ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-17 22:42:47    
ກຳ​ແພງ​ຍັກ​ຂອງ​ຈີນ(ສຽງ)

cri

ກຳ​ແພງ​ຍັກ​ທີ່​ສ້າງ​​ໃນ​ລາຊະວົງ​ຊີ​ນຍັງ​ເຫຼືອ​ແຕ່​ຊາກ​​ເທົ່າ​ນັ້ນ.​ເພື່ອ​ສ້າງ​ກຳ​ແພງ​ຍັກ,ກະສັດ​ຈິນຊີ​ຮ້ອງ​ເຕ້​ໄດ້​​ໃຊ້3​ແສນ​ຄົນ,​ໄດ້​ສ້າງສິ່ງ​ ​ມະຫັດ​ສະຈັນ​ໃນ​ປະ​ຫວັດ​ສາດ​ສະ​ຖາປະ​ນິກ.ການ​ສ້າງ​ກຳ​ແພງ​ຍັກ​ໄດ້​​ເສີມ​ຂະຫຍາຍ​ບົດ​ບາດອັນ​ຕັ້ງໜ້າ​​ໃນ​ການປ້ອງ​ກັນ​ຊົນ​ເຜົ່າ​ຊົງ​ໜູ​ບໍ່​ໃຫ້ຮຸກ​ຮານ​ລົງ​ສູ່​ທິດໃຕ້​ແລະ​ປົກ​ປ້ອງ​ເສດຖະກິດ​ວັດທະນະທຳ​ພາກ​ກາງຂອງ​ຈີນ​ໃຫ້​ພັດທະ​ນາຢ່າງ​ພາວະ​ວິ​ໄສ.

ລາຊະວົງ​ຮ້ານ​ສືບ​ຕໍ່​ສ້າງ​ກຳ​ແພງ​ຍັກ.​ແຕ່ກະ​ສັດຮ້ານ​​ເວີນ​​ເຕ້​ຈົນ​ຮອດ​ກະສັດຮ້ານ​ຊ່ວນ​ເຕ້,​ໄດ້​ສ້າງ​ກຳ​ແພງ​ຍັກ​ສາຍ​ໜຶ່ງທີ່ເລິ່ມ​ແຕ່​ເມືອງ​ເອີ​ສີ່​ກົກ​ຕ້າ​ຫວັນຢູ່ທິດຕາ​ເວັນ​ຕົກ,ຮອດ​ຝັ່ງ​​ເໜືອ​ຂອງ​ແມ່​ນ້ຳ​​ເຮີ່ຍ​ລົງຈ່ຽງ​ຢູ່ທິດຕາ​ເວັນ​ອອກ​,ຍາວ​ເກືອບ1ໝື່ນ​ກິ​ໂລ​ແມັດ,​ໄລຍະ​ທາງ​ເຄິ່ງໜຶ່ງ​ຂອງ​ເສັ້ນ​ທາງ​ຜ້າ​ໄໝ​ບູຮານ​ກໍ່​ແມ່ນລຽບ​ຕາມ​ກຳ​ແພງ​ຍັກ​ສາຍ​ນີ້,​ແມ່ນ​ກຳ​ແພງ​ຍັກ​ທີ່​ຍາວ​ກວ່າ​ໝູ່​ໃນ​ປະຫວັດສາດ.​ເມື່ອຮອດ​ສະ​ໄໝ​ລາຊະວົງ​ມີ​ງ,​ເພື່ອ​ປ້ອງ​ກັນການ​ຮຸກ​ຮານ​ລົບກວນ​ຂອງ​​ເຜົ່າ​ຕ໋າຕ໋າ​ແລະ​ເຜົ່າ​ຫວາ​ລ້າ,​ບໍ່​ເຄີຍ​ຢຸດ​ສ້າງກຳ​ແພງ​ຍັກ​ຈັກ​ເທື່ອ,​ແຕ່​ກະສັດຮົງ​ອູ​ຮ້ອງ​ເຕ້​ຮອດ​ກະສັດ​ວ້ານລີ້​ຮ້ອງ​ເຕ້,​ໃນ​​ໄລຍະ​ນີ້​​,​ໂດຍ​ຜ່ານ​ການ​ສ້າງ​ຢ່າງຂະ​ໜາດ​ໃຫຍ່20​​ເທື່ອ,​ໄດ້ສ້າງ​ກຳ​ແພງ​ຍັກ​ສາຍ​ໜຶ່ງ​ທີ່ເລີ່​ມແຕ່​ດ່ານ​ຈ່າ​ຢູ່​ກ່ວນຂອງ​ແຂວງ​ກ່ານ​ຊູທີ່​ຢູ່​ພາກ​ຕາ​ເວັນ​ຕົກ ​ເຖິງ​ພູ​ຫຼາວ​ຫູຊ່ານ​ທີ່ຢູພາກ​ຕາ​ເວັນ​ອອກ,ມີ​ລ່ວງ​ຍາວ6350​ກິ​ໂລ​ແມັດ.​ແຕ່​ຕາມ​ລາຍ​ງານ​ຂ່າວ,​ເຄື່ອງນັບ​ໄລຍະ​ທາງ​ຢ່າງ​ຂອງ​ຄົນ​ຈີນ​ຜູ້​ໜຶ່ງທີ່​ຍ່າງ​ໝົດ​ທົ່ວ​ກຳ​ແພງ​ຍັກ​ໃນ​ປີ1990​ນັ້ນ​ໄດ້​ສະ​ແດງ​ວ່າ​​ແມ່ນ6700​ກ.ມ.


