ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-10 10:20:14    
ການ​ຈໍ່​ຕົວ​ຂຶ້ນ​ຂອງ​ທະ​ເລ(ສຽງ)

cri

ຫວ່າງ​ມໍ່ໆ​ນີ້,ມີຜູ້​ຟັງ​ວຽງ​ຈັນຜູ້​ໜຶ່ງ​ໄດ້​ຝາກ​ຈົດໝາຍ​ມາ​ຍັງ​ພວກ​ເຮົາ​​ໂດຍຂຽນ​ວ່າ,ປະ​ເທດ​ລາວ ​ເຊິ່ງ​ເປັນບ້ານ​ເກີດ​ເມືອງ​ນອນ​ຂອງພວກ​​ເຮົາ​​ແມ່ນປະ​ເທດ​ທີ່​ບໍ່​ມີ​ທາງ​ອອກ​​ສູ່​ທະ​ເລ,ຍ້ອນ​ເງື່ອນ​ໄຂ​ຈຳກັດ,ຂ້າພະ​ເຈົ້າ​ຍັງບໍ່ມີ​ໂອກາດເຫັນ​ທະ​ເລ​,ພຽງ​​​ແຕ່ໄດ້​ເບິ່ງ​ໃນ​ຮູບ​ເງົາໂທ​ລະພາບ​ເທົ່າ​ນັ້ນ,ສະ​ນັ້ນ,​ຂ້າພ​ເຈົ້າ​ຫວັງຢາກ​ຊອກ​ຮູ້ຄວາມ​ຮູ້​ກ່ຽວ​ກັບ​ທະ​ເລ​​ໃຫ້ຫຼາຍ​ກວ່າ​ເກົ່າ​,ຂໍ​ໃຫ້ວິທະຍຸCRI​ແນະນຳ​ການ​ຈໍ່​ຕົວ​ຂຶ້ນ​ຂອງ​ທະ​ເລ​ໄດ້​ບໍ່?

ເພື່ອ​ຕອບ​ສະ​ໜອງ​ກັບຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຜູ້​ຟັງຜູ້​ນີ້,ກໍ່​ເພື່ອ​ໃຫ້ຜູ້​ຟັງ​ທຸກ​ຄົນ​ທີ່​ສົນ​​ໃຈ​ຄວາມ​ຮູ້​ກ່ຽວ​ກັບ​ທະ​ເລ​​ເພິ່ມ​ຄວາມຮູ້​ກ່ຽວ​ກັບທະ​ເລ​,ໃນ​ລາຍການ​ພາກ​ນີ້,ພວກ​ເຮົາ​ກໍຂໍ​ແນະນຳການ​ຈໍ່​ຕົວ​ຂຶ້ນ​ຂອງ​ທະ​ເລ​ສູ່​ທ່ານ​ຟັງ.

ທະ​ເລ​ຈໍ່​ຕົວ​ຂຶ້ນ​ແນ​ວ​ໃດ?ນ້ຳ​ທະ​ເລ​ມາ​​ແຕ່ໃສ?

ກ່ຽວ​ກັບ​ບັນຫາ​​ເຫຼົ່າ​ນີ້,ປັດ​ຈຸບັນ,ວິທະ​ຍາສາດ​ຍັງ​ບໍ່ສາມາດໃຫ້​ຄຳ​ຕອບ​ສຸດ​ທ້າຍ,​ນີ້​​ແມ່ນຍ້ອນ​ວ່າ,ບັນຫາ​ດັ່ງ​ກ່າວ​ຕິດ​ພັນ​ກັບ​​ບັນຫາຄວາມ​​ເປັນມາ​ຂອງ​ລະບົບ​ສຸລິຍະ​​ເຊິ່ງ​ເປັນ​ບັນຫາ​ທົ່ວ​ໄປທີ່ຍັງ​ບໍ່​ທັນໄດ້​ແກ້​ໄຂ​ຢ່າງ​ເຖິງ​ຖອງ​ເທື່ອ.

