ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-12 21:09:19    
ດິນ​ຟ້າ​ອາ​ກາດ​ຂອງ​ຈີນ(ສຽງ)

cri

ຫວ່າງ​ມໍ່ໆ​ນີ້,ພວກ​ເຮົາ​ໄດ້​ຮັບ​ຈົດໝາຍ​ຂອງ​ນາງ​ພູ​ແຄ ທີ່​ນະຄອນຫຼວງ​ວຽງ​ຈັນ.​ ໃນ​ຈົດໝາຍ ນາ​ງພູ​ແຄ​ຂຽນ​ວ່າ,ຂໍ​ຖາມ​ກ່ຽວ​ກັບ​ອາກາດ​ຂອງ​ປະ​ເທດ​ຈີນ,ດຽວ​ນີ້​ປະ​ເທດ​ຈີນ​ອາກາດ​ເປັນ​ແນວ​ໃດ?​ແລະ​ອາກາດ​ທີ່​ຄຸນ​ມີ​ງ​ເປັນ​ແນວ​ໃດ​?​ໃນ​ລາຍ​ການ"​ເພື່ອນ​ມິດ​ຜູ້​ຟັງ"ມື້​ນີ້,ພວກ​ເຮົາ​ກໍ​ຂໍ​ແນະນຳ​ສະພາບ​ດິນ​ຟ້າ​ອາກາດ​ຂອງ​ຈີນ​ໃຫ້​ເພື່ອນ​ມິດ​ຜູ້​ຟັງ​ຮູ້.   

ຈີນ​ຕັ້ງ​ຢູ່​ແຖບ​ອົບ​ອຸ່ນ​ເໜືອ​,​ແບ່ງ​ອອກ​ເປັນ​4ລະດູ,ຄື:ລະດູ​ໃບ​​ໄມ້ປົ່ງ,ລະດູ​ຮ້ອນ,ລະດູ​​ໃບ​ໄມ້ຫຼົ່ນ​ແລະ​ລະ​ດູ​ໜາວ,​ແຕ່​ເດືອນ​ມິຖຸນາ​ຫາ​ເດືອນ​ສິງຫາ ​ຢູ່​ຈີນ​ແມ່ນ​ລະດູ​ຮ້ອນ,ປັດຈຸ​ບັນ,​ເຂດ​ສ່ວນ​ຫຼາຍ​ຂອງ​ຈີນ​ອາກາດ​ຮ້ອນ​ຫຼາຍແລະກໍ​ມີ​ຝົນຕົກ​ຫຼາຍ.    

ຈີນ​​ຢູ່ໃນ​ເຂດ​ດິນ​ຟ້າ​ອາກາດລົມ​ລະດູ​ການ,ອຸນຫະ​ພູມ​ໃນ​ລະດູ​ໜາວ​ແລະ​ໃນ​ລະດູ​ຮ້ອນ​ໂຕນກັນຫຼາຍ,ຈຸດ​ພິ​ເສດ​ຂອງ​ການ​​ແຈກ​ຢາຍ​ອຸນຫະພູມ​ແມ່ນ:​ໃນ​ລະດູ​ໜາວ​,ອຸນຫະ​ພູມອ່າວ​ຕ່ຳ​​ໂດຍູ​ທົ່ວ​ໄປ,ພາກ​ໃຕ້​ຮ້ອນ ພາກ​ເໜືອໜາວ,ອຸນຫະ​ພູມ​ລະຫວ່າງ​ພາກ​ເໜືອກັບ​ພາກ​​ໃຕ້​ຫຼຸດລື່ນ​ກັນຫຼາຍ,ບາງ​ປີ​ໂຕນ​ກັນ50​ອົງສາ.ຕົວຢ່າງ,​​

ໃນ​ຍາມ​ບຸນ​ກຸດ​ຈີນ,ອຸນຫະ​ພູມ​ແລະສະ​ພາບ​ທຳ​ມະ​ຊາດ​ລະຫວ່າງ​ພາກ​ໃຕ້​ກັບ​ພາກ​ເໜືອ​ຂອງ​ຈີນ​ກໍ່​ແຕກ​ຕ່າງ​ກັນຫຼາຍ,ຢູ່​ເມືອງ​ຮ່າ​ບິນ ພາກ​ເໜືອ​ຂອງ​ຈີນ,​ໃນ​ຕອນ​ຄ່ຳ​ວັນ​ສິ້ນ​ປີ​ເກົ່າ,ຄົນ​ທັງຫຼາຍ​ໄປ​​ເບິ່ງ​ໂຄມ​ນ້ຳ​ແຂງໂດຍ​ທົນ​ອຸນຫະພູມ​ລົບ20​ອົງສາ,​

