ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-22 14:32:07    
ວິ​ສາ​ຫະ​ກິດ​ຜະ​ລິດ​ຢາ​ຂອງ​ຈີນ​ເພີ່ມ​ທະ​ວີ​ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ຢາ​ໃໝ່(ສຽງ)

cri Author: shuo

​​​​​​​​
ເຖິງ​ວ່າ​ຢູ່​ຈີນ​ມີ​ວິ​ສາ​ຫະກິດ​ຜະລິດ​ຢາ​ປະມານ6​ພັນ​ແຫ່ງ,​ຫຼາຍທີ​ໜຶ່ງ​ໃນ​ໂລກ​ກໍ​ຕາມ,​ແຕ່​ຄວາມ​ສາມາດຄົ້ນ​ຄວ້າ​ຜະລິດ​ຢາ​ໃໝ່​ພັດ​ບໍ່​​ແຂງ​ແຮງປານ​ໃດ.ວິ​ສາ​ຫະກິດ​ຈີນ​ສ່ວນ​ຫຼາຍຖື​ການ​ຜະລິດຕາມ​ຢາ​ຂອງ​ຕ່າງປະ​ເທດ​ທີ່​ກາຍ​ກຳນົດສິດທິ​ບັດ​​ແລ້ວ​ເປັນຕົ້ນຕໍ,​ແຕ່​ໜ້ອຍ​ທີ່​ສຸດ​ທີ່​ຈະຄົ້ນຄວ້າ​ຜະລິດ​ຢາ​ໃໝ່​ທີ່​ມີສິດຊັບ​ສິນ​ທາງ​ປັນຍາ​ຂອງ​ຕົນ​ເອງ.​​ເພື່ອ​ຍົກ​ລະດັບ​ຄົ້ນຄວ້າ​ພັດທະນາ​ຂອງ​ວິ​ສາ​ຫະກິດ​ໃຫ້​ສູງ​ຂຶ້ນ,​ເຮັດ​ໃຫ້​ຈີນ​ກ້າວ​ເຂົ້າສູ່ຖັນ​ແຖວ​ກ້າວໜ້າ​ຂອງ​ຂະ​ແໜງ​ການ​ຜະລິດ​ຂອງ​ໂລກ​ໂດຍ​ໄວ,​ໃນຫຼາຍປີ​ມາ​ນີ້,ຈີນ​ໄດ້​ປະຕິບັດ​ມາດ​ຕະ​ການອຸປະຖຳ​ຄ້ຳຊູ​ແລະ​ຊຸກຍູ້​ສົ່ງ​ເສີມ​ຢ່າງ​ເປັນ​ລະບົບ,​ເພື່ອສະໜັບສະໜູນ​ວິ​ສາ​ຫະກິດ​ຜະລິດ​ຢາ​ຂອງ​ຈີນ​ຄົ້ນ​ຄວ້າ​ຜະລິດພັດທະນາ​ຢາ​ໃໝ່​ຢ່າງ​ເປັນ​ເຈົ້າຕົນ​ເອງ.

