ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-07 16:31:19    
ທ່ານ​ໂຈ​​ເຈະ​ລຸນ ນັກ​ຮ້ອງທີ່​ມີ​ພອນ​ສະຫວັນ​ພິ​ເສດ (ສຽງ)

cri Author: huachunmei

ຄວາມ​ຮັກ​ບໍ່​ໝາຍ​ເຖິງ​ຄວາມ​ຄຶດຮອດ, ​ແຕ່ຄວາມ​​ເສົ້າໝອງ​ໃນ​ຊາດ​ກ່ອນ​ພັດ​ບໍ່​​ໄດ້ເຢັນ​ລົງ​ຈັກ​​ເມັດ​ຄຽງ​ຄູ່​ກັບ​ຄວາມ​​ເຍືອກ​ເຢັນ​ຂອງ​ລົມ​ລະດູ​ໃບ​ໄມ້ຫຼົ່ນ. ​ດົນຕີ​​ເສບ​ຕົ້ນດັງ​ຂຶ້ນ​ຊ້າໆ, ທຳນອງອ່ອນ​ໂຍນ, ບວກ​ກັບ​ການ​ເວົ້າ​ສະຫຼັບຕາມ​ໃຈ​ແບບ​ທ່ານ​​ໂຈ​ເຈະລຸນ​ເອງ, ຄື​ເຫັນ​ຢູ່​ຕໍ່ໜ້າ​ມີ​​ສຸພາບ​ບຸລຸດຜູ່​ໜຶ່ງທີ່​ຄຸມ​ເສື້ອ​ຕູ້ມ​​ເດີນທາງ​​ໃນຍາມ​ກາງ​ຄືນ, ຖື​ອາກ​ກອກ​ດີ​ອົງ, ຮ້ອງ​ເພງ  ສ​ຽງທຸ້ມໆຢູ່​ຮ່ອມ​ພູ. ບໍ່ເຫັນ​ໜ້າ​ຂອງ​ເຂົາ, ​ແຕ່ພັດ​​ຮູ້ສຶກວ່າ, ​ເຂົາ​ພວມ​ ​ນ້ຳຕາຜ່າ​ໜ່ວຍ……ທ່ານ​ໂຈ​ເຈະລຸນໄດ້​​ໃຊ້​ສຽງ​ເພງວາດ​ພາບ​ຄວາມໂສກ​ເສົ້າ​ໂລ​ມັງ​ຕິກຢ່າງ​ດີ​ທີ່​ສຸດ, ​ມັນ​ຊູນ​ເຖິງບ່ອນທີ່​ອ່ອນ​ແອ​ທີ່​ສຸດ​ໃນ​ດວງ​ໃຈຂອງ​ຜູ່​ຟັງ​ທັງຫຼາຍ. ​ເມື່ອ​ຮອດ​ບ່ອນ​ສຸດ​ເຊິ່ງ, ທ່ານ​ຈະ​ປະກົດ​ເຫັນ​ວ່າ, ສຽງ​ທີ່​ດັງຢູ່​ຂ້າງ​ຫູ​ເຮົາ​ນັ້ນ​ບໍ່ພ​ຽງ​ແຕ່​ແມ່ນ​ເພງ​​ເພງໜຶ່ງ​, ຫາກ​ແມ່ນ​ຄຳ​ເຕືອນກ່ຽວກັບ​ຄວາມ​ຮັກ​ທີ່​ເກົ່າ​​ແກ່​ບູຮານ.

ທ່າ​ນຜູ່​ຟັງ​ທີ່​ຮັກ​ແພງ, ເພງລາຕີ​ແມ່ນ​ໄດ້​ຊື່​ມາຈາກ​ດົນຕີ​ເຊ​ເລີ​ນ​ເນ​ດ​ທີ່​ມີ​ຊື່​ສຽງ​ຂອງ​ທ່ານ​ໂຊ​ແປງ ມະຫາອາຈາ​ນ​ດົນຕີ​ທີ່​ລືຊາໃນ​ໂລກ. ທ່ານ​ໂຈ​ເຈະລຸນ​ຍັງ​ເລືອກ​ເອົາ​ວັນ​ລະ​ລຶກ​ທ່ານ​ໂຊ​ແປງ​ເປັນ​ວັນ​ກະ​ຈາ​ຍເພງ​ໃໝ່​ນີ້ຂອງ​ຕົນ​ຄັ້ງທຳ​ອິດ. ​ທັງ​ລະ​ລຶກມະຫາ​ອາຈາ​ນ​​ດົນຕີ​, ທັງ​ປອບ​ໃຈ​ຜູ່​ສູນ​ເສຍຄວາມ​ຮັກທັງຫຼາຍ.

