ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-10 17:34:42    
ທ່ານ​ຈ່າງ​ອີ້​ເຫມົາ​ກັບ​ຮູບ​ເງົາ​ເລື່ອງ​ເມືອງ​ເສື້ອ​ເກາະ​ຄຳຂອງ​ເພິ່ນ

cri

 

ການ​ເອົາລະ​ຄອນ​ເວົ້າມາດັດ​ແປງເປັນ​ຮູບ​ເງົາ, ຂ້າພະ​ເຈົ້າຄິດ​ວ່າ​ສິ່ງ​ສຳຄັນ​ກວ່າ​ຫມູ່ແມ່ນ​ຕ້ອງ​ຕັດບົດສົນທະນາ​ຢ່າງ​ຫລວງຫລາຍ​,​ເຮັດ​ໃຫ້​ມັນ​ກາຍເປັນ​ກິລາ​ຍາ​ຮູບ​ເງົາ, ຫາກ​ບໍ່​ແມ່ນ​ກອບ​ບີ້​ລະຄອນ​ເວົ້າຊື່ໆ.ຕົວສະ​ແດງ​ຕ້ອງ​ມີ​ການ​ປະດິດ​ສ້າງ​ອັນ​ໃຫມ່​ອ່ຽມ,ພວກຂ້າພະ​ເຈົ້າພະ ຍາຍາມ​ຊອກ​ຫາ​ການ​ພົວພັນ​ລະຫວ່າງ​ຕົວ​ສະ​ແດງອັນ​ໃຫມ່​ແລະ​ວິທີ​ບຸກຄົນ​ອັນ​ໃຫມ່,​ໃຫ້​ມັນສອດຄ່ອງ​ກັບ​ຮູບ​ເງົາ, ຍັງ​ຕ້ອງ​ຫນ້າ​ເບິ່ງ​ທີ່​ສຸດ​ອີກ​ດ້ວຍ.

​ທ່ານ​ໄດ້​ດັດ​ແປງ​ບົດ​ລະຄອນ​ບໍ່​ຫນ້ອຍ​ກວ່າ 10 ​ເທື່ອ​ພາຍ​ໃນ​ເວລາ​ສອງ​ປີ,ຈາກ​ຫົວ​ຂໍ້​ຫລັກ,​ເບື້ອງ​ຫລັງແລະ​ສາກຖ່າຍ​,ຕະຫລອດ​ຮອດ​ນັກສະ​ແດງ,ລ້ວນ​ແຕ່​ແມ່ນຄັດ​ເລືອກ​ຢ່າງ​ພຽນ​ໃຈ.​ໃນຮູບ​ເງົາ​ເລື່ອງ​ນີ້,ທ່ານ​ຈ່າງ​ອີ້​ເຫມົາ​ກ່າວ​ເນັ້ນວ່າ​ຕ້ອງ​ສຸມ​ກຳລັງ​ທັງ​ຫມົດ​ເຂົ້າ​ໃນ​ການສ້າງ​ນິດ​ໄສ​ຂອງ​ຕົວ​ສະ​ແດງ.ທ່ານ​ເວົ້າວ່າ:

