ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-07 16:31:19    
ທ່ານ​ໂຈ​​ເຈະ​ລຸນ ນັກ​ຮ້ອງທີ່​ມີ​ພອນ​ສະຫວັນ​ພິ​ເສດ (ສຽງ)

cri Author: huachunmei


ທີ່​ນີ້, ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ. ສະບາຍດີຕອນ​ຄ່ຳ​ ທ່ານ​ຜູ້​ຟັງ​ທີ່​ຮັ​ກ​ແພງ. ຂ້າພະ​ເຈົ້າ​ແມ່ນ​ດາ​ລາ​ວັນ, ດີ​ໃຈຫຼາຍທີ່​ບັນດາ​ທ່ານ​ມຫ້ກຽດຮັບ​ຟັງ​ລາຍການ​ນັດ​ພົບ​ໃນ​ວັນ​ອາທິດ​ຕາມ​ນັດ. ​​ໂຈ​ເຈະ​ລຸນ ຊື່​ທີ່​ນັກ​ຮ້ອງ​ຮ້ອງຫຼົບ​ໄປຫຼົບມາຫຼາຍ​ເທື່ອ​ໃນ​ເພງທີ່​ທ່ານ​ພວມ​ຟັງຢູ່​ນີ້​ກໍ​ແມ່ນ​ພະ​ເອກ​ໃນ​ລາຍ​ການ​ຂອງ​ພ​ວກ​ເຮົາ​ມື້ນີ້.

" ​ໂຈ​ເຈະລຸນ​! ດາລາ​ຊື່​ດັງໆ, ຕາຫິບໆ, ​ເຈົ້າຮູ້​ບໍ່​ມີ​ເດັກ​ຍິງ​ໄວ​ລຸ້ນຫຼາຍປານ​ໃດ​ຕິດ​ໃຈ​ເຈົ້າ. ດົນຕີ​ຂອງ​ເຈົ້າຈັ່ງ​​ແມ່ນພິ​ເສດ​ແທ້, ​ມີເອກະ​ລັກສະ​ເພາະ​ຂອງ​ຕົນ​ເອງ​. ​ຮາ​ໂລ! ​ໂຈ​ເຈະລຸນ, ຫວ່າ​ງນີ້​ເຈົ້າກໍ​ຄ່ອຍຢູ່​ບໍ່. ​ເຈົ້າ​​ແມ່ນ​ລົມໝູ​ນທາງ​ດົນຕີ. ຢູ່​ໃນ​ໂຕ​ຂອງ​ເຈົ້າ, ​ຢູ່​ໃນ​ສະໝອງ​ເຈົ້າ, ​ມີ​ຜີ​ດົນຕີໂຕ​ໜຶ່ງລີ້​ຊ່ອນ​ຢູ່. ​ໃຜກໍ​ວ່າ, ​ເຈົ້າ​ມີ​ພອນ​ສະຫວັນ​ດົນຕີ. ​ເພງ​ຂອງ​ເຈົ້າ​​ເໝືອນ​ມ້າ​ມະນີກາບ​ເຫາະ​ເຫີ​ນ, ມີ​ເນື້ອ​ໃນ​ກ່ຽວ​ກັບຈີນ ຕ່າງປະ​ເທດ ສະ​ໄໝ​ບູຮານ ສະ​ໄໝ​ປັດ​ຈຸ​ບັນ ​ເທບ​ນິຍາຍ ນິທານ​ປະລຳ​ປະລາ ​ເກ​ມ​ແລະ​ກິລາ. ປູ່ ​ຍ່າ ພໍ່ ​ແມ່ ​ເພື່ອນ​ຮຽນ​ແລະ​ເພື່ອນ​ມິດ ເຈົ້າກໍ​​ເອົາ​ມາ​ແຕ່ງ​ໃສ່ເພງ​ໝົດ. ​ໃຜກໍ​ທວາຍ​ວ່າ, ພູມປັນຍາ​ຂອງ​ເຈົ້າມີ​ມື້​ສຸດ​ສ້ຽງ​ເປັນ​ບໍ່, ​ແຕ່​ຂ້ອຍ​ຍັງຝາກຄວາມ​​ຫວັງ​ໄວ້ນຳເຈົ້າຢູ່​ຄື​ເກົ່າ ​ໂຈ​ເຈ​ະລຸນ​! …." ​​ເພງ ໜີ​ຫາວ, ​ໂຈ​ເຈະລຸນ ​ແປ​ວ່າ, "ສະບາຍດີ, ​ໂຈ​ເຈ​ະລຸນ"ນີ້​ໄດ້​ວາດ​ພາບ​ທ່ານ​ໂຈ​ເຈະລຸນ​ຢ່າງ​ມີ​ຊີວິດ​ຊີວາຮອບດ້ານ​. ເລື່ອງທີ່​ຄົນ​ທັງຫຼາຍບໍ່​ໄດ້​ຄາດ​ຄຶດ​ມາ​ກ່ອນ​ນັ້ນ​​ແມ່ນ​ນາງ​ອານ​ອີ້ວຊີໄດ້ມີ​ຊື່ສ​ຽງ​ດັງ​ຂຶ້ນ​ບາດ​ດຽວ​ຍ້ອນ​ຮ້ອງ​ເພງ​ນີ້. ຈາກ​ນີ້ກໍ​ເຫັນ​ໄດ້​ວ່າ, ທ່ານ​​ໂຈ​ເຈະລຸນ​ມີ​ຊື່ສ​ຽງປານ​ໃດ​ບົນ​ເວທີ​ເພງ​ສະ​ໄໝຂອງ​ຈີນ​.

