ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-17 22:42:47    
ກຳ​ແພງ​ຍັກ​ຂອງ​ຈີນ(ສຽງ)

cri

ຫວ່າງມໍ່ໆ​ນີ້,ພວກ​ເຮົາ​ໄດ້​ຮັບ​ຈົດໝາຍ​ຂອງ​ຜູ້​ຟັງຫຼາຍ​ສະບັບ​ໂດຍ​ຂຽນ​ວ່າ,ຫວັງ​ຢາກຊອກ​ຮູ້​ກຳ​ແພງ​ຍັກ ​ມໍລະດົກ​ໂລກ​ຂອງ​ຈີນ​ຕື່ມອີກ.​ໃນ​ຈົດ​ໝາຍ,ທ.ສຳລານ​ຈິດ ທີ່​ບ້ານ​ໂພນງາມ​ໃຕ້ ​ເມືອງ​ແປກ ​ແຂວງ​ຊຽງ​ຂວາງຂຽນ​ວ່າ:"ຂ້າພ​ະ​ເຈົ້າມີ​ຄວາມ​ສົນ​ໃຈ​ກ່ຽວ​ກັບ​ກຳ​ແພງ​ຍັກ​ຂອງ​ເມື​ອງຈີນ,ສະ​ນັ້ນ,ຂໍ​ໃຫ້​ລາຍການCRI​ເລົ່າ​ສູ່​ຟັງ​ແດ່,​ເພາະວ່າ,ຂ້າພ​ະ​ເຈົ້າ​ໄດ້​ຍິນ​ແຕ່​ຊື່,​ແຕ່​ບໍ່​ຮູ້ຈັກ​ວ່າ​ກຳ​ແພງຍັກ​ເປັນ​ແນວ​ໃດ".​​ແລະ​ຍັງ​ມີ​ຜູ້​ຟັງ​ອີກ​ຜູ້​ໜຶ່ງ ຄື​ທ່ານສອນ​ທອງ.ໝອນ​ວິ​​ໄລ​ທີ່​ເຮັດວຽກ​ຢູ່​ຫ້ອງ​ການ​ສຶກສາ​ເມືອງ​ວຽງ​ຄຳ ​ແຂວງ​ຫຼວງ​ພະ​ບາງ​ຝາກ​ຈົດໝາຍ​ມາ​ຍັງ​ພວກ​ເຮົາ​ຂຽນ​ວ່າ,ກຳ​ແພງ​ຍັກ​ຂອງ​ຈີນ​ມີ​ຄວາມ​ຍາວ​ເທົ່າ​ໃດ​ແມັດ,ບ່ອນທີ່​ສູງ​ກວ່າ​ໝູ່​ສູງ​ຈາກ​ລະດັບນ້ຳ​ທະ​ເລ​ເທົ່າ​ໃດ​ແມັດ?ທີ່​ຈິງ​ແລ້ວ,ກ່ອນ​ໜ້າ​ນີ້,ພວກເຮົາ​ເຄີຍ​​ແນະນຳ​ກຳ​ແພງ​ຍັກ​ໃນ​ຫຼາຍ​ລາຍການ​ແລ້ວ,ທ່ານ​ອາດ​ຈະ​ບໍ່​ໄດ້​ຟັງ,ບໍ່​ເປັນ​ຫຍັງ​ດອກ,​ໃນ​ລາຍການ​ພາກ​ນີ້,ພວກ​​ເຮົາ​ຂໍ​​ແນະນຳ​ກຳ​ແພງ​ຍັກ​ຂອງ​ຈີນສູ່​ທ່ານ​ຟັງອີກ,ຫວັງ​ວ່າ​ທ່ານ​ຄົງ​ຈະ​ຕິດຕາມ​ຮັບ​ຟັງ,ຢ່າ​ພາດ​ໂອກາດ​ເທື່ອ​ນີ້​ອີກກໍ​ແລ້​ວກັນ.ກຳ​ແພງ​ຍັກ​ຂອງ​ຈີນ​ແມ່ນ​ສິ່ງ​ກໍ່ສ້າງ​ທີ່ຍິ່ງ​ໃຫຍ່​ກວ່າ​ໝູ່​ແຫ່ງ​ໜຶ່ງ​ໃນ​ປະຫວັດ​ສີວິ​ໄລ​ຂອງ​ມວນມະນຸດ,ກຳ​ແພງ​ຍັກ​ເລິ່ມສ້າງ​ໃນ​ສະ​ໄໝຊຸ່ນຊິ່ວຍຸ​ດທະ​ຈັກ​ເມື່ອ​2000​ກວ່າ​ປີ​ກ່ອນ,​ພາຍຫຼັງລາ​ຊະວົງ​ຊີ​ນ​ໄດ້​ທ້ອນ​​ໂຮມ​ຈີນ​ເປັນ​ເອກະ​ພາບ​ກັນ​ແລ້ວກໍ່​ໄດ້​ເຊື່ອມຕໍ່​ກຳ​ແພງ​ຍັກຕອນ​ຕ່າງໆ​​ເຂົ້າເປັນ​ກຳ​ແພງ​ຍັກ​ໝື່ນ​ລີ້.​ແລະ​ໃນ​ສະ​ໄໝ​ລາຊະວົງ​ຮ້ານ​ແລະ​ລາຊະວົງ​ມີງກໍ່​ເຄີຍ​ກໍ່ສ້າງ​ກຳ​ແພງຍັກຢ່າງ​ຂະໜາດ​ໃຫຍ່.​ການ​ກໍ່ສ້າງໂຄງການ​​​ທີ່ໃຫຍ່​ໂຕ​ມະ​ໂຫຖານທັງ​ສະຫງ່າຜ່າ​ເຜີຍ,ສາມາດ​ເອີ້ນ​ເປັນ​ເລື່ອງມະຫັດສະ​ຈັນຂອງ​ໂລກ.ຮ້ອຍ​ພັນ​ປີ​ໄດ້​ຜ່ານພົ້ນ​ໄປ​ແລ້ວ,​ປັດຈຸບັນ,​ເມື່ອ​ທ່ານ​ປິນຂຶ້ນ​ກຳ​ແພງ​ຍັກ​ສະ​ໄໝ​ບູຮານ,ບໍ່ພ​ຽງ​ແຕ່​ສາມາດ​​ເຫັນທ່າ​ທາງ​ທະ​ນົງ​ອົງອາດ​ຂອງ​ກຳ​ແພງ​ເມືອງ​ຈີນ​ທີ່​ເຈືອ​ລະ​ເນືອຢູ່​​ເທິງພູຜາ​​ຕ່າງ​ໆ​ເທົ່າ​ນັ້ນ,ຍັງ​ສາມາດ​ສຳນຶກຮູ້​ເຖິງສະຕິ​ປັນຍາທີ່ສະ​ຫຼາດສະຫຼຽວແລະ​ຄວາມອົງອາດ​ກ້າຫານ​ຂອງປະຊາ​ຊາດ​ຈີນ​ໃນ​ການ​ສ້າງ​ປະຫວັດສາດ