ເພາະວ່າ,ທຳ​ມະ​ດາ​ແລ້ວ,​ໃນ​ເວລາ​ພວກ​ເຮົາເບິ່ງ​ຮູບ​ເງົາ,ກໍ່​ຮູ້ສຶກ​ວ່າ​​ໂຄງເລື່ອງ​ບໍ່​ດີ,ຂ້າພະ​ເຈົ້າຮູ້ສຶກ​ວ່າ​ທີ່​ຈິງ​ແລ້ວ​ນີ້​​ບໍ່​ແມ່ນ​ໂຄງເລື່ອງ​ບໍ່​ດີ,ຕົ້ນຕໍ​ແມ່ນ​ຍ້ອນ​ຕົວ​ສະ​ແດງ,ຂ້າພະ​ເຈົ້າຄິດ​ວ່າ​ຕົວສະ​ແດງ​ແມ່ນ​ວິນ​ຍານ.ຂ້າພະ​ເຈົ້າຄິດ​ວ່າ​ເທື່ອ​ນີ້, ພວກຂ້າພະ​ເຈົ້າ​ໄດ້​ທຳ​ຄວາມ​ພະຍາຍາມ​ຫລາຍ​ທີ່​ສຸດ​ໃນ​ການ​ສ້າງ​ນິ​ໄສ​ຂອງ​ຕົວ​ສະ​ແດງ,ຫວັງ​​ໃຫ້ຕົວ​ສະ​ແດງເຫລົ່າ​ນີ້​ລ້ວນ​ແຕ່​ມີ​ຊີວິດ​ຊີວາ​.ຫວັງ​​ໃຫ້ຕົວ​ສະ​ແດງເຫລົ່າ​ນີ້​ທັງ​ແມ່ນ​ຕົວສະ​ແດງຢູ່​ໃນ​ລະຄອນ​ເລື່ອງ​ໄລ​ອີ,​ທັງເປັນ​ຕົວ​ສະ​ແດງໃຫມ່.
ປີ 2002,ທ່ານ​ຈ່າງ​ອີ້​ເຫມົາ​ໄດ້​ເປັນ​ຜູ່​ກຳກັບ​ການສະ​ແດງ​ຮູບ​ເງົາ​ກັງ​ຟູເລື່ອງ​ວິລະ​ຊົນ(Hero),ປີ 2004, ທ່ານ​ໄດ້​ຖ່າຍຮູບ​ເງົາ​ເລື່ອງ​ດັກ​ສະກັດ (House of Flying Dagger),ຮູບ​ເງົາກັງ​ຟູ​ສອງ​ເລື່ອງ​ນີ້​ໄດ້​ຮັບ​ຜົນສຳ​ເລັດ​ຫລາຍ​ທີ່​ສຸດຢູ່​ຕະຫລາດ​ອາ​ເມ​ລິ​ກາ.ຍ້ອນ​ມີ​ດາລາ​ຮູບ​ເງົາເຂົ້າຮ່ວມ,ບວກ​ກັບ​ການຖ່າຍທຳ​ອັນ​ຍອດ​ຢ້ຽມ​ແລະ​ນິທານ​ຈີນ​ທີ່​ເຕັມ​ໄປ​ດ້ວຍ​ສີສັນ​ອັດສະຈັນ,​ ເຮັດ​ໃຫ້​ຮູບ​ເງົາ​ສອງ​ເລື່ອງ​ນີ້​ໄດ້​ສ້າງ​ລາຍສູງຈາກ​ການ​ຂາຍ​ປີ້​​ຂອງ​ຮູບ​ເງົາ​ຈີນ ຢູ່​ຕະຫລາດ​ພົ້ນທະ​ເລ,ໄດ້​ສ້າງ​ພາບ​ພົດ​ອັນ​ດີງາມ​ໃຫ້​ແກ່​ຜູ່​ຊົມ​ຕ່າງປະ​ເທດ.

ການ​ມີ​ດາລາ​ຮູບ​ເງົາ​ຫລາຍ​ໆຄົນ​ເຂົ້າຮ່ວມ​ການສະ​ແດງ​ຮູບ​ເງົາ​ເລື່ອງ​ເມືອງ​ເສື້ອ​ເກາະ​ຄຳ​ກໍ່​ແມ່ນ​ຈຸດ​ຮຸ່ງ​ອັນ​ຫນຶ່ງ.ທ່ານ​ໂຈ​ວຢຸ້ນຟ່າ​ແລະ​ນາງ​ກົງ​ລີ້ ດາລາ​ຮູບ​ເງົາ​ສາກົນ​ໄດ້​ສະ​ແດງ​ເປັນ​ເຈົ້າຊີວິດ​ແລະ​ພະ​ອັກຄະມະ​ເຫ​ສີ​ໃນ​ຮູບ​ເງົາ​ເລື່ອງ​ນີ້.​ໃນ​ຮູບ​ເງົາ,ທ່ານ​ໂຈ​ວຢູ້ນຟ່າ​ໄດ້​ສະ​ແດງ​ເປັນ​ເຈົ້າຊີວິດ​ທີ່​ຄິດ​ເລິກ​ລະອຽດ​ຮອບຄອບ,ສ່ວນ​ນາງ​ກົງ​ລີ້​ສະ​ແດງ​ເປັນ​ພະ​ອັກ​ຄະມະ​​ເຫ​ສີ​ທີ່​ງາມ​ສະຫງ່າ.ນາຍ​ພົນ​ໃຫຍ່ທີ່​ເປັນ​ຕົວ​ສະ​ແດງນ້ຳ​ເບີສາມ​ໃນ​ຮູບ​ເງົາ​​ແມ່ນ​ສະ​ແດງ​ໂດຍ​ທ້າວ​ໂຈ​ວ​ເຈ​ລົນ ດາລາ​ເພງ​ທີ່ມີ​ຊື່​ສຽງ​,ພາບສົງຄາມ​ໃນ​ຮູບ​ເງົາ​ລ້ວນ​ແຕ່​ແມ່ນ​ເພິ່ນ​ເປັນ​ຜູ່​ກໍ່​ຂຶ້ນ.​ເຖິງ​ວ່າ​ຮູບ​ເງົາ​ເລື່ອງ​ນີ້​ແມ່ນ​ຮູບ​ເງົາ​ເລື່ອງ​ທີ​ສອງ​ທີ່​ທ້າວ​ໂຈ່​ວ​ເຈ​ລົນ​ສະ​ແດງ,​ແຕ່​ການສະ​ແດງ​ຂອງ​ເພິ່ນ​ພັດໄດ້​ຮັບ​ຄວາມ​ຢືນຢັນ​ແລະ​ຄວາມ​ຍ້ອງ​ຍໍ​ຈາກ​ທ່ານ​ຈ່າງ​ອີ້​ເຫມົາ,ນີ້​ກໍ່​ແມ່ນ​ທ້າວ​ໂຈ່​ວ​ເຈ​ລົນ​ສະ​ແດງ​ຮູບ​ເງົາ​ທີ່​ນຸ່ງ​ຊຸດ​ບູຮານ​ເທື່ອ​ທຳ​ອິດ.ນາງ​ລີ​ມານ ນັກສະ​ແດງ​​ໃຫມ່​ໄດ້​ສະ​ແດງ​​ເປັນນາງ​ຊື້​ເຟິ້ງ,ກໍ່​ແມ່ນ​ຈຸດ​ຮຸ່ງ​ໃນ​ຮູບ​ເງົາ.

