ຢູ່ເມືອງຝູຢາງ, ເດັກກຳພ້າກຳພອຍທີ່ພໍ່ແມ່ເສຍຍ້ອນໂຣກເອດຄືນາງນານນານນັ້ນບໍ່ແມ່ນໜຶ່ງຄົນສອງຄົນ. ຍ້ອນທີ່ດິນກັນດານແລະຊີວິດຫຍຸ້ງຍາກ, ຊາວກະສິກອນຂອງຝູຢາງບາງຄົນມີແຕ່ໄປຂາຍເລືອດ. ທະນາຄານເລືອດທີ່ຜິດກົດໝາຍບາງແຫ່ງເພື່ອເກັງກຳໄລ, ໃຊ້ອຸປະກອນດູດເລືອດຊ້ຳແລ້ວຊ້ຳອີກຫຼາຍເທື່ອ, ພາໃຫ້ຊາວກະສິກອນຈຳນວນໜຶ່ງຕິດເຊື້ອໂຣດເອດ. ເຖິງວ່າໃນຫຼາຍປີມານີ້, ລັດຖະບານຈີນໄດ້ໂຈມຕີການກະທຳດັ່ງກ່າວຢ່າງເຂັ້ມງວດ, ແລະໃຫ້ການຊ່ອຍເຫຼືອຢ່າງຫຼວງຫຼາຍແກ່ຜູ້ເປັນໂຣກເອດ, ແຕ່ຍັງເກີດມີເດັກກຳພ້າກຳພອຍງວດໜຶ່ງຄືນາງນານນານ. ທ້າຍປີ 2003, ນາງຈ່າງອີງບໍ່ເອົາຫົວຊານຳຄົນອ້ອມຂ້າງທີ່ບໍ່ເຂົ້າໃຈນາງ, ໄດ້ປະລະການຄ້າທຸລະກິດທີ່ມີຊັບສິນຫຼາຍລ້ານຢວນ, ສ້າງສະມາຄົມຊ່ອຍເຫຼືອເດັກນ້ອຍຜູ້ທຸກຍາກຍ້ອນໂຣກເອດ, ໄດ້ທຸ່ມເທເຂົ້າໃນວຽກງານຊ່ອຍເຫຼືອເດັກກຳພ້າກຳພອຍຢ່າງສຸດອົກສຸດໃຈ. ນາງຮວງຈິ່ນຫົງແລະທ້າວຮວງຈິ່ນເລີຍ ສອງເອື້ອຍນ້ອງນີ້ແມ່ນເດັກກຳພ້າກຳພອຍທີ່ສະມາຄົມດັ່ງກ່າວຊ່ອຍເຫຼືອໃນໄລຍະຫາກໍ່ສ້າງຕັ້ງຂຶ້ນ. ເວລານັ້ນ, ເອື້ອຍນ້ອງສອງຄົນພວມຕົກຢູ່ໃນຄວາມໂສກເສົ້າແລະໂດດດ່ຽວປ່ຽວພອຍທີ່ສຸດຍ້ອນພໍ່ແມ່ຫາກໍ່ເສຍຍ້ອດໂຣກເອດ.
ນາງຮວງຈິ່ນຫົງເວົ້າວ່າ: ເວລານັ້ນ, ພໍ່ແມ່ຫາກໍ່ເສຍ, ຜູ້ອື່ນບໍ່ກ້າຫຼີ້ນນຳພວກເຮົາ, ມີແຕ່ເຮົາສອງຄົນ, ຮູ້ສຶກໂດດດ່ຽວຫຼາຍ.
ທ້າວຮວງຈິ່ນເລີຍເວົ້າວ່າ: ເພື່ອນບ້ານລ້ວນແຕ່ອັດປະຕູໃຫ້ແໜ້ນໆ, ບໍ່ໃຫ້ຂ້ອຍຍ່າງຜ່ານປະຕູຂອງພວກເຂົາເຈົ້າ. ຢາກຮ້ອງໄຫ້ກໍບໍ່ກ້າໄຫ້ຢູ່ບ້ານ, ຢ້ານແມ່ຍ່າເສຍໃຈ.
