ເມື່ອຮອດສະຕະວັດທີ20,ຍ້ອນວ່າສົມມຸດຕິຖານແຄນທ໌-ລາບລາສ໌ບໍ່ສາມາດໃຫ້ຄຳອະທິບາຍທີ່ເຮັດໃຫ້ຄົນເພິ່ງພໍໃຈຕໍ່ເລື່ອງຈິງທີ່ໄດ້ສັງເກດວັດແທກນັບມື້ນັບຫຼາຍໃນລະບົບສຸລິຍະ,ທິດສະດີກົກເຄົ້າສອງຢ່າງຈິ່ງໄດ້ແຜ່ຜາຍອີກ.ປີ1900,ທ່ານແຊມເບີເລນ ນັກທໍລະນີສາດອາເມລິກາໄດ້ສະເໜີສົມມຸດຕິຖານກ່ຽວກັບຄວາມເປັນມາລະບົບສຸລິຍະຊະນິດໜຶ່ງ,ເອີ້ນວ່າ"ສົມມຸດຕິຖານກ່ຽວກັບດາວ",ໃນປີດຽວກັນ,ທ່ານໂມເທີນໄດ້ຂະຫຍາຍສົມມຸດຕິຖານດັ່ງກ່າວ,ທ່ານເຫັນວ່າເຄີຍມີດາວປະຈຳໜ່ວຍໜຶ່ງເຄື່ອນໄຫວຮອດບ່ອນໃກ້ກັບຕາເວັນ,ເຮັດໃຫ້ວັດຖຸໃນດ້ານໜ້າແລະດ້ານຫຼັງຂອງຕາເວັນເກີດມີປະກົດການຂຶ້ນໆລົງໆຢ່າງຮຸນແຮງ,ແລ້ວຈິ່ງໂຍນອອກມາເປັນຈຳນວນຫຼວງຫຼາຍ,ວັດຖຸເຫຼົ່ານີ້ແລ້ວຄ່ອຍໆເຕົ້າເຂົ້າກັນປະກອບເປັນກ້ອນແຂ້ນແກ່ນແລະຈຸດວັດຖຸຫຼາຍ,ແລ້ວເຕົ້າເຂົ້າເປັນດາວພະເຄາະແລະດາວບໍລິວານ.
ການຄົ້ນຄວ້າໃນຍຸກປັດຈຸບັນສະແດງໃຫ້ເຫັນວ່າ,ຍ້ອນວ່າດາວປະຈຳໃນຈັກກະວານຫ່າງຈາກກັນໄກແສນໄກຈິ່ງມີຄວາມອາດເປັນໄປໄດ້ໜ້ອຍທີ່ສຸດທີ່ຕຳກັນ,ນອກນີ້ຍ້ອນວ່າສົມມຸດຕິຖານກ່ຽວກັບໄພພິບັດທັງໝົດມີຈຸດພິເສດອະທິບາຍວ່າລະບົບສຸລິຍະຈັກກະວານແມ່ນເກີດຂຶ້ນຍ້ອນເຫດການບັງເອີນທີ່ສຸດໃດໜຶ່ງ,ສະນັ້ນຈຶ່ງຂາດຫຼັກຖານວິທະຍາສາດອັນພຽງພໍ.ດ້ວຍເຫດນີ້,ສົມມຸດຕິຖານຂອງທ່ານມູນຕົງຈຶ່ງບໍ່ເປັນຕາເຊື່ອ.ປີ1979,ທ່ານໄຕ້ເວີນຊ້າຍ ນັກດາລາສາດທີ່ມີຊື່ສຽງຂອງຈີນໄດ້ສະເໜີສົມມຸດຕິຖານໃໝ່ກ່ຽວກັບຄວາມເປັນມາລະບົບສຸລິຍະຈັກກະວານ,ທ່ານເຫັນວ່າທົ່ວລະບົບສຸລິຍະແມ່ນຈໍ່ຕົວຂຶ້ນຈາກເມກດາວດຶກດຳບັນອັນດຽວກັນ.ສ່ວນປະກອບຂອງເມກດາວດັ່ງກ່າວແມ່ນອາຍແລະຂີ້ຝຸ່ນຈຳນວນໜ້ອຍ.ຕັ້ງແຕ່ຫົວທີ,ເມກຕາວດັ່ງກ່າວກໍ່ໝູນເອງ,ພ້ອມກັນນັ້ນຍ້ອນມີກຳລັງຖ່ວງດຶງຂອງຕົນຈຶ່ງຫົດເຂົ້າ,ປະກອບເປັນຈານເມກດາວ,ພາກກາງໄດ້ວິວັດທະນາການກາຍມາເປັນຕາເວັນ,ພາກສ່ວນຮິມດູດດຶງທ້ອນໂຮມກັນເປັນດາວພະເຄາະ.