ເມື່ອ​ກີ້​ນີ້,ພວກ​ເຮົາ​ໄດ້​ແນະນຳ​ກຳ​ແພງ​ຍັກຕອນ​ປ່າ​ຕາ​ຫຼີງ​ແມ່ນ​ກຳ​ແພງ​ຍັກ​ຕອນ​ໜຶ່ງຂອງ​ລາຊະວົງ​ມີ​ງ​ທີ່​ຮັກສາ​ທີ່​ດີ​ທີ່​ສຸດຈົນ​ເຖິງ​ປັດຈຸບັນ​​,​ແລະກໍ່​​ແມ່ນ​ກຳ​ແພງ​ຍັກ​ຕອນ​ທີ່ມີລັກສະນະ​ຕົວ​ແທນ​ທີ່​ສຸດ.ກຳ​ແພງ​ຍັດ​ຕອນ​ນີ້​ສ້າງ​ດ້ວຍ​ຫີນ​ກຼາ​ນິດ​​ກ້ອນ​ໃຫຍ່​ແລະດິນ​ຈີ່​ກ້ອນ​ໃຫຍ່,ຕົວ​ກຳ​ແພງ​ທັງ​ສູງ​ທັງ​ໝັ້ນຄົງ,ຄືສູງ8,5​ແມັດ,ຖານ​ກວ້າງ6,5​ແມັດ,ເທິງກຳ​ແພງ​ກວ້າງ5,7​ແມັດ,ສາມາດ​ໃຫ້​ມ້າ5​ໂຕ​ຫຼື10​ຄົນໄປ​ພ້ອມກັນ​ໄດ້.ມັນສ້າງ​ຕາມ​ສັນພູ,ຫຼຸບໆ​ໂນນໆ​ຕາມ​​ເປີ້ນ​ພູ,ສະຫງ່າ​ຜ່າ​ເຜີຍ​ທີ່​ສຸດ.ກຳ​ແພງ​ຍັກ​ຕອນປ່າ​ຕາ​ຫຼີງ​ແມ່ນ​ແນວ​ໜ້າ​ຂອງ​ດ່ານ​ຈູ່ຢົງກ່ວນ ດ່ານ​ສຳ​ຄັນ​ຂອງ​ກຳ​ແພງ​ຍັກ​ໝື່ນ​ລີ້,ຢູ່​ພຸ້ນ ມີ​ຈອມ​ພູສູງ​ສອງໜ່ວຍຢູ່​ທິດ​ເໜືອ​ແລະ​ທິດ​ໃຕ້,ບ່ອນສູງ​ກວ່າ​ລະດັບ​ນ້ຳ​ທະ​ເລຫຼາຍທີ່​ສຸດ​ມີປະ​ມານ1000​ແມັດ.ຢືນຢູ່​ເທິງ​ຈອດ​ກຳ​ແພງຍັກ,​​ເບິ່ງໄປ​ສູ່​ທາງ​ໄກ ມີ​ພູຜາ​ສະຫຼັບ​ສັບ​ຊ້ອນ​ກັນ,​ເຈືອ​ລະ​ເນືອ​ກັນ​ໄປ,​ເໝືອນ​ດັ່ງກຳ​ແພງ​ຍັກ​ກໍ່​ຄືມັງກອນ​ໂຕ​ໜຶ່ງ,​ບິນ​ລົງ​ມາຈາກ​ບ່ອນ​ເລິກ​ຂອງ​ເມກ,​ແລ້ວ​ບິນ​ໄປ​ສູ່ທ້ອງຟ້າ,​ເຫັນ​ຫົວ​ບໍ່​ເຫັນ​ຫາງ​.ຈັ່ງ​ແມ່ນ​ສວຍ​ງາມ​ແລະ​ສະຫງ່າ​ຜ່າ​ເຜີຍ​ແທ້ໆ.

