ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-14 16:52:40    
​ພໍ່​, ສະບາຍດີ​ວັນພໍ່!​(ສຽງ)

cri Author: huachunmei



ສະບາຍດີ​, ທ່ານ​ຜູ່​ຟັງ​ທີ່​ເຄົາລົບ.  ຂ້າພະ​ເຈົ້າ​ແມ່ນດາລາ​ວັນ​, ຊົມ​ເຊີຍ​ທ່ານ​ຮັບ​ຟັງ​ລາຍການ​ນັດ​ພົບ​ໃນ​ວັນ​ອາທິດ. ຄຽງຄູ່​ກັບ​ວັນ​ອາທິດຄັ້ງ​ທີ​ສາມ​ເດືອນມິຖຸນາວຽນມາ​ເຖິງ, ກໍ​ຮອດວັນພໍ່​ອີກ​ແລ້ວ. ​ໃນ​ລາຍການ​ພາກ​ນີ້, ພວກ​ເຮົາ​ໄດ້ຈັດ​ເພງ​ປະ​ມວນ​ໜຶ່ງຂໍ​ມອບ​ໃຫ້​ຜູ່​ເປັນພໍ່​ທຸກໆ​ຄົນ​ໃນ​ໂລກ,ອວຍພອນໃຫ້ພວກ​​ເພິ່ນ​ຈົ່ງສະບາຍດີ​ວັນ​ພໍ່!

ທ່ານ​ຜູ່​ຟັງ​ທີ່​ຮັກ​ແພງ, ​ເພງ"ຈີ​ຊຽງ​ຊ່ານ​ປາວ" ​ແປ​ວ່າ, "ຂອງ​ປະ​ເສີດສິລິ​ມຸງຄຸນສາມ​ຢ່າງ" ​ແມ່ນ​​ເພງ​ທີ່ທ່ານ​ປູ້​ເຢີ​ນປາຢາ​ເອີ ​ເພື່ອນຮ່ວມງານ​ພະ​ແນ​ກພາສາ​ມົງ​ໂກ​ນຂອງ​ວິທະຍຸ CRI ​ພວ​ກ​ເຮົາ​​ແຕ່ງ​ໃຫ້​ລູກ​ສາວ​ຮ້ອງ. ​ເພງ​ນີ້​ມີ​ເນື້ອ​ຮ້ອງງ່າ​ຍໆ​ແລະ​ໜ້າ​ຮັກ, ຜູ່​ໜຶ່ງ​ຖາມ​ຜູ່​ໜຶ່ງ​ຕອບ​, ສາ​ມຄົນ​ໃນຄອບຄົວຂຶ້ນ​ເວທີ​ຮ້ອງ​ເພງ​ນີ້​ນຳ​ກັນ, ​ເຕັ​ມ​ໄປ​ດ້ວຍ​ຄວາມກົມກຽວ​ແລະ​ສຸກ​ສັນ. ​ເພງ​ນີ້​ຫຼັງຈາກ​ໄດ້​ນຳ​ອອກ​ສະ​ແດງໃນ​ງານ​ລາຕີ​ອັນ​ໃຫຍ່​ໂຕ​ໃນບຸນ​ກຸດ​ຈີນ​ປີ 2006 ​ແລ້ວກໍ​ໄດ້​ຮັບ​ຄວາມ​ນິຍົມຊົມ​ເຊີຍ​ທີ່​ສຸດ​ໃນ​ທົ່ວ​​ປະ​ເທດ. ​ເພງນີ້​ມີ​ເນື້ອ​ຮ້ອງ​ວ່າ,

"ພໍ່​ເອີ້​ຍ. ​ເຈົ້າ. ​ເມື່ອ​ຕາ​ເວັນ​​ໂພ່​ຂຶ້ນ​ແລ້ວ, ​ດວງຈັນ​ກໍເມືອ​ບ້ານ​​​ບໍ່?​​ແມ່ນ​​ແລ້ວ. ​ຊັ້ນໝູ່ດາວ​ອອກ​ມາແລ້ວ, ຕາ​ເວັນ​ໄປ​ໃສ​? ຢູ່​ເທິງ​ຟ້າ! ​ເປັນ​ຫຍັງ​ລູກ​ຊອກ​ຫາ​ບໍ່​​ເຫັນ? ມັນ​​ເມືອບ້ານ​ແລ້ວ. ດວງຕາ​ເວັນ ດວງ​ດາວ​ແລະດວງ​ຈັນກໍ​ແມ່ນ​ຄອບຄົວທີ່​ສິລິ​ມຸງຄຸນ.

