ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-03 12:52:16    
ຄວາມ​ເປັນ​ມາ​ຂອງ​ໜ່ວຍ​ໂລກ(ສຽງ)

cri

ເມື່ອ​ຮອດ​ສະຕະວັດ​ທີ20,ຍ້ອນ​ວ່າ​ສົມມຸດ​ຕິ​ຖານ​​ແຄນ​ທ໌-ລາບ​ລາສ໌ບໍ່​ສາມາດ​ໃຫ້​ຄຳອະທິ​ບາຍທີ່​ເຮັດ​ໃຫ້​ຄົນ​ເພິ່ງ​ພໍ​ໃຈ​ຕໍ່​ເລື່ອງ​ຈິງ​ທີ່​ໄດ້ສັງ​ເກດ​ວັດ​ແທກນັບ​ມື້​ນັບ​ຫຼາຍ​​ໃນ​ລະບົບ​ສຸລິຍະ,ທິດ​ສະ​ດີກົກ​ເຄົ້າ​ສອງ​ຢ່າງ​ຈິ່ງ​ໄດ້​ແຜ່ຜາຍ​ອີກ.ປີ1900,ທ່ານ​​ແຊມ​ເບີ​ເລນ ນັກ​ທໍ​ລະ​ນີສາດ​ອາ​ເມ​ລິ​ກາ​ໄດ້​ສະ​ເໜີ​ສົມມຸດ​ຕິ​ຖານກ່ຽວ​ກັບຄວາມ​ເປັນ​ມາລະບົບ​ສຸລິຍະ​ຊະນິດ​ໜຶ່ງ,​ເອີ້ນ​ວ່າ"ສົມມຸດ​ຕິ​ຖານ​ກ່ຽວ​ກັບ​ດາວ",​ໃນ​ປີດ​ຽວກັນ,ທ່ານ​ໂມ​ເທີນ​ໄດ້​​ຂະຫຍາຍ​ສົມມຸດ​ຕິ​ຖານ​ດັ່ງກ່າວ​,ທ່ານເຫັນ​ວ່າ​ເຄີຍ​ມີ​ດາວ​ປະຈຳ​​ໜ່ວຍ​ໜຶ່ງ​​ເຄື່ອນ​ໄຫວຮອດບ່ອນ​​ໃກ້​ກັບ​ຕາ​ເວັນ,​ເຮັດ​ໃຫ້ວັດຖຸ​ໃນດ້ານ​ໜ້າ​ແລະ​ດ້ານ​ຫຼັງ​ຂອງ​ຕາ​ເວັນ​ເກີດ​ມີ​ປະກົດ​ການ​ຂຶ້ນ​ໆລົງ​ໆຢ່າງຮຸນ​ແຮງ,​ແລ້ວຈິ່ງ​ໂຍນ​ອອກ​ມາ​ເປັນຈຳນວນ​ຫຼວງ​ຫຼາຍ,ວັດຖຸ​ເຫຼົ່າ​ນີ້​ແລ້ວ​ຄ່ອຍໆ​ເຕົ້າ​ເຂົ້າກັນ​ປະກອບ​ເປັນ​ກ້ອນ​ແຂ້ນ​ແກ່ນ​ແລະຈຸດ​ວັດຖຸຫຼາຍ,​ແລ້ວເຕົ້າ​ເຂົ້າ​ເປັນ​ດາວ​ພະ​ເຄາະ​ແລະ​ດາວ​ບໍລິວານ​.