​ສະຖິຕິ​ສະ​ແດງ​ໃຫ້​ເຫັນ​ວ່າ,​ແຕ່ລະ​ປີ,ກົມ​ຕິດຕາມ​ຄຸ້ມ​ຄອງ​ອາຫານ​ແລະ​ຢຸກຢາ​ແຫ່ງ​ຊາດ​ຈີນ​ພຽງແຕ່​​ໄດ້​ຮັບ​ການແຈ້ງຢາໃໝ່ຫຼາຍສິບຊະນິດທໍ່ນັ້ນ,ທັງ​ນີ້​ແມ່ນ​ບໍ່​ສົມ​ສ່ວນ​ກັບ​ຈຳ​ນວນ​ວິ​ສາ​ຫະ​ກິດ​ຜະ​ລິດ​ຢາ​ຂອງ​ຈີນ.​ທ່ານ​ຢາງ​ເຈີ ຫົວ​ໜ້າ​ພະ​ແນກ​ການ​ປິ່ນ​ປົວ​ແລະ​ຢຸກ​ຢາ​ຂອງ ກົມ​ພັດ​ທະ​ນາ​ຊົນ​ນະ​ບົດ​ແລະ​ສັງ​ຄົມ​ຂອງ​ກະ​ຊວງ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຂອງ​ຈີນ​ກ່າວ​ວ່າ,​ດຽວ​ນີ້,​ຜະ​ລິດ​ຕະ​ພັນ​ຢຸກ​ຢາ​ຂອງ​ຈີນ​ຕົ້ນ​ຕໍ​ແມ່ນ​ຜະ​ລິດ​ຕາມ​ຢາ​ຂອງ​ຕ່າງ​ປະ​ເທດ​ທີ່​ໄດ້​ກາຍ​ກຳ​ນົດ​ສິດ​ທິ​ບັດ​ແລ້ວ,​ທ່ານ​​ເວົ້າ​ວ່າ:​"ອັນ​ທີ່​ວ່າ​ຜະ​ລິດ​ຕາມ​ກໍ​ໝາຍ​ຄວາມ​ວ່າ,​ສິດ​ທິ​ບັດ​ຂອງ​ຢາ​ນີ້​ໄດ້​ກາຍ​ກຳ​ນົດ​ແລ້ວ,​ອາດ​ເວົ້າ​ໄດ້​ວ່າ,​ພວກ​ເຮົາ​ຈະ​ຜະ​ລິດ​ຕະ​ຫຼອດ​ໄປ​ກໍ​ໄດ້,​ແຕ່​ຢາ​ນີ້​ຕ້ອງ​ແມ່ນ​ຢາ​ເກົ່າ,​ອາດ​ຈະ​ໄດ້​ຜົນ​ບໍ່​ດີ​ປານ​ໃດ.​ເພາະ​ວ່າ,​ເວົ້າ​ທົ່ວ​ໄປ​ແລ້ວ,​ຫຼັງ​ຈາກ​ຜະ​ລິດ​ຕະ​ພັນ​ຢາ​ຊະ​ນິດ​ໜຶ່ງ​ສົ່ງ​ປ້ອນ​ຕະ​ຫຼາດ​ໄດ້​10​ປີ​ແລ້ວ​ຈຶ່ງ​ອາດ​ຈະ​ເອົາ​​ໄປ​ຜະ​ລິດ​ຕາມ​ໄດ້​."

ຍ້ອນ​ຫຍັງ​ວິ​ສາ​ຫະກິດ​ຈີນຈຶ່ງ​ຄົ້ນຄວ້າ​ຜະລິດ​ຢາ​ໃໝ່​ຍາກ​ປານ​ນີ້?ຕາມ​ແນະນຳ​ວ່າ,​ບໍ່​ວ່າ​ຄົ້ນ​ຄວ້າ​ຜະ​ລິດ​ຢາ​ໃໝ່​ຊະ​ນິດ​ໃດ​ລ້ວນ​ແຕ່ຍາກທີ່ສຸດ,ບໍ່ພຽງແຕ່ຕ້ອງການລົງທຶນ​ຈຳ​ນວນ​ຫຼວງ​ຫຼາຍ​ທໍ່​ນັ້ນ,ຍັງ​ຕ້ອງ​ຜ່ານເວລາ​ດົນ​ນານ​ອີກ​ດ້ວຍ.ທຳ​ມະ​ດາ​ແລ້ວ,​ການຄົ້ນ​ຄວ້າ​ຜະ​ລິດ​ຢາ​ໃໝ່​ຊະນິດ​ໜຶ່ງ​ຕ້ອງກິນເວລາ8​ປີ​ຫາ10​ປີ,ສະ​ເລ່ຍ​ແລ້ວ​ຕ້ອງ​ລົງທຶນ​ຫຼາຍຮ້ອຍ​ລ້ານ​ໂດ​ລາ​ສະ​ຫະ​ລັດ,​ແຕ່​ໃນທີ່ສຸດ,ຍັງ​ບໍ່​ແນ່​ວ່າຈະໄດ້ຮັບປະ​ສິດ​ທິ​ຜົນ​ເສດ​ຖະ​ກິດ​ດີ​ຊ່ຳ​ໃດ.​ຕາມ​ສະ​ຖິ​ຕິ,​ປະ​ຈຸ​ບັນ​ນີ້,​ຢູ່​ໃນ​ໂລກ,​ສະ​ເລ່ຍ​ແລ້ວ,​ໃນຢຸກຢາ​ແຕ່ລະ10​ຊະ​ນິດ​ທີ່​ສົ່ງ​ເຂົ້າ​ປະ​ເມີນ​ຜົນ​ການ​ປິ່ນ​ປົວ​ພະ​ຍາດ​ນັ້ນ,​ໃນ​ທີ່​ສຸດ​ອາດ​ຈະ​ມີ​ແຕ່​ຊະ​ນິດ​ດຽວ​ຈະ​ເຂົ້າສູ່ຕະຫຼາດ​ໄດ້.

