ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-14 16:52:40    
​ພໍ່​, ສະບາຍດີ​ວັນພໍ່!​(ສຽງ)

cri Author: huachunmei

​ເພງ"ຕ້າ​ຕີ້" "​ທໍລະນີ" ​ແມ່ນ​ເພງ​ເກົ່າ​ເພງ​ໜຶ່ງ. ​ແຕ່​ໃນ​ວັນ​ພິ​ເສດ ຄື, ມື້ນີ້, ​​ປຽບພໍ່​ເປັນ​ທຳ​ລະ​ນີທີ່​ມິດງຽບບໍ່​ມັກ​ປາກ​ແຕ່​ໃຈກວ້າງ​ຂວາງ​​ອາດ​ຈະ​ເໝາະ​ສົມ​ທີ່​ສຸດ. ​ເຊີນ​ຟັງ​ເພງ​ນີ້​ນຳ​ກັນ​!

ທ່ານ​ຜູ່​ຟັງທີ່​ຮັກ​​ແພງ, ຢູ່​ຈີນ, ຄຳ​ເອີ້ນວ່າ"ພໍ່​"​ກໍ​ໝາຍ​ເຖິງ​ເສົາ​ຄ້ຳ​ຂອງ​ຄອບຄົວ, ຈະ​​​ແບກ​ຫາບ​ໜ້າ​ທີ່​ຮັບຜິດ​ຊອບ​ຕໍ່​ຄອບຄົວ​ຫຼາຍກວ່າ. ​ເພງ "ປາປາ​ເຕີ​ຊາວ​ເຊຍ" "​ເກີບ​ເຟືອງ​ຂອງ​ພໍ່" ​ໄດ້​ພັນ​ລະ​ນາຄວາມ​ອິດ​ເມື່ອຍ​ຂອງ​ພໍ່. ​ເພງ​ນີ້​ມີ​ເນື້ອຮ້ອງ​ວ່າ, "​ເກີບ​ເຟືອງ​​​ແມ່ນເຮືອ, ພໍ່​​ແມ່ນ​ຜ້າ​ໃບ​. ​ເທິງ​​ເຮືອ​​ບັນທຸກເຕັມ​​ໄປດ້ວຍຄຳ​ເຕືອນ​ຂອງ​ຍ່າ, ​ນຳ​​ເອົາຄວາມ​ຝັກ​ໄຝ່ໃນ​ຍາມຍັງໜຸ່ມ, ອອກ​ເດີນທາງ​ດ້ວຍ​ຄວາມ​ຫວັງ​ເຕັມ​ປ່ຽມ. ​ມີ​​ແມ່​ຊ່ອຍ​ພາຍ​ເຮືອ, ຊັກຜ້າ​​ໃບ​ຂຶ້ນ​ດ້ວຍ​ຄວາມ​ຮັກ​ເລິກ​ເຊິ່ງ, ​ບຸກຜ່າ​ຫົວ​​ຟອງອີກຫຼາຍຄັ້ງ. ​ເກີບ​ເຟືອງ​​​ແມ່ນ​ເຮືອ, ພໍ່​​ແມ່ນ​ຜ້າ​​ໃບ. ບ້ານ​ເກີດ​ເມືອງ​ນອນທາງ​​ໄກ​ພວມ​ຮຽກ​ຮ້ອງ, ​ເຮືອທີ່​ແລ່ນ​ເມື່ອຍ​ແລ້ວ​ຈົ່ງ​ມາ​ທຽບທ່າ​ໄວໆ…"

ທ່ານ​ຜູ່​ຟັງ​ທີ່​ຮັກ​ແພງ, ວັນ​ພໍ່​ປີນີ້ພໍດີ​ແມ່ນ​ຢູ່​ໃນ​ເວລາ​ທີ່​ງານ​ແຂ່ງ​ຂັນ ​ບານ​ເຕະ​ຊີງ​ຂັນ​ໂລກ​ປີ 2006 ທີ່​ຈັດ​ຂຶ້ນ​ຢູ່​ເຢຍ​ລະ​ມັນ​, ​ເຊື່ອ​ວ່າ​ມີ​ຜູ່​ເປັນພໍ່ຫຼວງຫຼາຍມັກ​​ເບິ່ງ. ​ເພງ "Time Of Our Lives" ​​​ແມ່ນ​ເພງ​ປະຈຳ​ງານ​ແຂ່ງ​ຂັນບານ​ເຕະ​ຊີງ​ຂັນ​ໂລກ​ຄັ້ງນີ້, ພວກ​ເຮົາຂໍ​ມອບ​ເພງ​ນີ້ໃຫ້​ຜູ່​ເປັນ​ພໍ່​ທັງຫຼາຍທີ່​ມັກ​ກິລາບານ​ເຕະ, ​ໃນ​ຂະ​ນະ​ທີ່​ເບິ່ງ​ບານ​ນັ້ນກໍ​ຕ້ອງ​ເອົາ​ໃຈ​ໃສ່​ພັກຜ່ອນ ລະວັງຮັກສາສຸຂະພາບ​ແ​ແດ່​ເດີ້.

