ນ້ຳທະເລດັ້ງເດີມບໍ່ເຄັມ,ພັດສົ້ມແລະຂາດອອກຊີແຊນ.ນ້ຳລະເຫີຍເປັນອາຍຕະຫຼອດ,ກາຍເປັນເມກແລ້ວຝົນຕົກ,ຕົກລົງໜ້າດິນ,ເຮັດໃຫ້ທາດເກືອໃນຫີນຢູ່ເທິງບົກແລະພື້ນທະເລລະລາຍ,ເຕົ້າໂຮມຢູ່ໃນນ້ຳທະເລຢ່າງບໍ່ຢຸດຢັ້ງ.ເມື່ອໄດ້ສະສົມເປັນເວລາຫຼາຍຮ້ອຍລ້ານປີ,ຈິ່ງໄດ້ກາຍເປັນນ້ຳເຄັມທີ່ສະໝ່ຳສະເໝີກັນໃນດ້ານກວມລວມ.ພ້ອມກັນນັ້ນ,ຍ້ອນວ່າໃນຄາວນັ້ນໃນອາກາດໜາບໍ່ມີອັອກຊີແຊນ,ກໍ່ບໍ່ມີຊັ້ນໂອໂຊນ,ລັງສີອຸນຕຼາວີໂອເລສາມາດສ່ອງຊອດໃສ່ໜ້າດິນໂດຍກົງ,ຍ້ອນມີການປົກປ້ອງຂອງນ້ຳທະເລ,ຊີວະຊາດຈິ່ງໄດ້ກຳເນີດເກີດຂຶ້ນໃນທະເລກ່ອນ.ເມື່ອປະນານ3ຕື້800ລ້ານປີກ່ອນ,ຊີວະຊາດທີ່ມີອິນຊີໄດ້ເກີດຂຶ້ນໃນທະເລ,ແລ້ວກໍ່ກຳເນີດຊີວະຊາດຈຸລັງດຽວຊັ້ນຕ່ຳ.ໃນສັງກາດປະຖົມເມື່ອ600ລ້ານປີກ່ອນ,ໄດ້ມີພືດປະເພດເທົາທະເລ,ພາຍໃຕ້ແສງຕາເວັນເສີມຂະຫຍາຍບົດບາດສັງເຄາະແສງ,ແລ້ວເກີດອັອກຊີແຊນ,ເມື່ອໄດ້ສະສົມເທື່ອລະກ້າວ,ຈຶ່ງໄດ້ຈໍ່ຕົວເປັນຊັ້ນໂອໂຊນ.ຈົນຮອດເວລານີ້,ຊີວະຊາດພັນຈິ່ງເລິ່ມຂຶ້ນບົກ.
ເວົ້າລວມແລ້ວ,ເມື່ອນ້ຳແລະເກືອຄ່ອຍໆຫຼາຍຂຶ້ນ,ແລະຜ່ານຈາກການປ່ຽນແປງອັນມະຫາສານໃນປະຫວັດສາດທໍລະນີ,ທະເລດັ້ງເດີມໄດ້ຄ່ອຍໆກາຍເປັນທະເລໃນປັດຈຸບັນ.
ທະເລອັນກວ້າງໃຫຍ່ໄພສານໃນສະໄໝດຶກດຳບັນມີສະຖານະພາບບໍ່ຄືໃນປັດຈຸບັນ?