ການ​​ແຕ່ງ​​ເພງ​ດີໆບໍ່​ຍາກ, ຍາກ​​ແຕ່​ແຕ່ງ​​​ໃຫ້ໄດ້​ດີ​ໝົດ​ຊູ່​ເພງ, ​ແລະ​ມີ​ເອກະລັກ​ຕ່າງ​ກັນຊູ່​ເພງ.

​ໃນເພງ ຊ່ວງ​ເຈ​ຍະ​ກຸ້ນ ​ຄ້ອນ​ສອງຂໍ້, ທ່ານ​​ໂຈ​ເຈະລຸນ​ໄດ້​ໃຊ້ສຳ​ນວນ​ສັບ​ຄື​ສຽງ​ທີ່​ລັ່ນ​ອອກ​ໄວໆ​ຄື​ໃນ​ເວລາ​ສູ້​ກັນ​ໃນກົງ​ຟູ​ຈີນ, ເຖິງ​ວ່າກໍ​ຖືກ​ຕິວ່າ,​ເວົ້າ​ບໍ່​ແຈ້ງ, ​ແຕ່​ກໍຍັງ​ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ຊາວ​ໜຸ່ມຫຼວງຫຼາຍ, ​​ເຄີຍ​ກະຈາຍ​​​ເລື້ອຍ​ໆຢູ່ວິ​ທະ​ຍຸ​ກະຈາຍ​ສຽງ​ແຫ່ງ​ຕ່າງໆ​ຂອງ​ຈີນ.

​​ໃນເພງ ວໍ​ເຕີ​ຕີ້​ຜານ ຂອບ​ເຂດ​ອິດ​ທິພົນ​ຂອງ​ຂ້ອຍ ​ໄດ້​ໃຊ້​ສຽງ​ງໍ​ລິ້ນ ຄື, ສຽງ"ເອີ"​ໃນ​ພາສາ​ຈີນ​ຢ່າງຫຼວງຫຼາຍຢູ່​ຫຼັງສັບ​ສຸດ​ທ້າ​ຍຂອງ​ປະ​​ໂຫຍ​ກ​, ​ເມື່ອ​ຟັງ​ແລ້ວ, ຮູ້ສຶກ​​ແປກ​ດີ, ​ແລະມີ​ຈຸດພິ​ເສດ​ຕ່າງ​ໝູ່.

ເພງ​ທີ່​ພິ​ເສດ​ກວ່າ​ໝູ່ອາດ​ຈະ​ແມ່ນ​ເພງ ອົ່ວ​ນິວ ຫອຍ​ເດື່ອ ທີ່​ແຕ່ງ​​​ເນື້ອ​ຮ້ອງ​ແລະ​ທຳນອງໂດຍ​ທ່ານ​ໂຈ​​ເຈະລຸນ. ​ເນື້ອຮ້ອງ​ມີ​ຄວາມ​ໝາຍວ່າ, "ທ້ອງ​ຟ້າ​ນ້ອຍໆ​​ແຕ່​ມີ​ຄວາມ​ໄຝຝັ່ນ​ໃຫຍ່ໆ, ຢູ່​​ໃນ​ເປືອກ​ໜັກ​ໆ​ແຕ່​ມີ​ຄວາມ​ຄອງ​ຄອຍ​ງ່າ​ຍໆ. ຂ້ອຍ​ຈະ​ໄຕ່​ຂຶ້ນ​​ໄປ​ເທື່ອ​ລະ​ກ້າວ, ​ແລະ​ຈະ​ບິນ​ຈາກ​ຈຸດ​ສູງ​​ສຸດ​ໃນ​ຍາມ​ກາງຄືນ. ​ໃຫ້​ລົມ​ພັດ​ນ້ຳ​ຕາຈົນ​ແຫ້ງ, ຫາກ​ຈະ​ມີ​ມື້​ໃດ​ມື້ໜຶ່ງ, ຂ້ອຍ​ຈະ​ມີ​ທ້ອງ​ຟ້າ​ຂອງ​ຂ້ອຍ​ເອງ….."ອາດ​ຈະ​​ແມ່ນຍ້ອນ​ນ້ຳ​ໃຈ​ທີ່​ບໍ່​ຍອມ​​ເປັນ​ຄົນ​ທຳ​ມະ​ດາ​ສາມັນ, ​ແລະ​ຈິດ​ໃຈ​ບຸກໜ້າ​ບືນ​ຕົວໃນ​ເພງ, ​ເພງນີ້​ຈຶ່ງ​​ໄດ້​ຈັດ​ເຂົ້ານ​ສາລະບານ​ເພງ​ລັດ​ທິ​ຮັກ​ຊາດ​ສຳລັບ​ນັກຮຽນ​ມັດ​ທະ​ຍົມ​ນະຄອນ​ຊຽງ​ໄຮ້. ນີ້​ແມ່ນ​ບໍ່​ຄ່ອຍ​ມີ​​ໃນວົງ​ການເພງ​ສະ​ໄໝຂອງ​ຈີນ.

