ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-10 17:34:42    
ທ່ານ​ຈ່າງ​ອີ້​ເຫມົາ​ກັບ​ຮູບ​ເງົາ​ເລື່ອງ​ເມືອງ​ເສື້ອ​ເກາະ​ຄຳຂອງ​ເພິ່ນ

cri

ຮູບ​ເງົາ​ເລື່ອງ​ເມືອງ​ເສື້ອ​ເກາະ​ຄຳ(The City of Golden Armor) ​​ເຊິ່ງ​ເປັນ​ຮູບ​ເງົາ​ເລື່ອງ​ໃຫມ່​ສຸດຂອງ​ທ່ານ​ຈ່າງ​ອີ້​ເຫມົາ ຜູ່​ກຳກັບ​ການສະ​ແດງ​ທີ່ມີ​ຊື່​ສຽງ​ຂອງ​ຈີນ​ພວມ​ຖ່າຍ​ທຳ​ຢ່າງ​​ເຄັ່ງຮ້ອນ,​ແຕ່​ການ​ລາຍ​ງານ​ຂ່າວ​ຂອງ​ສື່​ມວນ​ຊົນ​ຕ່າງໆກ່ຽວ​ກັບ​ຮູບ​ເງົາ​ເລື່ອງ​ນີ້​​ພັດຟົດ​ຟື້ນ​ຂຶ້ນ​ມາ​ແຕ່​ດົນແລ້ວ​.ຮູບ​ເງົາ​ເລື່ອງ​ນີ້​ໄດ້​ລົງ​ທຶນ 360 ລ້ານ​ຢວນ,ຕາມ​​ແນະນຳ​ວ່າ,ວິທີ​ຖ່າຍ​ທຳ​ແລະ​ພາບລ້ວນ​ແຕ່​ເຕັມ​ໄປ​ດ້ວຍ​ຄວາມ​ໃຫມ່​ອ່ຽມ, ບວກ​ກັບມີ​ດາລາ​ຮູບ​ເງົາ​ຫລາຍ​ໆຄົນ ເຂົ້າ ຮ່ວມ,ຍິ່ງ​ເຮັດ​ໃຫ້​​ແຟນຮູບ​ເງົາ​ຈຳນວນຫລວງຫລາຍ​ສົນ​ໃຈ​ນຳ​ຮູບ​ເງົາ​​ເລື່ອງ ນີ້.

ຮູບ​ເງົາ​ເລື່ອງ​ເມືອງ​​ເສື້ອເກາະ​ຄຳ​ແມ່ນ​ດັດ​ແປງມາ​ຈາກ​ລະຄອນ​ເວົ້າກາ​ລາ​ຊິກທີ່​ມີ​ຊື່​ສຽງ​ຂອງ​ຈີນ​ເລື່ອງ​ຫນຶ່ງ​ຊື່:​ໄລ​ອີ ​ແປ​ວ່າ:ຝົນ​ຟ້າ​ຄະນອງ.​ເລື່ອງ​ໄລອີ​ໄດ້​ຖື​ສັງຄົມ​ຈີນ​ໃນ​ຊຸມ​ປີທີ່ 20 ສະຕະວັດ​ແລ້ວ​ນີ້​ເປັນ​ເບື້ອງ​ຫລັງ,​​ໄດ້​ບັນ​ລະ​ຍາຍ​ໂສກ​ນາດຕະກຳ​ທີ່​ເກີດ​ຂຶ້ນ​ໃນ​ຄອບຄົວ​ສັກ​ດີ​ນາ​ໃຫຍ່​ຄອບຄົວ​ຫນຶ່ງ.​ເນື້ອ​ໃນ​ມີ​ດັ່ງ​ນີ້:​ເມື່ອທ່ານ​ໂຈ່​ວພູ​ຢວນ ນາຍທຶນ​ໄດ້​ເກີດມີ​ລູກ​ຊາຍ​ໂຈ່​ວຜິ​ງ ກັບ​ນາງ​ລູຊື້ຜິ​ງຄົນໃຊ້​ອອກ​ແລ້ວ,​ກໍ່​ເລີຍ​ປະຖິ້ມ​ນາງ​ລູຊື້ຜິ​ງ;ທ້າວ​ໂຈ່​ວຜິ​ງ​ ລູກ​ຊາຍ​ກົກ​ຍ້ອນ​ເບື່ອ​ຫນ່າຍນຳ​ຄວາມ​ຮັກ​ທີ່​ຜິດ​ຈະລິ​ຍະ​ທຳກັບ​ນາງ​ຟານ​ອີທີ່​ເປັນ​ແມ່​ນ້າ​ທີ່​ຫນຸ່ມ​,​ແລ້ວຫັນ​ມາ​ຂໍ​ຮັກ​ນຳ​ນາງ​ຊື​ເຟິ້ງ ທີ່​ເປັນ​ຜູ່​ໃຊ້,​ແຕ່​ນາງ​ຊື​ເຟິ້ງພັດ​ເປັນນ້ອງ​ສາວ​ຕ່າງ​ພໍ່ຂອງ​ທ້າວ​ໂຈ່​ວຜິ​ງ.​

