ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-05 15:27:58    
ລົມ​ເລື່ອງ​ຈີນ​ໄດ້​ປຽບ​ດຸນ​ການ​ຄ້າ​ກັບ​ອາ​ເມ​ລິ​ກາ(ສຽງ)

cri

ໜຶ່ງ,ກໍ່ຄື​ກັບ​ທ່ານ​ອີ້​ສຽວ​ຈູ​ນ ຮອງ​ລັດຖະມົນຕີ​ກະຊວງ​ການ​ຄ້າ​ຈີນ​ເວົ້າ​ນັ້ນ​ວ່າ,ຂະ​ແໜງ​ການຜະລິດ​ຂອງ​ອາ​ເມ​ລິ​ກາ​ໄດ້​ຍ້າຍ​ມາຫາຈີນ​ຢ່າງ​ຫຼວງ​ຫຼາຍ,​ເຮັດ​ໃຫ້ການ​ຄ້າອາ​ເມ​ລິ​ກາ​​ກັບ​ຈີນ​ຂາ​ເຂົ້າ​ຫຼາຍ​ກວ່າ​ຂາ​ອອກຂ້ອນ​ຂ້າງ​ຫຼາຍ."ປີ 2005,ຍອດ​ມູນ​ຄ່າ​ການ​ຄ້າ​ຂາ​ອອກ​ຂອງ​ຈີນ​ມີ 58% ມາ​ຈາກ​ວິ​ສາ​ຫະກິດ​ທຶນ​ ​ຕ່າງປະ​ເທດ,ມູນ​ຄ່າ​ສຸດທິ​​ດຸນ​ການ​ຄ້າ​​ໄດ້​ປຽບຂອງ​ວິ​ສາ​ຫະກິດ​ທຶນ​ຕ່າງປະ​ເທດ​ມີ 84 ຕື້ 400 ລ້ານ​ໂດ​ລາ​ສະຫະລັດ,ກວມ​ຍອດ​ມູນ​ຄ່າ​ ​ດຸນ​ການ​ຄ້າ​​ໄດ້​ປຽບຂອງ​ຈີນ 83%,ຖ້າ​ຫັກ​ພາກສ່ວນ​ນີ້​ອອກ​ແລ້ວ,ມູນ​ຄ່າດຸນ​ການ​ຄ້າ​​ໄດ້​ປຽບຂອງ​ຈີນ​ມີ​ແຕ່ 17 ຕື້ 500 ລ້ານ​ໂດ​ລາ​ສະຫະລັດ​​ເທົ່າ​ນັ້ນ."

ສອງ,ຈີນ​ໄດ້​ເສຍຄ່າ​ຕອບ​ແທນ​ຢ່າງ​ໃຫຍ່​ຫຼວງ​ເພື່ອ​ຫຼຸດ​ຄວາມ​ຜິດ​​ໂຕນ​ກັນ​ໃຫ້​ໜ້ອຍ​ລົງ.​ເພື່ອ​ຫຼຸດ​ດຸນ​ການ​ຄ້າ​ໄດ້​ປຽບກັບ​ອາ​ເມ​ລິ​ກາ​ໃຫ້​ໜ້ອຍ​ລົງ,ຈີນ​ໄດ້​ນຳ​ເຂົ້າສິນ​ຄ້າຈາກ​ອາ​ເມ​ລິ​ກາ​ເພິ່ມຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.