ກຳ​ແພງ​ຍັກຕອນ​ປ່າ​ຕາຫຼີງຕັ້ງ​ຢູ່​ເມືອງ​ນ້ອຍ​ອຽນຊີ້​ງ,ຫ່າງ​ຈາກ​ໃຈ​ກາງ​ນະ​ຄອນ​ປັກ​ກິ່ງ70​ກວ່າ​ກິ​ໂລ​​ແມັດ,ສ້າ​ງ​ໃນ​ສະ​ໄໝ​ລາຊະວົງ​ມີ​ງ,​ແມ່ນ​ດ່ານສຳຄັນ​ຢູ່​ປັກ​ກິ່ງ​ຂອງ​ກຳ​ແພງ​ຍັກ​ລາຊະວົງ​ມີ​ງ.ຢູ່ທິດຕາ​ເວັນ​ອອກ​ແລະ​ທິດຕາ​ເວັນ​ຕົກມີ​ສອງ​ປະຕູ,​ຕ່າງ​ເອີ້ນ​ວ່າ"​ເມືອງ​ນອກ​ດ່ານ​ຈຸ່ຍຢົ່ງ"​ແລະ"​ລູກ​ກະ​ແຈ​ປະຕູ​ເໜືອ".ຍ້ອນ​ວ່າ​ທິດ​ໃ​ຕ້ສາ​ມາດໄປ​ສູ່​ນະຄອນປັກ​ກິ່ງ,ທິດ​ເໜືອ​ສາມາດ​ໄປ​ຮອດ​​ເມືອງ​ນ້ອຍອຽນຊີ້​ງ,ທິດຕາ​ເວັນ​ອອກ​ສາມາດ​ໄປສູ່​​ເມືອງຢົງ​ນີງ​ແລະ​ເມືອງ​ຊື້​ຫາຍ,ທິດຕາ​ເວັນ​ຕົກ​ສາມາດ​ໄປ​ສູ່​ເມືອງຊ່ວນຮວ້າ​ແລະ​​ເມືອງຕ້າ​ທົງ,ດັ່ງ​ນັ້ນ​ຈິ່ງ​ຕັ້ງ​ຊື່​ວ່າ"ດ່ານ​ປ່າ​ຕາ​ຫຼີງ",​ໝາຍ​ຄວາມ​ວ່າດ່ານ​ທີ່​ເນັ່ງ​ໄປ​ສູ່​ທຸກ​ສາລະ​ທິດ.ກຳ​ແພງ​ຍັກ​ຕອນ​ນີ້ປະກອບ​ດ້ວຍ​ດ່ານ,ກຳ​ແພງ,ຫໍຄອຍ​ແລະ​ປ້ອມ​ສັນຍານ,​ເນັ່ງ​ຄົດ​ລ້ຽວຕາມ​ສັນພູ,ຄື​ມັງກອນ​ ​ໃຫຍ່​ໂຕ​ໜຶ່ງ​ເຫາະ​ເຫີ​ນຢູ່​ລະຫວ່າງ​ພູຜາ​.

ເດືອນທັນວາ​ປີ1987,ກຳ​ແພ​ງຍັກຖືກ​ຈັດ​ເຂົ້າ​ໃນ"ລາຍ​ຊື່​ມໍ​ລະ​ດົກ​ໂລກ",ຈີນ​ໄດ້​ສ້າງ​ຫໍ​ພິພິທະ​ພັນ​ກຳ​ແພງ​ຍັກ​​ຢູ່​ກຳ​ແພງ​ຍັກຕອນ​ປ່າ​ຕາ​ຫຼີງ​ແລ້ວ.

