ເຜົ່າຜູມີແມ່ນຊົນເຜົ່າໜຶ່ງທີ່ມີປະຊາກອນຂ້ອນຂ້າງໜ້ອຍຂອງຈີນ,ທົ່ວຊົນເຜົ່ານີ້ມີປະຊາກອນຍັງບໍ່ຮອດ3ໝື່ນຄົນ,ສ່ວນຫຼາຍດຳລົງຊີວິດຢູ່ເມືອງລານພິງແຂວງຢຸນນານ ພາກຕາເວັນຕົກສຽງໃຕ້ຂອງຈີນ.ຍ້ອນເສດຖະກິດຫຼ້າຫຼັງ,ໃນໄລຍະດົນນານມານີ້,ເງື່ອນໄຂການສຶກສາຂອງເຜົ່າຜູມີຂ້ອນຂ້າງຕ່ຳ,ນອກນີ້,ຍັງມີປະກົດການທີ່ເດັກເຖິງໄວຮຽນບໍ່ໄດ້ເຂົ້າຮຽນຫຼືເຊົາຮຽນເປັນຕົ້ນ.ໃນຫຼາຍປີມໍ່ໆມານີ້,ພາຍໃຕ້ການສະໜັບສະໜູນຢ່າງແຂງແຮງຂອງລັດຖະບານຈີນ,ເງື່ອນໄຂການສຶກສາຂອງເຜົ່າຜູມີໄດ້ຮັບການປົວແປງໃຫ້ດີຂຶ້ນຢ່າງເດັ່ນຊັດ,ເດັກນ້ອຍທີ່ເຊົາຮຽນໄດ້ກັບຄືນສູ່ໂຮງຮຽນໝົດທຸກຄົນແລ້ວ.
ໂຮງຮຽນປະຖົມເຜົ່າຜູມີແຫ່ງໜຶ່ງຊື່ວ່າໂຮງຮຽນກ່ານຈູເຮີພ້ອມດ້ວຍທ່ານຊົງຢູເວີນຄູໃຫຍ່ໂຮງຮຽນໄດ້ເປັນສັກຂີພິຍານຂອງການປ່ຽນແປງດັ່ງກ່າວ.
ຕອນຮຸ່ງເຊົ້າແຕ່ລະມື້,ທ່ານຊົງຢູເວີນ ຄູໃຫຍ່ໂຮງຮຽນປະຖົມກ່ານຈູເຮີລຸກຈາກນອນແລ້ວ,ຊ່ອຍພໍ່ຄົວແຕ່ງເຂົ້າເຊົ້າໃຫ້ນັກຮຽນ.ຫ້ອງອາຫານບໍ່ໃຫຍ່ປານໃດແຕ່ແຈ້ງສະຫວ່າງ,ມີໂຕະຕັ່ງໃໝ່ອ່ຽມບໍ່ເທົ່າໃດຊຸດວາງເປັນລະບຽບ.ເມື່ອເວົ້າເຖິງຫ້ອງອາຫານນ້ອຍໆນີ້,ທ່ານຊົງຢູເວີນມີພາກພູມໃຈຫຼາຍ :
"ໂຕະຕັ່ງລວມທັງໝົດມີ3ຊຸດ,ໃໝ່ໝົດ,ແຕ່ລະໂຕະນັ່ງໄດ້8ຄົນ,ມີເດັກນ້ອຍ24ຄົນກິນເຂົ້າຢູ່ຫ້ອງອາຫານນີ້."
ປັດຈຸບັນ,ໂຮງຮຽນປະຖົມກ່ານຈູເຮີມີນັກຮຽນລວມ150ກວ່າຄົນ,ໃນນັ້ນ,ບ້ານຂອງນັກຮຽນສ່ວນໜຶ່ງຫ່າງຈາກໂຮງຮຽນໄກເຕີບ,ພວກເຂົາເຈົ້າກິນນອນຢູ່ໂຮງຮຽນ.ເພື່ອເບິ່ງແຍງດູແລການກິນການຢູ່ຂອງພວກເຂົາເຈົ້າໃຫ້ດີກວ່າເກົ່າ,ຫວ່າງກ່ອນນີ້ບໍ່ດົນ,ທາງໂຮງຮຽນໄດ້ປຸກຫ້ອງອາຫານນ້ອຍແຫ່ງນີ້.ສ່ວນໃນເມື່ອກ່ອນ,ບັນຫາກິນເຂົ້າຂອງນັກຮຽນທີ່ນອນຢູ່ໃນໂຮງຮຽນສ່ວນຫຼາຍແມ່ນພວກເຂົາເຈົ້າແກ້ໄຂເອົາເອງ,ເດັກນ້ອຍຫຼາຍຄົນເມື່ອເລີກຮຽນແລ້ວ,ວຽກທຳອິດກໍແມ່ນແຕ່ງກິນ.
ບັນຫາກິນດື່ມພຽງແຕ່ແມ່ນໜຶ່ງໃນຫຼາຍບັນຫາທີ່ໂຮງຮຽນປະຖົມກ່ານຈູເຮີຕ້ອງປະເຊີນໃນເມື່ອກ່ອນ.ນາງຈ່າງມິນແມ່ນຄູສອນທີ່ທາງໂຮງຮຽນຈ້າງຈາກເມືອງລານພິງ,ນາງມາເຮັດວຽກຢູ່ໂຮງຮຽນປະຖົມກ່ານຈູເຮີໄດ້ປີປາຍແລ້ວ,ຄູສອນທີ່ມາພ້ອມກັນກັບນາງນັ້ນຍັງມີຫຼາຍຄົນ.ການເຊີນຈ້າງຄູເຫຼົ່ານີ້ແມ່ນມາດຕະການໜຶ່ງຂອງອົງການປົກຄອງເມືອງລານພິງທີ່ໃຊ້ເພື່ອຍົກສູງລະດັບການສຶກສາຂອງໂຮງຮຽນປະຖົມກ່ານຈູເຮີ.
