ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-12 21:09:19    
ດິນ​ຟ້າ​ອາ​ກາດ​ຂອງ​ຈີນ(ສຽງ)

cri

ການ​ແຈກ​ຢາຍ​ຂອງ​ນ້ຳຕົກ​​​ຂອງ​ຈີນໃນແຕ່ລະ​ປີ​​ມີ​ຈຸດ​ພິ​ເສດ​ທີ່​ຈາກ​​ເຂດ​ແຄມ​ທະ​ເລ ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​​ສູ່​ເຂດ​ໃນ​ ພາກ​ຕາ​ເວັນ​ຕົກສ​ຽງ​ເໜືອ​ປະລິມານ​ຝົນ​ໄດ້​ຄ່ອຍໆ​ຫຼຸດ​ໜ້ອຍ​ລົງ.ດ້ານ​ໜຶ່ງ,ພາກ​ຕາ​ເວັນ​ອອກສຽງ​ໃຕ້ຂອງ​ຈີນ​ມໍ່​ກັບທະ​ເລ,​ສ່ວນ​​ເຂດ​ຕາ​ເວັນ​ຕົກສຽງ​ເໜືອ​ຂອງ​ຈີນ​ນັ້ນ​ແມ່ນ​ຕັ້ງ​ຢູ່​ເຂ​ດ​ໃນ​ຂອງ​ທະວີບເອີ​ລົບອາຊີ​,​ຫ່າງ​ຈາກທະ​ເລ​ໄກ​​ແສນ​ໄກ,ອີກ​ດ້ານ​ໜຶ່ງ,ຝົນທີ່​ມາ​ນຳ​ລົມ​ລະດູ​ຮ້ອນນັ້ນ​ໄດ້ຖືກ​ພູສູງ​ຫຼາຍໆ​ໜ່ວຍ​ຕ້ານທານ​ໄວ້​,ຍ້ອນ​ແນວ​ນີ້, ນ້ຳຝົນຈາກ​​ເຂດ​ແຄມ​ທະ​ເລ ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​​ໄປ​ສູ່​ເຂດ​ໃນ​ ພາກ​ຕາ​ເວັນ​ຕົກສ​ຽງ​ເໜືອ​ຈິ່ງ​ໄດ້​ຫຼຸ​ດໜ້ອຍ​ລົງ​ເປັນ​ກ້າວໆ.   

ລະດູ​ຝົນຢູ່​ແຫ່ງ​ຕ່າງໆ​ຂອງ​ຈີນ​​ບໍ່ສະ​ໝ່ຳສະ​ເໝີ​,ຢູ່​ເຂດ​ສ່ວນຫຼາ​ຍທົ່ວ​ປ​ະ​ເທດ​ຈີນ​ຝົນຕົກແຕ່​ເດືອນ​ພຶດສະພາ​ຫາ​ເດືອນຕຸລາ.​ປະລິມາ​ນ້ຳ​ຝົນ​ໃນ​ໄລຍະ​ນີ້ກວມ80%ຂອງ​ໝົດ​ປີ.​ຢູ່​ພາກ​ໃຕ້​ຈີນລະດູ​ຝົນມາກ່ອນ​​​ແຕ່​ໄປ​ຊ້າ,​​ແຕ່​ ​ພາກ​ເໜືອ​​ຈີນລະດູຝົນ​ຊ້ຳ​ພັດ​ມາຊ້າ​​ໄປ​ໄວ.ບ່ອນ​ທີ່​ມີ​ຝົນຕົກ​ຫຼາຍ​ກວ່າ​ໝູ່​ຂອງ​ຈີນ​​ແມ່ນູ​ໂຫຊ່າວ​ລຽວທີ່​ແຂວງ​​ໃຕ້​ຫວັນ​,ປະລິມານ​ນ້ຳ​ຝົນ​ສະ​ເລ່ຍຕໍ່​ປີ​ມີ6588​ມີ​ລີ​ແມັດ.ສ່ວນ​ບ່ອນ​ທີ່​ມີ​​ຝົນຕົກ​ໜ້ອຍ​ກວ່າ​ໝູ່​ຂອງ​ຈີນ​​ແມ່ນໂທ​ເຄີ້ຊຸ້ນທີ່​ຢູ່​ໃນ​ເຂດ​ອ່າງ​ຖູ​ຫຼູຟ່ານ,ປະລິ​ມານ​ນ້ຳ​ຝົນ​ສະເລ່ຍຕໍ່​ປີ​ມີພຽງ​ແຕ່5,9ມີ​ລີ​ແມັດ​ເທົ່າ​ນັ້ນ.

