ຢູ່ເມືອງຝູຢາງແຂວງອ່ານຮຸ່ຍ ພາກກາງຂອງຈີນ, ມີເດັກນ້ອຍຝູງໜຶ່ງ, ຍ້ອນພໍ່ແມ່ເສຍຍ້ອນໂຣກເອດສ໌, ພວກເຂົາເຈົ້າເລີຍກາຍເປັນເດັກກຳພ້າກຳພອຍທີ່ບໍ່ມີບ່ອນເພິ່ງພາອາໄສ, ໄດ້ທົນຕໍ່ຄວາມຍາກລຳບາກດ້ານຊີວິດແລະຄວາມຫງ່ວມເຫງົາໃນໃຈມາແຕ່ນ້ອຍ. ຈົນຮອດມື້ໜຶ່ງ, ມີຄົນຜູ້ໜຶ່ງທີ່ພວກເຂົາເຈົ້າເອີ້ນເປັນ"ແມ່"ປະກົດຕົວ, ທ້ອງຟ້າທີ່ມືດມົວຂອງພວກເດັກນ້ອຍຈື່ງມີສີແສງແຈ້ງສະຫວ່າງ. ຕໍ່ໄປ, ພວກເຮົາຂໍເລົ່າເລື່ອງລາວຂອງແມ່ຜູ້ນີ້ແມ່ນເດັກກຳພ້າ 300 ຄົນສູ່ທ່ານຟັງ. ສາວນ້ອຍ"ນານນານ", ປີນີ້ອາຍຸ 16 ປີ. 4 ປີກ່ອນ, ພໍ່ແມ່ຂອງນາງນານນານເສຍຕາມໆກັນຍ້ອນເປັນໂຣກເອດ, ນາງນານນານເລີຍກາຍເປັນເດັກກຳພອຍ. ສິ່ງທີ່ຍິ່ງບໍ່ເປັນຈັ່ງບຸນນັ້ນແມ່ນ: ນາງນານນານກໍໄດ້ຕິດເຊື້ອໂຣກເອດຍ້ອນຕິດຈາກແມ່.
ໃນເວລານາງນານນານບໍ່ມີທີ່ເພິ່ງອາໄສນັ້ນ, ນາງໄດ້ພົບຜູ້ຍິງຜູ້ໜຶ່ງຊື່ວ່າ"ຈ່າງອີງ". ນາງຈ່າງອີງປີນີ້ອາຍຸ 37 ປີ, 10 ກວ່າປີກ່ອນ, ນາງເລີ່ມເປັນຜູ້ແທນຈຳໜ່າຍເສື້ອຜ້າຍີ່ຫໍ້ດັງແລະເຮັດທຸລະກິດກິນດື່ມຢູ່ເມືອງຝູຢາງ. ດ້ວຍຄວາມສະຫຼາດຄ່ອງແຄ້ວແລະຄວາມທົນທຸກທົນຍາກ, ການຄ້າຂາຍຂອງນາງຈ່າງອີງຈຶ່ງມີຊື່ສຽງສົມຄວນໃນທ້ອງຖິ່ນ. ໃນລະດູໃບໄມ້ຫຼົ່ນປີ 2003, ຕອນຄ່ຳມື້ໜຶ່ງ, ນາງຈ່າງອີງໄດ້ພົບເຫັນນານນານເປັນເທື່ອທຳອິດໂດຍບັງເອີນ, ເວລານັ້ນ, ນານນານພວມນັ່ງກັບພື້ນດິນຍ້ອນຄວາມເຈັບປວດ. ສະພາບການຂອງນານນານໄດ້ກະຕຸ້ນໃຈນາງຈ່າງອີງຢ່າງເລິກເຊິ່ງ.
"ເວລານັ້ນ, ຂ້າພະເຈົ້າຫາກໍ່ເປັນແມ່, ຂ້າພະເຈົ້າຮູ້ສຶກວ່າເດັກນ້ອຍຜູ້ນີ້ອາຍຸນ້ອຍຊ່ຳນີ້, ພໍ່ແມ່ພັດເສຍແລ້ວ, ເປັນຕາອີຕົນຫຼາຍ, ຕົນເອງຍັງຕິດເຊື້ອໂຣກເອດອີກ, ຍ້ອນເຈັບເປັນ, ກໍບໍ່ສາມາດເຂົ້າໂຮງຮຽນ, ຂ້າພະເຈົ້າຮູ້ສຶກວ່າ, ເດັກນ້ອຍຜູ້ນີ້ຕ້ອງການມີຄົນຊ່ອຍເຫຼືອແທ້ໆ."
ມື້ລຸນມາ, ນາງຈ່າງອີງໄດ້ສົ່ງເສື້ອແລນໂຕໜຶ່ງແລະເສື້ອນວນໂຕຜືນໜຶ່ງໃຫ້ນາງນານນານ, ຍັງເອົາຂະໜົມມາໃຫ້ຢ່າງຫຼວງຫຼາຍ, ກ່ອນຈະຈາກໄປ ຍັງໄດ້ເອົາເງິນໃຫ້ນາງນານນານ 300 ຢວນ. ແຕ່ວ່າ, ເມື່ອກັບບ້ານແລ້ວ, ນາງຈ່າງອີງຍັງຮູ້ສຶກມີຄວາມເປັນຫ່ວງຫຼາຍ. ຮ່າງກາຍຈ່ອຍຜອມແລະໃບໜ້າເຈັບປວດຂອງນາງນານນານໄດ້ເຮັດໃຫ້ນາງເປັນຫ່ວງໂດຍຕະຫຼອດ. ນາງຈ່າງອີງເລີຍຕັດສິນໃຈພານາງນານນານໄປປົວພະຍາດຢູ່ປັກກິ່ງ. "ເວລານັ້ນ, ຫ່າງຈາກບຸນກຸດຈີນພຽງແຕ່ 4-5 ມື້, ຂ້າພະເຈົ້າພາລາວໄປປັກກິ່ງ. ເວລານັ້ນ ຍ້ອນໃກ້ຈະຮອດບຸນກຸດຈີນແລ້ວ, ພວກເຮົາລົງຈາກສະຖານີລົດໄຟກໍໄປຫາໂຮງໝໍໂລດ. ເມື່ອຮອດໂຮງໝໍແລ້ວ, ກໍໄປຈ່າຍເງິນ, ວິເຄາະທາດ, ຖ່າຍຮູບແລະອື່ນໆ, ຍັງຈັດວາງເລື່ອງກິນເຂົ້າໃຫ້ນາງ, ເລື່ອງເຫຼົ່ານີ້ຂ້ອຍຕ້ອງໄປເຮັດເອງ."
ຄຽງຄູ່ກັບອາການໝັ້ນທ່ຽງແລະດີຂຶ້ນ, ນາງນານນານໄດ້ມີຄວາມກ້າຫານຕໍ່ຊີວິດຄືນໃໝ່. ເດັກນ້ອຍທີ່ປິດຕົນເອງ ບໍ່ມັກປາກມັກເວົ້າໄດ້ກາຍເປັນເດັກນ້ອຍທີ່ດຸໝັ່ນແລະເບີກບານມ່ວນຊື່ນ. ການປ່ຽນແປງໃນໂຕນາງນານນານໄດ້ເຮັດໃຫ້ນາງຈ່າງອີງຊື່ນໃຈທີ່ສຸດ.
1 2
|