ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-22 14:32:07    
ວິ​ສາ​ຫະ​ກິດ​ຜະ​ລິດ​ຢາ​ຂອງ​ຈີນ​ເພີ່ມ​ທະ​ວີ​ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ຢາ​ໃໝ່(ສຽງ)

cri Author: shuo

ນອກ​ນີ້,ລັດຖະບານ​ຈີນ​ຍັງ​ພວມ​ຄົ້ນຄວ້າໃຊ້ນະ​ໂຍບາຍ​ພິ​ເສດ​ດ້ານ​ສ່ວຍ​ສາ​ອາກອນ,ສົ່ງ​ເສີມ​ໃຫ້ວິ​ສາ​ຫະກິດຄົ້ນຄວ້າຜະລິດ​ຢາ​ໃໝ່.

ໂດຍ​ມີ​ລັດຖະບານ​ສົ່ງ​ເສີມຢ່າງ​ແຂງ​ແຮງ​,​ວິ​ສາ​ຫະກິດ​ຜະລິດ​ຢາຂອງ​ຈີນ​ນັບ​ມື້ນັບ​ຫຼາຍ​ເລີ່​ມ​ເອົາ​ໃຈ​ໃສ່​ນຳການຄົ້ນຄວ້າ​ຜະລິດ​ຢາ​ໃໝ່.ກຸ່ມ​ຜະລິດ​ຢາ​ຊຽງ​ໄຮ້ ​ເຊິ່ງ​ເປັນ​ກຸ່ມ​ຜະ​ລິດ​ຢາ​ທີ່​ໃຫຍ່​ກວ່າ​ໝູ່​ຂອງ​ຈີນ​ໄດ້​ສ້າງຕັ້ງອົງການ​ຄົ້ນຄວ້າ​ພັດທະນາ​ຢູ່​ອາ​ເມ​ລິ​ກາ​ແລະ​ກາ​ນາ​ດາ​ແລ້ວ,ຫວ່າງ​ກ່ອນນີ້​ບໍ່​ດົນ,ກຸ່ມດັ່ງກ່າວຍັງ​ໄດ້​ເຊັນ​ສັນຍາ​ຮ່ວມ​ມື​ຄົ້ນຄວ້າ​ຜະລິດ​ຢາ​ກັບ​ບໍ​ລິ​ສັດ​ໜຶ່ງ​ຂອງ​ຍີ່ປຸ່ນ;​ໃນ3​ປີ​ມາ​ນີ້,ກຸ່ມຜະລິດ​ຢາກ​ວາງ​ໂຈ່​ວ​ໄດ້​ລົງທຶນ800​ລ້ານ​ຢວນ​​ໃນ​ດ້ານ​ວິທະຍາສາດ​ເຕັກນິກ,ກວມ7%ຂອງ​ລາຍ​ໄດ້​ຈາກ​ການຈຳໜ່າຍ.ສ່ວນ​ການ​ຄົ້ນ​ຄວ້າ​ຜະ​ລິດ​ຢາ​ໃໝ່​ຂອງ​ຫຼາຍວິ​ສາ​ຫະກິດ​ຜ້ານ​ກາງ​ແລະ​ຂະໜາດ​ນ້ອຍ​ກໍ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຂອງ​ໂຄງການ​ຄົ້ນຄວ້າ​ໄຮ​ເຕັກ​ຂອງລັດ.

ໃນ​ດ້ານ​ຄົ້ນຄວ້າ​ຜະລິດ​ຢາ​ໃໝ່,ຈີນ​ຍັງ​ມີ​ຊັບພະຍາກອນພິ​ເສດຢ່າງ​ໜຶ່ງ ​ຄື​ຢາພື້ນ​ເມືອງ​ຈີນ.ດ້ານ​ໜຶ່ງ,ຈາກ​ຫວ້ານ​ຢາ​ພື້ນ​ເມືອງ​ຈີນ​ຫຼາຍຢ່າງ,ສາມາດ​ຊອກ​ພົບ​ສ່ວນ​ປະກອບ​ທີ່​ມີ​ຜົນ​ປິນປົວ​ດີ;ອີກ​ດ້ານ​ໜຶ່ງ,ອີງ​ຕາມ​ລະບົບ​ທິດ​ສະ​ດີ​ແລະ​ວິທີ​ຄົ້ນຄວ້າ​ຂອງ​ຢາ​ພື້ນ​ເມືອງ​ຈີນ,ອາດ​ຈະ​ຊອກ​ພົບ​ວິທີ​ຄົ້ນຄວ້າ​ຢາ​ໃໝ່​ທີ່​ຕ່າງກັບ​​ເມື່ອກ່ອນ.

