ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-15 11:21:04    
ເອ​ກະ​ລັກ​ຕ່າງ​ໝູ່​ຂອງ​ຖະ​ໜົນ​ເສີງ​ຮວງ​ມ້ຽວ​ເກົ່າ​ຢູ່​ເມືອງ​ຊຽງ​ໄຮ້

cri Author: da


ດຽວ​ນີ້ ຢູ່​ຊຽງ​ໄຮ້,​ເຂົ້າໜົມປະ​ເພ​ນີທີ່​ມີລົດ​ຊາດອ້ອຍ​ຕ້ອຍ​ຫຼາຍ​ຊະນິດ​ພຽງ​ແຕ່​ຢູ່​ໃນ"​ເສີງ​ຮວງ​ມ້ຽວ​ເກົ່າ"ຈິ່ງ​ມີ​ໃຫ້​ກິນ.​ເວົ້າສຳລັບຊາວ​ຊຽງ​ໄຮ້​ແລ້ວ,​ເຂົ້າໜົມປະ​ເພນີ​ເຊັ່ນ​​ເຂົ້າໜົມນ້ອຍ,​​ເຕົ້າຮູ້​ເໝັນເປັນຕົ້ນ,ບໍ່​ພຽງ​ແຕ່​ພາ​ໃຫ້​ແຂກ​​ໄດ້​ສະ​ເຫວີຍ​ແຕ່​ລົດ​ຊາດທໍ່​ນັ້ນ.ທ້າວ​ຫຼີງໝິນຄົນ​ຊຽງ​ໄຮ້​ອ້ອຍຕ້ອຍເວົ້າວ່າ,​​ເພິ່ນ​ມາກິນ​ເຂົ້າໜົມປະ​ເພນີ​ຢູ່"ເສີງ​ຮວງ​ມ້ຽວ​ເກົ່າ"​ແມ່ນ​ເພື່ອ​ຫວນ​ຄືນ​ອະດີດ.​ເພິ່ນ​ເວົ້າວ່າ:

"ມາ​ກິນ​​ເຂົ້າໜົມຢູ່"​ເສີງ​ຮວງ​ມ້ຽວ​ເກົ່າ"​ເຮັດ​ໃຫ້ຄົນ​ເໝືອນ​ດັ່ງ​​ໄດ້​ກັບ​ຄືນໄປ​ຮອດ​ອະດີດ,​ແຫ່ງ​ນີ້​ເຮັດ​ໃຫ້​ຄົນ​ມີ​ຄວາມ​ຮູ້ສຶກຕ່າງ​ກັນ​ກັບ​ຕົວ​ເມືອງ​ໃນ​ປະຈຸ​ບັນ.​ເພາະວ່າ​ຢູ່​ແຫ່ງ​ອື່ນ​ຂອງ​ເມືອງ​ຊຽງ​ໄຮ້​ບໍ່​ມີ​ເຂົ້າໜົມຫວານ​ແລະ​ເຕົ້າຮູ້​​ເໝັນຂາຍ,ມີ​ແຕ່​ມາກິນ​ຢູ່​"​ເສີງ​ຮວງ​ມ້ຽວ​ເກົ່າ". ​ເຂົ້າໜົມຂອງ"​ເສີງ​ຮວງ​ມ້ຽວ​ເກົ່າ"​ເໝືອນດັ່ງ​ສັນຍະລັກ​ອັນ​ໜຶ່ງຂອງ​ເມືອງ​ຊຽງ​ໄຮ້ ."

ພາຍຫຼັງ​ຊີມ​ເຂົ້າໜົມຢູ່​​ຖະໜົນ​​ເສີງ​ຮວງ​ມ້ຽວ​ເກົ່າ​ນີ້ແລ້ວ,ທ່ານ​ຍັງ​ສາມາດ​ໄປ​ເລາະ​ທ່ຽວ​ຖະໜົນ​ເກົ່າ​ເສັ້ນນີ້ທີ່​ມີ​ຮ້ານ​ຄ້າ​ຕັ້ງຊ້ອງໆ​ກັນຢ່າງ​ຫຼວງ​ຫຼາຍ.ຖະໜົນ​ທີ່​ປູ​ດ້ວຍ​ແຜ່ນ​ຫີນ​ສີຂຽວ​​ເສັ້ນ​ນີ້​ ກວ້າງພຽງ 3 ​ແມັດກວ່າ,ຮ້ານ​ຄ້າ​ຢູ່​ສອງຢາກ​ຖະໜົນ ສ່ວນ​ຫຼາຍ​ແມ່ນ​ຕຶກສີ​ແດງ​ສອງ​ຊັ້ນ,​ໄດ້​ແຂວນ​ປ້າຍ​ຊະນິດ​ຕ່າງໆ​​ເຊັ່ນ"​ລາຊາຫວີ​ໄມ້" "ວີ" "ຊາ"​ເປັນຕົ້ນ,ປະຈັກ​ຕາ​ຫຼາຍ.ຮ້ານ​ຄ້າ​ເຫຼົ່າ​ນີ້​ມີ​ຂອບ​ປ່ອງຢ້ຽມ​ທີ່​ຄວັດ​ຮູບ​ໃສ່,ຫຼັງ​ຄາ​ງໍ​ຂຶ້ນ,ສະ​ແດງ​ໃຫ້​ເຫັນສີສັນ​ລົດ​ຊາດ​ຈີນ​ອັນ​​ເຂັ້ມຂຸ້ນ.