ວິສາຫະກິດຜະລິດຢາຂອງຈີນ​ໄດ້​ຂະຫຍາ​ສຍຕົວ​ພຽງ​ແຕ່​ບໍ່​ທໍ່​ໃດ​ສິບ​ປີ​ທໍ່​ນັ້ນ,ເມື່ອ​ທຽບ​ໃສ່​ບໍ​ລິ​ສັດ​ໃຫຍ່​ຂອງຕ່າງປະເທດທີ່ມີປະຫວັດຮ້ອຍກວ່າປີ​ແລ້ວ,ວິສາຫະກິດຂອງຈີນ​ຍັງ​ອ່ອນ​ຫຼາຍ,​ບໍ່​ວ່າ​ໃນ​ດ້ານ​ຂະ​ໜາດ ເງິນທຶນແລະເຕັກນິກເປັນຕົ້ນ.ການລົງທຶນກ້ອນ​ໃຫຍ່ ຄວາມ​ສ່ຽງ​ສູງແລະຮອບ​ໝູນວຽນ​ຂອງການຄົ້ນຄວ້າຜະລິດທີ່​ຂ້ອນ​ຂ້າງ​ຍາວເຮັດໃຫ້ຫຼາຍ ວິສາຫະກິດຜະລິດຢາຂອງຈີນບໍ່ກ້າ​ໄປ​ເຮັດ.

ໂດຍແນໃສ່ສະພາບດັ່ງກ່າວ,ເພື່ອ​ຊຸກຍູ້ການ​ຂະຫຍາຍຕົວ​ຂອງ​ວິ​ສາ​ຫະກິດ​ຜະລິດ​ຢາ​ຂອງ​ຈີນ,ຍົກ​ລະດັບ​ຂອງ​ຂະ​ແໜງ​ການ​ຜະລິດ​ຢາ​ຂອງ​ຈີນ​ໃຫ້ສູງ​ຂຶ້ນ,​ໃນບໍ່​ທໍ່​​ໃດປີ​ມາ​ນີ້,ລັດຖະບານ​ຈີນ​ໄດ້​ໃຊ້​ມາດ​ຕະການອຸປະຖຳ​ຄ້ຳຊູ​ແລະ​ຊຸກຍູ້​ສົ່ງ​ເສີມ​ຢ່າງ​ເປັນ​ລະບົບ.

ກ່ອນ​ອື່ນ,​ໄດ້​ສັບ​ຊ້ອນທິດ​ຊີ້​ນຳ​ຂອງ​ນະ​ໂຍ​ບາຍ,ຕົວຢ່າງຄື ​ໄດ້​ດັດ​ແກ້​ແລະ​ປັບ​ປຸງ​ກົດ​ໝາຍ​ກົດ​ບັນຍັດ​ຕ່າງໆ ​ເຊັ່ນ ກົດ​ໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ຢຸກຢາ​ແລະ​ກົດໝາຍ​ວ່າ​ດ້ວຍ​ສິດທິ​ບັດ​ເປັນຕົ້ນ,​ໄດ້​ມີ​ການ​ຈຳກັດບາງ​ຢ່າງ​ຕໍ່ຮຽນ​ແບບ​ຜະລິດ​ຢາຕ່າງປະ​ເທດ,ຊັກ​ນຳ​ວິ​ສາ​ຫະກິດ​ຜະລິດ​ຢາ​ເດີນ​ຕາມ​ເສັ້ນທາງ​ຄົ້ນຄວ້າ​ຜະລິດ​ຢາ​ໃໝ່.

