ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-19 15:41:21    
ພາບ​ປະ​ທັບ​ໃຈ​ຂອງ​ຜູ້​ຟັງ​ລາວ​ຕໍ່​ຈີນ(ສຽງ)

cri

ທ່ານ​ພູ​ສີ​ລັດ​ແລະ​ທ່ານ​ຄຳ​ເພັດ​ແມ່ນ​ພະນັກງານ​ເຕັກນິກ​ຂອງ​ສະຖານີ​​ໂທລະພາບ​ແຫ່ງ​ຊາດ​ລາວ,ກໍ​ແມ່ນ​​ຜູ້​ຟັງ​ວິທະຍຸ​CRIພວກ​ເຮົາ.ຫວ່າງ​ມໍ່ໆ​ນີ້,ພວກ​ເພິ່ນໄດ້​ເຂົ້າ​ຮ່ວມ​ຊຸດ​ອົບຮົມ​ເຕັກນິກ​ສື່​ມວນ​ຊົນ​ອາຊຽນ​ໂດຍ​ແມ່ນ​ຝ່າຍ​ຈີນ​ຈັດ​ຂຶ້ນ,​ໄດ້​ມາ​ທັດສະນະ​ສຶກສາ​ຢູ່ນະ​ຄອນ​ປັກ​ກິ່ງ​ແລະນະ​ຄອນຊີ່ງ​ຕາວ​ຂອງ​ຈີນ ​ເຊິ່ງ​ເປັນ2​ຕົວເມືອງ​ທີ່​ຈະ​ຈັດລາຍ​ການ​ແຂ່ງຂັນ​ຂອງງານ​ກິລາໂອ​ລິມປິກປີ​2008ນັ້ນ​​ເປັນ​ເວລາ2​ອາທິດ,​ໃນ​ໄລຍະ​ນີ້,ພວ​ກ​​ເພິ່ນກໍ່​ໄດ້​​ໄປທ່ຽວ​ປູຊະນີຍະ​ສະຖານ​ທີ່​ມີ​ຊື່ສຽງ​ຂອງ​ຈີນ,ຊອກ​ຮູ້ຮີດຄອງ​ປະ​ເພນີ​ແລະ​ວັດທະນະ​ທຳ​ຂອງ​ຈີນ,​ແລະ​ໄດ້​​ເຫັນ​ທະ​ເລເປັນ​ເທື່ອ​ທຳ​ອິດ​ຢູ່​ເມືອງ​ຊີ່ງ​ຕາວ.​ໃນ​ໄລຍະ​ນີ້,ນັກ​ຂ່າວCRI​ພວກ​ເຮົາໄດ້​ສຳພາດ​ພວກ​ເພິ່ນ,ຕໍ່​ໄປ​ເຊີນ​ຟັງບົດ​ສຳພາດທີ່​ກ່ຽວຂ້ອງ.

ໃນ​ຫຼາຍ​ມື້​ກ່ອນ​ທີ່ຢູ່ຈີນ,ຢູ່​ຊຸດ​ອົບຮົມ​ເຕັກ​ນິກ​ສື່​ມວນ​ຊົນ​ອາ​ຊຽນ,ທ່ານ​ພູ​ສີ​ລັດ​​ແລະທ່ານ​ຄຳ​ເພັດ​​ພ້ອມ​ດ້ວຍ​ຜູ້​ປະຕິບັດງານ​ຊື່​ມວນ​ຊົນ​ຂອງປະ​ເທດ​ອື່ນໆອາຊ​ຽນໄດ້​ຮັບ​ການ​ອົບຮົມ​ໃນ​ດ້ານ​ເຕັກ​ນິກດີ​ຈີ​ຕອນ,​ເຕັກນິກ​ເວັບ​ໄຊ​ແລະ​ເຕັກນິກ​ນຳ​ສົ່ງ​ເປັນ​ຕົ້ນ,​ແລະ​ໄດ້​ໄປຢ້ຽມຢາມ​ສະຖານີ​ໂທລະພາບສູນ​ກາງ​ຈີນ​ຄືCCTV​ແລະວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ,​ໃນ​ໄລຍະ​ນີ້​ຍັງ​ໄດ້​ໄປ​ທ່ຽວ​ພະລາ​ຊະ​ວັງ​ບູຮານ​​ແລະ​ກຳ​ແພງ​ຍັກ.​​ໃນ​ເວລາ​ເວົ້າ​ເຖິງພາບ​ປະ​ທັບ​ໃຈ​ຕໍ່ຈີນ,ທ່ານ​ພູ​ສີ​ລັດ​ເວົ້າ​ວ່າ,

(ສຽງ)

ໃນ​ໄລຍະ​ການ​ເດີນ​ທາງ2​ອາທິດ​ຢູ່​ຈີນ,ທ່ານ​ພູ​ສີ​ລັດ​ແລະ​ທ່ານ​ຄຳ​ເພັດ​ຍັງ​ມີ​ຄວາມ​ຮູ້ສຶກ​ອັນ​ເລິກ​ເຊິ່ງວ່າ,ຊາວ​ຈີນ​​ເປັນ​ຄົນທີ່​​ມີໄມຕີ​ຈິດ​ແລະ​ດູດ​ດື່ມ.ພວກ​​ເພິ່ນ​ເວົ້າ​ວ່າ​ຜູ່​ຮັບຜິດຊອບ​ຊຸດ​ອົບຮົມຊຸດ​ນີ້​​ເປັນ​ຄົນ​ສະໜິດສະໜົມ​ຕໍ່​ຜູ້​ອື່ນ,ນັກຮຽນ​ຂອງ​ບັນດາ​ປະ​ເທດ​ອາຊ​ຽນກໍ່​ມັກ​ເພິ່ນ​ຫຼາຍ,ພວກ​ເຂົາ​ເຈົ້າ​​ເວົ້າ​ວ່າ,

(ສຽງ)

ປັດຈຸບັນ,ວຽກ​ງານກະກຽມ​ຂອງ​ງານ​ກິລາ​​ໂອ​ລິ​ມປິກ​ປັກ​ກິ່ງ​ພວມຂະ​ຫຍາ​ຍ​ໄປ​ໜ້າ​ຢ່າງ​ຂຸ້ນຂ້ຽວ​ຢູ່.ຢູ່​​ປັກ​ກິ່ງ,ທ່ານ​ພູ​ສີ​ລັດ​ແລະ​ທ່ານ​ຄຳ​ເພັດ​ໄດ້​ມີ​ຄວາມ​ຮູ້ສຶກ​ຕໍ່ບັນຍາກາດ​​ໂອ​ລິ​ມປິກ​ປັກ​ກິ່ງ.ທ່ານ​ພູ​ສີ​ລັດ​​ເວົ້າ​ວ່າ,

(ສຽງ)

ໃນ​ເວລາ​ຂີ່​ລົດ,ທ່ານ​ພູ​ສີ​ລັດ​ແລະ​ທ່ານ​ຄຳ​ເພັດ​ຍັງ​ໄດ້​ເຫັນ​ສະພາບ​ການກໍ່ສ້າງ​ຂອງ​ກິດຈະການ​ສະໜາມກິ​ລາ​ແຫ່ງ​ຊາດ​ຈີນ,​ເຊິ່ງແມ່ນສະ​ໜາມກິ​ລາຫຼັກ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ2008.ພວກ​​ເພິ່ນ​ຮູ້ສຶກ​ວ່າ​ງານ​ກິລາໂອ​ລິ​ມປິກ​​ນັບ​ມື້​ນັບ​ໃກ້​ກັບ​ປັກ​ກິ່ງ​ແລ້ວ.


1  2