ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-29 14:55:38    
ຈີນ​ອາ​ຊຽນ​ຈັດ​ການ​ເຄື່ອນ​ໄຫວ​ການ​ທ່ອງ​ທ່ຽວ​ມິດ​ຕະ​ພາບ​ຈີນ​ອາ​ຊຽນ​ເພື່ອ​ລະ​ລຶກ​ຈີນ​ອາ​ຊຽນ​ສ້າງ​ການ​ພົວ​ພັນ​ຄູ່​ຂາ​ສົນ​ທະ​ນາ​ຄົບ​ຮອບ 15 ປີ

cri Author: sayvanny

ປີ​ນີ້​ແມ່ນ​ປີ​ໄມຕີ​ຈິດ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນ.ສະ​ມາ​ຄົມ​ປະ​ຊາ ຊົນ​ຈີນ​ເພື່ອ​ມິດ​ຕະ​ພາບ​ກັບ​ຕ່າງ​ປະ​ເທດ​​ກັບ​ສະມາຄົມ​ຈີນ​ອາ​ຊຽນຈະ​ຈັດການ​ເຄື່ອນ​ໄຫວ​ສະ​ເຫລີມ​ສະ​ຫລອງ​ແລະ​ລະ​ລຶກ​ຢ່າງ​ເປັນລະບົບ.ໃນນັ້ນ, ກໍ່​ມີ​ການ​ເຄື່ອນ​ໄຫວ​ຂະ​ຫນາດ​ໃຫຍ່​ທີ່​ຊື່ວ່າ:ການທ່ອງທ່ຽວ​ມິດ ຕະພາບ​ຈີນ​ອາ​ຊຽນປີ 2006 .

ການ​ທ່ອງ​ທ່ຽວ​ມິດ​ຕະ​ພາບ​ຈີນ​ອາ​ຊຽນປີ 2006 ​ແມ່ນ​ຫນຶ່ງ​ໃນ​ບັນດາ​ການເຄື່ອນ​ໄຫວ​ລະ​ລຶກ​ຂະ​ຫນາດ​ໃຫຍ່​ເພື່ອ​ສະ​ເຫລີມ​ສະ​ຫລອງ​ຈີນ​ອາ​ຊຽນ ສ້າງ​ການ​ພົວພັນ​ຄູ່​ຂາ​ສົນທະນາ​ຄົບຮອບ 15 ປີ​ແລະປີ​ໄມຕີ​ຈິດຮ່ວມ​ມື​ລະຫວ່າງ​ຈີນ​ອາ​ຊຽນ,​ເຊິ່ງ​ແມ່ນ​ສະມາຄົມ​ປະຊາຊົນ​ຈີນ​ເພື່ອ​ມິດ​ຕະ​ພາບ​ກັບ​ຕ່າງປະ​ເທດ​ແລະສະມາຄົມ​ຈີນ​ອາ​ຊຽນ​ເປັນ​ຜູ່​ລິ​ເລີ່​ມ,​ແລະ​ຈະ​ດຳ​ເນີນ​ໃນ​ທ້າຍ​ເດືອນ​ຕຸລາ​ປີ​ນີ້,ບຸກຄົນ​ຜູ່​ມີ​ໄມຕີ​ຈິດ​​ໃນ​ວົງ​ການ​ຕ່າງໆ ນັກ​ຖ່າຍຮູບ​ແລະ​ສິນລະປິນ​ຂອງ​ຈີນ​ຈະ​ຂັບ​ລົດຈາກ​ປັກ​ກິ່ງໄປ​ຫວຽດນາມ ລາວ ມຽນມາ ​ໄທ ກຳປູ​ເຈຍ ມາ​ເລ​ເຊຍ​ແລະ​ສິງກະ​ໂປ,​ໃນ​ກາງ​ທາງຈະ​ຈັດງານ​ວາງສະ​ແດງ​ຮູບ​ຖ່າຍ​ຈີນ​ໃນ​ຊູ່​ມື້​ນີ້​ຢູ່​ບັນດາ​ປະ​ເທດ, ​ສຸດ​ທ້າຍ​ຈະ​ຈັດ​ງານ​ວາງສະ​ແດງ​ຮູບ​ຖ່າຍ​ຂະ ຫນາດ​ໃຫຍ່​ທີ່​ໃສ່​ຊື່ວ່າ:ການ​ທ່ອງ​ທ່ຽວ​ມິດຕະພາບ​ຈີນ​ອາ​ຊຽນຢູ່​ສິງກະ​ໂປ.

