ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-06 10:09:40    
ວັດ​ຈີ້​ຕູ--ວັດ​ເທບນະທີ​ໃຫຍ່​ກວ່າ​ໝູ່​ຂອງ​ຈີນ

cri Author: da



​ເມື່ອ​ເບິ່ງ​ຫໍ​ບັນທົມ​ຂອງ​​ເທບ​ນະ​ທີ​ແລະຍອດ​ແມ່ນ້ຳຈີ້​ສຸຍ​ແລ້ວ,ດາລາ​ວັນ​ຈະ​ພາ​ທ່ານ​ໄປ​ເບິ່ງ​ສິ່ງ​ກໍ່ສ້າງ​ສະ​ໄໝ​ບູຮານ​ໃນ​ວັດ​ຈີ້​ຕູ.​ເອກະລັກ​ພິ​ເສດ​​ໃຫຍ່​ອັນ​ໜຶ່ງ​ຂອງ​ວັດ​ຈີ້​ຕູກໍ​ແມ່ນ ​ໄດ້​ຮັກສາ​ສິ່ງ​ກໍ່ສ້າງ​ລາຊະວົງ​ຊົ້ງ ລາຊະວົງ​ຢວນ ລາຊະວົງ​ມິ​ງ​ແລະ​ລາຊະວົງ​ຊິງ​ຂອງ​ຈີນ​ໄວ້,ສິ່ງ​ກໍ່ສ້າງ​ທີ່​ສ້າງ​ໄວ​ກວ່າ​ໝູ່​ມີ​ປະຫວັດ​ພັນ​ກວ່າ​ປີ​ແລ້ວ,ຕົວຢ່າງ​ຄື​ຫໍ​ບັນທົມ​ຂອງ​ເທບ​ນະ​ທີ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນີ້.ສິ່ງ​ກໍ່ສ້າງສະ​ໄໝ​ບູຮານ​ໃນວັດ​ຈີ້​ຕູມີ​ຊື່​ສຽງ​ຍ້ອນ​ເປັນ​ສິ່ງ​ກໍ່ສ້າງ​ທີ່​ສ້າງ​ດ້ວຍໄມ້,​ເອກະລັກ​ພິ​ເສດ​ຂອງ​ສິ່ງ​ກໍ່ສ້າງ​ໃນ​ແຕ່​ລະ​ລາຊະວົງ​ລ້ວນ​ແຕ່​ຈະ​ແຈ້ງ​ທີ່​ສຸດ.


ທ່ານ​ໂກ່​ສຽວ​ເຄີ່ ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ປັກ​ກິ່ງ​ເວົ້າວ່າ:

"ວັດ​ຈີ້​ຕູ​ແມ່ນ​ຫໍພິພິທະ​ພັນ​ປະຫວັດສາດ​ສິ່ງ​ກໍ່ສ້າງ​ທີ່​ໃຫຍ່​ສົມຄວນ,ຢູ່​ໃນ​ນີ້ມີ​ສິ່ງ​ກໍ່ສ້າງ​ຂອງ​ທຸກ​ສະ​ໄໝ​.ສິລະ​ປະ​ສິ່ງ​ກໍ່ສ້າງ​ສະ​ໄໝ​ບູຮານ​ຂອງ​ຈີນ​​ໄດ້​ເຊີດ​ຊູ​ກຳລັງ​ໃຈ​ຫຼາຍ,ສາມາດ​ຮູ້ສຶກ​ເຖິງ​ການ​ສືບ​ທອດ​ວັດທະນະທຳ​ຂອງ​ຈີນ.​ແຫ່ງ​ນີ້​ບໍ່ພ​ຽງ​ແຕ່​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ທໍ່​ນັ້ນ,ຫາກ​ຍັງ​ມີ​ຄວາມ​ໝາຍ​ວັດທະນະທຳ​ຢ່າງ​ຫຼວງ​ຫຼາຍຢູ່​ໃນ​ຫັ້ນ."