ການ​ຄົ້ນ​ຄວ້າ​​ໃນ​ຍຸກ​ປັດຈຸບັນ​ສະ​ແດງ​ໃຫ້​ເຫັນ​ວ່າ,ຍ້ອນ​ວ່າ​ດາວ​ປະຈຳ​​ໃນ​ຈັກກະວານ​ຫ່າງ​ຈາກ​ກັນ​ໄກ​ແສ​ນ​ໄກຈິ່ງ​ມີຄວາມ​ອາດ​ເປັນ​ໄປ​ໄດ້​ໜ້ອຍ​ທີ່​ສຸດທີ່​ຕຳ​ກັນ​,ນອກ​ນີ້ຍ້ອນ​ວ່າ​ສົມມຸດ​ຕິ​ຖານ​ກ່ຽວ​ກັບ​ໄພພິບັດ​ທັງ​ໝົດ​ມີຈຸດ​ພິ​ເສດອະທິບາຍ​ວ່າລະບົບ​ສຸລິຍະ​​​ຈັກກະວານແມ່ນ​ເກີດ​ຂຶ້ນ​ຍ້ອນ​ເຫດການ​ບັງ​ເອີນທີ່​ສຸດ​​ໃດໜຶ່ງ​,ສະ​ນັ້ນ​ຈຶ່ງ​ຂາດຫຼັກ​ຖານວິທະ​ຍາສາດ​ອັນ​ພຽງພໍ​.​ດ້ວຍ​ເຫດ​ນີ້,ສົມມຸດ​ຕິ​ຖານ​ຂອງ​ທ່ານ​ມູນ​ຕົງ​ຈຶ່ງ​ບໍ່​ເປັນຕາ​ເຊື່ອ.​​ປີ1979,ທ່ານ​ໄຕ້​ເວີນ​ຊ້າຍ ນັກດາລາສາດ​ທີ່​ມີ​ຊື່ສ​ຽງຂອງ​ຈີນ​ໄດ້​ສະ​ເໜີ​ສົມ​ມຸດຕິ​ຖານ​ໃໝ່ກ່ຽວ​ກັບ​ຄວາມ​ເປັນ​ມາ​ລະບົບ​ສຸລິຍະ​ຈັກກະວານ​,ທ່ານ​ເຫັນ​ວ່າ​ທົ່ວ​ລະບົບ​ສຸລິຍະ​ແມ່ນຈໍ່​ຕົວຂຶ້ນ​ຈາກ​​ເມກ​ດາວ​ດຶກ​ດຳ​ບັນ​ອັນ​ດຽວ​ກັນ.ສ່ວນ​ປະກອບ​ຂອງ​ເມກດາວ​ດັ່ງກ່າວ​ແມ່ນ​ອາຍ​ແລະ​ຂີ້​ຝຸ່ນ​ຈຳນວນ​ໜ້ອຍ.ຕັ້ງ​ແຕ່​ຫົວທີ,​ເມກ​ຕາວ​ດັ່ງ​ກ່າວ​ກໍ່​ໝູນ​ເອງ,ພ້ອມ​ກັນ​ນັ້ນ​​ຍ້ອນມີ​ກຳລັງຖ່ວງ​ດຶງ​ຂອງ​ຕົນຈຶ່ງ​ຫົດ​ເຂົ້າ,ປະກອບ​ເປັນ​ຈານ​ເມກ​ດາວ,ພາກ​ກາງ​ໄດ້​ວິວັດ​ທະນາ​ການກາຍ​ມາ​ເປັນຕາ​ເວັນ,ພາກສ່ວນ​ຮິມ​ດູດດຶງ​ທ້ອນ​ໂຮມ​ກັນເປັນ​ດາວ​ພະ​ເຄາະ.

ເວົ້າ​ລວມ​ແລ້ວ​,ຄົນ​ທັງຫຼາຍ​ໄດ້​ມີ​ຄວາມ​ຮັບ​ຮູ້​ຕໍ່​ຄວາມ​ເປັນ​ມາ​ຂອງໜ່ວຍ​ໂລກ​ແລະ​ລະບົບ​ສຸລິຍະ​ນັ້ນ​ລົງ​ສູ່​ລວງ​ເລິກ​ໃນຂະ​ບວນ​ການຂະ​ຫຍາ​ຍຕົວ​ອັນ​ຄົດ​ລ້ຽວກ້ຽວ​ກອດ​.