ແຕ່​ຢູ່​ເມືອງ​ກວາງ​ໂຈ​ວ ພາກ​​ໃຕ້​ຂອງ​ຈີນ,​ໃນ​ງານ​ດອກ​ໄມ້​ຕ້ອນຮັບ​ລະດູ​ໃບ​ໄມ້​ປົ່ງ​ຍາມ​ບຸນ​ກຸດ​ຈີນ​ປະຈຳ​ປີ,ດອກ​ໄມ້ນານາຊະນິດ​ພັດ​ພວມ​ພາກັນ​​ບານ​ເຮືອງ​ຢູ່.​ໃນ​ລະດູ​ຮ້ອນ,​ເຂດ​ສ່ວນ​ຫຼາຍ​ຂອງ​ຈີນ​ອຸນຫະພູມ​ສູງ​​ໂດຍທົ່ວ​ໄປ,ອຸນຫະພູມ​ຫຼຸດ​ລະຫວ່າງ​ພາກ​ເໜືອກັບ​ພາກ​​ໃຕ້ບໍ່​ໂຕນກັນຫຼາຍ.

ບ່ອນ​ໜາວ​ກວ່າ​ໝູ່​ຂອງ​ຈີນ​ໃນ​ລະດູ​ໜາວຢູ່​ເມືອງ​ນ້ອຍ​ໂມ້​ເຮີ ​ແຂວງ​ເຮ​ລຸງຈຽງ ພາກ​ເໜືອ​ຂອງ​ຈີນ,ອຸນຫະ​ພູມສະ​ເລ່ຍ​ໃນ​ເດືອນ​ມັງກອນ​ແມ່ນ​ລົບ36,3​ອົງສາ,​ອຸນຫະພູມ​ຕ່ຳສຸດຢູ່​ພຸ້ນ​ແມ່ນລົບ​52,3ອົງສາ.ນີ້​​ແມ່ນ​ອຸນຫະພູມ​ຕ່ຳ​ສຸດໃນ​ການ​ບັນທຶກ​ອຸຕຸນິຍົມຂອງ​ຈີນ​,

ບ່ອນ​ຮ້ອນ​ກວ່າ​ໝູ່​ຂອງ​ຈີນ​ໃນ​ລະດູ​ຮ້ອນຢູ່​ຖູ​ຫຼູຟ່ານ ​ເຂດ​ຊິນຈຽງ ພາກ​ຕາ​ເວັນ​ຕົກສ​ຽງ​ເໜືອ​ຂອງ​ຈີນ,ອຸນຫະພູມ​ລະ​ເລ່ຍ​ໃນ​ເດືອນ​ກໍ​ລະ​ກົດ​ແມ່ນ33​ອົງສາ,ຄົນ​ທັງຫຼາຍ​ເອີ້ນ​ວ່າ​ເປັນ"ດິນ​​ໄຟ".ຢູ່​ພຸ້ນ,ອຸນຫະ​ພູມ​ສູງ​ກວ່າ​ໝູ່​ເຄີຍ​ແມ່ນ49,6​ອົງສາ,​ແຕ່​ຢູ່​ເມືອງ​ຈຸ​ງກິ​ງ,​ເມືອງ​ອູຮ້ານ​ແລະ​ເມືອງ​ນານ​ກິ່ງ​ ​​ເຊິ່ງຄົນ​ທັງຫຼາຍ​ເອີ້ນ​​ເປັນ​ເຕົາ​ໄຟໃຫຍ່3​ໜ່ວຍ​ຂອງ​ຈີນ,ອຸນຫະ​ພູມ​ສະ​ເລ່ຍ​ໃນ​ເດືອນ​ກໍລະ​ກົດ​ກໍ່​ພຽງ​28​-29ອົງສາ​ເທົ່າ​ນັ້ນ.​ເມື່ອ​​ປຽບທຽບ​ກັບ"ດິນ​ໄຟ"​ຖູ​ຫຼູຟ່ານກໍ່​ສູ້​ບໍ່​ໄຫວແລ້ວ.    ​


1  2