ກຳ​ແພງ​ຍັກ​ຕັ້ງ​ຢູ່​ພາກ​ເໜືອ​ຂອງ​ຈີນ,​ເລີ່​ມສ້າງ​ແຕ່​ດ່ານ​ຊ່ານ​​ໄຫ​ກ່ວນຢູ່​ພາກ​ຕາ​ເວັນ​ອອກ​ເຈືອ​ລະ​ເນືອ​ໄປເຖິງດ່ານ​ຈ່າ​ຢູ້ກ່ວນ,ທີ່​ຢູ່​ພາກ​ຕາ​ເວັນ​ຕົກຍາວ​ປະມານ6700​ກິ​ໂລ​ແມັດ,ສະ​ນັ້ນ​ຈິ່ງ​ເອີ້ນ​ວ່າ​ກຳ​ແພງ​ຍັກ​ໝື່ນ​ລີ້.ກຳ​ແພງ​ຍັກ​​ໄດ້ກໍ່​ສ້າງ​ຢ່າງ​ຕໍ່​ເນື່ອງ​ກັນ​ເປັນ​ເວລາ​2000ກວ່າ​ປີ​ເປັນ​ລຳດັບ,ຕາມການ​ບັນທຶກ​ໄວ້​​ໃນ​ປະຫວັດສາດ​,​ແຕ່​ກົກ​​ສູ​ໄດ້ກໍ່ສ້າງ"ກຳ​ແພງ​ສີ່ຫຼຽມ"​ໃນສະຕະວັດ​ທີ7​ກ່ອນຄ.ສ.,ຈົນ​ຮອດ​ສະ​ໄໝ​ລາຊະວົງ​ມີ​ງທີ່​ປົກຄອງ​ເມືອງ​ຈີນ​ແຕ່​ຄ.ສ.ປີ1368​ຊ1644,ລວມມີກົກ​​ເຫຼົ່າແລະ​ລາຊະວົງ​ສັກ​ດິນາ20​ກວ່າ​ລາຊະວົງ​ເຄີຍ​ສ້າງ​ກຳ​ແພງ​ຍັກ,​ໃນ​ນັ້ນ,ກຳ​ແພງ​ຍັກ​ຂອງ​ລາຊະວົງ​ຊີ​ນ,ລາຊະວົງ​ຮ້ານ​ແລະ​ລາ​ຊະ​ວົງ​ມີ​ງລ້ວນ​ແຕ່​ຍາວ​ເກີນ​5000ກິ​ໂລ​ແມັດ.ຖ້າ​ເອົາ​ກຳ​ແພງ​ຍັກ​ທີ່​ສ້າງ​ຂຶ້ນ​ໃນ​ທຸກ​ສະ​ໄໝ​ມາບ​ວກ​ເຂົ້າກັນ,ຄວາ​ມຍາວ​ທັງ​ໝົດ​ຈະ​ລື່ນ​ກາຍ5​ໝື່ນ​ກິ​ໂລ​ແມັດ,ຖ້າ​ເອົາ​ດິນ​ຈີ່ຂອງ​ກຳ​ແພງ​ຍັກ​ມາສ້າງກຳ​ແພງ​ໃຫຍ່​ທີ່​ໜາ1​ແມັດ​ແລະ​ສູງ5​ແມັດ,ກຳ​ແພງ​​ສາຍນີ້​ຈະ​ສາມາດ​ອ້ອມ​ໜ່ວຍ​ໂລກ​​ຮອບ​ໜຶ່ງຍັງ​ມີ​ເຫຼືອ.