ດິນ​ຟ້າ​ອາກາດ​ມີຫຼາຍ​ຊະນິດແລະ​ດິນ​ຟ້າ​ອາກາດ​ລົມ​ລະດູ​ການ​ທີ່​ມີລັກ​ສະນະ​​ແຜ່ນດິນ​ໃຫຍ່ແມ່ນ​ຈຸດ​ພິ​ເສດ​ສອງ​ຂໍ້ຂອງ​ດິນ​ຟ້າ​ອາກາດ​ຈີນ.ທິດ​ເໜືອ​ຂອງ​ຈີນ​ແມ່ນ​ທະວີບ​ເອີ​ລົບ​ອາຊີ ​ເຊິ່ງ​ເປັນ​​ຜືນ​ແຜ່ນດິນ​ອັນກວ້າງ​ໃຫຍ່​ໄພ​ສານກວ່າ​ໝູ່​ຂອງ​​ໂລກ,ທິດ​ໃຕ້​ແມ່ນ​ມະຫາ​ສະ​ໜຸດ​ປາຊີ​ຟິກ ​ເຊິ່ງ​ເປັນ​ມະຫາ​ສະໝຸດ​ໃຫຍ່​ກວ່າ​ໝູ່​ຂອງ​ໂລກ,​ເປັນ​ເຂດ​ດິນ​ຟ້າ​ອາ​ກາດ​ລົມ​ລະດູ​ການ​ທີ່​ມີ​ຊື່ສຽງ​ໃນ​ໂລກ.​ຈຸດ​ພິ​ເສດ​ຂອງດິນ​ຟ້າ​ອາກາດ​ລົມ​ລະດູ​ການ​ແມ່ນ:​ໃນ​ລະດູ​ໜາວ, ​ລົມ​ມາ​ຈາກທິດ​ເໜືອ,ອາກາດ​ທັງໜາວ​ແລະ​​ທັງ​ແຫ້ງ​ແລ້ງ​,​ໃນ​ລະດູ​ຮ້ອນ​ລົມມາ​ຈາກທິດ​ໃຕ້,ອາ​ກາດ​ທັງອຸ່ນ​ທັງຊຸ່ມ​.     ​

ໃນ​ລະດູ​ໜາວ,ອາກາດ​ໜາວ​ຈາກ​ເຂດ​ຊີ​​ເບ​ຣີແລະ​​ໂມງ​ໂກລີ​ທີ່​ຢູ່ທິດ​ເໜືອຂອງ​ຈີນພັດ​ມາແຜ່ນດິນ​ໃຫຍ່​ຈີນ,​ແລ້ວ​ໄປ​ເຂ​ດ​​ແຄມ​ທະ​ເລ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ຈີນ,​ແຕ່ລະ​ປີ​ມີກະ​ແສ​ລົມ​ໜາວ5​-6​ເທື່ອ,ດັ່ງ​ນັ້ນ,​ເຂດ​ສ່ວນ​​ໃຫຍ່ຂອງ​ຈີນ​ທັງ​ໜາວ​ທັງ​​ແຫ້ງ​​ແລ້ງ,​ແມ່ນ​ປະ​ເທດ​ຂ້ອນ​ຂ້າງໜາວ​ເມື່ອ​ທຽບ​ກັບປະ​ເທດ​ໃນ​ເສັ້ນ​ຂະ​ໜາມດຽວ​ກັນ.ຕົວຢ່າງ,​​ເສັ້ນ​ຂະ​ໜານ​ຂອງ​ເມືອງຮູ່ມາ ​ແຂວງ​ເຮ​ລຸງ​ຈຽງ​ຂອງ​ຈີນກັບລອນ​ດອນ​ອັງກິດຢາກ​ທໍ່ໆ​ກັນ,ອຸນຫະ​ພູມລະ​ເລ່ຍ​ໃນ​ເດືອນມັງກອນ,ຢູ່​ລອນ​ດອນ​ແມ່ນ3,7ອົງສາ,ນຸ່ງ​ເສື້ອ​ແລນ​ໂຕ​ໜຶ່ງ​ກໍ່​​ໄດ້​ແລ້ວ,​ແຕ່​ຢູ່​ຮ່​ເມືອງູມາ​ພັດ​ແມ່ນ​ລົບ27,8ອົງສາ,ໜາວ​ທີ່​ສຸດ.     ​