ມີ​ຄົນ​ເວົ້າວ່າ, ທ່ານ​ໂຈ​ເຈະລຸນ​ແມ່ນ​ເທບ​ນິຍາຍ​ໃນ​ວົງ​ການ​ດົນ​ຕີ​ຈີນ. ທ່ານ​ຊ່າງແຕ່ງ​ເນື້ອ​ຮ້ອງ ​ແຕ່ງ​ທຳນອງ​ເພງ​ແລະ​ເສບ​ເຄື່ອງ​ດົນ​ຕີ​ເກັ່ງ​ໝົດ​ສູ່​ຢ່າງ. ທ່ານ​ບໍ່ພ​ຽງ​ແຕ່​ໄດ້​ສ້າງ​ສິ່ງ​ອັດສະຈັນ​ທີ່​ໄດ້​ຮັບ​ຄວາມນິຍົມ​​ແລະ​ເປັນ​ແຊມ​ປຽນ​ໃນ​ການຈຳໜ່າຍ​ແຜ່ນ ​CD ທໍ່​ນັ້ນ, ຍັງ​ໄດ້​ນຳ​ໜ້າ​ລົດ​ນິຍົມ​ໃໝ່​ແລະ​ເອກະລັກ​​ໃໝ່​ອີກ​ດ້ວຍ. ທ່ານ​ໂຈ​ເຈະລຸນ​ແມ່​ນຜູ່​ລິ​ເລີ່​ມ​ແຕ່ງ​ເພງ​ຈີນທີ່​ຟື້ນ​ຮີດ​ບູຮານ​ບົນ​ເວທີ​​ເພງ​ສະ​ໄໝ. ປັດຈຸ​ບັນ, ຄົນ​​ນັບ​ມື້​ນັບຫຼາຍ​ໄດ້ເອົາ​ທ່ານ​ໂຈ​ເຈະລຸນ​ເຊື່ອມ​ຕໍ່​ກັບ​ວັດທະນະທຳ​ຈີນ. ​ແມ່ນ​ແທ້, ທ່ານ​ໂຈ​ເຈະລຸນໄດ້​ຮັບ​ຜົນ​ສະທ້ອນ​ຈາກ​ດົນຕີ​ຂອງ​ຊາວ​ຜິວ​ດຳ​ຢູ່ຕ່າງປ​ະ​ເທດ​ມາແຕ່​ຍາມຍັງ​ນ້ອຍ​, ​ແຕ່ຄວາມ​ເຂົ້າ​ໃຈ​ແລະຄວາມ​ຊຳ​ນານ​ຂອງ​ທ່ານຕໍ່​ວັດທະນະທຳ​ຈີນກໍ​ບໍ່​ດ້ອຍ​ຈັກ​​​ເມັດ. ​ໃນ​ເພງ​ຂອງ​ທ່ານ​ໄດ້​ມີ​ສິ່ງ​ຍອດ​ຢ້ຽມຂອງ​ວັດທະນະທຳ​ຈີນ​ແຝງ​ຊ້ອນ​ຢູ່​ຢ່າງຫຼວງຫຼາຍ. ​ເພງຕົ່ງ​ເຟິ່ງພໍ້​ກໍ​ແມ່ນ​ເພງ​ດີ​ເລີດ​ທີ່​ສຸດ.

