ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-21 20:36:30    
ຄະນະ​ດົນ​ຕີ​"​ເຫີ່ຍ​ຢ່າ​ຈື"ກັບ​ເພງ​ຂອງ​ພວກ​ນາງ

cri Author: mo




ຫຼັງຈາກ​ຄະນະ​ດົນຕີ"​ເຫີ່​ຍຢ່າ​ຈື"​ປະກອບ​ຄືນ​ໃໝ່​ແລ້ວ​ບໍ່​ດົນ, ກໍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​​ຈາກ​ບໍລິສັດ​ແຜ່ນສຽງ. ​ເດືອນກໍ​ລະ​ກົດ​ປີ 2003, ຄະນະ​ດົນຕີ"​ເຫີ່​ຍຢ່າ​ຈື"​ໄດ້​ອັດ​CD​ແຜ່ນ​ໃໝ່​ທີ່​ໃຫ້​ຊື່ວ່າ"liu xing de jing dian" ເພງມ່ວນອະມະຕະ, ​ແລະ​​​ໄດ້​ເຂົ້າຮ່ວມ​ການ​ອັດCD​​ອະນຸລັກ​ສິ່ງ​ແວດ​ລ້ອມ​​ແຜ່ນ​ທຳ​ອິດຂອງ​ຈີນໃນ​ທ້າຍ​ປີ​ດຽວ​ກັນ, ​ແຕ່​ປີ 2004 ​ເປັນຕົ້ນມາ, ຄະນະ​"​ເຫີ່​ຍຢ່າ​ຈື"ຍັງ​ໄດ້​ອັດ​CDອີກຫຼາຍ​ແຜ່ນ​ເຊັ່ນ"ban ni er shi nian"​ເປັນ​ເພື່ອນ​ເຈົ້າ 20 ປິ, ​ແລະ​ອື່ນໆ. ຕໍ່​ໄປ​ເຊີນ​ຟັງ​ເພງ"qing shen shen yu meng meng" ຮັກກັນຢ່າງເລິກເຊິ່ງ ຂັບ​ຮ້ອງ​ໂດຍ​ຄະນະ​ດົນຕີ"​ເຫີ່​ຍຢ່າ​ຈື".

ໃນຫຼາຍປີມານີ້, ຄະນະ​"​ເຫີ່​ຍຢ່າ​ຈື"ໄດ້ສ້າງ​ພື້ນຖານອັນ​ໜາແໜ້ນ​ໃນ​ວົງ​ດົນຕີ​ສະ​ໄໝ​ນິຍົມ​ຂອງ​ຈີນ, ນັກ​ດົນຕີ​ແລະ​ນັກ​ຮ້ອງທີ່​ມີ​ຊື່​ສຽງຫຼາຍໆ​ຄົນ​​​ເຄີຍຮ່ວມ​ມື​​ກັບຄະນະ"​ເຫີ່​ຍຢ່າ​ຈື"ບໍ່ຫຼາຍກໍ​ໜ້ອຍ, ພວກ​ເຂົາ​ເຈົ້າຖື​ການ​ຂັບ​ຮ້ອງ​ຂອງຄະນະ​"​ເຫີ່​ຍຢ່າ​ຈື"​ເປັນ​"ມາດຖານ​ການປະສານ​ສຽງ". ພື້ນຖານ​ດົນຕີ​ທີ່ໜາ​ແໜ້ນ ບົດຮຽນ​​ຂັບ​ຮ້ອງ​ອັນ​ອຸດົມສົມບູນ ​ແລະ​ຄວາມ​ຮູ້ສຶກ​ແຫລມຄົມຂອງ​ການປະສານ​ສຽງ​​, ​ໄດ້​ປະກອບ​ເປັນ​ລັກສະນະ​ແລະ​ສະ​ເໜສີ​ລະ​ປະອັນ​ພິ​ເສດ​ຂອງ"​ເຫີ່​ຍຢ່າ​ຈື". ພວກ​ນາງ​ໄປໆ​ມາ​ລະຫວ່າງເວທີ​ສະ​ແດງແລະ​ຫ້ອງ​ອັດສຽງ​ແຫ່ງ​ຕ່າງໆ​ຂອງ​ຈີນ, ສ້າງ​ຊີວິດ​ອັນ​ດີງາມ​ຂອງ​ພວກ​ນາງ. ມ້ວນທ້າຍ​ລາຍການມື້​ນີ້, ​ເຊີນຟັງ​ເພງ"hua xin" ຫຼາຍ​ໃຈ​ ຂັບຮ້ອງໂດຍ ຄະນະ​ດົນຕີ"​ເຫີ່​ຍຢ່າ​ຈື".



"ໃຈດອກໄມ້ລີ້ຢູ່ໃນ​​ເກສອນ, ຈົນພາດ​ລະດູ​​ເບັ່ງບານ, ​ເຈົ້າລືມ​ລະດູ​ການ, ​ບໍ່​​ເປີດໃຫ້​ຄົນ​ເຂົ້າ​ໃຈ​ງ່າຍ, ​ເປັນ​ຫຍັງ​ບໍ່​ຈູງ​ແຂນ​ຂ້ອຍ​ໄປ​ຟັງ​ດວງຕາ​ເວັນ​ແລະ​ດວງ​ຈັນ​ຮ້ອງ​ເພງ? ຟ້າມືດຟ້າແຈ້ງ​, ຊີວິດ​ຄົນ​ເຮົາ​ຈະ​ມີ​ຄາວ​ມ່ວນ​ຊື່ນຈັກ​ປີ? ລະດູບານ​ໃໝ່​ຜ່ານ​ໄປ​ແລ້ວ​ຍັງ​ຈະ​ຕ່າວກັບ​ຄືນ​ອີກ, ດອກ​ໄມ້​​ໂຮຍ​ແລ້ວ​ຍັງຈະ​​ບານ​ໃໝ່, ຂໍ​ແຕ່​ເຈົ້າຍິນ​ດີ, ຂ້ອຍ​ພາຍ​ເຮືອ​ມຸ່ງ​ໄປ​ຫາ​ໃຈ​ທະ​ເລ​ຂອງເຈົ້າ.

ເອົາລະ ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ລາຍການ​ຢ່ອນ​ອາລົມ​ໃນ​ວັນ​ເສົາ​ພາກ​ນີ້​ຂໍ​ຈົບ​ລົງທໍ່​ນີ້, ຂອບ​ໃຈ​ທ່ານ​ທີ່​ຮັບ​ຟັງ, ສະບາຍດີ.
1  2  3