ໃນ​ລະດູ​ຮ້ອນ,ລົມ​ພັດ​ຈາກ​ມະຫາ​ສະໝຸດ​ປາຊິ​ຟິກ​ແລະ​ມະຫາ​ສະໝຸດ​ອິນ​ເດຍທີ່​ກວ້າງສຸດ​ສາຍຕາ​ໄດ້​ນຳ​ເອົາ​ຝົນ​ມາ​ຕົກ​ຢູ່​ຈີນ,​​ສະນັ້ນ,ຢູ່​ເຂດ​ສ່ວນ​ຫຼາຍ​ຂອງ​ຈີນ​ນ້ຳ​ຝົນ​ໂຮມ​ສູນ​ຕົກໃນ​ລະດູ​ຮ້ອນ,​ໂດຍ​ສະ​ເພາະ​​ໃນ​ເດືອນ​ກໍລະກົດ​ແລະ​ເດືອນ​ສິງ​ຫາ.ສະ​ນັ້ນ,​​ເຂດ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ຈີນ​​ແມ່ນເຂດ​ທີ່​ມີ​ນ້ຳຝົນ​ຂ້ອນ​ຂ້າງ​ຫຼາຍ​ເມື່ອ​ທຽບ​ກັບ​ເຂດໃນ​ເສັ້ນ​ຂະ​ໜານ​​ດຽວ​ກັນ.​ຢູ່ເຂດ​ຕາ​ເວັນ​ຕົກສ​ຽງ​ເໜືອ​ຂອງ​ຈີນ,ຍ້ອນ​ວ່າ​ມີ​ພູ​ຜາ​ປ່າດົງ​ຕ່າງໆ​ຕ້ານທານ​ໄວ້,​ລົມ​ລະດູ​ຮ້ອນ​ພັດ​ບໍ່​ຮອດ,ສະ​ນັ້ນ,ກໍ່​ມີ​ຝົນຕົກ​ໜ້ອຍ.     

ຈຸດ​ດີ​ເດັ່ນຕົ້ນຕໍ​ຂອງ​ດິນ​ຟ້າ​ອາກາດ​ຈີນ​ແມ່ນ:ດິນ​ຟ້າ​ອາກາດ​ມີຫຼາກ​ຫຼາຍ,ມີ​ຜົນ​ດີຕໍ່​ການ​ເຕີບ​ໂຕ​ຂອງພືດ​ແລະທັນ​ຍາ​ຫານ​​,​ໄດ້ສະໜອງ​ຊັບພະຍາ​ກອນ​ສັດ​ແລະ​ພືດ​ອັນ​ອຸດົມສົມບູນ​ໃຫ້​ແກ່​ຈີນ,​ເຂດ​ດິນ​ຟ້າ​ອາກາດ​ລົມ​ລະດູ​ການ​ຂອງ​ຈີນ​ກວ້າງ​ຂວາງ​ຫຼາຍ,ລະດູຝົນ​ແລະ​ລະດູ​ຮ້ອນ​ໃນ​​​​ໄລຍະ​ດຽວ​ກັນ,ມີ​ຜົນ​ດີ​ຕໍ່​ການ​ເຕີບ​ໃຫຍ່ແລະ​ການ​ສຸກ​ງອມ​ຂອງ​ທັນ​ຍາ​ຫານ,ຕົ້ນ​​ໄມ້​ແລະທົ່ງ​ຫຍ້າທີ່​ລ້ຽງສັດ.ສ່ວນ​ຂໍ້​ບົກ​ຜ່ອງ​ຕົ້ນຕໍ​ຂອງ​ດິນ​ຟ້າ​ກາ​ອາດ​ຈີນ​ແມ່ນ:ຖືກ​ຜົນ​ສະທ້ອນ​ຈາກ​ລົມ​ລະດູ​ການ,ນ້ຳ​ຝົນ​ຢູ່ແຫ່ງ​ຕ່າງ​ໆ​ໃນ​ແຕ່ລະ​ປີປ່ຽນ​ແປງ​ຫຼາຍ,​ມັກທີ່​ເກີດ​ໄພ​ນ້ຳ​ຖ້ວມ​ຫຼືໄພ​ແຫ້ງ​ແລ້ງ,​​ກະ​ແສລົມ​ໜາວ​ແລະລົມ​ໃຕ້​ຝຸ່ນ,​ເປັນ​ໄພ​ຮ້າຍ​ຕໍ່​ການ​ເກັບ​ກ່ຽວ​ຂອງ​ທັນ​ຍາ​ຫານ.