ປະຕູ​ວັດ​ຈີ້​ຕູ​ມີ​ອົງ​ປະກອບ​ພິລຶກ​ຫຼາຍ,​ແມ່ນ​ເສົາ 4 ​ຕົ້ນ​ຄ້ຳຊູ​ຫຼັງ​ຄາ​ໃຫຍ່ສາມ​ຫ້ອງ​ທີ່​ລວງກວ້າງ​ໃຫຍ່,ຜ່ານ​ເວລາມາ 500 ກວ່າ​ປີແລ້ວ.​​ເມື່ອ​ຍ່າງ​ໄປ​ຮອດ​ຍອດແມ່ນ້ຳຈີ້​ສຸຍ,ຈະ​ເຫັນ​ປະຕູ​ຫຼິນ​ຢ່ວນ​,ນີ້​ແມ່ນ​ສິ່ງ​ກໍ່ສ້າງ​ລາຊະວົງ​ຢວນ,ມີ​ປະຫວັດປະມານ 700 ກວ່າ​ປີ​ແລ້ວ.ສາລາ​ມັງກອນ ​ເຊິ່ງ​ເປັນ​ສາລາ​ສະ​ໄໝ​ບູຮານທີ່​ຕັ້ງຢູ່​ຂ້າງຍອດແມ່ນ້ຳຈີ້​ສຸຍ​ມີ​ມູນ​ຄ່າ​ສິລະ​ປະ​ສູງ​ສົມຄວນ,​ໄດ້​ໃຊ້​ເອກະລັກ​ພິ​ເສດ​ຂອງ​ສິ່ງ​ກໍ່ສ້າງ​ຂອງ​ຫຼາຍ​ລາຊະວົງ,​ເຊັ່ນ:ພື້ນ​ຫີນ​ສາລາ​ມັງກອນແມ່ນ​ສ້າງ​ໃນ​ລາຊະວົງ​ຊົ້ງ,ມີ​ປະຫວັດ​ພັນ​ກວ່າ​ປີ​ແລ້ວ;​ເສົາ​​ສ້າງ​ໃນ​ລາຊະວົງ​ຢວນ​ເມື່ອ 700 ກວ່າ​ປີ​ກ່ອນ;ສ່ວນ​ຫຼັງ​ຄາ​ແມ່ນ​ສ້ອມ​ແປງ​ໃໝ່​ໃນ​ລາຊະວົງ​ມິ​ງ,ມີ​ປະຫວັດ 400-500 ປີ​ແລ້ວ.

ຮາວ​ຫີນ​ຢູ່​ຂ້າງ​ຍອດແມ່ນ້ຳຈີ້​ສຸຍ ຍິ່ງ​ແມ່ນ​ຂອງ​ປະ​ເສີດ​ລະດັບ​ຊາດ,ນີ້​ແມ່ນ​ຮາວ​ຫີນ​ຄວັດຂອງ​ລາຊະວົງ​ຊົ້ງທີ່​ຖືກ​ຮັກສາ​ໄວ້​​ເປັນ​ຢ່າງ​ດີ​ພຽງ​ແຫ່ງ​ດຽວ​ຢູ່​ຈີນ,ມີ​ປະຫວັດ​ພັນ​ກວ່າ​ປີ​ແລ້ວ.ຢູ່​ເທິງ​ຮາວ​ຫີນ​ໄດ້​ຄວັດ​ຮູບ​ແກ້ວ​ປະ​ເສີດແລະ​ໜັງສື​ຈີນ"ວ້ານ"ໃສ່​,​ເຊິ່ງ​ເປັນ​ຮູບ​ຂອງ​ພຸດທະ​ສາສະໜາ,ປະກົດຕົວຢູ່​ໃນ​ວັດຈີ້ຕູ ເຊິ່ງ​ເປັນສະຖານ​ທີ່ສາສະໜາ​ເຕົ໋າ,ໄດ້ສ່ອງແສງໃຫ້ເຫັນປະກົດການທີ່​ພຸດທະ​ສາສະໜາ​ແລະ​ສາສະໜາ​ເຕົ໋າ​ເຊື່ອມ​ໂຍງ​ເຂົ້າກັນ​ໃນ​ປະຫວັດສາດ.

ປະຈຸ​ບັນ ຢູ່​ໃນ​ວັດ​ຈີ້​ຕູ​ມີອາຈານ​ໃຫຍ່ 10 ກວ່າ​ອົງ,ຮັບຜິດຊອບ​ວຽກ​ງານ​ບູຊາ​ປະຈຳ​ວັນ​ຂອງ​ວັດ​ຈີ້​ຕູ.ອາຈານ​ໃຫຍ່​ອົງ​ໜຶ່ງ​ທີ່​ມີນາ​ມສະກຸນ​ຈາງບອກ​ນັກ​ຂ່າວ​ວ່າ:

"ທຳ​ມະ​ດາ​ແລ້ວ ​ເມື່ອ​ເຂົ້າວັດ​ຈີ້​ຕູ​ ຄົນ​ທັງຫຼາຍ​ຈະມາ​ຈູດ​ທູບບູຊາ​​ເທບ​ນະທີ,​ເພື່ອ​ຂໍ​ພອນ​ໃຫ້​ເທວະ​ດາ​ປ້ອງ​ກັນ​ໃຫ້​ປອດ​ໄພ.ຢູ່​ແຫ່ງ​ນີ້ ພວກ​ຂ້າພະ​ເຈົ້າຍັງ​ຈັດການ​ເຄື່ອນ​ໄຫວ​ບູຊາ​ທຸກ​ປີ,ທຳ​ພິທີ​ຈຳ​ສິນ​ພາວະນາ​ເປັນຕົ້ນ."