ປີ2005,ມູນ​ຄ່າ​ສຸດທິ​ຂອງ​ດຸນ​ການ​ຄ້າ​ໄດ້​ປຽບ​ຂອງ​ວິ​ສາ​ຫະກິດ​ທຶນ​ຕ່າງປະ​ເທດກວມ 83% ຂອງ​ຍອດ​ມູນ​ຄ່າດຸນ​ການ​ຄ້າ​ໄດ້​ປຽບ​ຂອງ​ຈີນ,​ໃນ​ນັ້ນ,ສ່ວນຫຼາຍ​ແມ່ນ​ຍ້ອນ​ວິ​ສາ​ຫະກິດ​ທຶນຕ່າງປະ​ເທດມີ​ສິດທິ​ພົນລະ​ເມືອງ​ໃນ​ດ້ານ​ພາສີ​ອາກອນເປັນ​ຕົ້ນ.ຖ້າ​ບໍ່​ມີສິດທິ​​ພົນລະ​ເມືອງຊະນິດ​ນີ້,ມູນ​ຄ່າດຸນ​ການ​ຄ້າ​​ໄດ້​ປຽບ​ກໍຈະ​ຫຼຸດ​ໜ້ອຍ​ລົງຢ່າງ​ຫຼວງ​ຫຼາຍ​ແນ່ນອນ.​ເພາະວ່າ,​ໃນ​ຜົນ​ກຳ​ໄລ​ສ່ວນ​ໜຶ່ງທີ່​ຫຼາຍ​ສົມຄວນ​ຂອງທຶນ​ຕ່າງປະ​ເທດ,ກໍ່​ໄດ້​ກວມ​ທັງ​"ຜົນ​ກຳ​ໄລ​ພິ​ເສດ"​ທີ່​ໄດ້​ຮັບ​ຍ້ອນ​ສິດທິ​​ພົນລະ​ເມືອງພິ​ເສດ​​ໃນ​ດ້ານ​ພາສີອາກອນ​ເປັນ​ຕົ້ນ.

ເພື່ອ​ຫຼຸດ​ດຸນ​ການ​ຄ້າ​​ໄດ້​ປຽບກັບ​ອາ​ເມ​ລິ​ກາ,ຈີນ​​ໄດ້​ຖື​ການ​ເພີ່ມ​ການ​ນຳ​ເຂົ້າ​ຈາກ​ອາ​ເມ​ລິ​ກາ​ເປັນມາດ​ຕະການ​ລຳດັບ​ໜຶ່ງ.ຖ້າ​ຫັກ​ບົດບາດ​ຂອງ​ທຶນຕ່າງປະ​ເທດ​ໃນ​ມູນ​ຄ່າ​ດຸນ​ການ​ຄ້າ​ໄດ້​ປຽບ​ຂອງ​ຈີນ​ແລ້ວ,ປີ 2005,ມູນ​ຄ່າ​ດຸນ​ການ​ຄ້າ​ໄດ້​ປຽບ​ຂອງ​ຈີນກໍ​ມີ​ແຕ່ 17 ຕື້ 500 ລ້ານ​ໂດ​ລາ​ສະຫະລັດ.​ແຕ່​ວ່າ,​ໃນປີ 2005ພຽງ​ແຕ່​ການ​ຊື້​ຍົນ​ໂບອິງ​ລາຍ​ດຽວ,ຈີນ​ໄດ້​​ເສຍ​ເງິນ 4 ຕື້​ໂດ​ລາ​ສະຫະລັດ​​,​ເງິນຕາ​ຕ່າງ​ປະ​ເທດ​ທີ່​ຕ້ອງການ​ນັ້ນ,​ທໍ່​ກັບ​ມູນ​ຄ່າຈີນ​ສົ່ງ​ອອກ​​ແພ່​ນ​​ແພ56 ຕື້​ຜືນ.