ອາດ​ເວົ້າ​ໄດ້​ວ່າ, ຮູບ​ເງົາ​ເລື່ອງ​ເມືອງ​​ເສື້ອເກາະ​ຄຳ​ທີ່​ທ່ານ​ຈ່າງ​ອີ້​ເຫມົາ​ຖ່າຍ​ນີ້,​ແມ່ນ​ຮູບ​ເງົາ​ທີ່​ມີ​ຂະຫນາດ​ໃຫຍ່​ກວ່າ​ຫມູ່​ຢູ່​ຕະຫລາດ​ຮູບ​ເງົາຈີນ​ໃນ​ປັດຈຸບັນ.ຕົວ​​ເລກ 360 ລ້ານ​ຢວນ​ໄດ້​ສ້າງ​ສະຖິຕິ​ໃຫມ່​​ໃນ​ການ​ລົງ​ທຶນ​ຖ່າຍ​ທຳ​ຮູບ​ເງົາ​ຂອງ​ຈີນ.ຕາມ​ຊາບ​ວ່າ, ຢູ່​ໃນ​ຮູບ​ເງົາ​​ເລື່ອງນີ້,ຈະ​ມີ​ນັກສະ​ແດງ 2 ຫມື່ນ​ຄົນ​ສະ​ແດງ​ເປັນ​ນັກ​ລົບ, ​ຫມວກ​ເຫລັກ​ ​​ເສື້ອ​ເກາະ​ແລະ​ມ້າ​ລົບ​ທັງ​ຫມົດ​ລ້ວນ​ແຕ່​​ແມ່ນສີ​​ເຫລືອງຄຳ.ນອກ​ນີ້,ຍັງ​ຈະຖ່າຍດ້ວຍ​ຍົນ​ເຮ​ລີ​ກົບ,​ແລະຮ່ວມ​ມື​ກັບ​ບໍລິສັດ​ເຕັກນິກ​ພິ​ເສດ​ຂອງ​ອາ​ເມ​ລິ​ກາ.ຂະຫນາດ​ພະລາຊະ​ວັງທີ່​ສ້າງ​ຂຶ້ນ​ເພື່ອຖ່າຍຮູບ​ເງົາ​​ເລື່ອງ​ນີ້ກໍ່​​ໃຫຍ່​ໂຕທີ່​ສຸດ.​ແຕ່​ວ່າ, ທ່ານ​ຈ່າງ​ອີ້​ເຫມົາ​ເວົ້າວ່າການ​ລົງທຶນ​ຫນ້ອຍ​ຫລາຍ​ບໍ່​ແມ່ນ​ສິ່ງ​ຕົ້ນຕໍ​ໃນ​ການ​ປະດິດ​ສ້າງ​ຮູບ​ເງົາ.ທ່ານ​ເວົ້າວ່າ:

ການ​ລົງທຶນ​ຫນ້ອຍ​ຫລາຍ​ບໍ່​ແມ່ນ​ເລື່ອງ​ທີ່​ຂ້າພະ​ເຈົ້າ​ເປັນ​ຫ່ວງ.​ເວົ້າສຳ ລັບ​ຂ້າພະ​ເຈົ້າ​ແລ້ວ, ​ເມື່ອ​ລົງທຶນ​ຫລາຍ​ປານ​ນີ້,ກໍ່​ເຮັດ​ໃຫ້​ຂ້າພະ​ເຈົ້າມີຫນ້າ​ທີ່​ຮັບຜິດຊອບ.ຫນຶ່ງ, ບໍ່​ຫວັງ​ຢາກ​ຫລຸບທຶນ,ຕ້ອງ​ເຮັດ​​ໃຫ້​ຜູ່​ລົງທຶນ​ໄດ້​ຮັບ​ການ​ຕອບ​ແທນ;ສອງ,ຕ້ອງ​ເຮັດ​ໃຫ້​ເງິນ​ທີ່​ໃຊ້​ແລ້ວ​ນັ້ນຄຸ້ມ​ຄ່າ,ບໍ່ຄວນ​​ສ້າງ​ແຕ່ ພາບ​​ໃຫຍ່​​ໂຕ​ມະ​ໂຫລານ.​ເວົ້າສຳ​ລັບ​ຜູ່​ຊົມ​ໃນ​ຊູ່​ມື້​ນີ້​ແລ້ວ, ພາບ​​ໃຫຍ່​ໂຕ​ປານ​ໃດ​ກໍ່​ເຄີຍ​ໄດ້​ເຫັນ.ສິ່ງ​ສຳຄັນ​ນັ້ນ​ແມ່ນ​ຕ້ອງ​ອີງ​ຕາມ​ຄວາມ​ຕ້ອງການ​ຂອງ​ຜູ່​ຊົມ​ແລ້ວ​ກຳກັບ​ເລື່ອງ​ແລະ​ຕົວ​ສະ​ແດງ​ໃຫ້​ດີ

.ທ່ານ​ຈ່າງ​ອີ​ເຫມົາ​ແມ່ນ​ຜູ່​ຕາງຫນ້າ​ຜູ່​ກຳກັບ​ການສະ​ແດງ​ຮຸ່ນ​ທີ​ 5 ຂອງ​ຈີນ,ທ່ານ​ຖືກ​ຖື​ເປັນ​ວິ​ລະ​ຊົນ​ວັດທະນະທຳ​ຂອງ​ຈີນ​ໃນ​ຊຸມ​ປີ 90 ສະຕະວັດ​ແລ້ວ​ນີ້.ຮູບ​ເງົາ​ຂອງ​ທ່ານມີ​ພື້ນຖານ​ວັດທະນະທຳ​ດັ້ງ​ເດີມ​ຂອງ​ຈີນ​ອັນ​ຫນາ​ແຫນ້ນ,​ເຕັມ​ໄປດ້ວຍ​ຄວາມ​ກະຕືລືລົ້ນ​ແລະ​ຄວາມ​ຫ້າວຫັນ.ປັດຈຸບັນ, ການ ຖ່າຍ​ທຳ​ຮູບ​ເງົາ​ເລື່ອງ​ເມືອງ​ເສື້ອ​ເກາະ​ຄຳ​ໄດ້​ສຳ​ເລັດ 2/3​ແລ້ວ.ການ​ອອກ​ແບບ​ເຄື່ອງ​ນຸ່ງທີ່ລ້ຳຄ່າ,ມີນັກສະ​ແດງ​ທີ່​ມີ​ຊື່​ສຽງ,​ເຂົ້າຮ່ວມ​ຢ່າງ​ຫລວງຫລາຍ, ບວກ​ກັບການຕັດ​ຕໍ່​ລ້ວນ​ແຕ່ຈະ​​ເຮັດ​ຢູ່​ອາ​ເມ​ລິ​ກາ,ທັງ​ຫມົດ​ເຫລົ່າ​ນີ້ເຮັດ​ໃຫ້​ຜູ່​ຊົມ​ຈີນ​ກັບ​ຕ່າງປະ​ເທດ​ເຕັມ​ໄປ​ດ້ວຍ​ຄວາມ​ຄອງ​ຄອຍ.


1  2