ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-05 09:36:46    
ຕະ​ຫລາດ​ອາ​ຊຽນ​ດຶງ​ດູດ​ທຶນ​ຮົງ​ກົງ​ເຂົ້າ​ສູ່​ເຂດ​ກວາງ​ຊີ​ຈີນ

cri Author: sayvanny

ຄະນະ​ຜູ່​ແທນ​ຮົງ​ກົງ​ທີ່​ນຳ​ພາ​ໂດຍ​ທ່ານ​ເຈິ່ງ​ອິ່ນ​ຊວນ ຜູ່​ວ່າການ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ຈະ​ຢ້ຽມຢາມ​ເຂດ​ກວາງຊີ​ເຜົ່າ​ຈວ້າງປົກ​ຄອງ​ຕົນ​ເອງ​ທີ່​ຕັ້ງຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ໃນ​ໄວໆ​ນີ້,​ເຂດ​ກວາງຊີ​ຢູ່​ຂ​ເດ​ຕິດ​ກັບ​ອາ​ຊຽນ​ໃນ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ໄດ້​ຮັບ​ຄວາມ​ສົນ​ໃຈ​ສູງ​ຈາກ​ຊາວ​ຮົງ​ກົງ​ຢ່າງ​ບໍ່​ເຄີຍ​ມີ​ມາ​ກ່ອນ.

ທ່ານ​ເຈິ່ງ​ອິ່ນ​ຊວນ ຜູ່​ວ່າການ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ຈະ​ນຳ​ພາ​ເຈົ້າ​ຫນ້າ​ທີ່​ອົງ​ການ​ປົກຄອງ​ເຂດ​ພິ​ເສດ​ຮົງ​ກົງ​ແລະ​ບຸກຄົນ​ຜູ່​ມີ​ຊື່​ສຽງ​ໃນ​ວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຮົງ​ກົງ,ລວມທັງ​ຫມົດ 80 ຄົນ​ໄປ​ຢ້ຽມຢາມ​ເຂດ​ກວາງຊີ.

ຕາມ​ຊາບ​ວ່າດ ກ່ຽວ​ກັບ​ທ່ານ​ເຈິ່ງ​ອິ່ນ​ຊວນ​ຢ້ຽມຢາມ​ເຂດ​ກວາງຊີ​ເທື່ອ​ນີ້, ຢູ່​ໃນ​ວົງ​ການ​ການ​ຄ້າ​ຮົງ​ກົງ​ໄດ້​ເກີດ​ມີ​ການ​ປະຕິກິລິຍາ​ຮຸນ​ແຮງ​ກວ່າ​ຫມູ່,ສີ່​ສະພາ​ການ​ຄ້າ​ໃຫຍ່​ຂອງ​ຮົງ​ກົງ​ໄດ້​ແຕ່ງ​ຜູ່​ແທນ​ເຂົ້າຮ່ວມ​ຄະນະ​ຜູ່​ແທນ​ດັ່ງກ່າວ.ຄະນະ​ຜູ່​ແທນ​ດັ່ງກ່າວ​ປະກອບ​ດ້ວຍ 80 ຄົນ,​ໄດ້​ມີ​ຄົນ​ສະ​ເຫ​ນີຊື່​ເຕັມ​ຫມົດ​ແລ້ວ,ຍັງ​ມີ​ອີກ 20 ກວ່າ​ຄົນ​ຢູ່​ໃນ​ບັນຊີ​ສຳຮອງ.

​ເປັນ​ຫຍັງ​ທ່ານ​ເຈິ່ງ​ອິ່ນ​ຊວນ​ຢ້ຽມຢາມ​ກວາງຊີ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຫລາຍ​ປານ​ນີ້​ຈາກ​ວົງ​ການ​ການຄ້າຮົງ​ກົງ.​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ CRI ທາງ​ໂທລະສັບ,ທ່ານ​ຖາງ​ຢົງ​ຈູ​ນ ຫົວຫນ້າ​ວິທະຍາຄານ​ການ​ຄ້າ​ມະຫາວິທະຍາ​ໄລ​ກວາງຊີ​​ເວົ້າວ່າ,​ໃນ 20 ປີ​ຂອງ​ການ​ໄຂ​ປະຕູ​ສູ່​ພາຍ​ນອກ, ຂະ​ແຫນງ​ການ​ຜະລິດ​ຂອງ​ຮົງ​ກົງຫັນ​ມາ​ສູ່​ເຂດ​ສາມຫລ່ຽມ​ປາກ​ແມ່ນ້ຳຈູ່ ຈ່ຽງທີ່​ໃກ້​ກັບ​ຮົງ​ກົງ,​ໄດ້​ຮັບ​ປະສິດທິ​ຜົນ​ທາງ​ດ້ານ​ການ​ລົງທຶນ​ຢ່າງ​ມະຫາ ສານ, ຂະ​ແຫນງ​ການ​ບໍລິການ​ຂອງ​ຮົງ​ກົງ​ກໍ່​ໄດ້​ພັດທະນາ​ຢ່າງ​ໃຫຍ່​ຫລວງ.​ແຕ່​ໃນ​ໄລຍະ​ທີ່​ການ​ຮ່ວມ​ມື​ໃນ​ເຂດ​ປານ​ແມ່​ນ້ຳ​ຈູ່​ຈ່ຽງ​ຂະ​ຫຍາຍ​ຕົວ​ຢ່າງ​ວ່ອງ​ໄວ,ຮົງ​ກົງ​ກໍ່​ປະ​ເຊີນ​ກັບ​ໂອກາດ​ແລະ​ສິ່ງ​ທ້າ​ທາຍ​ອັນ​ໃຫມ່, ຕ້ອງ​ການ​ຊອກ​ຫາ​ຊ່ອງ​ຫວ່າງ​ຮ່ວມ​ມື​ອັນ​ໃຫມ່.ສະນັ້ນ, ​ເຂດ​ກວາງຊີ​ທີ່​ໃກ້​ກັບ​ຮົງ​ກົງ, ທັງ​ອວ່າຍ​ຫນ້າ​ໄປ​ສູ່​ຕະ​ຫລາດ​ອາ​ຊຽນ​ນັ້ນ​ກໍ່​ກາຍ​ເປັນ​ການ​ເລືອກ​ເອົາ​ອັນ​ດັບ​ຫນຶ່ງ​ຂອງ​ຮົງ​ກົງ.ທ່ານ​ເວົ້າວ່າ:

ຍ້ອນ​ວ່າ​ຮູບ​ແບບ​ການ​ຮ່ວມ​ມື​ລະຫວ່າງ​ຮົງ​ກົງ​ກັບ​ກວາງ​ຕຸ້ງ​ໃນ​ກ່ອນ​ຫນ້າ​ນີ້​ຂ້ອນ​ຂ້າງ​ສຳ​ເລັດ​ຜົນ.ກ້າວ​ຕໍ່​ໄປ ຜ່ານ​ການ​ຮ໋ວມມື​ກັບ​ກວາງຊີ,ຮົງ​ກົງ​ຈະ​ເປີດ​ກວ້າງ​ເຂດ​ແຄວ້ນ​ຂອງ​ຮູບ​ແບບ​ການ​ຮ່ວມ​ມື​ດັ່ງກ່າວ,​ແລະ​ຂະຫຍາຍ​ໄປ​ຮອດ​ອາ​ຊຽນ.

1  2