ເວົ້າລວມແລ້ວ,ຄົນທັງຫຼາຍໄດ້ມີຄວາມຮັບຮູ້ຕໍ່ຄວາມເປັນມາຂອງໜ່ວຍໂລກແລະລະບົບສຸລິຍະນັ້ນລົງສູ່ລວງເລິກໃນຂະບວນການຂະຫຍາຍຕົວອັນຄົດລ້ຽວກ້ຽວກອດ.
ນັບມາຮອດປັດຈຸບັນ,ກ່ຽວກັບວັດຖຸແລະຮູບການປະກອບສ້າງເປັນໜ່ວຍໂລກດັ້ງເດີມ,ພວກເຮົາອາດຈະໄດ້ຮັບຂໍ້ສະຫຼຸບດັ່ງລຸ່ມນີ້.ຄືວັດຖຸທີ່ປະກອບເປັນໜ່ວຍໂລກດັ້ງເດີມຕົ້ນຕໍແມ່ນວັດຖຸດັ້ງເດີມຂອງຈານເມກທີ່ກ່າວມາຂ້າງເທິງນີ້,ສ່ວນປະກອບຕົ້ນຕໍແມ່ນອິໂດຼແຊນແລະເອລີອົມ,ພວກມັນກວມປະມານ98%ຂອງຍອດມວນສານ.ນອກນີ້,ຍັງມີຂີ້ຝຸ່ນແລະວັດຖຸທີ່ກະຈາຍອອກໃນໄລຍະຕົ້ນທີ່ຫົດເຂົ້າ.ໃນຂະບວນການທີ່ໜ່ວຍໂລກຈໍ່ຕົວຂຶ້ນ,ຍ້ອນບົດບາດຜັນແຍກຂອງວັດຖຸ,ຈຶ່ງມີວັດຖຸເບົາແຍກອອກມາໄປຄຽງຄູ່ກັບວັດຖຸທີ່ມີລັກສະນະລະເຫີຍເຊັ່ນ,ອີໂດຼແຊນແລະເອລີອົມເປັນຕົ້ນຢ່າງບໍ່ຢຸດຢັ້ງ,ແລະຖືກກຳລັງໜີບຂອງແສງຕາເວັນແລະວັດຖຸທີ່ຕາເວັນກະຈາຍອອກນັ້ນພາໄປສູ່ຂ້າງນອກຂອງລະບົບສຸລິຍະຈັກກະວານ,ສະນັ້ນ,ມີແຕ່ວັດຖຸໜັກຫືຼວັດຖຸດິນເຕົ້າໂຮມເຂົ້າກັນແລະຄ່ອຍຈໍ່ຕົວເປັນໜ່ວຍໂລກດັ້ງເດີມແລະວິວັດທະນາການມາເປັນໜ່ວຍໂລກປັດຈຸບັນ.ດາວພະພຸດ,ດາວພະສຸກຄືກັນກັບດາວພະອັງຄານແລະໜ່ວຍໂລກ,ຍ້ອນວ່າໃກ້ກັບຕາເວັນ,ອາດຈະຈໍ່ຕົວຂຶ້ນດ້ວຍຮູບການຄ້າຍຄືກັນ,ດາວເຫຼົ່ານີ້ໄດ້ຮັກສາວັດຖຸໜັກອ່າວຫຼາຍ,ແຕ່ດາວພະເຄາະພາຍນອກ,ເຊັ່ນ,ດາວພະຫັດແລະດາວພະເສົາເປັນຕົ້ນ,ຍ້ອນວ່າໄກກັບຕາເວັນ,ຈົນຮອດປັດຈຸບັນ,ຍັງໄດ້ຮັກສາວັດຖຸເບົາອ່າວຫຼາຍ.