ໃນ​ລາຍການ"​ເພື່ອນ​ມິດ​ຜູ້​ຟັງ"ພາກ​ກ່ອນ,ພວກ​ເຮົາ​ໄດ້​ແນະນຳ​ຄວາມ​ເປັນ​ມາ​ຂອງ​ໜ່ວຍ​ໂລກ​ສູ່​ທ່ານ​ຟັງ​ແລ້ວ,ພວກ​ເຮົາ​ຈົ່ງມາພ້ອມ​ກັນຫວນ​ຄືນ​ ​ກ່ອນ.ການ​ຄົ້ນ​ຄວ້າ​​ໃນ​ປັດຈຸບັນຢັ້ງຢືນ​ໃຫ້​ເຫັນ​ວ່າ,ປະມານ5​ຕື້​ປີ​ກ່ອນ,​​ໄດ້ມີ​ກ້ອນ​ເມກ​ດາວ​ນ້ອຍ​ໃຫຍ່​ຫຼາຍ​ກ້ອນ​ແຍກອອກ​ຈາກ​ເມກ​ດາວ​ຕາ​ເວັນ.ພວກ​ມັນທັງ​ໝູນ​ອ້ອມ​ຕາ​ເວັນ,ທັງ​ໝູນອ້ອມ​ຕົວ​ມັນ​ເອງ.​ໃນ​ຂະ​ບວນການ​ເຄື່ອນ​ທີ່​ໄຫວ,​ໄດ້ຕຳ​​​ກັນ,ມີຫຼາຍ​ກ້ອນ​ໄດ້ຕິດ​ກັນ,ໃຫຍ່​ຂຶ້ນ,ຄ່ອຍໆ​ປະກອບ​ເປັນ​ໜ່ວຍ​ໂລກ​ດັ້ງ​ເດີມ.​ໃນ​ຂະ​ບວນການ​ຕຳ​ກັນ​,ພາຍ​​ໃຕ້​ກຳລັງຖ່ວງ​ດຶງ,ກ້ອນ​ເມກ​ດາວ​ໄດ້ຫົດ​ເຂົ້າ​ຢ່າງ​ໄວພະລັນ,​ບວກກັບ​ສານກຳ​ມັນ​ຕະສັງ​ສີພາຍໃນ​ປ່ຽນ​ທາດ,​ເຮັດ​ໃຫ້​ອຸນ​ຫະພູມ​ຂອງໜ່ວຍ​ໂລກ​​ດັ້ງ​ເດີມ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,​ໃນ​ເວລາ​ອຸນ​ຫະພູມ​ພາຍ​ໃນ​,ສານ​ຕ່າງໆ​ໃຕ້​ດິນ ​ເຊັ່ນ,​ເຫັຼກ​ແລະ​ນິກ​ເກັນ​ເປັນ​ຕົ້ນ​ກໍ່​ເລິ່ມ​ເປື່ອຍ.ພາຍ​ໃຕ້​ບົດບາດຂອງ​ຄວາມ​ຖ່ວງ,ສານ​ໜັກ​ກໍ່​ລົງ​​ໄປເຕົ້າ​ໂຮມ​ກັນ​ຢູ່ໃຈກາງ​ຂອງ​ໜ່ວຍ​ໂລກ,​ແລ້ວປະກອບ​ເປັນ​ແກນ​ໜ່ວຍ​ໂລກ,ສ່ວນສານ​ເບົາຈະ​ຟູຂຶ້ນ,​ປະກອບ​ເປັນ​ເປືອກ​ໂລກ​​ແລະຊັ້ນ​ໃນ​ຂອງ​ໂລກ.ອຸນຫະ​ພູນ​ສູງ​ເຮັດ​ໃຫ້​ນ້ຳ​ພາຍ​ໃນ​​ໜ່ວຍ​ໂລກຫັນ​ເປັນ​ອາຍ​ແລະພຸ່ງ​ອອກ​ນຳ​ກັນ​ກັບ​ອາຍ,​ແລ້ວບິນ​ສູ່​ທ້ອງຟ້າ.​ແຕ້​ຍ້ອນ​ວ່າ​ໃຈ​ກາງ​ໜ່ວຍໂລກມີ​ກຳລັງຖ່ວງ​ດຶງ,ສະ​ນັ້ນ,ອາຍ​ເຫຼົ່າ​ນີ້​ໜີ​ໄປ​ບໍ່​ໄດ້,ຈຶ່ງ​ໄດ້​ຈໍ່​ຕົວ​ເປັນ​ຊັ້ນອາຍ​ແລະ​ນ້ຳຢູ່​ອ້ອມ​ຂ້າງ​ໜ່ວຍ​ໂລກ.