ອີງ​ຕາມ​ການ​ວິ​ເຄາະ​ດັ່ງກ່າວ,ທີ່​ຈິງ​ແລ້ວ,ປັດ​ໄຈຕົ້ນ​ຕໍ​ທີ່ກະ​ທົບ​ຕໍ່ດຸນ​ການ​ຄ້າ​ນັ້ນແມ່ນ​ບັນຫາ​ອົງປະກອບ​ແ​ລະ​ບັນຫາ​ກຳລັງ​​ແຂ່ງຂັນ​ຂອງ​ອຸດສາຫະກຳ​​ຈີນ.   ​ໃນ​ຫຼາຍ​ປີ​ມາ​ນີ້,ກຳລັງ​​ແຂ່ງຂັນ​ຂອງ​ອຸດສາຫະກຳ​ຈີນ​ໄດ້​ຍົກ​ສູງຂຶ້ນ​ຢ່າງ​ວ່ອງ​ໄວ.​ແຕ່​​ເຂົ້າ​ຮ່ວມ​ອົງການການ​ຄ້າ​ໂລກມາ​ນີ້​,ວິ​ສາ​ຫະກິດ​ຈີນ​​ໄດ້​ເລັ່ງລັດ​ປະດິດ​ສ້າງ​​ເຕັກ​ນິກ​ໃໝ່,ຍົກ​ຄຸນ​ນະພາ​ບຜະລິດ​ຕະພັນ​​ໃຫ້​ສູງ​ຂຶ້ນ,​ຕັ້ງໜ້າ​ຮັບ​ມື​ກັບການ​ທ້າ​ທາຍ​​,ຄວາມ​ສາມາດບຸກ​ເບີກຕະຫຼາດ​ສາ​ກົນ​ໄດ້​ແຂງ​ແຮງຂຶ້ນ​​ຫຼາຍ,ຄວາມ​ສາມາດສອດ​ຄ່ອງກັບ​ຕະຫຼາດ​ສາກົນ​ກໍ່​​ໄດ້​​ສູ​ງຂຶ້ນຕາມ​ກັນ.​ແຕ່​ບັນຫາ​ທີ່ອົງ​ປະກອບ​ອຸດສາຫະກຳ​​ໃນ​ບາງຂົງ​ເຂດ​ບໍ່​ສົມ​ເຫດ​ສົມ​ຜົນນັ້ນຍັງຄົງ​ມີ​ຢູ່. 

ຕໍ່​ໄປ​ພາຍ​ໜ້າ,ຈີນ​ຈະ​ເລັ່ງລັດ​ປ່ຽນ​ແປງຮູບ​ການ​ເຕີບ​​ໂຕ​ຂອງ​ການ​ຄ້າ,ປັບປຸງ​ອົງ​ປະກອບ​ການ​ຄ້າກັບ​ຕ່າງປະ​ເທດ​ໃຫ້​ດີ​ຂຶ້ນ.​ໃນ​ດ້ານ​ຂາ​ອອກ,ຈະ​ເອົາ​ສິນຄ້າຍີ່​ຫໍ້​ດັງ​ຂອງຕົນ​ເອງ,ສິດຊັບ​ສິນ​ທາງ​ປັນຍາ​ຂອງ​ຕົນ​ເອງ​ແລະ​ການ​ທຸລະ​ກິດຈຳ​ໜ່າຍ​​​ເອົາ​ເອງ​ນັ້ນ​ເປັນ​ຕົ້ນຕໍ,ສະໜັບ​ສະໜູນການ​ສົ່ງ​ອອກ​ຜະລິດ​ຕະພັນ​​ໄຮ​ເຕັກ​,ຜະລິດ​ຕະພັນກົນ​ຈັກ​​ແລະ​ໄຟຟ້າ​ຂອງ​ຕົນ​​ເອງແລະ​ຜະລິດ​ຕະພັນ​ແບບ​ແຮງ​ງານ​ສຸມທີ່​ມີ​ມູນ​ຄ່າ​ເພິ່ມສູງ,​ໃນ​ດ້ານ​ຂາ​ເຂົ້າ,ສະໜັບ​ສະ​ໜູນການ​ນຳ​ເຂົ້າ​ສິນຄ້າ​ເຕັກນິກ​ສູງ​ແລະ​ໃໝ່,ອຸປະ​ກອນ​ສຳຄັນ​ແລະ​ສິນຄ້າ​​ທີ່​ຈີນ​ຂາດ​ເຂີນ,ສົ່ງ​ເສີມ​ໃຫ້ວິ​ສາ​ຫະກິດ​ການ​ຄ້າຂາຍ​ຍ່ອຍ​​ທີ່​ມີ​ເງື່ອນ​ໄຂຈັດ​ຊື້ແລະ​ຈຳ​ໜ່າຍສິນຄ້າ​ໂດຍ​ກົງ​ຢູ່​ຕ່າງປະ​ເທດ. 


1  2