ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-15 11:21:04    
ເອ​ກະ​ລັກ​ຕ່າງ​ໝູ່​ຂອງ​ຖະ​ໜົນ​ເສີງ​ຮວງ​ມ້ຽວ​ເກົ່າ​ຢູ່​ເມືອງ​ຊຽງ​ໄຮ້

cri Author: da


ຢູ່​ໃຈກາງ​ເມືອງ​ຊຽງ​ໄຮ້,ມີ​ບ່ອນ​ພິ​ເສດ​ບ່ອນໜຶ່ງ ມີ​ສວນອຸ​ທິຍານ​ທີ່​ມິດ​ງຽບ​ໜ້າ​​ໄປ​ທ່ຽວ,ທັງ​ມີ​ຖະໜົນ​​ການ​ຄ້າ​ທີ່​ຈະ​ເລີ​ນຟົດ​ຟື້ນ,ມີ​ຮ້ານ​​ກິນ​ດື່ມ​​ ຮ້ານ​ນ້ຳຊາ​ແລະ​ຮ້ານ​ຄ້າ​​ເກົ່າ​ທີ່​ມີ​ປະຫວັດ​ຮ້ອຍ​ປີຢ່າງ​ຫຼວງ​ຫຼາຍ​,ນີ້​ກໍ​ແມ່ນ"ຖະໜົນ​ເສີງ​ຮວງ​ມ້ຽວ​ເກົ່າ",ມັນ​ໄດ້​ກາຍ​ເປັນ​ນາມບັດ​ຂອງ​ເມືອງ​ຊຽງ​ໄຮ້​ແລ້ວ.ມື້​ນີ້,ພວກ​ເຮົາ​ຈະ​ພາ​ທ່ານ​ໄປ​ເລາະທ່ຽວ"ເມືອງ​ເສີງ​ຮວງ​ມ້ຽວ​ເກົ່າ"ຢູ່​ຊຽງ​ໄຮ້.

"ເສີງ​ຮວງ​ມ້ຽວ​",​ໃນ​ເມື່ອ​ກ່ອນ​ແມ່ນ​ສານ​ເຈົ້າທີ່​ສາສະໜາ​ເຕົ໋າຂອງ​ຈີນ​ບູຊາ​​ເທວະ​ດາປ້ອງ​ກັນຕົວ​ເມືອງ.​ແຕ່"​ເສີງ​ຮວງ​ມ້ຽວ​ເກົ່າ"ທີ່​ພວມ​ເຮົາ​ກ່າວ​ນີ້ມີ​ຄວາມ​ໝາຍ​ຕ່າງຫາກ.ຢູ່​ແຫ່ງ​ນີ້ມີ​ສານ​ເຈົ້າ​ເສີງ​ຮວງມ້ຽວ​ທີ່​ສ້າງຕັ້ງຂຶ້ນ​ເມື່ອ​ຕົ້ນສະຕະວັດ​ທີ 15 ​ນັ້ນແທ້,​ແຕ່​ໃນ​ຫຼາຍ​ຮ້ອຍ​ປີ​ທີ່​ຜ່ານ​ມາ,ສານ​ເຈົ້າ​ເສີງ​ຮວງມ້ຽວຫຼັງ​ນີ້​ແລະ​ເຂດ​ອ້ອມ​ແອ້ມ​ໄດ້​ເຕົ້າ​ໂຮມຮ້ານ​ຄ້າ​ຢ່າງ​ຫຼວງ​ຫຼາຍ,​ແມ່ນ​ເຂດ​ການ​ຄ້າ​ທີ່​ຄຶກຄື້ນ​ທີ່​ສຸດ​​ຕະຫຼອດມາ.ປະຈຸ​ບັນ,​​ເມື່ອຊາວ​ຊຽງ​ໄຮ້​ເວົ້າ​ເຖິງ​ ​ເສີງ​ຮວງມ້ຽວ,​​ແມ່ນ​ໝາຍ​ເຖິງ​ເຂດ​ຄຸ້ມ​ເກົ່າ​ທີ່ຢູ່​ແຖບ​​ເສີງ​ຮວງ​ມ້ຽວ,ຊາວ​ຊຽງ​ໄຮ້​ເອີ້ນ​ເປັນ"​ເສີງ​ຮວງ​ມ້ຽວ​ເກົ່າ"ຢ່າງ​ສະໜິດສະໜົມ.