ໃນປີ1620ພຸ້ນ,ທ່ານເບຄ້ອນ ຊາວອັງກິດກໍ່ໄດ້ປະກົດເຫັນວ່າ,ໃນໜ່ວຍໂລກຈຳລອງ,ຝັ່ງຕາເວັນອອກຂອງທະວີບອາເມລິກາໃຕ້ກັບຝັ່ງຕາເວັນຕົກຂອງທະວີບອາຟຼິກາສາມາດເຊື່ອມຕໍ່ເຂົ້າກັນຢ່າງສົມບູນ.ຮອດປີ1912,ທ່ານວິເກີເນີ ນັກວິທະຍາສາດເຢຍລະມັນໄດ້ອີງຕາມ ຮູບຄົດລ້ຽວຂອງເສັ້ນຝັ່ງມະຫາສະໝຸດ,ແລ້ວສະເໜີສົມມຸດຕິຖານກ່ຽວກັບແຜ່ນດິນໃຫຍ່ເລື່ອນລອຍ.ຫຼັງຈາກນັ້ນຫຼາຍສິບປີ,ການຄົ້ນຄວ້າຫຼວງຫຼາຍໄດ້ສະແດງໃຫ້ເຫັນວ່າແຜ່ນດິນໃຫຍ່ແມ່ນເລືອນລອຍແທ້.ອີງຕາມການຄົ້ນຄວ້າໃນດ້ານທໍລະນີສາດ,ແມ່ເຫຼັກໜ່ວຍໂລກບູຮານ,ດິນຟ້າອາກາດບູຮານແລະພູມີສາດຊີວະຊາດບູຮານເປັນຕົ້ນ,ຄົນທັງຫຼາຍໄດ້ວາດພາບການແຈກຢາຍ ຂອງແຜ່ນດິນໃຫຍ່ແລະມະຫາສະໝຸດໃນສະໄໝບູຮານຄື.ເມື່ອປະມານ240ລ້ານປີກ່ອນ,ແຜ່ນດິນໃຫຍ່ຂອງໜ່ວຍໂລກແມ່ນຕິດກັນ,ແຕ່ເຂດມໍ່ຂົ້ວໂລກເໜືອໄປຮອດຂົ້ວໂລກໃຕ້.ໃນທໍລະນີສາດເອີ້ນວ່າປານແຜ່ນດິນໃຫຍ່,ເຂດອ້ອມແອ້ມປານແຜ່ນດິນໃຫຍ່ກໍ່ແມ່ນປານມະຫາສະໝຸດອັນດຽວກັນ.
ຫຼັງຈາກນັ້ນດົນນານແລ້ວ,ປານແຜ່ນດິນໃຫຍ່ເລິ່ມແຕກອອກຈາກກັນ,ແຜ່ນດິນໃຫຍ່ໂລຣາເຊຍບູຮານທີ່ຢູ່ພາກເໜືອແລະແຜ່ນດິນໃຫຍ່ກົນຕ໌ວານາບູຮານທີ່ຢູ່ພາກໃຕ້ເລິ່ມແຍກກັນ.ຢູ່ລະຫວ່າງສອງແຜ່ນດິນໃຫຍ່ດັ່ງກ່າວໄດ້ເກີດມີມະຫາສະໝຸດເຕທິສ໌.ຫຼັງຈາກນັ້ນ,ແຜ່ນດິນໃຫຍ່ສືບຕໍ່ແຍກກັນ,ແຜ່ນດິນໃຫຍ່ມະຫາສະໝຸດອິນເດຍແຍກອອກຈາກແຜ່ນດິນໃຫຍ່ອົດສະຕຼາລີ-ຂົ້ວໂລກໃຕ້,ແຜ່ນດິນໃຫຍ່ອາເມລິກາໃຕ້ກັບແຜ່ນດິນໃຫຍ່ອາຟິຼກາແຍກອອກຈາກກັນ.ໃນເວລານັ້ນ,ມະຫາສະໝຸດອິນເດຍແລະມະຫາສະໝຸດອັດລັງຕິກເລິ່ມຂະຫຍາຍກວ້າງອອກ.ຈົນຮອດ60ລ້ານປີກ່ອນ,ກໍ່ໄດ້ມີຮູບຫຍໍ້ອົງປະກອບຂອງແຜ່ນດິນໃຫຍ່ແລະມະຫາສະໝຸດໃນສະໄໝປັດຈຸບັນແລ້ວ.ຕໍ່ມາ,ແຜ່ນດິນໃຫຍ່ອົດສະຕຼາລີໄດ້ໜີອອກຈາກຂົ້ວໂລກໃຕ້ຂຶ້ນສູ່ທິດເໜືອ,ແຜ່ນດິນໃຫຍ່ອາລັບກັບແຜ່ນດິນໃຫຍ່ອາຟຼິກາແຍກອອກຈາກກັນ,ທະເລແດງແລະອ່າວອາເດນຂະຫຍາຍກວ້າງອອກ,ມະຫາສະໝຸດແລະແຜ່ນດິນໃຫຍ່ໃນສະໄໝປັດຈຸບັນໄດ້ເປັນຮູບເປັນຮ່າງຂຶ້ນ.