ເມື່ອຄວາມ​ເປັນຈິງ​ຖືກ​ເຜີຍ​​ເປີດ​ແລ້ວ, ນາງ​ຊື​ເຟິ້ງ​ກັບ​ທ້າວ​ໂຈ​ວຜິ​ງ​ໄດ້ຂ້າ​ໂຕ​ຕາຍ​ຕາມ​ໆ​ກັນສ່ວນທ້າວ​ໂຈ​ວຊົງ ລູກ​ຊາຍ​ຖ້ວນ​ສອງ​ທີ່​ຮັກ​ນາງ​ຊື​ເຟິ້ງ​ໃນ​ໃຈນັ້ນກໍ່​ຕາຍ​ຍ້ອນ​ຖືກ​ໄຟຟ້າຊ້ອດ.​ໂສກ​ນາດຕະກຳກະລາ​ຊິກ​ເລື່ອງ​ນີ້​ເມື່ອ​ເອົາ​ໃຫ້​ທ່ານ​ຈ່າງ​ອີ້​ເຫມົາ​ເປັນ​ຜູ່​ກຳກັບ​ການສະ​ແດງ​ແລ້ວ, ຈະ​ເປັນ​ແນວ​ໃດ?ຜູ່​ຊົມ​​ເຕັມ​ໄປ​ດ້ວຍ​ຄວາມ​ຄ່ອງ​ຄອຍ.

ຮູບ​ເງົາ​ເລື່ອງ​ເມືອງ​​ເສື້ອເກາະ​ຄຳ​ທີ່​ກຳກັບ​ໂດຍ​ທ່ານ​ຈ່າງ​ອີ້​ເຫມົາ,​ໄດ້​ຈັດ​ເອົາ​ເບື້ອງ​ຫລັງ​ຍຸກ​ສະ​ໄຫມ​ໄວ້​ຢູ່​ໃນ​ພະ​ລາຊະ​ວັງ​ລາດ​ຊະ​ວົງ​ຖາງ​ຂອງ​ຈີນ​ເມື່ອ​ສະຕະວັດ​ທີ 9.ຊື່​ຂອງ​ຮູບ​ເງົາ​ນີ້​ກໍ່​ມາ​ຈາກ​ກາບກອນປະ​ໂຫຍ​ດຫນຶ່ງ​ຂອງ​ຮວງ​ຊາວ ຜູ່​ນຳ​ການ​ລຸກ​ຮື​ຂຶ້ນ​ຂອງ​ຊາວນາ​ທີ່​ມີ​ຊື່​ສຽງ​ໃນ​ຄາວ​ນັ້ນ.ຮູບ​ເງົາ​ນີ້​ໄດ້​ປ່ຽນ​ຄວາມ​ຮັກ​ຄວາມ​ອາ​ຄາດບາດຫມາງ​ຂອງ​​ຄອບຄົວ​ສັກ​ດີ​ນາ​ຕະ ກຸນ​ໃຫຍ່ເປັນ​ການຫລອກ​ຕົ້ມກັນ​ຢູ່​ໃນ​ພະ​ລາຊະ​ວັງ,​ໄດ້​ເຜີຍ​ແບ​ທາດ​ແທ້​ຂອງ​ຊີວິດ​ການ​ເປັນ​ຢູ່​ໃນ​ພະ​ລາຊະ​ວັງ​ທາງ​ນອກ​ເສາະ​ໃສ,ທາງ​ໃນ​ເປັນ​ຫມາກ​ເດື່ອ,​ໄດ້​ວາດ​ພາບ​ຊະ​ຕາ​ກຳ​ຂອງ​ຄົນ​ໃນ​ພະ​ລາຊະ​ວັງ.ທ່ານ​ຈ່າງ​ອີ້​ເຫມົາ​ກ່າວ​ເນັ້ນວ່າຕົນ​ເອງ​ມັກ​ລັກສະນະ​ລະຄອນ​​ແລະ​ລັກສະນະ​ຂັດ​ແຍ່ງ​ກັນ​ຂອງ​ບຸກຄົນ​ໃນ​ລະຄອນ​ເວົ້າ​ໄລ​ອີ,​ແຕ່​ຮູບ​ເງົາ​ເລື່ອງ​ເມືອງ​ເສື້ອ​ເກາະ​ຄຳ​​ເດັດຂາດ​ບໍ່​ແມ່ນ​ສະບັບ​ກອບ​ບີ້​ຂອງ​ລະຄອນ​ເວົ້າ​ໄລ​ອີ.ທ່ານ​ຈ່າງ​ອີ້​ເຫມົາ​ເວົ້າວ່າ:

1  2