ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-05 15:27:58    
ລົມ​ເລື່ອງ​ຈີນ​ໄດ້​ປຽບ​ດຸນ​ການ​ຄ້າ​ກັບ​ອາ​ເມ​ລິ​ກາ(ສຽງ)

cri

ຫວ່າງ​ມໍ່ໆ​ນີ້,ພວກ​​ເຮົາ​ໄດ້​ຮັບ​ຈົດ​ໝາຍ​ຂອງ​ທ່ານ​ເລັ່ງຊົ່ງ ນະ​ວົງ​ໄຊທີ່ຢູ່​ບ້ານ​ພູ​ປ່າ​ມັນ ​ເມືອງ​ຮົ່ມ ​ແຂວງ​ວຽງ​ຈັນ.​ໃນ​ຈົດໝາຍ​ຂອງ​ທ່ານ​ຂຽນ​ວ່າ,ຫວ່າງ​ມໍ່ໆ​ນີ້,ທ່ານ​ໄດ້​ຮູ້​ຂ່າວ​ກ່ຽວ​ກັບ​ຈີນ​ໄດ້​ປຽບດຸນ​ການ​ຄ້າກັບອາ​ເມ​ລິ​ກາ,​ແລະ​ໄດ້​ປະກອບ​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ຕົນ​ແລະວິ​ເຄາະເລື່ອງ​ນີ້.​ໃນ​ລາຍການ​ເພື່ອນ​ມິດ​ຜູ້​ຟັງ​ພາກ​ນີ້,ພວກ​ເຮົາ​ຈະ​ຄັດ​ເອົາ​ບາງ​ຕອນໃນ​ຈົດໝາຍ​ຂອງ​ທ່ານ​ເລັ່ງຊົ່ງ ນະ​ວົງ​ໄຊມາ​ອ່ານສູ່​ທ່ານ​ຟັງ,​ແລະ​​ຂໍ​ແນະນຳ​ສະພາບ​ການຄ້າ​ລະຫວ່າງ​ຈີນກັບ​ອາ​ເມ​ລິ​ກາ​ໃນ​ໄລຍະ​ປະຈຸ​ບັນ.

ໃນ​ຈົດໝາຍ​,ທ່ານ​ເລັ່ງຊົ່ງ ນະ​ວົງ​ໄຊຂຽນ​ວ່າ: ​ໃນ​ມໍ່ໆ​ມາ​ນີ້,​ຂ້າ​ພະ​ເຈົ້າ​ໄດ້​ຊາບ​ຂ່າວ​ກ່ຽວ​ກັບປະ​ເທດ​ຈີນ​ສາມາດ​ໄດ້​ປຽບດຸນການ​ຄ້າ​ກັບ​ອາ​ເມ​ລິ​ກາ​ສ້າງຄວາມ​ບໍ່ພໍ​ໃຈ​ຕໍ່​ຊື່​ມວນ​ຊົນ​ອາ​ເມ​ລິ​ກາ,​ແຕ່​ກົງ​ກັນ​ຂ້າມ,ນີ້​ແມ່ນ​ຂ່າວ​ທີ່​ກະຕືລື​ລົ້ນ​ສ້າງ​ຄວາມ​ພໍ​ໃຈ​ໄປ​ໃນ​ທົ່ວ​ອາຊີ​,​ແມ່ນ​ຂີດ​ໝາຍ​ອັນ​ສຳຄັນ​ສະ​ແດງ​​ເຖິງ​ຄວາມ​ຍິ່ງ​ໃຫຍ່​ເຂັ້ມ​ແຂງ​ຂອງ​ອາຊີ​ໂດຍ​ລວມ​,ໂດຍ​ສະ​ເພາະ​ແມ່ນ​ຊາວ​ຈີນ.     ຂ້າພະ​ເຈົ້າ​ຄິດ​ວ່າ​ນັບ​ແຕ່​ມື້​ນີ້​ເປັນ​ຕົ້ນ​ໄປ​ຈີ​ນຈະ​ໄດ້​ປຽບທາງ​ການ​ຄ້າ​ກັບ​ອາ​ເມ​ລິ​ກາ​ຕະຫຼອດ​ໄປ​ໂດຍ​ອາ​ເມ​ລິ​ກາ​ບໍ່​ມີ​ທາ​ງຢັບຢັ້ງ​ໄດ້​ເລີຍ​ ຖ້າ​ຫາກ​ໂລກ​ຍັງ​​ເປີດ​ການ​ຄ້າ​ເສລີ​ຄື​ປະຈຸ​ບັນ,​ເຫດຜົນ​ກໍ່​ມີ​ຢູ່​ວ່າ:    

1.ອາ​ເມ​ລິ​ກາ​ເປັນ​ປະ​ເທດ​ທີ່​ຈະ​ເລີ​ນທາງ​ດ້ານ​ເສດຖະກິດ​,ປະຊາກອນ​ສ່ວນ​ຫຼາຍ​ແມ່ນ​ມີ​ຊີວິດ​ການ​ເປັນ​ຢູ່​ທີ່​ດີ​ເຊິ່ງ​ເຂົາ​ເຈົ້າ​ບໍ່​ຍອມ​ທີ່​ຈະ​ເປັນ​ຄົນ​ຮັບ​ໃຊ້​ຂອງ​ຄົນ​ຈີນ​,ສະ​ນັ້ນ,ວຽກ​ກ່ຽວ​ກັບ​ການ​ບໍລິການ​ແມ່ນ​ອາ​ເມ​ລິ​ກາ​ບໍ່​ມີ​ທາງ​ເຂົ້າ​ຕະຫຼາດ​ຈີນ​ໄດ້.