​ມື້​ອອກ​ໃໝ່ 6 ຄ່ຳ​ເດືອນ​ຍີ່​ຕາມ​ຈັນ​ທະ​ຄະຕິ​​ຈີນ​ແຕ່ລະ​ປີ ​ແມ່ນ​ວັນ​ກຳ​ເນີ​ດຂອງເທບ​ນະທີຈີ້​ສຸຍ.​ໃນ​ມື້ນັ້ນ,ຢູ່​ໃນ​ວັດ​ຈີ້​ຕູ​ຈະ​ຈັດການ​ເຄື່ອນ​ໄຫວ​ບູຊາ​ທີ່​ຄຶກຄັກຟົດ​ຟື້ນທີ່​ສຸດ.ຕາມ​ເລົ່າ​ກັນ​ວ່າ ​​ແຕ່​ກ່ອນ ໃນຍາມ​ເຮືອງ​ອຳນາດທີ່ສຸດຂອງວັດຈີ້ຕູ,ການບູຊາວັນ​ເກີດ​ຂອງ​ເທບ​ນະ​ທີຕ້ອງ​ໃຊ້​​ໝູ​ແລະ​ແກະຕັ້ງໝື່ນ​ໂຕ.ຂະໜາດ​ການ​ບູຊາ​ໃນ​ປະຈຸ​ບັນ​ເຖິງ​ວ່າ​ບໍ່​ໃຫຍ່​ຄື​ເມື່ອ​ກ່ອນ​ແລ້ວກໍ​ຕາມ,​ແຕ່​ນັກ​ທ່ອງ​ທ່ຽວ​ຍັງ​ສາມາດ​ຊົມ​ເບິ່ງ​ປະຊາຊົນ​ໃນ​ອະດີດ​ບູຊາ​ເທບນະທີ​ແນວ​ໃດ,ຈາກນັ້ນກໍສາມາດ​ຮູ້ສຶກ​ເຖິງ​ຄວາມ​ສະຫງ່າ​ລາສີ​ຂອງ​ວັດ​ຈີ້​ຕູ​ໃນ​ອະດີດ.

ການ​ໄປ​ທ່ຽວ​ວັດ​ຈີ້​ຕູ​ໃນ​ປະຈຸ​ບັນ,ທ່ານ​ຈະສາມາດ​ຊົມ​ເບິ່ງ​ຮູບຄວັດ​ເທບນະທີ​ຈີ້​ສຸຍ​ແລະ​ສິ່ງ​ກໍ່ສ້າງຍອດ​ຢ້ຽມ​ໃນ​ວັດ​ຢ່າງ​ມິດ​ໆ.​ວັດ​ຈີ້​ຕູ​ແມ່ນ​ເປີດ​ໃຫ້​ນັກ​ທ່ອງ​ທ່ຽວ​ມາ​ທ່ຽວ​ໃນບໍ່​ທໍ່​ໃດ​ປີ​ກ່ອນ​ຫຼັງ​ຈາກ​ປະຕິສັງຂອນ​ແລ້ວ.​ໃນ​ເວລາ​ຍ່າງ​ທ່ຽວ​ໃນ​ວັດ​ຈີ້​ຕູ​ທີ່​ມິດ​ງຽບ,ຟັງ​ຜູ່​ນຳ​ທ່ຽວ​ເລົ່າ​ນິທານ​ຄວາມ​ເປັນ​ມາ​ຂອງວັດ,ທ່ານຈະ​ສາມາດຫວນ​ຄືນ​ເຖິງອະດີດ.

ການ​ທ່ຽວ​ວັດ​ຈີ້​ຕູ​​ໃຫ້​ໝົດຕ້ອງການ​ເວລາ​ປະມານເຄິ່ງມື້.ຫຼັງ​ຈາກ​ນັ້ນ,ທ່ານ​ສາມາດ​ໄປ​ທ່ຽວ​ ​ບູຮານ​ນະສະຖານອີກ​ສອງ​ແຫ່ງ​ຢູ່​ເມືອງ​ຈີ້​ຢວນຄື:ວັດ​ເຟີ້​ງຊ່ຽນ​ກວ້ນ​ເຊິ່ງ​ເປັນ​ວັດ​ສາສະໜາ​ເຕົ໋າ​ບູຮານແລະວັດ​ຕ້າ​ມິ​ງຊື້ ​ເຊິ່ງ​ເປັນ​ວັດ​ສາສະໜາ​ພຸດ​ບູຮານ.ພູ​ທ້າຍ​ຫາງ​ແລ​ະພູ​ວັງ​ອູ່​ທີ່​ມໍ່​ກັບ​ເມືອງ​ຈີ້​ຢວນ,ມີ​ຕົ້ນ​ໄມ້​ຂຽວ​ອຸ່ມ​ທຸ່ມ,ມີສິ່ງ​ກໍ່ສ້າງ​ສະ​ໄໝ​ບູຮານ​ຢ່າງ​ຫຼວງຫຼາຍ,​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຢູ່​ພາກ​ກາງຂອງ​ຈີນ.ນອກ​ນີ້ໝີ່​ຂົ້ວຢູ່​ແຫ່ງ​ນັ້ນກໍ​ແຊບ​ຫຼາຍ,ທ່ານ​ຕ້ອງ​ຊອກ​​ຫາເວລາ​ໄປ​ຊີມ​ເບິ່ງ​ເດີ້,ລົດ​ຊາດ​ແຊບ​ ​ລາຄາກໍ​ຖືກ.
1  2