ຢູ່"ເສີງ​ຮວງ​ມ້ຽວ​ເກົ່າ",ສິ່ງ​ທີ່​ພາດບໍ່​ໄດ້​ນັ້ນແມ່ນ​ເຂົ້າໜົມທີ່​ມີ​ຈຸດ​ພິ​ເສດ​ຂອງ​ຊຽງ​ໄຮ້ຊະນິດ​ຕ່າງໆ.ຢູ່​ແຫ່ງ​ນີ້​ມີ​ຖະໜົນ​​ຍາວ​ຫຼາຍ​ສິບ​ແມັດ​ເສັ້ນໜຶ່ງ,ມີ​ຮ້ານ​ຂາຍຂອງ​ກິນຫຼາຍ​ຫຼັງ,​ໄດ້​ເຕົ້າ​ໂຮມ​ເຂົ້າໜົມທີ່​ມິ​ຈຸດ​ພິ​ເສດ​ຂອງ​ເມືອງ​ຊຽງ​ໄຮ້​ເກືອບ​ໝົດ​ທຸກ​ຊະນິດ,​ແມ່ນ"ອະນາ​ຈັກ​ເຂົ້າໜົມ"ທີ່​ສົມ​ຊື່.​ໃນ​ນັ້ນ ຮ້ານ​ທີ່​ມີ​ຊື່​ສຽງ​ທີ່​ສຸດ​ແມ່ນ"ຮ້ານ​ມານ​​ໂຖນານ​ຊຽງ",​ຢູ່​ໜ້າ​ຮ້ານມັກ​ມີ​ຄົນ​ລຽງ​ແຖວ​ຍາວ​ຢູ່​ເລື້ອຍໆ.​ໃນ​ເວລາ​ຢ້ຽມຢາມ​ຊຽງ​ໄຮ້,ພະ​ລາ​ຊີ​ນີ ​ເອລີ​ຊາ​ເບ​ດລາຊະການທີ 2 ຂອງ​ອັງກິດກໍ​ເຄີຍ​ມາຮ້ານຂາຍຂອງ​ກິນ​ແຫ່ງ​ນີ້.

"ມານ​​ໂຖນ້ອຍ"ຂອງ​ຮ້ານ​ນີ້ ທີ່​ຈິງ​ແລ້ວ​ແມ່ນ​ກະ​ລາ​ເປົ໋ານ້ອຍຊະນິດ​ໜຶ່ງ,​ແຕ່​ຊາວ​ຊຽງ​ໄຮ້​ມັກ​ເອີ້ນກະລາ​ເປົ໋າ​ເປັນ​ມານ​ໂທ​ວ.​ຈຳນວນ​ຄົນ​ໄປກິນ​ກະລາ​ເປົ໋າ​ໃນ​ຮ້ານ​ນີ້​ຫຼາຍ​ໂພດ,ຢາກຫາ​ໄດ້​ບ່ອນ​ນັ່ງ​​ໃນ​ເວລາ​ສັ້ນບໍ່​ແມ່ນ​ເລື່ອງ​ງ່າຍ,ສະນັ້ນ ຄົນສ່ວນ​ຫຼາຍມັກ​ໄປ​ຈັດລຽງ​ແຖວ​ຊື້​ກະລາ​ເປົ໋າຢູ່​ໜ້າຮ້ານ,​ແລ້ວ​​ໃສ່​ກັບເຈ້ຍ​ຖື​ໄວ້ກິນ​.ທ່ານ​ສະຕີ​ຟ ​ໂອ​ມາຣາ ຄົນ​ກາ​ນາ​ດາ​ແມ່ນ​ຂາ​ປະຈຳ​ຂອງຮ້ານ​ນີ້​ແລ້ວ,ທ່ານ​ເວົ້າວ່າ,ມີ​ເທື່ອ​ໜຶ່ງ ​ເພິ່ນໄດ້​ລຽງ​ແຖວ​ຕັ້ງໜຶ່ງ​ຊົ່ວ​ໂມງ​ຈິ່ງ​ຊື້​ກະລາ​ເປົ໋າ​ໄດ້.ທ່ານ​ເວົ້າວ່າ:

"ຂ້າພະ​ເຈົ້າຍິນ​ດີ​ລໍຖ້າ​ດົນ​ປານ​ນີ້​​ ແມ່ນ​ຍ້ອນ​ກະລາ​ເປົ໋າຂອງ​ຮ້ານ​ນີ້,ມີ​ຊື່​ສຽງ​ຫຼາຍຢູ່​ຊຽງ​ໄຮ້,​ເປັນ​ໜ້າ​ລໍຖ້າ,​ແມ່ນ​ກະລາ​ເປົ໋າທີ່​ແຊບ​ທີ່​ສຸດ.ຂ້າພະ​ເຈົ້າ​ເຄີຍ​ກິນ​ຫຼາຍ​ເທື່ອ​ແລ້ວ,​ຂ້າພະ​ເຈົ້າຮູ້ສຶກວ່າ ແຊບ​ຫຼາຍ."

ກະລາ​ເປົ໋ານ້ອຍ​ຂອງ​ຮ້ານ​ນານ​ຊຽງ​ມີ​ປະຫວັດ100ກວ່າ​ປີ​ແລ້ວ,ມີ​ຊື່​ລື​ນາມຍ້ອນ​​ເປືອກບາງ ​ໄສ້​ຫຼາຍ​ແລະລົດ​ຊາດ​ແຊບນົວ​.ກະລາ​ເປົ໋າຊະນິດ​ນີ້ມີ​ຮູບນ້ອຍໆຄື​ກັບ​ທາດ.​ເອົາ​ກະລາ​ເປົ໋າກ້ອນ​ໜຶ່ງ​ໃສ່​ໃນ​ຈານ,​ແທງ​ໃຫ້​​ແກງ​ໄຫຼ​ອອກ​ມາ,ຫອມ​ຫຼາຍ​ຈົນ​ນ້ຳລາຍ​ໄຫຼ​.

ໃນຮ້ານກະລາ​ເປົ໋ານານ​ຊຽງ​ ມີກະລາ​ເປົ໋າຊະນິດ​ໜຶ່ງ​ເອີ້ນ​ວ່າ"​ກະລາ​ເປົ໋າເຊ້​ເຝີ​ນ"ທີ່​ຄົນ​ທັງຫຼາຍ​ນິຍົມ​ທີ່​ສຸດ​.ອັນ​ທີ່​ວ່າ"​ເຊ້​ເຝີ​ນ"ໝາຍ​ເຖິງ​ຊີ້ນປູ​ນ້ຳຈືດ.ກະລາ​ເປົ໋າທີ່​ໃສ່​ຊີ້ນ​ປູ​ຢູ່​​ໃນ​​ໄສ້​ນັ້ນ,ມີ​ລົດ​ຊາດ​ແຊບນົວ​ທີ່​ສຸດ,​ໃນ​ເວລາ​ກິນຍັງຕ້ອງ​ມີ​ຂີງ​ຊອຍ​ບາງໆແລະ​ນ້ຳສົ້ມຫອມ​ກິນ​ພ້ອມກັນ,ມັນ​ຄື​ກັບ​ຂອງ​ແກ້ມ​ທີ່ຄົນ​ຈີນ​ມັກ​ແກ້ມໃນ​ເວລາ​ກິນ​ປູ.ຮ້ານ​ນີ້​ຍັງ​ຂາຍ"ກະລາ​ເປົ໋າ​ໃສ່​ແກງ"ທີ່​​ໃຊ້ໄຂ່​ປູ​ເປັນ​ໄສ້,​ເພື່ອ​ໃຫ້​ແຂກ​ສະ​ເຫວີຍ​ລົດ​ຊາດ​ແຊບນົວທີ່​ບອກ​ບໍ່​ຖືກ​ຂອງ​ກະລາ​ເປົ໋າຊະນິດ​ນີ້,​ທາງຮ້ານ​ຍັງ​​ໄດ້​ໃສ່​ຫຼອກ​ດູດ​ກະລາ​ເປົ໋າສຳລັບ​ໃຫ້​​ແຂກ​ ​ດູດ​ກິນ​ແກງ​​ໃນ​ກະລາ​ເປົ໋າກ່ອນ.
1  2