ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-13 18:18:19    
ທ່ານຮວງຈັນ​ກັບ​ດົນຕີ​ປະ​ກອບ​ຮູບ​ເງົາ​ແລະ​​ເລື່ອງ​ໂທ​ລະ​ພາບ​ຂອງ​ທ່ານ

cri Author: mo



ສະບາຍດີທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ຍິນ​ດີ​ຕ້ອນຮັບ​ທ່ານ​ຮັບ​ຟັງ​ລາຍການ​ຢ່ອນ​ອາລົມ​ໃນ​ວັນ​ເສົາ. ຂ້າພະ​ເຈົ້າ​ແມ່ນ​ແສງ​ແກ້ວ. ​ໃນ​ລາຍການ​ມື້​ນີ້, ຂ້າພະ​ເຈົ້າຂໍ​ແນະນຳ​ທ່ານຮວງ​ຈັນ ພ້ອມ​ກັບເພງທີ່​ປະກອບ​ໃນ​ຮູບ​ເງົາ​ແລະ​​ເລື່ອງໂທລະພາບ​ຂອງ​ທ່ານ.

ທ່ານ​ຮວງ​ຈັນ​ແມ່ນ​ນັກ​ແຕ່ງ​​ເພງ​ທີ່​ມີ​ຊື່ສຽງ​ຂອງ​ຮົງ​ກົງ, ​ເກີດ​ຢູ່​ເມືອງ​ກວາງ​ໂຈ​ວ ພາກ​ໃຕ້​ຂອງ​ຈີນ​ເມື່ອປີ 1941, ປີ 1949 ​ໄດ້​ຍ້າຍ​​ໄປຢູ່​ຮົງ​ກົງກັບ​ພໍ່​ແມ່, ປີ 1963 ຮຽນ​ຈົບ​ຈາກ​ຂະ​ແໜງ​ວິຊາພາສາ​ຈີນ​ຂອງ​ມະຫາວິທະຍາ​ໄລ​ຮົງ​ກົງ, ​ເຄີຍ​ເຮັດ​ວຽກ​ໂຄສະນາສິນຄ້າ ຖ່າຍຮູບ​ເງົາ​ແລະ​​ແຕ່ງເພງ​, ​ເຄີຍ​ເປັນ​ພິທີກອນ​ຂອງ​ສະຖານີໂທລະພາບ​ແລະ​ວິທະຍຸ​ກະຈາຍສຽງຮົງ​ກົງ, ທ່ານ​ຮວງ​ຈັນ​ພ້ອມ​ກັບ​ທ່ານ​ຈິ່ນຢົ່ງ ທ່ານ​ນີຄ່ວງ​ແລະ​ທ່ານ​ຊ້າຍລານ​ມີ​ຊື່​ສຽງ​ຮຽງນາມ​ເປັນ​"ນັກ​ວັນນະຄະດີ​ຜູ້ດີ​ເດັ່ນ​ທັງ 4 ຂອງ​ຮົງ​ກົງ", ​ແລະ​​ໄດ້​ຊື່​ເປັນ​"ຜູ້ຊ່າງປາກ​ເວົ້າທັງ 3 ​ຂອງ​ຮົງ​ກົງ"ພ້ອມກັບ​ທ່ານ​ນີຄ່ວງ​ແລະ​ນາງ​ຊ້າຍ​ລານ. ວັນ​ທີ 24 ພະຈິກ​ປີ 2004, ທ່ານ​ຮວງ​ຈັນ​ເຖິງ​ແກ່​ກຳ​ຍ້ອນ​ເປັນພະຍາດ​​ປອດອັກ​​ເສບ. ​ໃນ​ຕະຫຼອດຊີວິດ​ຂອງ​ທ່ານ, ທ່ານ​ໄດ້​ແຕ່ງ​ເພງ 2000 ກວ່າ​ເພງ, ​ໂດຍ​ສະ​ເພາະ​ແມ່ນ​ເພງ​ປະກອບຮູບ​ເງົາ​ແລະ​ໂທລະພາບ, ມາ​ຮອດ​ປັດຈຸບັນ, ​ມີຫຼາຍໆ​ເພງຍັງ​ມີ​ຄົນ​ນິຍົມ​ກັນ​ຢູ່, ສະນັ້ນ, ທ່ານ​ຮວງ​ຈັນ​ຈຶ່ງ​ໄດ້​ນາມມະຍົດເປັນ"ຄົນເກັ່ງ​ອະມະຕະ".

ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ"shang hai tan" ຫາດຊຽງ​ໄຮ້ ແຕ່ງ​ເນື້ອ​ຮ້ອງ​ໂດຍ​ທ່ານ​ຮວງ​ຈັນ ​​ແຕ່ງ​ທຳນອງ​ໂດຍທ່ານ​ກູ້​ເຈ່ຍ​ຮຸ່ຍ, ນາງ​ເຢ້ລີ້​ອີ​ເປັນ​ຜູ້​ຂັບ​ຮ້ອງ. ນີ້​ແມ່ນ​ເພງ​ເອກ​​ໃນ​ໂທລະພາບ​ເລື່ອງ"shang hai tan" ຫາດຊຽນ​ໄຮ້. ​​ເນື້ອ​ເພງ​ມີ​ຄວາມ​ໝາຍວ່າ:"ກະ​ແສນ້ຳ​ໄຫຼ​ຜາດໆ, ​​ບໍ່​ເຫືອດ​ບໍ່​ເຊົາ. ​ຊຸ​ລ້າງທຸກ​ສິ່ງ​ໃນ​ເມືອງມະນຸດ​ຈົດ​ສຸດ​ສ້ຽງ, ກະ​ແສ​ນ້ຳ​ໄຫຼຜາດໆ ​ແມ່ນ​ເລື່ອງ​ໂຊກ? ​ຫຼືເລື່ອງ​​ໂສກ? ​ໃນ​ກະ​ແສນ້ຳ ຈຳ​ແນ​ກ​ບໍ່​ໄດ້ວ່າ ອັນ​ໃດ​ແມ່ນ​​ເລື່ອງດີ​? ອັນ​ໃດ​ແມ່ນ​ເລື່ອງ​ຮ້າຍ? ອັນ​ໃດ​ສຳ​ເລັດ​ຜົນ? ອັນ​ໃດ​ລົ້ມ​ແຫຼວ?" ​ເພງ​ນີ້​ເຕັມ​ໄປ​ດ້ວຍ​ຄວາມ​ອົງອາດສະຫງ່າ​ແລະ​ຄວາມ​ລະ​ມ່ອມລະ​ໄມ​ຂອງຂອງ​ວິລະ​ຊົນ, ​​ເປັນ​ເພງ​ທີ່​ນິຍົມ​ກັນທີ່​ສຸດ​ໃນຊຸມ​ປີ 80 ສະຕະວັດ​ທີ່​ແລ້ວ​ແລະ​ເຜີຍ​ແຜ່​ກັນ​ມາຈົນ​ມາ​ຮອດ​ປັດຈຸບັນ, ​ໄດ້​​ເກີດ​ຜົນ​ສະທ້ອນ​ຕໍ່​ຄົນ​ຮຸ້ນ​ໜຶ່ງ​ຂອງ​ຈີນ.

ແຕ່​ປີ 1965 ​ເປັນຕົ້ນມາ, ທ່ານ​ຮວງ​ຈັນ​ໄດ້​ເລີ່​ມ​ເຂົ້າຮ່ວມ​ການ​ແຕ່ງ​ຄຳ​ໂຄສະນາ​ສິນຄ້າແລະ​ແຕ່ງ​ເນື້ອ​ເພງ, ​ໄດ້​ຮັບ​ນາມມະຍົດເປັນ​"ນາຍຊ່າງ​ແຕ່ງເນື້ອ​ເພງ​ສະ​ໄໝ​ນິຍົມ", ​ແມ່ນ​ຕົວ​ແທນ​ຂອງ​ວັດທະນະທຳ​ສະ​ໄໝ​ນິຍົມ​ຮົງ​ກົງ, ທ່ານ​ແມ່ນ​ນັກ​ດົນຕີ​ທີ່​ຮ່ວມ​ມື​ກັບ​ທ່ານ​ສີ​ເຄີ້ ຜູ້​ກຳກັບ​ການສະ​ແດງ​ຮູບ​ເງົາຫຼາຍກວ່າ​ໝູ່. ​ເພງ​ຂອງ​ທ່ານ​ຮວງ​ຈັນ​ສະຫງ່າ​ອົງອາດ​ທັງ​ນິ້ມ​ນວນ​ອອນ​ຊອນ, ສອດຄ່ອງ​ກັບ​ທັດສະນະ​ຄະຕິ​ການ​ແຕ່ງ​ເພງ​ຂອງ​ທ່ານ​ສີ​ເຄີ້ທີ່​ສຸດ, ການ​ຮ່ວມ​ມື​ຂອງ​ພວກ​ເພີ່ນ​ທັງສອງ​​ໄດ້​ຈົ່ງ​ບົດ​ປະພັນ​ສິລະ​ປະ​ວັນ​ນະ​ຄະດີ​ອັນ​ດີ​ເລີດ​ໄວ້​ໃຫ້​ຄົນ​ທັງຫຼາຍ, ​ເພງຮູບ​ເງົາ​ທີ່​ມ່ວນໆ​ຄື​ເພງqian nv you hun ວິນ​ຍານສາວງາມ,  ​ເພງliu guang fei wu​ ກະ​ແສເວລາ​​ໄຫຼຜ່ານ​​ປານສາດ​ແສງ​, ​ແລະ​ເພງnan er dang zi qiang ລູກຜູ້​ຊາຍຄວນ​ເຂັ້ມ​ແຂງ ​ເປັນຕົ້ນ, ​ລ້ວນ​ແຕ່​ແມ່ນ​ທ່ານ​ຮວງ​ຈັນ​ເປັນ​ຜູ້​ແຕ່ງ.
1  2