2.​ເນື່ອງ​ຈາກ​ປະຊາກອນ​ອາ​ເມ​ລິ​ກາ​ມີ​ຊີ​ວິການ​ເປັນ​ຢູ່​ທີ່​ດີ,ສະ​ນັ້ນ​ຄ່າ​ຈ້າງ​ແຮງ​ງານ​ຕ້ອງ​ແພງ​,ຈຶ່ງ​ເຮັດ​ໃຫ້​ເອກະ​ຊົນ​ຂອງ​ອາ​ເມ​ລິ​ກາ​ຫັນ​ມາ​ຈ້າງ​ແຮງ​ງານ​ຕ່າງປະ​ເທດ​,ເພາະ​ຄ່າ​ຈ້າງ​ຖືກ​ກວ່າ.    

3.ສ່ວນ​ທຸລະ​ກິດ​ຂອງ​ລັດຖະບານ​ອາ​ເມ​ລິ​ກາຫຼືຂອງ​ເອກະ​ຊົນ​ອາ​ເມ​ລິ​ກາ​ທີ່​ຈ້າງ​ແຮງ​ງານ​ພາຍ​ໃນ​ປະ​ເທດ​ນັ້ນ​ຕ້ອງ​ໄດ້​ຈ້າງ​ແພງ​ກວ່າ​,ສະ​ນັ້ນ,​ເມື່ອ​ຂາຍ​ສິນຄ້າ​ຫືຼ​ໃຫ້​ແຂ​ກມາ​ໃຊ້​ບໍລິການ​ນັ້ນ​ຕ້ອງ​ລາຄາ​ແພງ​ອີກ​,ຕົວ​ຢ່າງ:ສາຍ​ການບິນ​ປັກ​ກິ່ງ​-ອາ​ເມ​ລິ​ກາ​ຫຼື​ສາຍ​ການບິນ​ອື່ນໆ​ທີ່​ມີທັງຍົນ​ອາ​ເມ​ລິ​ກາ​ແລະ​ຍົນ​ຈີນ​ນັ້ນ.ບໍ່​ວ່າ​ຄົນ​ຈີນ​ຫຼື​ຄົນ​ຕ່າງປະ​ເທດ​ກໍ່​ຕ້ອງ​ໃຊ້​ບໍລິການ​ສາຍ​ການບິນ​ຈີນ​ຫຼາຍ​ກວ່າ,​ເພາະວ່າ​ລາຄາຖື​ກກວ່າ,​ເນື່ອງ​ຈາກ​ຕົ້ນ​ທຶນ​ຈ້າງ​ແຮງ​ງານ​ທີ່​ບໍ​ລິ​ການ​ໃນ​ຍົນ​ນັ້ນ​ຖືກ​ກວ່າ,ຖ້າ​ອາ​ເມ​ລິ​ກາ​ຈະ​ຫຼຸດ​ລາຄາ​ປີ້​ຍົນ​ໃຫ້​ຢູ່​ໃນ​ລະດັບ​ປີ້ຍົນ​ຈີນ​ນັ້ນ,ກໍ່​ຈະ​ມີ​ກຳ​ໄລ​ໜ້ອຍ​ຫຼື​ບາງ​ເທື່ອ​ບໍ່​ມີ​ກຳ​ໄລ​ກໍ່​ເປັນ​ໄດ້​,​ເນື່ອງ​ຈາກ​ຈ້າງ​ແຮງ​ງານ​ໃນ​ຍົນ​ແພງ​ກວ່າ​,ສະ​ນັ້ນ,ຈຸດ​ນີ້​ອາ​ເມ​ລິ​ກາ​ກໍ່​ໂຈະ​ຕະຫຼາດ​ຈີນ​ບໍ່​ໄດ້​ແລະ​ບໍ່​ສາມາດ​ແຂ່ງ​ກັບ​ຈີນ​ໄດ້.    

4.ສິນຄ້າ​ປະ​ເພດອຸປະ​ໂພ​ກບໍລິ​ໂພ​ກ​ແມ່ນ​ຊາວ​ຈີນມີ​ນິດ​ໄສ​ນິຍົມ​ຂອງ​ຊາດ​ຕົນ​ຫຼາຍ​ກວ່າ​ຂອງ​ຕ່າງປະ​ເທດ,​ເພາະວ່າ​ລາຄາ​ຖືກ​ກວ່າ​,​ເຊິ່ງ​ເຮັດ​​ໃຫ້​ເງິນຕາ​ບໍ່​ຮົ່ວ​ໄຫຼ​ອາ​ເມລິ​ກາ​ກໍ່​ບໍ່​ສາມາດ​ໂຈະ​ຕະຫຼາດ.    