​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວິ​ທະ​ຍຸ CRI,ທ່ານ​ວາງ​ຢຸດ​ເຈີ ຮອງ​ປະທານ​ສະ​ມາ​ຄົມ​ປະ​ຊາ​ຊົນ​ຈີນ​ເພື່ອ​ມິດ​ຕະ​ພາບ​ກັບ​ຕ່າງ​ປະ​ເທດ​ເວົ້າ​ວ່າ:

ອີງ​ຕາມ​ຄວາມ​ຮັບ​ຮູ້​ຄື​ກັນ​ທີ່ກ້າວ​ເຖິງ​ຂັ້ນ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ຈີນ​ອາ​ຊຽນຄັ້ງທີ 9 ​ໃນ​ປີ 2005 ກ່ຽວ​ກັບ​ຈີນ​ກັບ​ອາ​ຊຽນ​ຈັດ​ການ​ເຄື່ອນ​ໄຫວ​ລະ​ລຶກ ສອງ​ຝ່າຍ​ສ້າງ​ການ​ພົວພັນ​ສົນທະນາ​ຄົບ​ຮອບ 15 ປີ​ໃນ​ປີ 2006 ,ສະມາຄົມ​ປະຊາ​ຊົນ​ຈີນ​ເພື່ອ​ມິດ​ຕະ​ພາບ​ກັບ​ຕ່າງ​ປະ​ເທດ​ກັບ​ສະມາຄົມ​ຈີນ​ອາ​ຊຽນ​ໄດ້ພ້ອມ​ກັນ​ລິ​ເລີ່ມ​ຈັດການ​ທ່ອງ​ທ່ຽວ​ມິດ​ຕະ​ພາບ​ຈີນ​ອາຊຽນ.ຈຸດປະສົງ​ແມ່ນ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ແລະ​ການ​ຮ່ວມ​ມື​ກັບ​ອົງການບັນດາ​ປະ​ເທດ​ອາ​ຊຽນ​ເພື່ອ​ມິດ​ຕະ​ພາບ​ກັບ​ຈີນ, ຊຸກ​ຍູ້​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ຈີນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ, ຊຸກ​ຍູ້​ການ​ພົວພັນ​ຄູ່​ຂາ​ຍຸດ​ທະ​ສາດ​ລະຫວ່າງ​ຈີນ​ອາ​ຊຽນຕື່ມ​ອີກ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ຈາກ​ຝ່າຍປະຊາຊົນ,ບັນລຸ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ພ້ອມ​ກັນ​ຂອງ​ພາກ​ພື້ນ​​ແຫ່ງ​ນີ້.