ພວກຄູທີ່ມາຈາກເມືອງລານພິງໄດ້ສອນເດັກພູດອຍເຫຼົ່ານີ້ຢ່າງເອົາຈິງເອົາຈັງ,ນີ້ເຮັດໃຫ້ທ່ານຊົງຢູເວີນ ຄູໃຫຍ່ໂຮງຮຽນຮູ້ສຶກປະໂລມໃຈຫຼາຍ.ແຕ່ວ່າ,ເລື່ອງທີ່ເຮັດໃຫ້ທ່ານໜ້າອາຍນັ້ນແມ່ນເງື່ອນໄຂມີການຈຳກັດ,ບ່ອນຢູ່ຂອງຄູເຫຼົ່ານີ້ຂີ້ຮ້າຍຫຼາຍ,ຫຼາຍຄົນນອນລວມຢູ່ໃນຫ້ອງດຽວທີ່ແຄບໆ.ແຕ່ປັດຈຸບັນ,ຄຽງຄູ່ກັບອົງການປົກຄອງເບີກງົບປະມານຫຼາຍຂຶ້ນ,ຄວາມອຸກອັ່ງຂອງທ່ານຊົງຢູເວີນໄດ້ຖືກລົບລ້າງໄປໝົດ.ຢູ່ຂ້າງໂຮງຮຽນປະຖົມກ່ານຈູເຮີ,ຫໍພັກສອງຊັ້ນສຳລັບຄູຫຼັງໜຶ່ງພວມຂ້ຽວເລັ່ງປຸກສ້າງຢູ່.ເດືອນກັນຍາປີນີ້,ພວກຄູກໍຈະຍ້າຍໄປຢູ່ໃນຫໍພັກດັ່ງກ່າວໄດ້.
ທ່ານຊົງຢູເວີນ ປີນີ້ອາຍຸ57ປີ,ທ່ານມີຄວາມຮັກແພງອັນເລິກເຊິ່ງຕໍ່ໂຮງຮຽນປະຖົມກ່ານຈູເຮີ.ຫຼາຍສິບປີກ່ອນ,ທ່ານໄດ້ຮຽນຢູ່ໃນໂຮງຮຽນດັ່ງກ່າວ.ໃນຄາວນັ້ນ,ໂຮງຮຽນປະຖົມກ່ານຈູເຮີມີຫ້ອງໄມ້ກະທັດຮັດບໍ່ເທົ່າໃດຫ້ອງ,ຍາມຮ້ອນຝົນຮົ່ວ,ຍາມໜາວລົມພັດເຂົ້າຫ້ອງ.ທ່ານຊົງຢູເວີນໃນຍາມຍັງເປັນເຍົາວະຊົນນັ້ນກໍໄດ້ຕັດສິນໃຈວ່າ,ໃນພາຍໜ້າຈະຕ້ອງເຮັດໃຫ້ໂຮງຮຽນປະຖົມແຫ່ງນີ້ດີກວ່າເກົ່າ.ເມື່ອໄດ້ພະຍາມຍາມຢ່າງດຸໝັ່ນຂະຫຍັນພຽນ,ທ່ານໄດ້ເສັງເຂົ້າໂຮງຮຽນສ້າງຄູຂອງເມືອງ.ໃນໂຮງຮຽນ,ທ່ານໄດ້ພະຍາຍາມຮ່ຳ ຮຽນເພື່ອຄວາມຝັນຍາມໄວເດັກ.
ທ່ານຊົງຢູເວີນໄດ້ທຳມາຫາກິນຢູ່ຕ່າງຖິ່ນຫຼາຍປີ,ໃນທີ່ສຸດທ່ານໄດ້ກັບຄືນສູ່ບ້ານເກີດໃນປີ1995,ແລ້ວໄດ້ກາຍເປັນສະມາຊິກຜູ່ໜຶ່ງຂອງໂຮງຮຽນປະຖົມກ່ານຈູເຮີຢ່າງສົມຫວັງ.ສະພາວະປ່ຽນແປງຂອງໂຮງຮຽນເຮັດໃຫ້ທ່ານມີຄວາມຕັດສິນໃຈຍິ່ງເດັດດ່ຽວກວ່າເກົ່າ,ດັດແປງໂຮງຮຽນໃຫ້ດີກວ່າເກົ່າ.
"ເມື່ອກັບບ້ານແລ້ວ,ຂ້າພະເຈົ້າໄດ້ເຫັນໂຮງຮຽນປະຖົມກ້າວໜ້າກວ່າແຕ່ກ່ອນຫຼາຍແລ້ວ,ເພາະວ່າມີຫຼາຍຄົນເສັ້ງເຂົ້າມະຫາວິທະຍາໄລ,ຜູ່ທີ່ເສັງເຂົ້າໂຮງຮຽນມັດທະຍົມປາຍກໍມີຫຼາຍຄົນ.ດັ່ງນັ້ນ,ຂ້າພະເຈົ້າຮູ້ສຶກປະໂລມໃຈ.ຫວັງວ່າຄົນຫຸ່ນຫຼັງຈະເສັງເຂົ້າມະຫາວິທະຍາໄລຫຼາຍກວ່າເກົ່າ,ມີຜູ່ມີຄວາມຮູ້ຄວາມສາມາດຫຼາຍກວ່າເກົ່າ,ເມື່ອເວົ້າສຳລັບທ້ອງຖິ່ນພວກຂ້າພະເຈົ້າແລ້ວກໍມີຜົນດີ."
1 2
|