5.ຈີນ​ຈະ​ຊື້​ສິນຄ້າ​ຈາກ​ຕ່າງປະ​ເທດ​ກໍ່​ຕໍ່​ເມື່ອ​ຢູ່​ຈີນ​ບໍ່​ມີຫຼືມີ​ຈຳນວນ​ຈຳ​ກັດ,​ເຊັ່ນ,ວັດຖຸ​ດິບ​ປະ​ເພດ​ຕ່າງໆ,​ເພື່ອ​ປ້ອນ​ໂຮງງານ​ແລະ​ນ້ຳມັນ​ເຊື້ອ​ໄຟ​ເປັນ​ສ່ວນ​ໃຫຍ່,​ແຕ່​ສິນຄ້າ​ທີ່​ຈີນ​ຕ້ອງການ​ນັ້ນ,ອາ​ເມ​ລິ​ກາ​ພັດ​ບໍ່​ມີ.

ຂອບ​ໃຈ​ທ່ານ​ເລັ່ງຊົ່ງ ນະ​ວົງ​ໄຊ​ທີ່​ຂຽນ​ຈົດໝາຍ​ມາ​ປະກອບ​ຄຳ​ຄິດຄຳ​ເຫັນ​ຂອງ​ຕົນ​,ຕໍ່​ໄປ​ພວກ​ເຮົາ​ຂໍ​ເລົ່າ​ສະພາບ​ບາງ​ຢ່າງ​ກ່ຽວ​ກັບ​ການ​ຄ້າ​ຈີນອາ​ເມ​ລິ​ກາ​ສູ່​ທ່ານ​ຟັງ.
ປີ 2005,ຈີນ​ໄດ້​ປຽບ​ດຸນ​ການ​ຄ້າ​ກັບ​ອາ​ເມ​ລິ​ກາ​ເຖິງ 114 ຕື້ 197 ລ້ານ​ໂດ​ລາ​ສະຫະລັດ.

ສະມາຊິກ​ລັດຖະສະພາ​ບາງ​ຄົນຂອງ​ອາ​ເມ​ລິ​ກາຕິຕຽນ​ວ່ານະ​ໂຍບາຍ​ການ​ຄ້າ​ຕໍ່​ຈີນຂອງ​ລັດຖະບານ​ບຸ​ສ​​ໄດ້​ລົ້ມ​ແຫຼວ​ທັງ​ນັ້ນ.​​ໃຕ້​ກຳລັງ​ໜີບ​ດັ່ງກ່າວ, ຫ້ອງການ​ຕົວ​ແທນ​ການ​ຄ້າ​ອາ​ເມ​ລິ​ກາ​ໄດ້​ປະກາດ​ບົດ​ລາຍ​ງານ​ທີ່​ພາດ​ຫົວ​ເລື່ອງ​ວ່າ:"ການ​ພົວພັນ​ການ​ຄ້າ​ອາ​ເມ​ລິ​ກາ​ຈີນ:​ເຂົ້າ​ສູ່​ໄລຍະ​ໃໝ່​ທີ່​ມີໜ້າ​ທີ່​ຮັບຜິດຊອບ​ຫຼາຍກວ່າ​ເກົ່າ​ແລະ​ການ​ປະຕິບັດ​ກົດໝາຍ​",​ໂດຍຂ​ຽນ​ວ່າ,​​ໄດ້​ຮອດ​ເວລາ​ສັບ​ຊ້ອນ​ນະ​ໂຍບາຍ​ການ​ຄ້າ​ຕໍ່​ຈີນ​ ​ໃໝ່​​ແລ້ວ.

ໃນ​ຂະນະ​ດຽວ​ກັນ​ນີ້,​ກໍ​ມີ​ຂ່າວ​ແຈ້ງວ່າ,ອາ​ເມ​ລິ​ກາ​ຈະ​ສ້າງ​ອົງການ​ຈຳ​ເພາະ​ອົງການ​ໜຶ່ງ,​ເພື່ອຕິດ​ຕາມ​ກວດກາ​ສະພາບທີ່​ຈີນ​ເຄົາລົບ​ຂໍ້​ມາດຕາ​ການ​ຄ້າ​ສາກົນ.ຕາມ​​ໄດ້​ຊາບ,​ອາ​ເມ​ລິ​ກາ​​ແມ່ນ​ຕັ້ງຫ້ອງການ​ປະຕິບັດ​ງານ​ທີ່​ແນ​ໃສ່​ປະ​ເທດ​ທີ່​ກຳນົດ​ພິ​ເສດ​ເປັນ​ຄັ້ງ​ທຳ​ອິດ.
​ແຕ່​ທີ່​ຈິງ​ແລ້ວ,​ດຸນ​ການ​ຄ້າ​ໄດ້​ປຽບ​ກໍ່​ໄດ້​ນຳ​ເອົາ​ກຳລັງ​ໜີບ​ອັນ​ມະຫາສານມາ​ໃຫ້​ຈີນ.



1  2