ຫຼັງຈາກໄດ້ຮູ້ຂ່າວຂອງເອື້ອຍນ້ອງສອງຄົນນີ້ແລ້ວ, ນາງຈ່າງອີງໄດ້ໄປຢາມເອື້ອຍນ້ອງສອງຄົນນີ້ 5 ເທື່ອຢ່າງຕໍ່ເນື່ອງ, ເທື່ອໃດກໍເອົາເຄື່ອງຂອງຫຼາຍໆຢ່າງໄປນຳ. ພ້ອມກັນນັ້ນ, ນາງກໍໄດ້ຊ່ອຍເຫຼືອເດັກກຳພ້າກຳພອຍອື່ນໆຈຳນວນໜຶ່ງ. ແຕ່ວ່າ, ໃນເວລາສຳຜັດກັບເດັກກຳພ້າກຳພອຍເຫຼົ່ານີ້, ນາງຈ່າງອີງປະກົດເຫັນວ່າ, ພຽງແຕ່ໃຫ້ການຊ່ອຍເຫຼືອດ້ານຊີວິດການເປັນຢູ່ແກ່ພວກເຂົາເຈົ້າຍັງບໍ່ພໍ. ເດັກນ້ອຍເຫຼົ່ານີ້ສ່ວນຫຼາຍບໍ່ມັກເວົ້າ, ຜົນການຮຽນກໍ່ບໍ່ດີປານໃດ. ໃນເວລານາງຈ່າງອີງລົມກັບພວກເຂົາເຈົ້າ, ພວກເຂົາເຈົ້າມັກນ້ຳຕາໄຫຼເລື້ອຍໆ. ນາງຈ່າງອີງຮູ້ສຶກວ່າ, ເດັກນ້ອຍເຫຼົ່ານີ້, ຄວາມຫາບແບກດ້ານຈິດໃຈໜັກໂພດ, ຖ້າຢາກຊ່ອຍພວກເຂົາເຈົ້າຢ່າງແທ້ຈິງ, ກໍ່ຕ້ອງເຂົ້າໃນໂລກອັນໂດດດ່ຽວຂອງພວກເຂົາເຈົ້າ.
ໃນລະດູຮ້ອນປີ 2004, ນາງຈ່າງອີງໄດ້ທົດລອງພາເດັກກຳພ້າກຳພອຍ 30 ກວ່າຄົນອອກໄປທ່ຽວ. ການເຄື່ອນໄຫວແນວນີ້ບໍ່ພຽງແຕ່ເຮັດໃຫ້ເດັກນ້ອຍທີ່ມີນິດໃສໂດດດ່ຽວປ່ຽວພອຍນັ້ນໄດ້ຊອກຫາຄວາມໄຮ້ດຽງສາຂອງເດັກນ້ອຍກັບຄືນມາໃໝ່, ຄ່ອຍໆເບີກບານມ່ວນຊື່ນຂຶ້ນ, ນີ້ກໍເຮັດໃຫ້ນາງຈ່າງອີງເລີ່ມມີການແລກປ່ຽນດ້ານຈິດໃຈກັບພວກເຂົາເຈົ້າ. ທ້າວຮວງຈິ່ນເລີຍບອກພວກເຮົາວ່າ:
"ການໄປທ່ຽວເທື່ອນັ້ນມ່ວນຫຼາຍ, ໄດ້ຮັບຄວາມເອົາໃຈໃສ່ຢ່າງອົບອຸ່ນຈາກແມ່ຈ່າງອີງ, ຂ້ອຍເອງກໍປ່ຽນຈາກເດັກນ້ອຍທີ່ບໍ່ມັກເວົ້າກາຍເປັນເດັກນ້ອຍທີ່ມັກເວົ້າແລະມັກຫຼີ້ນນຳເດັກນ້ອຍຜູ້ອື່ນ."
