີ, ເຊື່ອໝັ້ນຕົນເອງ, ທັງບຸກບືນກ້າວໜ້າຂອງລາວໃນທຸກເວລາ. ເມື່ອຫາກໍເຂົ້າຮຽນໃນມະຫາວິທະຍາໄລໃນປີ 2002, ທ້າວສູເວີຍກໍໄດ້ຮ້ອງຂໍເງິນກູ້ເງິນທຶນສຶກສາຂອງລັດຕໍ່ຝ່າຍໂຮງຮຽນ, ແລ້ວໄດ້ກູ້ເງິນຄ່າຮຽນຂອງທັງໝົດ 4 ປີອອກມາ. ເມື່ອແກ້ໄຂບັນຫາຄ່າຮຽນແລ້ວ, ລາວເລີ່ມໄປຫາວຽກເຮັດ, ຫາເງິນມາເປັນຄ່າຄອງຊີບ. ເພື່ອຊອກຫາວຽກງານສອນພິເສດ, ລາວເຄີຍຖືປ້າຍທີ່ຂຽນຕົວໜັງສືຈີນວ່າ"ເຈ່ຍຈ້ຽວ"ແປວ່າ"ສອນພິເສດ", ແລ້ວຢືນຢູ່ໃນລົມໜາວຕັ້ງຫຼາຍຊົ່ວໂມງ. ຍ້ອນລາວສອນຢ່າງໝົດຈິດໝົດໃຈ, ນັກຮຽນທີ່ລາວສອນນັ້ນ ຜົນການຮຽນໄດ້ຍົກສູງຂຶ້ນໄວຫຼາຍ, ສະນັ້ນ, ພໍ່ແມ່ຂອງນັກຮຽນທີ່ຫາລາວໄປສອນເດັກນ້ອຍນັ້ນຫຼາຍທີ່ສຸດ, ຍາມຫຼາຍທີ່ສຸດລາວເຄີຍສອນ 3 ຄົນພ້ອມກັນ. ມີພໍ່ແມ່ຂອງນັກຮຽນບາງຄົນຢາກເພີ່ມຄ່າສອນໃຫ້ລາວ, ແຕ່ທ້າວສູເວີຍພັດຍຶດໝັ້ນເອົາແຕ່ 10 ຢວນຕໍ່ຊົ່ວໂມງເທົ່ານັ້ນ. ໃນເວລາຮຽນຢູ່ມະຫາວິທະຍາໄລເປັນເວລາ 3 ປີປາຍ, ການກິນ ການນຸ່ງແລະການໃຊ້ຂອງທ້າວສູເວີຍແມ່ນງ່າຍດາຍທີ່ສຸດ. ແຕ່ວ່າ, ເມື່ອວິທະຍາໄລຢາກໃຫ້ເງິນຊ່ອຍຄວາມຫຍຸ້ງຍາກແກ່ລາວໃນທ້າຍພາກຮຽນທຳອິດນັ້ນ, ທ້າວສູເວີຍພັດປະຕິເສດ. ລາວຂໍໃຫ້ອາຈານເອົາເງິນກ້ອນນີ້ໃຫ້ນັກສຶກສາທີ່ຕ້ອງການຊ່ອຍເຫຼືອຫຼາຍກວ່ານັ້ນ, ແຕ່ນັ້ນມາ, ລາວກໍບໍ່ເຄີຍຮ້ອງຂໍເງິນຊ່ອຍເຫຼືອຄວາມຫຍຸ້ງຍາກໃດໆອີກ.
ຜົນການຮຽນຂອງທ້າວສູເວີຍໄດ້ນຳໜ້າໃນຫ້ອງຮຽນຕະຫຼອດມາ, ໃນເວລາເຂົ້າຮຽນ, ລາວມັກນັ່ງຢູ່ບ່ອນດຽວຂອງແຖວໜ້າ, ຕັ້ງໃຈຟັງແລະຈົດທຸກຄຳຂອງອາຈານ. ເມື່ອອາຈານຕັ້ງຄຳຖາມໃຫ້ນັກຮຽນຕອບ, ລາວກໍມັກຍົກມືຕອບ. ເລີກຮຽນແລ້ວ, ລາວກໍ ໄປຫໍສະໝຸດ, ຢືມຫົວຂໍ້ແລະເອກະສານທີ່ກ່ຽວຂ້ອງກັບການຮຽນມາອ່ານ. ການບ້ານຂອງລາວກໍຕ່າງກັບນັກສຶກສາອື່ນໆ, ຫົວຂໍ້ອັນດຽວກັນ, ລາວມັກຊອກຫາຫຼາຍວິທີແກ້.
ທ້າວສູເວີຍບໍ່ພຽງແຕ່ເປັນຄົນຮຽນເກັ່ງເທົ່ານັ້ນ, ຍັງມັກຊ່ອຍຜູ້ອື່ນອີກ, ນີ້ແມ່ນໃຜໆກໍຮູ້ກັນໝົດ. ໝູ່ຮຽນຜູ້ໃດມີບັນຫາກໍມັກໄປຫາລາວ, ໂດຍສະເພາະແມ່ນໃນເວລາໃກ້ຈະສອບເສັງ, ປື້ນບັນທຶກຂອງລາວໄດ້ກາຍເປັນເອກະສານທີ່ໝູ່ຮຽນທັງຫຼາຍມັກທີ່ສຸດ. ໝູ່ຮຽນມີບັນຫາຖາມລາວ, ລາວກໍຈະວາງປື້ມໃນມືລົງ, ແລ້ວຕອບຢ່າງພຽນໃຈ. ໃນສາຍຕາຂອງອາຈານແລະໝູ່ຮຽນທັງຫຼາຍ, ທ້າວສູເວີຍເປັນຄົນຊື່ສັດ, ຖ່ອມຕົວ, ສ້າງຕົນໃຫ້ເຂັ້ມແຂງ, ແລະເຊື່ອໝັ້ນຕົນເອງ. ໃນຫຼາຍປີມານີ້, ທ້າວສູເວີຍໄດ້ຮັບທຶນສຶກສາຊັ້ນໜຶ່ງຂອງໂຮງຮຽນຫຼາຍເທື່ອແລະລາງວັນແຂ່ງຂັນປະດິດສ້າງວິທະຍາສາດເຕັນນິກຫຼາຍລາຍ.
ພາຍຫຼັງກອບກູ້ຄົນຢູ່ໜອງປ້າງແລ້ວ, ທ້າວສູເວີຍພັດບໍ່ເຫັນວ່າຕົນເອງໄດ້ເຮັດເລື່ອງໃຫຍ່ເລື່ອງໜຶ່ງ. ເມື່ອມີຄົນຖາມເຖິງເລື່ອງນີ້, ລາວກໍບໍ່ຢາກເວົ້າຫຼາຍ. ແຕ່ວ່າ, ເມື່ອລົມເຖິງອະນາຄົດຂອງຕົນ, ທ້າວສູເວີຍພັດເວົ້າຢ່າງບໍ່ເຫືອດປາກ. ລາວເວົ້າວ່າ, ລາວຈະສືບຕໍ່ຮຽນຊັ້ນປະລິນຍາໂທ, ເຮັດໃຫ້ອົງປະກອບຄວາມຮູ້ຂອງຕົນດີຂຶ້ນ, ເພື່ອປະກອບສ່ວນເຂົ້າໃນຄວາມກ້າວໜ້າຂອງວິທະຍາສາດເຕັກນິກຂອງປະເທດຊາດໃນອະນາຄົດ. 1 2
|
|
|