ແຂວງ​ຢຸນນານ​ຂອງ​ຈີນ​ມໍ່​ກັບ​ອາຊີ​ອາ​ຄະ​ເນ,​ເຂດ​ສ່ວນ​ຫຼາຍ​ຢູ່​ເຂດມໍ່​ແຖບຮ້ອນ.ຈຸດ​ພິເສດ​ອັນເດັ່ນ​ຊັດ​ອັນ​ໜຶ່ງ​ຂອງ​ດິນ​ຟ້າ​ອາກາດ​​ຢຸນນານ​ແມ່ນ"ບໍ່​ແມ່ນ4​ລະດູ​ພັດ​ແມ່ນ​2ລະດູ ຄື,ມີ​ແຕ່​ລະດູ​ແລ້ງ​ກັບ​ລະດູຝົນ",​​ແຕ່​ເດືອນ​ພຶດສະພາ​ຫາ​ເດືອນຕຸລາ​​ເປັນ​ລະດູຝົນ,ນ້ຳຝົນ​ຫຼາຍ."​​ໃນ​ມື້ໜຶ່ງ​ມີ4​ລະດູ"​ນີ້ແມ່ນ​ຈຸດ​ພິ​ເສດ​ຂອງ​ອິນ​ຟ້າ​ອາກາດ​ຢູ່​ຫຼາຍ​ທ້ອງ​ຖິ່ນແຂວງ​ຢຸນນານ,​ເມື່ອ​ຍ່າງຢູ່​ຕາມ​ທ້ອງຖະໜົມ​,ກໍ​ຈະ​ໄດ້​ເຫັນ​ຜູ່​ຄົນ​ທັງຫຼາຍນຸ່ງ​​ເສື້ອ​ຂອງ​ລະດູ​ໃດ​ກໍ​ມີ,​ເພາະວ່າ​​ໃນມື້​ໜຶ່ງອາ​ກາດ​ປ່ຽນ​​ແປງຫຼາຍ​ເທື່ອ,​ນີ້​ກໍ່​ແມ່ນ​ໜຶ່ງ​​ໃນ18​ເລື່ອງ​ປະຫຼາດ​ຂອງ​ຢຸນນານ,ກໍ່​ຄື"​ນຸ່ງ​ສົ້ງເສື້ອ​4​ລະດູ​ນຳ​ກັນ".ຄຸນ​ມີ​ງ​ແມ່ນ​ເມືອງ​ເອກ​ແຂວງ​ຢຸນນານ,​ໃນ​ລະດູ​ໜາວ​​ແຕ່ອາ​ກາດ​ອົບ​ອຸ່ນ,ອຸນຫະ​ພູມຕ່ຳ​ສຸດສະ​ເລ່ຍ​ແລ້ວ​ຢູ່​ລະຫວ່າງ​7,8ອົງສາ,​ໃນ​ລະດູ​ຮ້ອນ,ອຸນຫະ​ພູມສູງ​ສຸດສະ​ເລ່ຍ​ແລ້ວ​ຢູ່​ລະ​ຫວ່າງ20​ອົງສາ,ອຸນ​ຫະພູມ​ສູງ​ສຸດ​ບໍ່​ສູງ​ກວ່າ32​ອົງສາ.ຢູ່​ເມືອງ​ຄຸນ​ມີງ,ລະດູ​ໜາວ​ບໍ່​ໜາວ,ລະດູ​ຮ້ອນ​ບໍ່​ຮ້ອນ,ລ​ະດູ​​ໃບ​ໄມ້​ປົ່ງ​ແລະ​ລະດູ​ໃບ​ໄມ້ຫຼົ່ນ​ຕິດ​ກັນ,ດອກ​ໄມ້​ບານ​ຕະຫຼອດ​ປີ,ດັ່ງ​ນັ້ນ,ຈິ່ງ​ເອີ້​ນ​ເປັນ"​ເມືອງ​ລະ​ດູ​​ໃບ​​ໄມ້​ປົ່ງ".

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ,ຍິນ​ດີ​ຕ້ອນຮັບ​ທ່ານ​ສືບຕໍ່​ຝາກ​ຈົດໝາຍມາ​ຍັງ​ພວກ​ເຮົາ​ສະ​ເໜີ​ຄຳ​ຖາມ​ຫຼື​ປະກອບ​ຄວາມ​ຄິດ​ຄວາມ​ເຫັນຂອງ​ທ່ານ.ສຸດ​ທ້າຍ​ນີ້,ພວ​ກ​ເຮົາ​ມາ​ຟັງ​ເພງ​ມ່ວນໆ​ເພງ​ໜຶ່ງ​ນຳ​ກັນ,​ເພງ​ນີ້​ຊື່ວ່າ"ຊີ່​ວທ່ຽນ​ປູ້​ຮຸຍ​ລາຍ",​ແປ​ວ່າ"ລະດູ​​ໃບ​ໄມ້ຫຼົ່ນ​ບໍ່​ກັບ​ມາ"ອີກດີ.
 
 


1  2