ມາຮອດປັດຈຸບັນ, ມີເດັກກຳພ້າກຳພອຍ 300 ກວ່າຄົນໄດ້ຮັບການຊ່ອຍເຫຼືອຈາກນາງຈ່າງອີງ. ໃນຂະບວນການທີ່ໄດ້ຮັບການຊ່ອຍເຫຼືອ, ເດັກນ້ອຍທັງຫຼາຍໄດ້ມີອາລົມຈິດອັນເລິກເຊິ່ງຕໍ່ນາງຈ່າງອີງ, ເອີ້ນນາງຈ່າງອີງເປັນ"ແມ່"ຢ່າງສະໜິດສະໜົມ. ພວກເຂົາເຈົ້າໄດ້ເຮັດຂອງຂວັນຊະນິດຕ່າງໆດ້ວຍມືນ້ອຍໆຂອງຕົນເພື່ອມອບໃຫ້ແມ່, ບາງຄົນແຕ້ມຮູບ, ບາງຄົນເຮັດເຈ້ຍຕັດ. ໃນໃຈຂອງເດັກກຳພ້າກຳພອຍເຫຼົ່ານີ້, ນາງຈ່າງອີງໄດ້ກາຍເປັນແມ່ຄີງຂອງພວກເຂົາເຈົ້າ, ແລະກາຍເປັບແບບຢ່າງຂອງພວກເຂົາເຈົ້າແລ້ວ.
ລູກຊາຍຂອງນາງຈ່າງອີງເອງປີນີ້ຫາກໍ 4 ຂວບ, ຍ້ອນຂຸ້ນນຳວຽກຢູ່ນອກເລື້ອຍໆ, ນາງຈ່າງອີງຮູ້ສຶກຕິດໜີລູກຊາຍຫຼາຍ. ແຕ່ເມື່ອຄິດເຖິງເດັກກຳພ້າກຳພອຍທີ່ບໍ່ມີບ່ອນເພິ່ງອາໄສນັ້ນແລ້ວ, ນາງກໍຮູ້ສຶກວ່າຕ້ອງໃຫ້ຄວາມຮັກແພງຫຼາຍກວ່າເກົ່າແກ່ພວກເຂົາເຈົ້າ. ເດືອນຕຸລາປີກາຍນີ້, ນາງຈ່າງອີງໄດ້ເຂົ້າຮ່ວມການປະກວດ"ດາວເດັ່ນແຫ່ງສາທາລະນະປະໂຫຍດ 10 ຄົນຂອງຈີນ"ໃນຖານເປັນຜູ້ຕາງໜ້າພຽງຜູ້ດຽວຂອງແຂວງອ່ານຮຸ່ຍ. ເລື່ອງລາວຂອງນາງເມື່ອສື່ມວນຊົນໄດ້ແຈ້ງຂ່າວຢ່າງກວ້າງຂວາງແລ້ວ, ຄົນນັບມື້ນັບຫຼາຍໄດ້ຮູ້ຈັກ"ແມ່"ຜູ້ນີ້ທີ່ມີລູກ 300 ກວ່າຄົນ, ແລະກະຕຸ້ນໃຈນຳການກະທຳຂອງເພີ່ນ. ນາງລີຊ້ຽນ ໄທເມືອງປັກກິ່ງເວົ້າວ່າ:
"ຂ້ອຍເຄົາລົບຄວາມກ້າຫານແລະມານະຈິດຂອງນາງຈ່າງອີງຫຼາຍ, ທີ່ຈິງແລ້ວ, ນາງໄດ້ສ້າງແບບຢ່າງໃຫ້ແກ່ສັງຄົມພວກເຮົາດ້ວຍການກະທຳຂອງຕົນ, ເຮັດໃຫ້ພວກເຮົາຮູ້ວ່າ, ຄົນຜູ້ໜຶ່ງນອກຈາກຕ້ອງພະຍາຍາມເພື່ອຕົນເອງແລ້ວ, ຍັງຕ້ອງຫາບແບກໜ້າທີ່ຮັບຜິດຊອບແລະພັນທະຕໍ່ສັງຄົມຫຼາຍກວ່າເກົ່າ." (ຈົບ)
1 2
|