ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-19 15:41:21    
ພາບ​ປະ​ທັບ​ໃຈ​ຂອງ​ຜູ້​ຟັງ​ລາວ​ຕໍ່​ຈີນ(ສຽງ)

cri

ເມືອງ​ຊີ່ງຕາວ ​ແຂວງ​ຊ່ານ​ຕົ່ງ​ກໍ່​ຄື​​ກັບ​ປັກ​ກິ່ງ,​ຈະ​ຈັດລາຍ​ການ​ແຂ່ງຂັນ​ຂອງ​ງານ​ກິລາ​ໂອ​ລິມປິກ​ປີ2008,​ເມື່ອ​ໄດ້​​ເດີນທາງ​ອອກຈາກ​ປັກ​ກິ່ງ​ແລ້ວ,ທ່ານ​ພູ​ສີ​ລັດ​ແລະ​ທ່ານ​ຄຳ​ເພັດ​ກໍ່​ໄດ້​ໄປ​ທັດສະນະ​ສຶກສາ​ຢູ່​ເມືອງ​ຊີ່ງ​ຕາວ.

ຊີ່​ງຕາ​​ວແມ່ນ​ເມືອງ​ທ່າ​ຂອງ​ຈີນ,ສວຍ​ງາມທີ່​ສຸດ.ແຕ່​ຕົ້ນ​ສະຕະວັດ​ແລ້ວນີ້,​ເມືອງ​ຊີ່​ງຕາວ​ກໍ່​ແມ່ນ​ແຫຼ່ງທ່ອງ​ທ່ຽວ​ທີ່​ຂຶ້ນ​ຊື່​ລື​ນາມ​​ຍ້ອນ​ມີ​ອ່າວ​ແລະ​ເກາະ​ທ​ະ​ເລ​ຢ່າງ​ຫຼວງ​ຫຼາຍ.​​​ເຂດ​ທິວ​ທັດ​ແຄມ​ທະ​ເລ​ຂອງຊີ່​ງຕາວ​ແມ່ນ​"​ແຖບ​ທິວ​ທັດທີ່ສວຍ​ງາມ​".ຢູ່​​ແຫ່ງ​ນັ້ນ,ມີ​ທະ​ເລ​ສີຟ້າ,ຫີນ​ແກ້ງ​ສີ​ແດ​ງ,ຫາດ​ຊາຍ​ສີຄຳ,​ແລະ​ເກາະ​ດອນ​ສີ​ຂຽວ​.​ເມືອງ​ຊີ່ງ​ຕາວ​ມີຊື່​ງາມ​ນາມ​ມ່ວນ​ຄື"ນະຄອນ​ແຫ່ງເຮືອ​ໃບ",ລາຍການ​ເຮືອ​ໃບ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ຄັ້ງ​ທີ29​ປີ2008​ກໍ່ຈະ​ຈັດ​ຂຶ້ນ​ຢູ່​​ເຂດ​ທິດ​ທັດແຄມ​ທະ​ເລ​ຊີ່​ງຕາວ.ໝາຍ​ຄວາມ​ວ່າ,ຊີ່​ງຕາວ​ກໍ່​​ແມ່ນ"ຕົວ​ເມືອງ​​ແຮກສ່ຽວ"ຂອງ​ງານ​ກິ​ລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ2008.​ໃນ​ເວລາ​ເວົ້າ​ເຖິງ​ພາບ​ປະ​ທັບ​ໃຈ​ຕໍ່​ເມືອງ​ຊີ່ງຕາວ,ທ່ານ​ພູ​ສີ​ລັດ​ເວົ້າ​ວ່າ,

(ສຽງ)

ສ່ວນ​ທ່ານ​ຄຳ​ເພັດ​ໄດ້​ເວົ້າ​ເຖິງ​ຄວາມ​ແຕກ​ຕ່າງ​ກັນ​ລະ​ຫວ່າງ​ນະຄອນ​ປັກ​ກິ່​ງກັບນະຄອນ​ຊີ່​ງຕາວ,ທ່າ​ນເວົ້າ​ວ່າ,

(ສຽງ)

ຄຽງ​ຄູ່​ກັບ​ງານ​ກິລາ​ໂອ​ລິ​ມປິກ​​ຫຍັບ​ມໍ່​ເຂົ້າ​ມາ,ປັກ​ກິ່ງ​ຈະ​ມີ​ການປ່ຽນ​ແປງ​ນັກ​ມື້​ນັບຫຼາຍ,ນັກ​ທ່ອງ​ທ່ຽວ​ປະ​ເທດ​ຕ່າງໆ​ກໍ​ຈະມາ​ທ່ຽວ​ປັກ​ກິ່ງ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ,​ເພື່ອ​ຊອກ​ຮູ້ເມືອງ​ເກົ່າ​ແກ່​ທັງມີ​ຊີວິດ​ຊີວາ​ເມືອງນີ້. ​,​ໃນ​ເວລາ​​ອອກ​ຈາກ​ປັກ​ກິ່ງ ທ່ານ​ພູ​ສີ​ລັດ​ແລະ​ທ່ານ​ຄຳ​ເພັດຍັງ​ບໍ່ຢາກ​ໄປ.ທ່ານ​ຄຳ​ເພັດ​ບອກ​ນັກ​ຂ່າວ​ວ່າ,

(ສຽງ)

ສຸດ​ທ້າຍ,ພວກ​ເຮົາ​ຂໍ​ຈັດ​ເພງ​ມ່ວນໆ​ເພງ​ໜຶ່ງ​​ເພື່ອ​ມອບ​ເປັນຄວາມ​ມ່ວນ​ຊື່ນໃຫ້​ທ່ານ​ພູ​ສີ​ລັດ​ແລະ​ທ່ານ​ຄຳ​ເພັດ,ຂອບ​ໃຈພວກ​ເພິ່ນ​ທີ່ໃຫ້​ສຳພາດຕໍ່​ພວກ​ເຮົາ,​ພ້ອມ​ນີ້ກໍ​ຂໍ​ມອບ​​ເພງ​ນີ້ໃຫ້​ເພື່ອນຜູ້​ຟັງ​ທຸກ​ຄົນທີ່​ພວມຟັງ​ລາຍ​ການ​ຂອງ​ພວກ​ເຮົາ,​ເພງ​ນີ້​ຊື່ວ່າ"ຊ່ານ​ຮູ​ໄຫ",​ແປ​ວ່າ"​ທະ​ເລ​ປະ​ກາ​ລັງ".


1  2