​ແຕ່​ໃດ​ມາ, ຫຼາຍຄົນ​ນຶກ​ວ່າ, ທ່ານ​ໂຈ​ເຈະລຸນ​ມັກ​ເຮັດ​ແນວ​ທີ່​ຕ່າງ​ໝູ່​ຢູ່​ພໍ​ປານ​ນັ້ນ, ​ແຕ່​ເມື່ອ​​ໄດ້​ຟັງ​ເພງ ຊ່ານ​ຮູ​ໄຫ ທະ​ເລຫີນ​ປະ​ກາ​ລັງ ທີ່​ຮ້ອງ​ຄູ່​ ໂດ​ຍສຽງຍິງ​ຊາຍ​ແລ້ວ, ຈຶ່ງ​ຮູ້​ວ່າ, ການ​ຂັບ​ຮ້ອງ​ອັນ​ຊັດ​ເຈນ​ແບບ​ເພງ​ສະ​ໄໝມະຫາຊົນຂອງ​ທ່ານ​ໂຈ​ເຈະລຸນ​ກໍ​ເຕັມ​ໄປ​ດ້ວຍ​ອາລົມອັນ​ສຸດ​ເຊິ່ງ​​ກະ​ຕຸ້ນ​ໃຈ​ຄົນ​ຄື​ກັນ.

ທ່ານ​ຜູ້​ຟັງ​ທີ່​ຮັກ​ແພງ, ມ້ວນທ້າຍ​ລາຍການ​ມື້​ນີ້ ​ເຊີນ​ຟັງ​ເພງ"ຊື້​ເຈ້ຍມໍ້​ຢື້" ​ແປ​ວ່າ, ວັນ​​ໂລກາ​ວິນາດ ທີ່​ຂັບຮ້ອງ​ໂດຍ​ທ່ານ​ໂຈ​ເຈະລຸນ. ບໍ່​ຮູ້​ວ່າ, ຖ້າບໍ່​ມີ​ດົນຕີ, ບໍ່​ມີ​ທ່ານ​​ເປັນ​ເພື່ອນ, ຄວາມ​ຮູ້ສຶກ​ຈະ​ເປັນ​ແນວ​ໃດ, ມັນ​ບໍ່​ແມ່ນ​ຄື​ກັບ​ຮອດ​ວັນ​ໂລກາ​ວິ​ນາດ​ແລ້ວ​ຫວາ. ບໍ່​ວ່າ​ພວກ​ເຮົາ​ຈະ​ປະສົບກັບ​ຄວາມລົ້ມ​ແຫຼວ​ແນວ​ໃດຫຼື​ເລື່ອງ​ບໍ່​ດີ​ໃຈ​ປານ​ໃດ, ກໍ​ຈົ່ງ​ຢ່າ​ໂສກ​ເສົ້າໝົດ​ຫວັງ​ຄື​ຈັ່ງ​ວ່າ, ຈະ​ຮອດວັນ​ໂລກາ​ວິນາດ​ແລ້ວ. ​ເພາະວ່າ, ຈັ່ງ​ໃດ​ກໍ​ຕາມ, ມື້​ອື່ນ​ກໍແມ່ນ​ມື້​ໃໝ່​ອີກ.  ​​ໃນ​ອາທິດ​ໃໝ່ຕໍ່​ໄປ, ຂໍ​ໃຫ້​ທ່ານ​ຈົ່ງມີ​ຈິດ​ໃຈ​ມ່ວນຊື່ນ​.

ຂ້າພະ​ເຈົ້າ ດາລາ​ວັນຂໍຕາງໜ້າ​ນາງ​ກຸຫຼາບ ຜູ່​ຮຽບຮຽງຂອບ​ໃຈ​ທ່ານ​ທີ່​ຮັບ​ຟັງ, ພົບ​ກັນ​ໃໝ່​ໃນ​ລາຍການ​ໜ້າ ສະບາຍດີ.


1  2