ໃນ​ຂະ​ບວນການ​ເຢັນລົງ​ແລະ​ໜ່ຽງ​ເຂົ້າ​ກັນ​ເປັນ​ກ້ອນ,​ເປືອກ​ໂລກ​ທີ່​ຢູ່​ຜິວ​​ໄດ້ຖືກ​ການ​ເຄື່ອນ​ໄຫວອັນ​ຮຸນ​ແຮງ​ພາຍ​ໃນ​ໜ່ວຍ​ໂລກ​ຊຸ​ທັ່ງແລະ​ບຽດ​ຢ່າງ​ບໍ່​ຢຸດ​ຢັ້ງ,​ແລ້ວ​ຈິ່ງ​ເປັນ​ກີບບໍ່ຮາບ​ພຽງ,ບາງ​ເທື່ອຍັງ​ຖືກ​ບຽດຈົນ​ແຕກ​, ແຜ່ນດິນ​ໄຫວ​ກໍ​ເກີດ​ຂຶ້ນ​ພູ​ໄຟກໍ​ລະ​ເບີດ​ຫີນ​ມາກ​ມາ​ແລະ​ອາຍ​ຮ້ອນພຸ່ງ​ອອກ.​ໃນ​ໄລຍະຕົ້ນ,ສະພາບ​ດັ່ງກ່າວ​ເກີດ​ຂຶ້ນຢ່າງ​ເນື່ອງນິດ,​ຕໍ່​ມາ​ກໍຄ່ອຍໆ​ໜ້ອຍ​ລົງ​ແລະໝັ້ນ​ທ່ຽງ​.ຂະ​ບວນການ​ທີ່ວັດຖຸ​ເບົາ​ແລະ​ວັດຖຸ​ໜັກ​​ແຍກ​ອອກ​ຈາກ​ກັນ​ແນວ​ນີ້ໄດ້​ສຳ​ເລັດ​ໃນ​ປະມານ4​ຕື້500​ລ້ານ​ປີກ່ອນ​ແລ້ວ.

ເມື່ອ​ເປືອກ​ໂລກ​ໄດ້​ເຢັນລົງ​ແລະ​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​ແລ້ວ,ຜິວ​ໂລກ​ບາງ​ບ່ອນ​ຫຼຸບ​,ບາງ​ບ່ອນ​ໂນ​ມ,ບໍ່​ຮາບ​ພຽງ,ພູມ​ສັນ​ຖານຕ່າງໆ,​ເຊັ່ນ,ພູ​ສູງ,ທົ່ງພຽງ,ທ້ອງ​ແມ່​ນ້ຳ​ແລະ​ຫຼົ້ງ​ທະ​ເລ​ເປັນ​ຕົ້ນ​ມີ​ຄົບ​ຖ້ວນ​ແລ້ວ.

ໃນ​ເວລາ​ຍາວ​ນານ​ສົມຄວນ,ອາຍ​ນ້ຳ​ຢູ່​ນຳ​ກັນ​ກັບອາກາດ​ໜາຢູ່​ທ້ອງຟ້າ,​ເຕັມ​ໄປ​ດ້ວຍ​ເມກ​ໜາ,ຟ້າມືດ​ດິນມົວ,ຄຽງ​ຄູ່​ກັບ​ເປືອກ​ໂລກ​ຄ່ອຍໆ​ເຢັນ​ລົງ,ອຸນຫະ​ພູມ​ຂອງ​ອາ​ກາດ​ໜາ​ກໍ່​ຫຼຸດ​ລົງ​ເທື່ອ​ລະ​ກ້າວ,ອາຍ​ນ້ຳ​​ໄດ້​ຕິດ​ຢູ່​ຂີ້​ຝຸ່ນ,ກາຍ​ເປັນ​ຢອດ​ນ້ຳ,ນັບມື້​ນັບ​ຫຼາຍ​.ໃນ​ອາກາດຍ້ອນ​ວ່າບາງ​ບ່ອນ​ຮ້ອນ,ບາງ​ບ່ອນ​ເຢັນ​ບໍ່​ສະ​ໝ່ຳສະ​ເໝີກັນ,ອາ​ກາດ​​​ຈຶ່ງໄຫຼສວນ​ທາງ​ກັນຢ່າງ​ຮຸນ​ແຮງ,ຈໍ່​ຕົວ​​ເປັນ​ຟ້າ​ເຫຼື້ອມຟ້າຮ້ອງ​ແລະ​ລົມ​ແຮງ,ຝົນຕົກ​ຫ່າ​ເປັນ​ເວລາ​ດົນ​ນານ,​ເຮັດ​ໃຫ້​ຜິວ​ໜ້າ​ຂອງ​ໂລກ​ເກີດ​ມີນ້ຳ​ຖ້ວມ​​​ໄຫຼຜາດໆ,​ໃນ​ທີ່ສຸດ​ໄດ້​ເຕົ້າ​ໂຮມ​ກັນເປັນ​ນ້ຳ​ທີ່​ມີ​ເນື້ອ​ທີ່​ກວ້າງ​ຂວາງ,ນີ້​ກໍ່​ແມ່ນ​ທະ​ເລດັ້ງ​ເດີມ.


1  2