ທ່ານ​ຜູ່​ຟັງ​ທີ່​ຮັກ​ແພງ, "ຕົ່ງ​ເຟິ່ງພໍ້"​ແມ່ນ​ຮູບ​ການ​​ໜຶ່ງ​ໃນກາບກອນຈີນ​​ສະ​ໄໝ​ບູຮາ​ນ. ​ໃນ​ເພງ​ຂອງ​ທ່ານ​ໂຈ​ເຈະລຸນ​ເພງ​ນີ້, ພວກ​ເຮົາ​ຈະ​ໄດ້​ຟັງ​ທຳນອງ​ດົນຕີແບບບູຮານທີ່​ເສບ​ດ້ວ​ຍກະ​ຈັບ​ປີ່"ພີ​ພາ"ຂອງ​ຈີນ, ​ແລະ​ຍັງ​ຈະ​ຊອກ​​ເຫັນພາບ​​ທີ່​ບັນ​ລະ​ຍາຍ​ໃນ​ນິທານສຸພາສິດ​​ແລະ​​ໃນກາບກອນ​ຈີນ ຄື, ຊີງ​​ເໝີຍ​ຈູໝ້າ ​ຊຶ່ງມີ​ຄວາມໝາຍວ່າ, ສອງ​ຄົນ​ຮັກ​ກັນມາ​ແຕ່​​ນ້ອຍ ​ແລະ ກູ​ຕ້າວ​ຊີ​ເຟິ່ງ ​ແປ​ວ່າ, ລົມລະດູ​ໃບ​ໄມ້ຫຼົ່ນຢູ່​ທາງ​ບູຮານ. ​ເພງ​ນີ້​ມີ​ເນື້ອຮ້ອງ​ວ່າ, "​ແມ່ນ​ໃຜພວມ​ດີດ​ເພງຕີຕົ່ງ​ເຟິ່ງພໍ້​ດ້ວຍກະ​ຈັບ​ປີ່, ​ເວລາ​ຜ່ານ​ໄປ​​ເໝືອນ​ດັ່ງ​ຝາກຳ​​ແພງ​ໂຂະລົງ, ຂ້ອຍ​ຍັງ​ຈື່​​ໄດ້​ຄາວເຮົາ​ຍັງ​ນ້ອຍ​, ມາ​ດຽວນີ້, ສຽງ​ກະ​ຈັບ​ປີ່​ອ້ອຍ​ອິ່ນ, ​ເຈົ້າ​ບໍ່​ຮູ້ຂ້ອຍູພວມ​ຄອງ​ຄອຍ. ​ໃຜເສບ​ເພງຕົ່ງ​ເຟິ່ງພໍ້​, ​​ເຈືອ​ສີນິທານ​ຈົນ​ແດງ, ຂ້ອຍ​ຈູງ​ແຂນ​ເຈົ້າຍ່າງ​ຜ່ານທາງ​ບູຮານ​ຢູ່​ນອກ​ຮົ້ວ, ​ໃນ​ຍາມ​ບ້ານ​ເມືອງເຮື້ອ​ຮ້າງ​ວ່າງ​​​ເປົ່າ, ​ເຮົາ​ໄດ້​ແຍກ​ກັນໄປ​ຢ່າງ​ມິດ​ງຽບ……"

1  2