ຕົວຢ່າງ​ຄື,ຢາອາ​ເຕມີ​ຊີນີນ ຢາ​ເຄມີ​ຊະນິດ​ທຳອິດ​ທີ່​ຈີນ​ຄົ້ນຄວ້າ​ຜະລິດ​ເອົາ​ເອງ,​ແມ່ນ​ຕົວ​ຢ່າງ​ຢາ​ຝ່າຍ​ຕາ​ເວັນ​ຕົກ​ທີ່ຄົ້ນຄວ້າ​ຜະລິດ​ຢ່າງ​ສຳ​ເ​ລັດ​ຜົນ​ຕາມ​ທິດ​ສະ​ດີ​ຢາ​ພື້ນ​ເມືອງ​ຂອງ​ຈີນ.ຢາອາ​ເຕມີ​ຊີນີນ ຢາ​ປົວ​​ພະຍາດ​ໄຂ້​ຍູງ​ທີ່​​ໄດ້ຜົນໄວ​ ດີ​ແລະ​ມີ​ລັກສະ​ນະ​ລື້ງ​ຢາ​ໜ້ອຍ,​ປະ​ຊາ​ຄົມ​ໂລກ​ຍ້ອງ​ວ່າ​ຢາ​ນີ້​ເປັນ​ຫຼັກ​ໝາຍ​ທາງ​ໃນ​ປະ​ຫວັດ​ການ​ຄົ້ນ​ຄວ້າ​ຢາ​ຕ້ານ​ພະ​ຍາດ​ໄຂ້​ຍູງ.​ປີ​2004,​ອົງ​ການ​ອະນາ​ໄມ​ໂລກ​​ໄດ້ສະ​ເໜີ​​​ຢາອາ​ເຕ​ມີ​ຊີນີນ​​ເປັນ​ຢາ​ຕ້ານ​ພະ​ຍາດ​ໄຂ້​ຍູງ​ປະ​ເພດ​ທີ​ໜຶ່ງ,​ແລະ​ເຜີ​ຍ​ແຜ່​ໃນ​ຂອບ​ເຂດ​ທົ່ວ​ໂລກ.ທ່ານ​​ເຊິ​ນສີ​ຢູ ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ຂອງ​ກຸ່ມ​ຟູ້​ຊິ່ງ​ຊຽງ​ໄຮ້​ທີ່​ຄົ້ນຄວ້າ​ຜະ​ລິດ​ຢາ​ອາ​ເຕ​ມີ​ຊີ​ນີນ​ແນະນຳ​ວ່າ,ຍ້ອນ​ຢາ​ປົວ​ພະ​ຍາດ​ໄຂ້​ຍູງ​ຈຳ​ນວນ​ໜຶ່ງ​ຄ່ອຍໆບໍ່​ບັງ​ເກີດ​ຜົນ​ອີກ​ແລ້ວໃນ​ຫຼາຍປີ​ມາ​ນີ້,​ການ​ປະກົດ​ຕົວ​ຂອງຢາ​ອາ​ເຕມີ​ຊີ​ນີນ​ໄດ້​ຕາບ​ຈູ​ນບ່ອນ​​ເປົ່າ​ຫວ່າງ​ດັ່ງ​ກ່າວ.​ທ່ານ​ເວົ້າ​ວ່າ:​"ຢູ່​ອາ​ຟຼີ​ກາ,​ຢາ​ເກົ່າ​ບໍ່​ຜົນ​ອີກ​ແລ້ວ,​ກິນ​ຢາ​ເກົ່າ​ຄື​ກັບ​ກິນ​​​ແປ້ງ​ລ້າໆ,​ສະ​ນັ້ນ,​ອົງການ​ອະນາ​ໄມ​ໂລກ​ຈຶ່ງ​ຕົກ​ລົງ​ສະ​ເໜີ​ໃຫ້​ໃຊ້​ຢາ​ອາ​ເຕ​ມີ​ຊີ​ນີນ.​ທັງ​ນີ້​ໄດ້​ນຳ​ອະ​ນາ​ຄົດ​ອັນ​ດີງາມ​ທີ່​ນຳ​ມາ​ໃຫ້​ວິ​ສາ​ຫະ​ກິດ​ຈີນ​ພວກ​ເຮົາ,ການ​ປະ​ດິດ​ຢາ​ໃໝ່​​ເອົາ​ເອງ​ນັ້ນ,​ດຽວ​ນີ້​​ເລີ່​ມຕົ້ນ."

ປະຈຸ​ບັນ​ນີ້,ວິ​ສາ​ຫະກິດ​ຈີນ​ນັບ​ມື້​ນັບ​ຫຼາຍ​ໄດ້​ເອົາ​ໃຈ​ໃສ່​ນຳ​ການຄົ້ນຄວ້າຢາ​ພື້ນ​ເມືອງ​ຈີນ,​ໃນ​ເວ​ລາ​ຄົ້ນ​ຄວ້າ​ຜະ​ລິດ​ຢາ​ໃໝ່,​ທ່າ​ແຮງ​ອັນ​ພິ​ເສດ​ຂອງ​ຢາ​ພື້ນ​ເມືອງ​ຈີນ​ໄດ້​ປຸກ​ລະ​ດົມ​​ໃຫ້​ວິ​ສາ​ຫະ​ກິດ​ຈີນ​ໄປ​ຄົ້ນ​ຄວ້າ​ຜະ​ລິດ​ຢາ​ໃໝ່​ຢ່າງ​ຫ້າວ​ຫັນ.
​​


1  2