ໂຄງການ​ຫຼັກ​ຂອງ​ກຳ​ແພງ​ຍັກ​ແມ່ນ​ກຳ​ແພງ​ສູງ​​ໃຫຍ່​ທີ່​ເຈືອ​ລະ​ເນືອ​​ເປັນ​ໝື່ນ​ລີ້,ສ່ວນ​ຫຼາຍ​ສ້າງ​ຢູ່​ບ່ອນ​ສູງ​ສຸດ​ຂອງ​ພູ​ຜາ​,​ເຈືອ​ລະ​ເນືອຕາມ​ສັນພູ ​​ເມືອ​ນ​ມັງກອນ​ໂຕ​ໃຫຍ່​ທີ່​​ສະຫງ່າ​ຜ່າ​ເຜີຍໂຕ​ໜຶ່ງ,ກາຍ​ເປັນ​ສັນຍະ​ລັກ​ຂອງ​ປະຊາ​ຊາດ​ຈີນ.ຢູ່​ເທິງ​ກຳ​ແພງ​ຍາວ​ໝຶ່ນລີ້​ນັ້ນ,ມີ​ດ່ານ​​ເປັນ​ຮ້ອຍ​ແຫ່ງ​,ມີປ້ອມ​ຍິງ​ສັດຕູ​ແລະ​ປ້ອມ​ສັນຍານໄຟ​ເປັນ​ພັນ​ເປັນ​ໝື່ນ​ແຫ່ງ,​ໄດ້​ປ່ຽນແປງ​ຄວາມ​ຈືດຈາງ​ຂອງ​ກຳ​ແພງ,​ເຮັດ​ໃຫ້​ພູມ​ສັນຖານ​ທີ່ຫຼຸບໆ​ໂນນໆເບິ່ງ​ແລ້ວ​ຮູ້ສຶກສູງ​ສະຫງ່າ​​ກວ່າ​ເກົ່າ,​ເຕັມ​ໄປ​ດ້ວຍສະ​ເໜີ​ສິລະ​ປະ​ອັນ​ໃຫຍ່​ຫຼວງ.​ໃນ​ກຳ​ແພງ​ຍັກ​ຢູ່ແຫ່ງ​ຕ່າງໆ​ຂອງ​ຈີນ,ກຳ​ແພງ​ຍັກ​ຕອນປ່າ​ຕາ​ຫຼີງ​​ໄດ້​ກໍ່ສ້າງ​ຢ່າງ​ໝັ້ນຄົງ​ທີ່​ສຸດ,​ແລະ​ຮັກສາ​ຢ່າງ​ຄົບ​ຖ້ວນ​ກວ່າ​ໝູ່,​ແມ່ນ​ບ່ອນ​ທີ່ດີ​ທີ່​ສຸດສຳລັບ​ທ່ຽວ​ຊົມ​ກຳ​ແພງ​ຍັກ.