ນັບ​ມາ​ຮອດ​ປັດຈຸບັນ,ກ່ຽວ​ກັບ​ວັດຖຸ​ແລະ​ຮູບ​ການ​ປະກອບ​ສ້າງ​ເປັນ​ໜ່ວຍ​ໂລກ​ດັ້ງ​​ເດີມ,ພວກ​ເຮົາ​​ອາດ​ຈະໄດ້​ຮັບ​ຂໍ້ສະຫຼຸບດັ່ງ​ລຸ່ມ​ນີ້.ຄືວັດຖຸ​ທີ່ປະກອບ​ເປັນ​ໜ່ວຍ​ໂລກ​ດັ້ງ​​ເດີມ​ຕົ້ນ​ຕໍ​ແມ່ນ​ວັດຖຸ​ດັ້ງ​ເດີມ​ຂອງ​ຈານ​ເມກ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນີ້,​ສ່ວນ​ປະກອບ​ຕົ້ນຕໍ​ແມ່ນ​ອິ​ໂດຼ​ແຊນ​ແລະ​ເອລີ​ອົມ,ພວກ​ມັນ​ກວມປະ​ມານ​98%ຂອງ​ຍອດມວນ​ສານ.ນອກ​ນີ້,ຍັງ​ມີ​ຂີ້ຝຸ່ນ​ແລະ​ວັດຖຸ​ທີ່​ກະຈາຍ​ອອກ​ໃນ​ໄລຍະ​ຕົ້ນ​ທີ່​ຫົດ​ເຂົ້າ​.​ໃນ​ຂະ​ບວນການ​ທີ່​ໜ່ວຍ​ໂລກຈໍ່​ຕົວ​ຂຶ້ນ​,ຍ້ອນ​ບົດບາດຜັນ​ແຍກຂອງ​ວັດຖຸ,ຈຶ່ງ​ມີ​ວັດຖຸ​ເບົາ​ແຍ​ກອອກມາ​ໄປ​ຄຽງ​ຄູ່​ກັບ​ວັດຖຸ​ທີ່​ມີ​ລັກສະນະລະ​ເຫີ​ຍ​ເຊັ່ນ,ອີ​ໂດຼ​ແຊນ​ແລະ​ເອລີ​ອົມ​ເປັນ​ຕົ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,​ແລະ​ຖືກ​ກຳລັງ​ໜີ​ບຂອງ​ແສງຕາ​ເວັນ​ແລະ​ວັດຖຸ​ທີ່​ຕາ​ເວັນ​ກະຈາຍ​ອອກ​ນັ້ນພາ​​ໄປ​ສູ່​ຂ້າງ​ນອກ​ຂອງ​ລະບົບ​ສຸລິຍະຈັກກະວານ,ສະ​ນັ້ນ,ມີ​ແຕ່​ວັດຖຸ​ໜັກ​ຫືຼວັດຖຸ​ດິນ​ເຕົ້າ​ໂຮ​ມ​ເຂົ້າກັນ​ແລະ​ຄ່ອຍ​ຈໍ່​ຕົວ​ເປັນ​ໜ່ວຍ​ໂລກ​ດັ້ງ​ເດີ​ມ​ແລະ​ວິວັດທະນາ​ການ​ມາເປັນ​ໜ່ວຍ​ໂລກ​ປັດຈຸບັນ.ດາວພະ​ພຸດ,ດາວ​ພະສຸ​ກ​ຄື​ກັນ​ກັບດາວພະ​ອັງຄານ​ແລະ​ໜ່ວຍ​ໂລກ,ຍ້ອນ​ວ່າ​ໃກ້​ກັບ​ຕາ​ເວັນ,ອາດ​ຈະຈໍ່​ຕົວ​ຂຶ້ນ​ດ້ວຍ​ຮູບ​ການຄ້າຍຄື​ກັນ,ດາວ​​ເຫຼົ່າ​ນີ້ໄດ້​ຮັກສາ​ວັດຖຸ​ໜັກ​ອ່າວ​ຫຼາຍ,​ແຕ່​ດາວ​ພະ​ເຄາະ​ພາຍ​ນອກ,​ເຊັ່ນ,ດາວ​ພະຫັດ​ແລະດາວ​ພະ​ເສົາ​ເປັນ​ຕົ້ນ,ຍ້ອນ​ວ່າໄກກັບ​ຕາ​ເວັນ,ຈົນ​ຮອດ​ປັດຈຸບັນ,ຍັງ​​ໄດ້ຮັກສາ​ວັດຖຸ​ເບົາ​ອ່າວ​ຫຼາຍ.ກ່ຽວ​ກັບ​ຮູບ​ການຈໍ່​ຕົວ​ຂຶ້ນ​ຂອງ​ໜ່ວຍ​ໂລກດັ້ງ​ເດີມ,​ເຖິງ​ວ່າ​ຍັງ​ມີ​ລັກສະ​ນະ​ຄາດ​ຄະ​ເນ​ອ່າວ​ຫຼາຍກໍ​ຕາມ,​ແຕ່​ນັກຄົ້ນຄວ້າ​ສ່ວນ​ຫຼາຍມີ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ​ກັບ​ຂໍ້​ສະຫຼຸບ​ຂອງ​ທ່ານ​ໄຕ້​ເວີນ​ຊ້າຍ,ຄື​​ເມື່ອຈານ​ເມກ​ດາວຈໍ່​ຕົວ​ຂຶ້ນ​ແລ້ວ,ຍ້ອນ​ບົດບາດ​ຂອງ​ກຳລັງຖ່ວງ​ດຶງແລະ​ຄວາມ​ບໍ່​ໝັ້ນ​ທ່ຽງ​ຂອງ​ກຳລັງຖ່ວງ​ດຶງ,ວັດຖຸ​ໃນ​ຈານ​ເມກ​ດາວ ​ເຊິ່ງລວມທັງ​ຫຼີບ​ຂີ້​ຝຸ່ນ,ຍ້ອນ​​ຕຳ​ກັນ, ປະ​ກອບ​ເປັນ​ດາວ​ພະ​ເຄາະ​ນ້ອຍ​ຢ່າງ​ຫຼວງຫຼາຍ​,​ຜ່ານ​ຈາກວິວັດທະນາ​ການ​ເທື່ອ​ລະ​ກ້າວ,​ແລ້ວທ້ອນ​ໂຮມ​ເປັນ​ດາວ​ພະ​ເຄາະ,​ໃນ​ນັ້ນ,ໜ່ວຍ​ໂລກ​ກໍ່​ກຳ​ເນີ​ດ​​ເກີດ​ຂຶ້ນ.ຕາມ​ການ​ຄາດ​ຄະ​ເນ,ໜ່ວຍ​ໂລກຈໍ່​ຕົວ​ຂຶ້ນ​ຕ້ອງການ​ເວລາ​ປະມານ10ລ້ານ​ປີ​ຫາ100ລ້ານ​ປີ.

