ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-06 10:09:40    
ວັດ​ຈີ້​ຕູ--ວັດ​ເທບນະທີ​ໃຫຍ່​ກວ່າ​ໝູ່​ຂອງ​ຈີນ

cri Author: da


ວັດ​ຈີ້​ຕູ​ທີ່ຢູ່​ເມືອງຈີ້​ຢວນ​ແຂວງ​ເຫີ​ນານ​ພາກ​ກາງຂອງ​ຈີນ​ມີ​ປະຫວັດ 1400 ກວ່າ​ປີ​ແລ້ວ,​ແມ່ນ​ວັດ​ທີ່​ບູຊາ​​ເທບນະທີທີ່​ມີ​ຂະໜາດ​ໃຫຍ່​ກວ່າ​ໝູ່​ແລະຮັກສາ​ໄວ້​ໄດ້​ຄົບ​ຖ້ວນ​ກວ່າ​ໝູ່​ຂອງ​ຈີນຈົນ​ຮອດ​ປະຈຸ​ບັນ,ຍັງ​ແມ່ນ​ຫົວໜ່ວຍ​ອະນຸລັກ​ວັດຖຸບູຮານ​ຈຸດ​ໜັກຂອງ​ລັດ.ຢູ່​ໃນ​ວັດ​ຈີ້​ຕູ ບໍ່​ພຽງ​ແຕ່​ມີ​​ຮູບຄວັດ​ເທບນະທີທີ່​ມີ​ປະຫວັດ​ພັນ​ກວ່າ​ປີ​ທໍ່​ນັ້ນ,ຍັງ​ຮັກສາ​​ສິ່ງ​ກໍ່​ສ້າງ​​ຕົວ​ແທນຂອງຫຼາຍລາຊະວົງ​ໄວ້,ຖືກ​ຜູ້​ຊ່ຽວຊານ​ຍ້ອງ​ຍໍ​ເປັນ​ຫໍພິພິທະ​ພັນສິ່ງ​ກໍ່ສ້າງ​ບູຮານ​ຂອງ​ຈີນ.ມື້​ນີ້,ດາລາ​ວັນ​ຈະ​ພາ​ທ່ານ​ໄປ​ທ່ຽວ​ວັດ​ຈີ້​ຕູ.

ຈາກເມືອງ​ເຈີ້​ງ​​ໂຈ່​ວ ​ເທດສະບານ​ແຂວງ​ເຫີ​ນານ ຂີ່​ລົດ​ໄຟ​ໜຶ່ງ​ຊົ່ວ​ໂມງ​ເຄິ່ງ,ກໍ​ໄປ​ຮອດ​ວັດ​ຈີ້​ຕູ​ທີ່​ຕັ້ງຢູ່​ຊານ​ເມືອງ​ຈີ້​ຢວນ.ວັດ​ຈີ້​ຕູ​ທີ່​ຖືກ​ຮັກສາ​ໄວ້​ໃນ​ປະຈຸ​ບັນ​ກວມ​ເນື້ອ​ທີ່​ປະມານ 8 ໝື່ນ​ກວ່າ​ຕາລາງ​ແມັດ.​ສ່ວນໜ້າຂອງ​ວັດ​ເປັນ​ຮູບ​ສີ່ຫຼ່ຽມ ທາງ​ຫຼັງ​​ເປັນ​ຮູບ​ວົງມົນ,​ໄດ້​ສ່​ອງ​ແສງ​ໃຫ້​ເຫັນ​ຄວາມ​ເຂົ້າ​ໃຈ​ຂອງ​ຄົນ​ບູຮານທີ່​ມີ​ຕໍ່​ຈັກກະວານ,ຄົນ​ບູຮານ​ເຫັນ​ວ່າ ທ້ອງຟ້າ​​ເປັນ​ຮູບ​ວົງມົນ,​ແຜ່ນດິນ​ເປັນ​ຮູບສີ່ຫຼ່ຽມ.


