ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-03 12:52:16    
ຄວາມ​ເປັນ​ມາ​ຂອງ​ໜ່ວຍ​ໂລກ(ສຽງ)

cri

ປັດຈຸບັນ,ການ​ແຂ່ງຂັນ​ບານເຕະຊີງ​ຂັນໂລກ​ພວມ​ຈັດຂຶ້ນຢູ່ເຢຍລະ​ມັນຢ່າງອຶດ​ກະທຶ​ກຟົດ​ຟື້ນ,ບໍ່​ຮູ້​ວ່າ​ທ່ານ​ໄດ້​ເບິ່ງບໍ່?ຫວ່າງ​ມໍ່ໆ​ນີ້,ທ່ານ​ຄຳ​ແພງ​ທີ່​ແຂວງ​ຫຼວງ​ພະ​ບາງ​ໄດ້​ຝາກ​ຈົດໝາຍ​ມາ​ຍັງ​ພວກ​ເຮົາ,ຕັ້ງ​ຄຳ​ຖາມ​ກ່ຽວ​ກັບໜ່ວຍ​​ໂລກ,​ ທ່ານ​ກ່າວ​ວ່າ​ທ່ານ​ຢາກ​ຊອກ​ຮູ້​ຄວາມ​ເປັນ​ມາ​ຂອງ​ໜ່ວຍ​ໂລກ.​ໃນ​ລາຍການ​ມື້​ນີ້,ພວກ​ເຮົາ​ຈຶ່ງ​ຂໍ​ແນະນຳ​ສະພາບ​ກ່ຽວ​ກັບ​ໜ່ວຍ​ໂລກ​ຈໍ່​ຕົວ​ຂຶ້ນ​​ແນວ​ໃດ​ສູ່​ທ່ານ​ຟັງ.

 ກ່ຽວ​ກັບ​ບັນຫາ​ຄວາມ​ເປັນ​ມາ​ຂອງ​ໜ່ວຍ​ໂລກ,​ໄດ້​ຄົ້ນຄວ້າ​ຫາລືມາ​ເປັນ​ປະຫວັດ​ສາດ​ຍາວ​ນານ​ແລ້ວ.​ໃນ​ສະ​ໄໝ​ບູຮານ,ຄົນ​ທັງຫຼາຍ​ກໍ່​ເຄີຍ​ຄົ້ນ​ຄວ້າຫາລື​ບັນຫາ​​ຈໍ່​ຕົວ​ຂຶ້ນ​ຂອງ​ທຸກ​ສິ່ງ​ທຸກ​ຢ່າງ​ເຊິ່ງລວມ​ທັງ​ໜ່ວຍ​ໂລກ,ໃນ​ໄລຍະ​ນີ້,​ໄດ້​ຄ່ອຍໆ​ເກີດ​ມີ"ສົມ​ມຸດຕິ​ຖານສ້າງ​ໂລກ"ກ່ຽວ​ກັບຄວາມ​ເປັນ​ມາ​ຂອງ​ທຸກ​ສິ່ງທຸກ​ຢ່າງ.​ໃນ​ນັ້ນ,​ທີ່ແຜ່​ຜາຍຢ່າງ​ກວ້າງຂວາງ​ກວ່າ​ໝູ່​ແມ່ນ​ສົມມຸດ​ຕິ​ຖານ​ສ້າງ​ໂລກ​ໃນຄຳ​ພີ​ໄບ​ເບີ​ນ.​ໃນ​ປະຫວັດສາດ​ຂອງ​ມຸນມະນຸດ,ສົມມຸດ​ຕິ​ຖານ​ດັ່ງກ່າວ​ເຄີຍຄອງ​ຖານະ​ປົກຄອງ​​ເປັນ​ເວລາຍາວ​ນານ​ສົມຄວນ.