ຖັດມາ,ລັດຖະບານ​ຈີນ​ຍັງ​ໄດ້​ເພີ່ມ​ການ​ລົງທຶນ​ເຂົ້າ​ໃນການຄົ້ນຄວ້າ​ຜະລິດ​ຢາ​ໃໝ່.​ຫຼາຍ​ບໍ​ລິ​ສັດ​ໃຫຍ່​ທີ່​​ຜະລິດຢາ​ໃນ​​ໂລກ​ລ້ວນ​ແຕ່​ມີ​ສູນ​ຄົ້ນຄວ້າ​ພັດທະນາ​ຂອງ​ຕົນ,​ແຕ່​ສະ​ພາບ​ຂອງ​ຈີນ​ມີ​ອັນ​ຕ່າງ​ກັນ.​ຍ້ອນ​ຄວາມ​ຕ້ອງ​ການ​ຂອງ​​ໂຄງ​ປະກອບ​ເສດຖະກິດ​ແຜນ​ການ​ໃນ​ເມື່ອ​ກ່ອນ​ແລະ​ການ​ຈຳ​ກັດ​ໃນ​ດ້ານ​ຂະ​ໜາດ​ຂອງ​ວິ​ສາ​ຫະກິດ,​ວຽກ​ງານ​ຄົ້ນ​ຄວ້າ​ຢຸກຢາ​ສ່ວນ​ຫຼາຍ​​ແມ່ນ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ຂະໜາດ​ໃຫຍ່​ລະ​ດັບ​ຊາດ​ເປັນ​ຜູ້​ຫາບ​ແບກ.​ລັດ​ຖະ​ບານ​ຈີນ​ຜ່ານ​ຈາກ​ການ​ເພີ່​ມທຶນ​ເຂົ້າ​ໃນ​ການຄົ້ນຄວ້າ​ຜະລິດ​ຢາ​ໃໝ່​ໃຫ້​ສະ​ຖາ​ບັນ​ຄົ້ນຄວ້າ,​ແລ້ວ​ຊັກ​ນຳ​ໃຫ້​ວິ​ສາ​ຫະ​ກິດ​ລົງ​ທຶນຄົ້ນຄວ້າ​ຜະລິດ​ຢາ​ໃໝ່.ທ່ານ​ຊຸ່ນຮົງ ຮອງ​ຫົວ​ໜ້າ​ກົມ​ພັດ​ທະ​ນາ​ຊົນ​ນະ​ບົດ​ແລະ​ສັງ​ຄົມ​ຂອງ​ກະ​ຊວງ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຂອງ​ຈີນ​ເວົ້າ​ວ່າ:"​ໃນ​ຫ້າ​ປີ​ທີ່​ຜ່ານ​ມາ,​ກະ​ຊວງ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຂອງ​ຈີນ​ໄດ້​ລົງ​ທຶນ​ພຽງ​ແຕ່​900​ລ້ານ​ຢວນ​ທໍ່​ນັ້ນ,​ເພື່ອ​ຄົ້ນ​ຄວ້າ​ພັດ​ທະ​ນາ​ຢາ​ໃໝ່,​ແຕ່​ຈາກ​ການ​ລົງ​ທຶນ​ດັ່ງ​ກ່າວ​ສາ​ມາດ​​ລະ​ດົມ​ຂົນ​ຂວາຍ​ໃຫ້​ວິ​ສາ​ຫະ​ກິດ​ຈຳ​ນວນ​ໜຶ່ງ​ລົງ​ທຶນ.​ອີກ​ບັນ​ຫາ​ໜຶ່ງ​ກໍ​ແມ່ນ,​ການ​ລົງ​ທຶນ​ໃນ​ດ້ານ​ນີ້​ຂອງ​ພວກ​ເຮົາ,​ບໍ່​ລວມ​ທັງ​ຄ່າ​ແຮງ​ງານ​,​ໃນ​ການ​ລົງ​ທຶນ​ຈຳ​ນວນ​ໜຶ່ງ​ຂອງ​ຕ່າງ​ປະ​ເທດ​ມີ​ປະ​ມານ​40%​ແມ່ນ​ຄ່າ​ໃຊ້​ຈ່າຍ​ດ້ານ​ແຮງ​ງານ,​ຄວນເວົ້າວ່າ,ການ​ລົງທຶນ​ຂອງ​ພວກ​​ເຮົາແມ່ນ​ໃຊ້​ເຂົ້າ​ໃນ​ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ລ້ວນໆ."

1  2