ກ່ຽວ​ກັບ​ໜ່ວຍ​ໂລກ​ດັ້ງ​ເດີມ​​ມີອຸນຫະ​ພູມ​ສູງ​ຫຼື​ອຸນຫະ​ພູມ​ຕ່ຳ,ບັນດານັກ​ວິທະຍາສາດ​​ກໍ່​ມີ​ຄວາມ​ເຫັນ​ຕ່າງ​ກັນ.​ເມື່ອ​ເລິ່ມຈາກ​ສົມມຸດ​ຕິ​ຖານ​ກ່ຽວ​ກັບ​ຄວາ​ເປັນ​ມາ​ຂອງໜ່ວຍ​ໂລກ​ບູຮານ,ຄົນ​ສ່ວນຫຼາຍ​ເຄີຍ​ເຊື່ອ​ວ່າ,​ທຳ​ອິດ​ໜ່ວຍ​​ໂລກ​ແມ່ນ​ວັດຖຸ​ທີ່ລະລາຍ​,​​ເມື່ອ​ໄດ້​ຜ່ານ​ການ​ວິວັດທະນາ​ການ​ດ້ານທໍລະນີ​ເປັນ​​ເວລາ​ຫຼາຍ​ຕື້​ປີ,ຈົນ​ຮອດ​ປັດຈຸບັນ​ໜ່ວຍ​ໂລກ​ຍັງ​ຄົງຮັກສາ​ຄວາມ​ຮ້ອນຂອງ​ຕົນ​ຢູ່.​ແຕ່​ຜົນ​ການ​ຄົ້ນຄວ້າ​​ໃນ​ຍຸກ​ປັດຈຸບັນ​ຂ້ອນ​ຂ້າງ​ອ່ຽງ​ໄປ​ສູ່​ສົມມຸດ​ຕິ​ຖານ​ທີ​ວ່າໜ່ວຍ​ໂລກ​ມີອຸນຫະພູ​ມ​ຕ່ຳ​ໃນ​ເວລາ​ຈໍ່​ຕົວ​ຂຶ້ນ.​ເວົ້າ​ລວມ​ແລ້ວ,ໜ່ວຍ​ໂລກ​ໄດ້​ຜ່ານ​ໄລຍະຈາກ​ຮ້ອນ​​ໄປ​ສູ່​ເຢັນ,ຍ້ອນ​ວ່າ​ພາຍ​ໃນ​ແກນ​ໜ່ວຍ​ໂລກ​ມີ​ແຫຼ່ງຄວາມ​ຮ້ອນ,ດັ່ງ​ນັ້ນ,ຂະ​ບວນການ​​ເຢັນ​ລົງ​ນັ້ນ​ແມ່ນຊ້າ​ທີ່​ສຸດ,ຈົນ​ຮອດ​ປັດ​ຈຸ​ບັນ,ໜ່ວຍໂລກ​ຍັງ​ພວມ​ສືບ​ຕໍ່​​ເຢັນ​ລົງຢູ່.

ສຸດ​ທ້າ​ຍພວກ​ເຮົາ​ຂໍຈັດ​ເພງ​ມ່ວນໆ​ເພງ​ໜຶ່ງ​ສູ່​ທ່ານ​ຟັງ,​ເພງ​ນີ້​ຊື່ວ່າ"​​ເຈິ​ງຈີ້​ວຕີ​ຊີວ",​ແປ​ວ່າ"ກອບ​ກູ້​ໜ່ວຍ​ໂລກ",ພວກ​ເຮົາ​ຈົ່ງມາ​ພ້ອມ​ກັນ​ອະນຸລັກ​ໜ່ວຍ​ໂລກ​ອັນ​ສວຍ​ງາມ​ຂອງ​ມະນຸດ​ເຮົາ


1  2