ທ່ານ​ຕ້ວນ​ໂປ່ ຜູ່​ນຳ​ທ່ຽວ​ໄດ້​ແນະນຳຄວາມ​ເປັນ​ມາ​ຂອງ​ວັດ​ຈີ້​ຕູ​ສູ່​ຟັງວ່າ:

"ຄຳ​ວ່າ"ຕູ"​ແມ່ນ​ໝາຍ​ຄວາມວ່າ"​ແມ່ນ້ຳສາມ​ດຽວໄຫຼ​ເຂົ້າທະ​ເລ",ຄົນ​ບູຮານ​ເຫັນ​ວ່າ ຢູ່​ຈີນ​ມີ​ແຕ່​ແມ່ນ້ຳຢາງ​ເຊ ​ແມ່ນ້ຳ​ເຫຼືອງ ​ແມ່ນ້ຳຮວຍ​ເຫີ ​ແລະ​ແມ່ນ້ຳຈີ້​ສຸຍ​ສອດຄ່ອງ​ກັບ​ເງື່ອນ​ໄຂ​ດັ່ງກ່າວ​ນີ້,ສະນັ້ນ ວັດ​ທີ່​ບູຊາເທບນະທີຈີ້​ສຸຍ​ຈິ່ງ​ຖືກ​ເອີ້ນ​ເປັນ"ວັດ​ຈີ້​ຕູ".ການ​ບູຊາ​ເທວະ​ດາ​ຕູ​ແມ່ນລະດັບ​ສູງ​ສຸດ​ໃນ​ການ​ບູຊາ​​ເທບນະທີ​ໃນ​ສະ​ໄໝ​ບູຮານຂອງ​ຈີນ,ວັດທີ່​ຖືກ​ຮັກສາ​ໄວ້​ດີກ​ວ່າ​ໝູ່​ນັບ​ມາ​ຮອດ​ປະຈຸ​ບັນ​ກໍ​ແມ່ນວັດ​ຈີ້​ຕູ​ແລ້ວ."

ພວກ​ເຮົາ​ໄປ​ເບິ່ງ​ຫໍ​ບັນທົມ​ຂອງເທບນະທີກ່ອນ​ສາ.ຈາກ​ປະຕູ​ວັດ​ຍ່າງ​ຊື່​ເຂົ້າ​ໄປ,ຜ່ານ​ປະຕູ​ໄມ້​ຫຼາຍປະຕູ,ຍ່າງ​ຜ່ານທາງ​ຫີນ​ທີ່​ເກົ່າ​ແກ່ 200 ກວ່າ​ແມັດ,ກໍ​ໄປ​ຮອດ​ຫ້ອງ​ນອນ​ຂອງເທບນະທີ ​ເຊິ່ງ​ເປັນພາກສ່ວນ​ຫົວ​ກະທິຂອງ​ວັດ​ຈີ້​ຕູ.ຫໍ​ບັນທົມກວມ​ເນື້ອ​ທີ່ 100 ກວ່າ​ຕາລາງ​ແມັດ,ສ້າງ​ດ້ວຍ​​ໄມ້​ໝົດ,​ເສົາ​ໄມ້​ຫຼາຍ​ເສົາ​ໄດ້ຄ້ຳຊູ​ທົ່ວ​ຫໍ​ໄວ້.ຮູບ​ຄວັດເທບນະທີຈີ້​ສຸຍ​ມີສີໜ້າ​ເມດ​ຕາ,ຮ່າງ​ກາຍ​ສູງ​ໃຫຍ່,ນອນ​ຫຼັບ​ຢູ່​ເທິງ​ຕຽງ​ໄມ້​ທີ່​ຄວັດ​ລວດລາຍດອກ​ໄມ້​,ໜວດ​ດຳ​ຍາວຢ່ອນຢູ່​ຂ້າງ​ໝອນ.ຮູບຄວັດຂອງ​ພັນ​ລະ​ຍາ​ສາມ​ຄົນ​ຂອງ​ເພິ່ນ​ຢືນ​ຢູ່​ໜ້າ​ປະຕູ,​ເໝືອນ​ດັ່ງ​ບໍ່​ໃຫ້​ແຂກ​ເຂົ້າມາລົບ​ກວນ​ຄວາມ​ຝັນ​ຂອງ​​ເທບນະທີ.