"​ເສີງ​ຮວງ​ມ້ຽວ​ເກົ່າ"​ແມ່ນ​ບ່ອນ​ຄຶກຄັກ.​ແຕ່​ຢູ່​ທ່າມກາງ​ຄວາມ​ນັນ​ແຊວ​ພັດ​ມີ​ສວນ​ອຸທິຍານ​ແບບ​ບູຮານ​ທີ່​ມິດ​ງຽບ​ສວຍ​ງາມ​ແຫ່ງ​ໜຶ່ງ,​ນີ້​ກໍ​ແມ່ນສວນ"ອີ້​ຢວນ"ທີ່​ຖືກ​ເອີ້ນ​ເປັນ"ປ່າ​ໄມ້​ໃນ​ຕົວ​ເມືອງ".ນັບ​ມາ​ຮອດ​ປະຈຸ​ບັນ ສວນ"ອີ້​ຢວນ"ມີ​ປະຫວັດ 400 ກວ່າ​ປີ​ແລ້ວ,ຕາມ​ເລົ່າ​ລື​ກັນ​ວ່າ ມັນ​ແມ່ນ​ສວນ​ດອກ​ໄມ້​ທີ່​ເຈົ້າໜ້າ​ທີ່​ຜູ້​ໜຶ່ງ​ສ້າງ​​ໄວ້ໃຫ້​ພໍ່​ພັກຜ່ອນ​ໃນ​ຍາມ​ເຖົ້າ​ແກ່​ຊະລາ.

ສວນ"ອີ້​ຢວນ"ກວມ​ເນື້ອ​ທີ່ 2 ​ເຮັກຕາ,ມີ​ສິ່ງ​ກໍ່ສ້າງ​ຮູບ​​ແບບ​ຕ່າງໆ 20 ກວ່າ​ຫຼັງ,​ໃນ​ສວນ​ມີຕຶກ​ແລະ​ສາລາຕັ້ງ​ໄຂ​ວ່ກັນ,ກ້ອນ​ຫີນຕັ້ງຊ້ອງໆ​ກັນ,​ຕົ້ນ​ໄມ້​ຂຽວອຸ່ມ​ທຸ່ມ.​ໃນ​ສວນ​ອີ້​ຢວນ ສິ່ງ​ທີ່​ມີ​ຊື່​ສຽງ​ທີ່​ສຸດ​ແມ່ນ​ພູ​ທຽມທີ່​ສ້າງ​ດ້ວຍຫີນສີເຫຼືອງຫຼາຍ​ພັນ​ໂຕນ,ສູງ​ປະມານ 14 ​ແມັດ,​ແມ່ນ​ພູ​ທຽມ​ທີ່​ເກົ່າ​ແກ່​ກວ່າ​ໝູ່ ປານີດ​ກວ່າ​ໝູ່​ແລະ​ໃຫຍ່​ກວ່າ​ໝູ່​ທີ່​ມີ​ຢູ່ໃນ​ປະຈຸ​ບັນ​ຂອງ​ເຂດ​​ພາກ​ໃຕ້​ແມ່ນ້ຳຢາງ​ເຊຂອງຈີນ.