ກ່ຽວກັບຮູບການຈໍ່ຕົວຂຶ້ນຂອງໜ່ວຍໂລກດັ້ງເດີມ,ເຖິງວ່າຍັງມີລັກສະນະຄາດຄະເນອ່າວຫຼາຍກໍຕາມ,ແຕ່ນັກຄົ້ນຄວ້າສ່ວນຫຼາຍມີຄວາມເຫັນເປັນເອກະສັນກັນກັບຂໍ້ສະຫຼຸບຂອງທ່ານໄຕ້ເວີນຊ້າຍ,ຄືເມື່ອຈານເມກດາວຈໍ່ຕົວຂຶ້ນແລ້ວ,ຍ້ອນບົດບາດຂອງກຳລັງຖ່ວງດຶງແລະຄວາມບໍ່ໝັ້ນທ່ຽງຂອງກຳລັງຖ່ວງດຶງ,ວັດຖຸໃນຈານເມກດາວ ເຊິ່ງລວມທັງຫຼີບຂີ້ຝຸ່ນ,ຍ້ອນຕຳກັນ, ປະກອບເປັນດາວພະເຄາະນ້ອຍຢ່າງຫຼວງຫຼາຍ,ຜ່ານຈາກວິວັດທະນາການເທື່ອລະກ້າວ,ແລ້ວທ້ອນໂຮມເປັນດາວພະເຄາະ,ໃນນັ້ນ,ໜ່ວຍໂລກກໍ່ກຳເນີດເກີດຂຶ້ນ.ຕາມການຄາດຄະເນ,ໜ່ວຍໂລກຈໍ່ຕົວຂຶ້ນຕ້ອງການເວລາປະມານ10ລ້ານປີຫາ100ລ້ານປີ.
ກ່ຽວກັບໜ່ວຍໂລກດັ້ງເດີມມີອຸນຫະພູມສູງຫຼືອຸນຫະພູມຕ່ຳ,ບັນດານັກວິທະຍາສາດກໍ່ມີຄວາມເຫັນຕ່າງກັນ.ເມື່ອເລິ່ມຈາກສົມມຸດຕິຖານກ່ຽວກັບຄວາເປັນມາຂອງໜ່ວຍໂລກບູຮານ,ຄົນສ່ວນຫຼາຍເຄີຍເຊື່ອວ່າ,ທຳອິດໜ່ວຍໂລກແມ່ນວັດຖຸທີ່ລະລາຍ,ເມື່ອໄດ້ຜ່ານການວິວັດທະນາການດ້ານທໍລະນີເປັນເວລາຫຼາຍຕື້ປີ,ຈົນຮອດປັດຈຸບັນໜ່ວຍໂລກຍັງຄົງຮັກສາຄວາມຮ້ອນຂອງຕົນຢູ່.ແຕ່ຜົນການຄົ້ນຄວ້າໃນຍຸກປັດຈຸບັນຂ້ອນຂ້າງອ່ຽງໄປສູ່ສົມມຸດຕິຖານທີວ່າໜ່ວຍໂລກມີອຸນຫະພູມຕ່ຳໃນເວລາຈໍ່ຕົວຂຶ້ນ.ເວົ້າລວມແລ້ວ,ໜ່ວຍໂລກໄດ້ຜ່ານໄລຍະຈາກຮ້ອນໄປສູ່ເຢັນ,ຍ້ອນວ່າພາຍໃນແກນໜ່ວຍໂລກມີແຫຼ່ງຄວາມຮ້ອນ,ດັ່ງນັ້ນ,ຂະບວນການເຢັນລົງນັ້ນແມ່ນຊ້າທີ່ສຸດ,ຈົນຮອດປັດຈຸບັນ,ໜ່ວຍໂລກຍັງພວມສືບຕໍ່ເຢັນລົງຢູ່.
ສຸດທ້າຍພວກເຮົາຂໍຈັດເພງມ່ວນໆເພງໜຶ່ງສູ່ທ່ານຟັງ,ເພງນີ້ຊື່ວ່າ"ເຈິງຈີ້ວຕີຊີວ",ແປວ່າ"ກອບກູ້ໜ່ວຍໂລກ",ພວກເຮົາຈົ່ງມາພ້ອມກັນອະນຸລັກໜ່ວຍໂລກອັນສວຍງາມຂອງມະນຸດເຮົາ 1 2
|