ກຳ​ແພງ​ຍັກ​ຂອງ​ຈີນ​ແມ່ນກິ​ຈະການ​ປ້ອງ​ກັນ​ທາງ​ການ​ທະຫານ​ແຫ່ງ​ຊາດ​​ທີ່​​ໃຊ້​ເວລາ​ກໍ່ສ້າງ​ດົນກວ່າ​ໝູ່​ແລະ​ມີປະລິມານ​ກິດຈະການ​ຫຼາຍ​ກວ່າ​ໝ່ຂອງ​ໂລກູໃນ​ສະ​ໄໝ​ອາວຸດ​ໜາວ,​ໄດ້​ໂຮມ​ສູນ​ເລືອດ​ເນື້ອ​ເຫື່ອ​​ແຮງແລະ​ສະຕິ​ປັນຍາ​ຂອງ​ບັນພະບຸລຸດ​ຈີນ,​ແມ່ນ​ສັນຍະ​ລັກ​ແລະ​ຄວາມ​ພາກພູມ​ໃຈ​ຂອງ​ປະຊາ​ຊາດ​ຈີນ.

ຕາມ​ການ​ບັນທຶກ​​ໃນປະ​ຫວັດສາດ,​ແຕ່​ສະ​ໄໝ​ຍຸດທະ​ຈັກ​ມາ​ນີ້,ມີກົກ​​ເຫຼົ່າແລະ​ລາຊະວົງ​ສັກດິນາ20​ກວ່າ​ລາຊະວົງ​ເຄີຍ​ສ້າງ​ກຳ​ແພງ​ຍັກ.ກ່ອນ​ໝູ່​ແມ່ນ​ກົກ​ສູ,​ເພື່ອ​ປ້ອງ​ກັນ​ຊົນ​ເຜົ່າ​ທ່ຽວ​ລ້ຽງສັດ​ແລະ​ປະ​ເທດ​ສັດຕູຂອງ​ພາກ​ເໜືອ,ຈິ່ງ​ເລິ່ມສ້າງ​ກຳ​ແພງ​ຍັກ,ຫຼັງ​ຈາກ​ນັ້ນ,ກົກ​ຊີ,ກົກ​ອ້ຽນ,ກົກ​ເວີ້​ຍ,ກົກ​ຈ້າວ​ແລະ​ກົກ​ຊີ​ນ​ເປັນ​ຕົ້ນ​ກໍ່​ເລິ່ມສ້າງ​ກຳ​ແພງ​ຍັກ​ຂອງ​ຕົນ​ເນື່ອງ​ຈາກ​ຈຸດປະສົງ​ອັນ​ດຽວກັນ.​ເມື່ອ​ກົກ​ຊີ​ນ​​ໄດ້​ທ້ອນ​ໂຮມ​ຫຼົກ​ກົກ​ເປັນ​ເອກະ​ພາບ​ກັນ​ແລ້ວ,ກະ​ສັດຈິນ​ຊີ​ຮ້ອງ​ເຕ້​​ໄດ້ແຕ່ງ​​ໃຫ້​ນາຍ​ພົນ​ເໝີ​ງຖຽນທີ່​ມີ​ຊື່ສ​ຽງຂຶ້ນ​ໄປ​ທິດ​ເໜືອໂຈມ​ຕີ​ຊົນ​ເຜົ່າ​​ຊົງໜູ,​ສ້າງໃຫ້​ກຳ​ແພງ​ຍັກ​ຂອງ​ທຸກ​ກົກ​​ເຊື່ອມ​ຕິດ​ກັນ,ທິດຕາ​ເວັນ​ຕົກ​ສ້າງ​ແຕ່ລິນ​ທາວ,ທິດ​ຕາ​ເວັນ​ອອກ​​ເຖິງ​ລຽວຕົ່ງ,​ເຈືອ​ລະ​ເນືອ​ເປັນໝື່ນ​ກວ່າ​ລີ້,ສະ​ນັ້ນ​ຈິ່ງ​ເອີ້ນ​ວ່າ​ກຳ​ແພງ​ຍັກ​ໝື່ນ​ລີ້,ນີ້ກໍ່​ແມ່ນຄວາມ​ເປັນ​ມາ​ຂອງຊື່"ກຳ​ແພງ​ຍັກ​ໝື່ນ​ລີ້".​ແຕ່​ກຳ​ແພງ​ຍັກ​ທີ່​ພວກ​ເຮົາ​​ເຫັນ​ໃນ​ປັດຈຸບັນ​ນີ້​ສ່ວນຫຼາຍ​​ແມ່ນ​ສ້າງ​​ໃນ​ສະ​ໄໝລາ​ຊະວົງ​ມີ​ງ.


1  2