ທ່ານ​ຜູ່​ຟັງ​ທີ່​ຮັກ​ແພງ, ມ້ວນທ້າຍ​ລາຍການ​ມື້​ນີ້ ​ເຊີນ​ຟັງ​ເພງ" ຟູ້​ຊິ້ນ " ​ແປ​ວ່າ"ພໍ່". ​ເນື້ອ​ເພງ​ມີ​ຢູ່​ວ່າ, "​ໃນ​ຍາມ​ຍັງນ້ອຍ, ລູກ​ມັກ​ນັ່ງ​ຢູ່​ເທິງ​ຍບ່າ​​ໄຫຼ່ຂອງ​ພໍ່. ພໍ່​​ແມ່ນ​ຂັ້ນ​ໃດ​ໄຕ່​ຂຶ້ນ​ຟ້າ​, ພໍ່​ແມ່ນ​ຄວາມ​ທີ່​ແກ່​​ລົດ. ລູກບໍ່​ລືມ​ພໍ່​ລ້ຽງ​ລູກ​ດ້ວຍ​ເຂົ້າ​ແດງ​​ແກງ​ຈືດ, ບໍ່​ລືມ​ພໍ່​ຫາຍ​ໃຈ​ໃຫຍ່ນັ່ງ​ກິນ​ເຫຼົ່າຜູ່​ດຽວ. ​ເມື່ອໃຫຍ່​ແລ້ວ, ​​ເດັກ​ເທິງ​ພູ​ຜູ່​ໃດ​ກໍ​ຢາກ​ໄປ​ຫາ​ທາງ​ທຳ​ມາ​ຫາ​ກິນ​ຢູ່​ທາງນອກ. ​ເມື່ອ​​ຄຶດ​ຮອດລູກ​ແລ້ວ, ພໍ່ກໍ​ຂຽນຈົດ​ໝາຍ​ມາ​ສັ່ງ​ລູ​ກ, ​ເມື່ອຄຶດ​ຮອດ​ລູກ​, ພໍ່​ກໍ​ສູບກອກ​ຢູ່​ບໍ່​ປາກ, ​ແຫງນ​ມອງ​ເບິ່ງທ້ອງຟ້າທີ່​ເຕັມ​ໄປ​ດ້ວຍ​ໝູ່​ດາວ. ​ໃຜ​ກໍວ່າ, ລ້ຽງ​ລູກ​​ເພື່ອ​​ມີ​ຜູ່ເບິ່ງ​ແຍງ​​​ໃນຍາມ​ເຖົ້າ, ​ແຕ່​ລູກ​ພັດ​ໄປ​ແດນ​ໄກ. ມີ​ຄົນ​ເວົ້າວ່າ, ລ້ຽງ​ລູກ​ເພື່ອ​​ໃຫ້​ລູ​ກ​ເບິ່ງ​ແຍງ​ໃນ​ຍາມ​ເຖົ້າ, ​ແຕ່​ພໍ່​ຈະ​ທຸກ​ຈະ​ເມື່ອຍ​ປານ​ໃດ​ກໍ​ບໍ່​ເຄີຍ​ອອກປາກ​ເວົ້າ. ລູກ​ມີ​ແຕ່​ຮ້ອງ​ເພງ​ນີ້​​​ຟາ​ຍນ້ຳຕາ, ຂໍ​ໃຫ້​ພໍ່​ແມ່​ທຸກໆ​ຄົນ​ໃນ​ໂລກ​ຈົ່ງ​​ສະບາຍ​ດີ​ໃນ​ໄວ​ຊະລາ…"

ທ່ານ​ຜູ່​ຟັງ​ທີ່​ເຄົາລົບ, ຄຽງ​ຄູ່​ກັບ​ເພງ"ພໍ່"ມໍ່​ຈະ​ຈົບ​ລົງ, ລາຍການ​ມື້​ນີ້​ກໍ່​ຈະ​ສ້ຽງ​ສຸດ​ລົງ​ພຽງ​ທໍ່​ນີ້. ຂອບ​ໃຈ​ທ່ານ​ທີ່​ຮັບ​ຟັງ, ພົບ​ກັນ​ໃຫມ່​ໃນ​ລາຍການ​ຫນ້າ,ສະບາຍດີ.


1  2