​ໃນ​ສວນ​ອຸ​ທິຍານ​ເກົ່າ​ແກ່​ແຫ່ງ​ນີ້,ຕົ້ນ​ໄມ້​ແຕ່​ລະຕົ້ນລ້ວນ​ແຕ່​ມີ​ປະຫວັດສາດ,ສິ່ງ​ກໍ່ສ້າງ​ແຕ່ລະ​ແຫ່ງ​ລ້ວນ​ແຕ່​ມີ​ນິທານຂອງ​ຕົນ,ຈົນກະທັ້ງຜູ້​​ເຮັດອະນາ​ໄມ​ໃນ​ສວນ​ກໍ​ສາມາດ​​​ເລົ່າພື້ນ​ສືບ​ຕອນ​ໜຶ່ງ​ສູ່​ຟັງ.ລຸງ​ຈູ່ ພະນັກງານ​ເຮັດ​ອະນາ​ໄມ​ໃນ​ສວນ​ອີ້​ຢວນມາ​ຫຼາຍ​ປີ​ແລ້ວ,​ເພິ່ນເອົາ​ຮາວ​ໄມ້​ໄຜ່ເອົາກີບດອກ​ໄມ້​ຢູ່​ໃນ​ສະນ້ຳ,ທັງ​ເລົ່າ​ປະຫວັດສາດ​ຂອງ​ຕຶກ​ສີ​ແດງສອງ​ຊັ້ນຢູ່​ຕໍ່ສະນ້ຳ​ໃຫ້​ນັກ​ຂ່າວ​ຟັງ​ວ່າ:

"ຢູ່​ໜ້າ​ຕຶກ​ຫຼັງ​ນີ້​ມີດ​ອກ​ໄມ້​​ຫຼາຍ,ສະນັ້ນຈຶ່ງ​ຕັ້ງຊື່​ເປັນ"ວ້ານຮວ່າ​ໂຫຼວ"​ແປ​ວ່າ"ຕຶກ​ດອກ​ໄມ້​ຫຼາຍ".ຢູ່​ໜ້າ"ວ້ານຮວ່າ​ໂຫຼ​ວ"ມີ​ຕົ້ນ​ໄມ້​ສອງຕົ້ນ,ຕົ້ນໜຶ່ງ​ແມ່ນ​ຕົ້ນ​ແປະ​ກ້ວຍ,ອີກ​ຕົ້ນໜຶ່ງ​ແມ່ນຕົ້ນຈຳປີ​ຈີນ,​​ແຕ່ກ່ອນ ຕົ້ນ​ແປະ​ກ້ວຍມີ​ຕົ້ນຜູ່​ກັບຕົ້ນ​ແມ່,​ແຕ່​ຕົ້ນ​ແມ່​ຖືກ​ຟ້າຜ່າ​ຕາຍ​ແລ້ວ,ພາຍຫຼັງ​ຈຶ່ງ​ປູກ​ຕົ້ນຈຳປີ​ຈີນໃສ່."

ຢູ່​ສວນ​ອຸທິຍານ​ອີ້​ຢວນ,ທ່ານ​ສາມາດ​ຊອກ​ໄດ້​ທີ່​ນັ່ງ​ສະບາຍ,ນັ່ງ​​ເບິ່ງ​ເງົາ​ ​ໄມ້​​ໄຜ່ສີຂຽວທີ່​ພິມ​ໃສ່​ຝາ​ສີຂາວ,ຊົມ​ເບິ່ງ​ຝາ​ແລະ​ຫຼັງຄາ​ເຮືອນ​ທີ່​ຄວັດ​ຮູບ​ນົກຂຽນ​ຫຼື​ມັງກອນ​ໃສ່,​ເບິ່ງ​ຕົ້ນ​ໄມ້​ໃຫຍ່​ທີ່​ເຈົ້າຂອງສວນ​ປູກ​ໄວ້​ເມື່ອ​ຫຼາຍ​ຮ້ອຍ​ປີ​ກ່ອນ,​ເບິ່ງ​ເຄື່ອງ​ຄວັດ​ໄມ້​ຫຼື​ດິນຈີ່​ທີ່​ສວຍ​ງາມ​ປາ​ນີດ.ຢູ່​ແຫ່ງ​ນີ້,​ເລື່ອງ​ທີ່​ມ່ວນ​ກວ່າ​ໝູ່​ແມ່ນ​​ເກືອ​ປາ,ດົມກິ່ນ​ຫອມ​ຂອງຕົ້ນຫວາຍ​ຮ້ອຍ​ປີ,ຊົມ​ເບິ່ງ​ປາ​ໄນສີ​ແດງ​ຫຼື​ສີ​ລາຍ​ຍາດ​ຂອງກິນ,​ເບິ່ງນ້ຳ​​ໃນ​ສວນ​ຄ່ອຍໆ​ໄຫຼ​ໄປ​ທາງ​ໄກ,ຢູ່​ໃນ​ໃຈ​ທ່ານ​ຈະ​ຮູ້ສຶກ​ສະບາຍ​​ແລະ​ສະຫງົບຢ່າງ​ບອກ​ບໍ່​ຖືກ.


1  2