ນອກນີ້,ຊີວະຊາດບູຮານທີ່ກັບກາຍມາເປັນຫີນນັ້ນ,ກໍ່ໄດ້ຢືນຢັນໃຫ້ເຫັນວ່າແຜ່ນດິນໃຫຍ່ຕ່າງໆເຄີຍຕິດກັນ.ຕົວຢ່າງ,ຄືພືດທີ່ກັບກາຍມາເປັນຫີນທີ່ແຈກຢາຍຢ່າງກວ້າງຂວາງໃນຫຼີບດິນສັງກາປະຖົງໄລຍະທ້າຍຂອງແຜ່ນດິນໃຫຍ່ພາກໃຕ້ ເຊັ່ນ,ອົດສະຕຼາລີ,ອິນເດຍ,ອາເມລິກາໃຕ້ແລະອາຟິຼກາເປັນຕົ້ນ,ກໍ່ໄດ້ແຈກຢາຍຢູ່ທະວີບຂົ້ວໂລກໃຕ້ເຊັ່ນດຽວກັນ.ນອກນີ້,ຝູງສັດຈຳນວນໜຶ່ງໃນທະວີບຂົ້ວໂລກໃຕ້,ອາຟິຼກາໃຕ້ແລະອິນເດຍທີ່ຖືກມະຫາສະໝຸດແຍກອອກຈາກໄກກັນນັ້ນຄ້າຍຄືກັນທີ່ສຸດ.ສັດເຫຼົ່ານີ້ກໍ່ໄດ້ເຫັນຢູ່ແຜ່ນດິນໃຫຍ່ໂລຣາເຊຍ.ຖ້າທະວີບເຫຼົ່ານີ້ບໍ່ເຄີຍຕິດກັນ,ກໍ່ຍາກທີ່ຈະຄິດວ່າສັດແລະພືດເທິງບົກເຫຼົ່ານີ້ແມ່ນເດີນທາງຂ້າມຜ່ານມະຫາສະໝຸດແນວໃດ,ຈິ່ງແຈກຢາຍກັນຢ່ໃນູທົ່ວໂລກ.
ເວົ້າລວມແລ້ວ,ການຈໍ່ຕົວຂຶ້ນຂອງທະເລແມ່ນຂະບວນການປ່ຽນແປງອັນຍາວນານ,ກໍຍ້ອນວ່າຢູ່ໜ່ວຍໂລກນີ້ມີທະເລອັນກວ້າງຂວາງປານນີ້,ຈຶ່ງເຮັດໃຫ້ຊີວິດກຳເນີດເກີດຂຶ້ນ,ສະນັ້ນ,ພວກເຮົາຈຶ່ງເອີ້ນທະເລເປັນແຫຼ່ງກຳເນີດຂອງຊີວິດ,ພວກເຮົາອະນຸລັກໜ່ວຍໂລກທີ່ມະນຸດເຮົາອາໄສຢູ່ນີ້,ກໍ່ຕ້ອງອະນຸລັກທະເລທີ່ກວມ3ສ່ວນ4ຂອງເນື້ອທີ່ໜ່ວຍໂລກ.
ສຸດທ້າຍ,ພວກເຮົາຂໍຈັດເພງມ່ວນໆເພງໜຶ່ງສູ່ທ່ານຟັງ,ເພງນີ້ຊື່ວ່າ"ດວງໃຈຂອງຂ້ອຍຄືທະເລ". 1 2
|