ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-21 20:36:30    
ຄະນະ​ດົນ​ຕີ​"​ເຫີ່ຍ​ຢ່າ​ຈື"ກັບ​ເພງ​ຂອງ​ພວກ​ນາງ

cri Author: mo




ນອກຈາກຮ້ອງ​ເພງ​ເອກ​ແລະ​ເພງ​ສະຫຼັບ​ໃນ​ເລື່ອງ​ໂທລະພາບ​ແລ້ວ, ຄະນະ​ດົນຕີ​"​ເຫີ່​ຍຢ່າ​ຈື"ມັກ​

 

ຮ້ອງ​ເພງ​ທີ່​ຮຽບຮຽງ​ໃໝ່. ຜູ້​ຟັງ​ສ່ວນຫຼາຍເຫັນ​ວ່າ, ຮ້ອງ​ເພງຂອງ​ຜູ້​ອື່ນ​ທີ່​ຮຽບຮຽງ​ໃໝ່​ບໍ່​ສາມາດ​ສະ​ແດງ​ຈຸດ​ດີ​ເດັ່ນ​ຂອງ​ນັກ​ຮ້ອງ. ​ແຕ່​ການ​ຂັບ​ຮ້ອງ​ຂອງ​ຄະນະ​ດົນຕີ"​ເຫີ່​ຍຢ່າ​ຈື"ພັດ​ມ່ວນ​ໄປ​ອີກ​ຢ່າງ​ໜຶ່ງ, ​ພວກ​ນາງ​ຊຳນານ​ທີ່​ສຸດ​ແມ່ນ​ໃຊ້​ການປະສານສຽງ​ທີ່​ມ່ວນອອນຊອນ​ຈູງ​ໃຈ​ຜູ້​ຟັງ, ​ເພງ​ໄວ​ມ່ວນ​​ເບົາ​ອ່ອນ​ຊ້ອຍປານ​ນ້ຳ​ໄຫຼ, ​ເພງ​ຊ້າລະ​ມ່ອມລະ​ໄມ​ຈັບ​ໃຈ, ຄື​ດັ່ງ​ແຕ້ມ​ຮູບ​ດ້ວຍສຽງ​ເພງ, ​ນຳ​ເອົາ​ຄວາມ​​ເພີ້​ຝັນຝັກ​ໄຝ່ອັນ​ບໍ່​ສຸດ​ສ້ຽງມາ​ໃຫ້​ຄົນ​ທັງຫຼາຍ.

ທ້າຍ​ຊຸມ​ປີ 90 ສະຕະວັດ​ທີ່​ແລ້ວ, ນາງ​ລູ້​ລີ້​ລີ້​ແລະ​ນາງ​ອິນ​ຊູ່​ຈ້ານ​ໄດ້ອອກ​ຈາກ​ຄະນະ​ດົນຕີ​​ເຫີ່​ຍຢ່າ​ຈື​ຕໍ່​ເນື່ອງ​ກັນ. ປີ 2003, ນາງ​ສີ​ຊີ້​ວ​ເສຍ ຜູ້​ລິ​ເລີ່​ມສ້າງ​ຄະນະ​ດົນຕີ"​ເຫີ່​ຍຢ່າ​ຈື"​​ໄດ້​ເລືອກ​ເອົາ​ນາງ​ອຽງ​ມ້ານ​ແລະ​ນາງ​ຝານ​ທົງ​ໂຈ​ວທີ່​ຮຽນວິຊາ​ຮ້ອງ​ເພງ​​ໄດ້​ປະກອບ​ເປັນຄະນະ"​ເຫີ່​ຍຢ່າ​ຈື"ຄະນະ​​ໃໝ່. ບົນ​ພື້ນຖານ​ຮັກສາ​​ເອກະລັກ​ເດີມ​ນັ້ນ, "​ເຫີ່​ຍຢ່າ​ຈື"ທີ່​ປະກອບ​ຄືນ​ໃໝ່​​ໄດ້​ເພີ່ມ​ສີສັນ​ປະສານ​ສຽງ​ແລະ​ພະລັງ​ຊີວິດ​ອັນ​ສົດ​ໃສຫຼາຍກວ່າ​ເກົ່າ. ຕໍ່​ໄປ​ເຊີນ​ຟັງ​ເພງ"mei li de cao yuan wo de jia" ທົ່ງ​ຫຍ້າ​ທີ່​ສວຍ​ງາມ ບ້ານ​ເກີດ​ຂອງ​ຂ້າ ຊື່​ງຂັບ​ຮ້ອງ​ໂດຍຄະນະ​ດົນຕີ"​ເຫີ່​ຍຢ່າ​ຈື". ​ເພງ​ນີ້​ໄດ້​ວາດ​ພາບ​ທົ່ງ​ຫຍ້າ​ທີ່​ງາມ​ປານ​ແຕ້ມແລະ​ຊີວິດ​ອັນ​ສຸກ​ສັນຂອງ​ຊາວ​ລ້ຽງສັດ.

"ທົ່ງ​ຫຍ້າຂ​ຽວສະ​ອຸ້ມ ມວນ​ມາລາ​ສັບຫວ່າງ, ​ເຫັນ​ທັງ​ຝູງ​ນົກ​ຮ້ອງ ຝູງ​ກະ​ເບື້ອຢ່ອງ​ຕອມ, ອັດ​ຊະ​ໄນ​ໝູ່​ມ້າ ທັງ​ໂຄ​ແກະ​ຂາວ​ປອດ, ງາມ​ດັ່ງ​ມວນ​ມ່ານ​ເມກ, ປະດັບ​ຟ້າ​ພັດສະຖານ, ສຸລິຍາ​ຍ້າ ສາຍ​ແສງ​ໃສ່​ສ່ອງ, ຍິນ​ແຕ່​ນວນ​ນາງ​ຮ້ອງ ​ເພງ​ສະອອນ​ບ້ານ​ເກີດ. ບໍ່​ມີ​ຖິ່ນ​ໃດ​ເລີດ ກວ່າ​ບ້ານນ້ອງ​ທົ່ງ​ຂຽວ ​ແທ້​ໃດ!"
1  2  3