ແມ່​ເອີ້​ຍ. ​ເຈົ້າ. ​ໃບ​​ໄມ້​ຂຽວແລ້ວ​, ​ຍາມ​ໃດມັນຈຶ່ງ​ອອກດອກ​? ຕ້ອງຖ້າ​ຮອດ​ລະດູ​ຮ້ອນ​ພຸ້ນ​ລູກ. ​ເມື່ອດອກ​ແດງ​ແລ້ວ​ໄປ​ເດັດ​ເ​ອົາໝາກມັນ​ໄດ້​ບໍ່? ຕ້ອງ​ຖ້າຮອດ​ລະດູ​ໃບ​ໄມ້​ຫຼົ່ນພຸ້ນ​ລູກ. ​ເອົາໝາກ​ມັນມາປູ​ກ​ໃສ່ດິນມັນ​​ອອກ​ໜໍ່​ບໍ່? ​ເຈົ້າ, ມັ​ນ​ຈະ​ເຕີບ​​ໃຫຍ່​ຂຶ້ນ. ດອກ ​ໃບ​ແລະ​ໝາກ​ກໍ​ແມ່ນ​ຄອບຄົວ​ທີ່ສິລິ​ມຸງຄຸນ​.

ລູກ​ເອີ້​ຍ. ​​ໂດຍ. ພໍ່​ກໍຄື​ກັບ​ດວງຕາ​ເວັນ​ສ່ອງແສງ​ໃຫ້​ແມ່​. ​ຊັ້ນແມ່​​​​ເດ້? ​ແມ່​ກໍຄື​ກັບໃບ​ຂຽວ​​ເສີມດອກ​ໄມ້​ແດ​ງ. ຊັ້ນລູກ​​​ເດ້? ລູກຄື​ກັບ​ແນວ​ປູກ​ພວມ​ອອກ​ໜໍ່​ຈໍ່​ໃບ. ພໍ່ ​ແມ່​​ແລະລູກ​ກໍ​ແມ່ນ​ຄອບຄົວທີ່ສິລິ​ມຸງ​ຄຸນ……​"

​ເພງ "ຂອງ​ປະ​ເສີດສິລິ​ມຸງຄຸນສາມ​ຢ່າງ" ທີ່ທ່ານ​ຟັງ​ມານັ້ນອາດ​ຈະ​​ແມ່ນ​ຂອງຂວັນ​ທີ່​ປະ​ເສີດທີ່​ສຸດທີ່ພໍ່​ມອບ​ໃຫ້​ລູກ​ສາວ. ​ໃນ​ຊີວິດ​​ຕົວ​ຈິງ, ຜູ່​ເປັນພໍ່​ສ່ວນຫຼາຍ​ເປັນ​ຄົນບໍ່​ມັກ​ປາກມັກ​​ເວົ້າ, ​ແຕ່​​ເຖິງ​ເພິ່ນ​ບໍ່​ປາກ​ບໍ່​ເວົ້າປານ​ໃດ, ຜູ່​​ເປັນ​ລູກ​ກໍ​ສາມາດ​ຮູ້ສຶກ​ເຖິງ​ຄວາມ​ຮັກຂອງ​ພໍ່​. ຕໍ່​ໄປ, ​ເຊີນຟັງ​ເພງ "ຟູ້​ຊິ້ນ, ໜີ​ຊຶ້ອານ​ເຈິ້ນ​ເຕິ" ​​ແປ​ວ່າ"ພໍ່​ທີ່​ຢູ່ມິດໆ" ​ເຊິ່ງຂັບ​ຮ້ອງ​​​ໂດຍ​ນາງ​ຈ່ຽງ​ເໝີຍ​ຊີ.

 "​ໂລກ​ພາຍນອກ​ພວມ​ສົນລະວົນູ, ຄວາມ​ຝັນ​ຍັງ​ຝັນຕໍ່​ໄປ. ລູກຄຶດ​ຮອດຄຶດເຖິງູ, ພໍ່​ຍັງ​​ເຝົ້າຮັກສາຢູ່. ​ເພງ​ຍັງ​ຮ້ອງ​ຢູ່ຕໍ່​ໄປ, ​ແຕ່​ໂລກ​ໄດ້​ປ່ຽນ​​ແລ້ວ. ລູກຍ່າງ​ໄປ​ບ່ອນ​ໄກ​ແລ້ວ, ​ແຕ່ພໍ່​ຍັງມິດງຽບ​ຢູ່. ຈາກ​ນັ້ນ, ລູກ​ຈຶ່ງ​ເຂົ້າ​ໃຈ​ວ່າ, ຄວາ​ມມິດ​ງຽບກໍ​ແມ່ນ​ກຳລັງ, ​ເພາະ​ວ່າ​ພໍ່​ແມ່ນ​ຜູ່​ໜູນຫຼັງຂອງ​ລູກ​​ຕະຫຼ​ອດມາ. ​ເຖິງ​ຈະ​ໄດ້​ຮັບ​ຄວາມ​ສົມ​ໃຈ​ຂອທົ່ວໂລກ, ​ໃນ​ໃຈ​ຂອງ​ລູກ, ພໍ່ຍັງ​ຄົງ​ແມ່ນ​ຜູ່​ທີ່​ ​ລູກ​ເພິ່ງ​ອີງ…… "

1  2