ກຳແພງ​ຍັກ​ຂອງ​ຈີນ​ມີ​ຄຸນ​ຄ່າ​ດ້ານ​ທັດສະ​ນາຈອນ​ທ່ອງ​ທ່ຽວແລະຄວາມ​ໝາຍ​ປະຫວັດສາດ​ວັດທະ​ນະທຳສູງທີ່​ສຸດ.ປັດຈຸບັນ,​​​ເມື່ອ​ໄດ້​ພັດທະນາ​ແລະສ້ອມ​ແປງ​ຢ່າງ​ພຽງ​ໃຈ​ແລ້ວ,ກຳ​ແພງ​ຍັກ​ຕອນຊ່ານ​ຫາຍ​ກ່ວນ,ກຳ​ແພງ​ຍັກ​ຕອນຈູ່ຢົງ​ກ່ວນ,ກຳ​ແພງຍັກ​ຕອນປ່າ​ຕາ​ຫຼີງ,ກຳ​ແພງຍັກ​ຕອນ​ມູ້​ທຽນ​ຢູ້​​ແລະ​ກຳ​ແພງ​ຍັກ​ຕອນຈ່າ​ຢູ້ກ່ວນ​ເປັນ​ຕົ້ນ​ໄດ້​ກາຍ​ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ທີ່​ມີ​ຊື່ສ​ຽງທັງ​ພາຍ​ໃນຈີນແລະຢູ່​ຕ່າງປະ​ເທດ​ແລ້ວ.ປີນຂຶ້ນ​ໄປ​ຮອດບ່ອນ​ສູ​ງ​ແລ້ວ​ເບິ່ງ​ໄປ​ທາງ​ໄກ,ພາບ​ສູ້​ລົບ​ກັນ​ໃນສະໜາມ​ລົບບູຮານ​ກໍ່​ຄືຈັ່ງ​ວ່າ​ປະກົດຢູ່ຕໍ່ໜ້າ​ຕໍ່​ຕາ.ປັດຈຸບັນ,ກຳ​ແພງ​ຍັກ​ຂອງຈີນກັບ​ທາດປີ​ລະ​ມິດ​ຂອງ​ເອຢິບ,ສະໜາມສູ້​ສັດ​ຂອງ​ໂຣມ​ແລະຫໍ​ງ່ຽງ​ປີ​ຊາຂ​ອງອີ​ຕາ​ລີ​ເປັນ​ຕົ້ນຖືກ​​ເອີ້ນ​ເປັນ7ສິ່ງ​ມະຫັດສະຈັນ​ຂອງ​ໂລກ,​ແມ່ນ​ອະນຸ​ສອນ​ຂອງວັດ​ທະນະທຳ​​ເກົ່າແລະ​ໝາກຜົນ​ແຫ່ງສະຕິ​ປັນຍາ​ຂອງ​ວັດທະ​ນະທຳ​ເກົ່າ​ແກ່​ຂອງ​ປະຊາ​ຊາດ​ຈີນ,​ເປັນ​ສັນຍະ​ລັກ​ຂອງ​ການ​ສືບ​ສາຍເລືອດ​ແລະຈິດ​ໃຈ​ແຫ່​ງຊາດ​ຂອງ​ປະຊາ​ຊາດ​ຈີນ.

ຖ້າ​ວ່າ​ທ່ານ​ຍັງ​ຢາກ​ຊອກ​ຮູ້​ສະພາບ​ໃນ​ດ້ານ​ອື່ນໆ,ກໍ່​ຍິນ​ດີ​ຕ້ອນຮັບ​ທ່ານ​ຝາກ​ຈົດ​ໝາຍ​ມາບອກ​ໃຫ້​ພວກ​ເຮົາ​ຮູ້.ສຸດ​ທ້າຍ,ພວກ​ເຮົາ​ຂໍ​ຈັດ​ເພງ​ມ່ວນໆ​ເພງ​ໜຶ່ງ​ສູ່​ທ່ານ​ຟັງ,​ເພງ​ນີ້​ຊື່ວ່າ"ມີ​ງທ່ຽນ​ເຕີ​ສ່ຽງ​ເກີ​ຫຼີລາ",​ແປ​ວ່າ"​ແຊງ​ກະລີ​ລາ​ໃນ​ມື້​ອື່ນ".


1  2