​ການຂະຫຍາຍ​ການ​ຮ່ວມ​ມື​ແລະ​ມິດຕະພາບ​ຖານ​ບ້ານ​​ໃກ້​ເຮືອນ​ຄຽງ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ, ປົກ​ປັກ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ອ້ອມ​ຂ້າງ​ທີ່​ຫມັ້ນ​ທ່ຽງ,​ແມ່ນ​ນະ​ໂຍບາຍ​ເດັດດ່ຽວ​ຫນຽວ​ແຫນ້ນ​ຂອງ​ລັດ​ຖະ​ບານ​ຈີນ.​ໃນ 15 ປີ​ທີ່​ຈີນ​ກັບ​ອາ​ຊຽນສ້າງ​ການ​ພົວ​ພັນ​ສົນ​ທະ​ນາ​ກັນ, ການ​ພົວພັນ​ທາງ​ການ​ເມືອງ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນນັບ​ມື້​ນັບ​ແຫນ້ນ​ແຟ້ນ​ຂຶ້ນ, ການ​ຮ່ວມ​ມື​ດ້ານເສດ ຖະ​ກິດ​ການ​ຄ້າ​ໄດ້​ພັດ​ທະ​ນາ​ລົງ​ສູ່​ລວງ​ເລິກ.ຜູ່​ນຳ​ຈີນ​ອາ​ຊຽນ​ໄດ້​ຢ້ຽມຢາມ​ກັນ​ແລະ​ຕິດ​ຕໍ່​ພົວ​ພັນ​ກັນ​ຢ່າງ​ເຫນື່ອງ​ນິດ,​ໄດ້​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ອັນ​ໄດ້​ສ້າງ​ສະພາບ​ແວດ​ລ້ອມ​ການ​ເມືອງ​ທີ່​ມີ​ຜົນ​ດີ​ຕໍ່​​ການ​ຮ່ວມ​ມື​ຮອບດ້ານ, ຊຸກ​ຍູ້​ການ​ພົວພັນ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ກ້າວ​ໄປ​ຫນ້າ.​ໃນ​ດ້ານ​ເສດ​ຖະ​ກິດ,ຍອດ​ມູນ​ຄ່າ​ການ​ຄ້າລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ລື່ນ​ກາຍ 100 ຕື້​ໂດ​ລາ​ສະ​ຫະ​ລັດ,ອາ​ຊຽນ ກາຍ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ທີ​ຫ້າ​ຂອງ​ຈີນ.ປີ 2002, ຈີນ​ອາ​ຊຽນ​ໄດ້​​ເລີ່​ມ​ສ້າງ​​ເຂດ​ການ​ຄ້າ​ເສລີ​ຈີນ​ອາຊຽນຢ່າງ​ເປັນ​ທາງ​ການ,ນີ້​ເປັນ​ຂີດ​ຫມາຍ​ສະ​ແດງ​ໃຫ​ເຫັນ​ວ່າ,ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ເຂົ້າສູ່​ໄລຍະ​ປະຫວັດສາດ​ໃຫມ່​ອ່ຽມ,ທັງ​ໄດ້​ສ້າງ​ພື້ນຖານ​ອັນ​ຫມັ້ນ​ແກ່ນ​ໃຫ້​ແກ່​ຈີນ​ກັບ​ອາ​ຊຽນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຕື່ມ​ອີກ.ປີ 2003,ຈີນ​ກັບ​ອາ​ຊຽນ​ໄດ້​ສ້າງ​ການ​ພົວພັນ​ຄູ່​ຂາ​ຍຸດ​ທະ​ສາດ​ທີ່​ອ່ວຍ​ຫນ້າ​ໄປ​ສູ່​ສັນຕິພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ, ກາຍ​ເປັນ​ຄູ່​ຂາ​ຍຸດ​ທະ​ສາດຜູ່​ທີ​ຫນຶ່ງ​ຂອງ​ອາ​ຊຽນ, ​ນີ້​ເປັນ​ເຄື່ອງຫມາຍ​ສະ​ແດງ​ໃຫ້​ເຫັນ​ວ່າການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ໄດ້​ກ້າວຂຶ້ນ​ຂັ້ນ​ໃດ​ຫ​ໃມ່.

ການ​ເຄື່ອນ​ໄຫວ​ເທື່ອ​ນີ້​ແມ່ນ​ບໍລິສັດ​ທຽນ​ເອີ​ຈີນທ່ອງທ່ຽວ​ສາກົນແລະ​ສະມາຄົມ​ຖ່າຍຮູບ​ສິນລະປະກຳ​ຈີນ​ເປັນ​ຜູ່​​ຈັດ.​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ CRI,ທ່ານ​ໂຈ່ວ​ໂກ​ມິ​ງ ຜູ່​ອຳນວຍ​ການ​ໃຫຍ່​ຂອງ​ບໍລິສັດທຽນ​ເອີ​ຈີນ ທ່ອງທ່ຽວ​ສາກົນ​​ໄດ້​ແນະນຳ​ການ​ເຄື່ອນ​ໄຫວ​ເທື່ອ​ນີ້​ຢ່າງ​ລະອຽດ.ທ່ານ​ເວົ້າວ່າ:

1  2