ທ່ານ​ຕ້ວນ​ໂປ່ ຜູ້ນຳ​ທ່ຽວ​ບອກ​ນັກ​ຂ່າວ​ວ່າ:

"ສາສະໜາຢູ່​ຈີນ ລວມທັງ​ສາສະໜາ​ພຸດ ສາສະໜາ​ຄຼິສຕຽນ​ເປັນຕົ້ນ,​​ສ່ວນ​ຫຼາຍ​ບໍ່​ໄດ້​ບູຊາ​ເທວະ​ດາ​ໃນ​ທ່າ​ນອນ,​ແຕ່​ວ່າ​ໃນ​ສາສະໜາ​ເຕົ໋າ,ພັດມີ​ວັດ​ບູຊາ​ເທວະ​ດາ​ຈີ້​ຕູ​​ໃນ​ທ່າ​ນອນໂດຍຈຳ​ເພາະ.​ເທວະ​ດາ​ຈີ້​ຕູນ​ອນຫຼັບ​ຢູ່​ແຫ່ງ​ນີ້​ຢ່າງ​ບໍ່​ເປັນ​ຫ່ວງ​ເປັນ​ໃຍ​ຫຍັງ,ນອນຢູ່​ຂ້າງ​ແມ່ນ້ຳຈີ້​ສຸຍ,ຊີວິດ​ການ​ເປັນ​ຢູ່​ຂອງ​ມະຫາຊົນ​ກໍ​ສະຫງົບ​ທີ່​ສຸດ,ສາມາດ​ຢູ່​ເຢັນ​ເປັນ​ສຸກ."


ຢູ່​ທາງ​ຫຼັງ​ຫໍ​ບັນທົ​​ມຂອງເທບນະທີ,​ແມ່ນ​ຍອດ​ແມ່ນ້ຳຈີ້​ສຸຍ.ນີ້​ແມ່ນພາບມະຫັດສະຈັນ,​ຄື:ຢູ່​​​ທົ່ງພຽງ,ມີນ້ຳພຸ​ຫຼາຍ​ບໍ່​ໄຫຼ​ຜາດໆ​ຢ່າງ​ບໍ່​ຢຸດ​ຢັ້ງ​ເປັນ​ພັນ​ເປັນ​ຮ້ອຍ​ປີ.ນ້ຳບໍ່​ໄຫຼ​ໄປ​ສູ່ທິດຕາ​ເວັນ​ອອກ​,​ໄຫຼຜ່ານ​ແຂວງ​ເຫີ​ນານ​ແລະ​ແຂວງ​ຊ່ານ​ຕຸ່ງ,ຍາວ​ຢຽດໄປ​ພັນ​ກວ່າ​ກີ​ໂລ​ແມັດ​ແລ້ວ​ໄຫຼ​ລົງ​ສູ່​ທະ​ເລ.ຜູ້​ຊ່ຽວຊານ​ເວົ້າວ່າ,ກໍ​ແມ່ນ​ຍ້ອນ​ນ້ຳ​ໃຈທີ່​ບໍ່​ຢຸດ​ບໍ່​ຢ່ອນ​ຂອງ​ແມ່ນ້ຳຈີ້​ສຸຍ,​ຈຶ່ງ​ເຮັດ​ໃຫ້ປະຊາຊົນ​ບູຊາ​​ເທບນະທີຈີ້​ສຸຍກາຍ​ເປັນນ້ຳ​ໃຈ​ຢ່າງ​ໜຶ່ງ,ຄື​ນ້ຳໃຈສ້າງ​ຕົນ​ເອງ​ໃຫ້​ບໍລິສຸດທີ່ລູກ​ຫຼານປະຊາ​ຊາດ​ຈີນ​ສະ​ແຫວ​ງຫາຕະຫຼອດ​ຊີວິດ,ນີ້​ກໍ​ແມ່ນ​ສາ​ເຫດ​ສຳຄັນ​ທີ່​ມີສາສະ​ນິກະ​ຊົນ​ມາ​ບູຊາ​ຢູ່​ວັດ​ຈີ້​ຕູ​ຢ່າງ​ຫຼວງຫຼາຍ​ນັບ​ເປັນ​ພັນ​ເປັນ​ຮ້ອຍ​ປີ​ມາ​ນີ້.
1  2