ປີ1543​,ທ່ານ​​ໂຄ​ເພີ​ນີ​ເຄີ​ສ໌ ນັກ​ດາລາສາດ​ໂປ​ໂລ​ຍ​ໄດ້ສະ​ເໜີ​ສົມມຸດ​ຖານ​ກ່ຽວ​ກັບຕາ​ເວັນ​ເປັນ​ໃຈກາງ​ຫຼັງ​ຈາກ​ນັ້ນ,ການ​ຫາລື​ວິວັດທະນາ​ການ​ຂອງດາວ​ດາລາ​ຈິ່ງ​ໄດ້​ບຸກທະລຸ​ການ​ຜູກຂາດ​ຂອງ​ເທວະ​ວິທະຍາ,​ເລິ່ມດຳ​ເນີນ​ການ​ຄົ້ນຄວ້າ​ວິທະຍາ​ສາດຢ່າງແທ້​ຈິງ​ຕໍ່​ບັນຫາ​ຄວາມ​ເປັນ​ມາ​ຂອງ​ໜ່ວຍ​ໂລກ​ແລະລະບົບ​ສຸລິຍະ.ປີ1644,​ໃນ​ປື້​ມ"ຫຼັກ​ມູນ​ປັດ​ຊະ​ຍາ"ຂອງ​,ທ່ານ​ເດສ໌ຄາ​ຕິ​ສ​ໄດ້​ສະ​ເໜີ​ສົມມຸດ​ຕິ​ຖານ​​ກ່ຽວ​ກັບ​ຄວາມ​ເປັນ​ມາ​ລະບົບ​ສຸລິຍະ​ເປັນ​ເທື່ອ​ທຳ​ອິດ,ທ່ານ​​ເຫັນ​ວ່າ,ຕາ​ເວັນ,ດາວພະ​ເຄາະ​ແລະ​ດາວ​ບໍລິວານ​ແມ່ນ​ຈໍ​ຕົວຂຶ້ນ​ໃນ​ເຝືອນ​ນ້ອຍ​ໃຫຍ່​ຕ່າງ​ກັນ​ທີ່​ຈໍ່ຕົວ​ຂຶ້ນ​ໃນ​ການ​ເຄື່ອນ​ໄຫວ​​ແບບ​ເຝືອນ​ຂອງ​ວັດຖຸ​ຈັກກະວານ.ຫຼັງ​ຈາກ​ນັ້ນ​ໜຶ່ງ​ສະຕະວັດ​ຄື,​ໃນ​ປີ1745,​ໃນປື້ນ"ປະຫວັດສາດ​ທຳ​ມະ​ຊາດ​ສາມັນແລະວິສາມນ​"ຂອງທ່ານ​ບູຟົນ​ໄດ້​ສະ​ເໜີສົມມຸດ​ຕິ​ຖານ​ທີ​ສອງ,​ເຫັນ​ວ່າ,ວັດຖຸ​​ມະຫາສານ​ໜ່ວຍ​ໜຶ່ງ,ສົມມຸດ​ວ່າ​ແມ່ນດາວ​ຫາງ,​ເຄີຍຕຳ​ກັບ​ຕາ​ເວັນ,​ເຮັດ​ໃຫ້​ວັດ​ຖຸ​ຂອງ​ຕາ​ເວັນ​ແຕກ​ອອກ​ເປັນກ້ອນ​ນ້ອຍໆ​​ແລ້ວ​ບິນໄປ​ສູ່​ອະວະກາດ,ຈິ່ງ​ຈໍ່​ຕົວ​ເປັນ​ໜ່ວຍ​ໂລກ​​ແລະດາວ​ພະ​ເຄາະ.ຫັຼງຈາກ​ນັ້ນ,ຄົນ​ທັງຫຼາຍ​ກໍ່​ໄດ້​ສະ​ເໜີສົມມຸດ​ຕິ​ຖານຫຼາຍ​ຢ່າງ,ສົມມຸດ​ຕິ​ຖານ​ເຫຼົ່າ​ນີ້ສ່ວນ​ຫຼາຍ​ເຫັນ​ດີ​ເຫັນ​ພ້ອມ​ນຳ"ທິດ​ສະ​ດີກົກ​ເຄົ້າ​ດຽວ"ຂອງ​ທ່ານ​ເດ​ສ໌ຄາ​ຕິ​ສ,ຄືຕາ​ເວັນ​ແລະ​ດາວ​ພະ​ເຄາະ​​​ແມ່ນເຕົ້າ​ເຂົ້າກັນຈາກ​ເມກ​ອາຍດຶກ​ດຳ​ບັນ​ອັນ​ດຽວ​ກັນ,ນອກ​ນີ້ກໍ່​ມີທິດສະ​ດີກົກ​ເຄົ້າ​ສອງ​ຢ່າງ,​ຄືເຫັນ​ວ່າ​ວັດຖຸ​ດາວ​ພະ​ເຄາະ​ແມ່ນ​ແຍກ​ອອກ​ຈາກ​ຕາ​ເວັນ.ປີ1755,ທ່ານ​ແຄມ​ທ໌ ຜູ້ລິ​ເລິ່ມສ້າງ​ປັດ​ຊະ​ຍາ​ດັ້ງ​ເດີມ​ທີ່​ມີ​ຊື່ສ​ສຽງຂອງ​ເຢຍລະ​ມັນໄດ້​ສະ​ເໜີ​"​ສົມມຸດ​ຕິ​ຖານ​​ເມກ​ດາວ".ປີ​1796,​ໃນ​ປື້ນ"​ລະບົບຈັກກະວານ",ຂອງທ່ານ​ລາບ​ລາສ໌ ນັກ​ຄະນິດສາດ​ແລະ​ນັກດາລາສາດ​ທີ່​ມີ​ຊື່ສຽງຂອງ​ຝຣັ່ງ​ໄດ້​ສະ​ເໜີ​ສົມ​ມຸດຕິ​ຖານ​ເມກ​ດາວ​ກ່ຽວ​ກັບ​ຄວາມ​ເປັນ​ມາ​ຂອງລະບົບ​ສຸລິຍະ​ອີກ​ຊະນິດ​ໜຶ່ງ​ຢ່າງ​ເປັນອິດ​ສະລະ.ຍ້ອນ​ວ່າ​ສົມມຸດ​ຕິ​ຖານຂອງ​ທ່ານລາ​ບລາສ໌ແລະ​ທ່ານ​​ແຄນ​ທ໌​ເປັນ​ເອກະສັນ​ກັນ​ໃນ​ດ້ານ​ຄວາ​ມ​ເຫັນ​ພື້ນຖານ,ສະ​ນັ້ນ,ຄົນຮຸ່ນ​ຫຼັງ​​ເອີ້ນສົມມຸດ​ຕິ​ຖານ​ຂອງ​ສອງທ່ານ​ດັ່ງກ່າວ​ເປັນ"ສົມມຸດ​ຕິ​ຖານ​ແຄນ​ທ໌-ລາບ​ລາສ໌".ໃນ​ທົ່ວ​ສະຕະວັດ​ທີ19,​ໃນ​ດາລາສາດ,ສົມມຸດ​ຕິ​ຖານ​ດັ່ງກ່າວ​ໄດ້​ຄອງຖານະ​ປົກຄອງ​ໂດຍ​ຕະຫຼອດ.


1  2