ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-18 14:40:41    
ຜະລິດ​ຕະພັນທີ່​ປະ​ຢັດ​ພະລັງ​ງານ​​ແລະ​ອະນຸລັກ​ສິ່ງ​ແວດ​ລ້ອມ​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ຈາກ​ຜູ່​ບໍ​ລິ​​ໂພກ​(ສຽງ)

cri Author: huachunmei

ທ່ານຜູ່​ຟັງ​ທີ່​ໂຄລົບ, ໃນ​ງານ​ວາງສະ​ແດງ​ປະ​ຢັດ​ພະລັງງານ​ແລະ​ອະນຸລັກ​ສິ່ງ​ແວດ​ລ້ອມ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງຫວ່າງ​ມໍ່ໆນີ້, ​​ຜະລິດ​ຕະພັນ​ແລະເຕັກນິກທີ່​ປະຢັດ​ພະລັງງານ​ຕ່າງໆ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຄົນ​ທັງຫຼາຍ. ໃນລາຍການ​​ແຈ້ງ​ຂ່າວ​ເສດຖະກິດ​ຈີນ​ພາກ​ນີ້, ພວກ​ເຮົາຂໍ​ສະ​ເໜີ​ສະພາບ​ທີ່​ກ່ຽວຂ້ອງ​ສູ່​ທ່າ​ນຟັງ.

​ເພື່ອ​ສົ່ງ​ເສີ​ມ​ແລະສະໜັບສະໜູນ​ການ​ພັດທະນາຜະລິດ​ຕະພັນທີ່​ປະຢັດ​ພະລັງງານ, ​ເຜີຍ​​ແຜ່​ເຕັກນິກ​ແລະ​ຜະລິດ​ຕະພັນທີ່​ປະ​ຢັດ​ພະລັງງານ, ​​ໃນ​ກາງ​ເດືອນ​ມີ​ຖຸນາ, ນະຄອນ​ປັກ​ກິ່ງ​ໄດ້​ຈັດ​ງານ​ວາງສະ​ແດງ​ຜະລິດ​ຕະພັນ​ປະຢັດ​ພະລັງງານ​ແລະ​ອະນຸລັກ​ສິ່ງ​ແວດ​ລ້ອມ​. ງານ​ວາງສະ​ແດງ​ດັ່ງ​ກ່າວ​ນີ້​ໄດ້​ດູດ​ດຶງ​ວິ​ສາ​ຫະກິດຫຼວງຫຼາຍມາ​ເຂົ້າຮ່ວມການ​ວາງສະ​ແດງ, ຜະລິດ​ຕະພັນ​ແລະ​ເຕັກນິກ​ທີ່ປະ​ຢັດ​ພະລັງງານ​ແລະອະນຸລັກ​ສິ່ງ​ແວດ​ລ້ອມ​ຕ່າງໆ, ຄື, ປະຢັດ​ໄຟຟ້າ ປະຢັດ​ນ້ຳ​ແລະ​ປະ​ຢັດ​ນ້ຳມັນ​ເປັນຕົ້ນ​ພາກັນໄດ້​ນຳ​ເອົາ​ມາວາງສະ​ແດງ​ຢູ່​ໃນ​ງານ​ດັ່ງກ່າວ.

ການ​ພັດ​ທະ​ນາ​ພະ​ລັງ​ງານສະອາດ​ແລະ​ອະນຸລັກ​ສິ່ງ​ແວດ​ລ້ອມ​ ຄື, ​ພະ​ລັງ​ງານ​ລົມ​ແລະ​ພະ​ລັງ​ງານ​ຕາ​ເວັນ​ເປັນ​ຕົ້ນ​ແມ່ນ​ຈຸດ​ສຳ​ຄັນ​ໜຶ່ງ​ໃນ​ຍຸດ​ທະ​ສາດ​ພະ​ລັງ​ງານ​ໃໝ່​ທີ່​ຈີນ​ພວມ​ປະ​ຕິ​ບັດ. ​ໃນ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້, ​ສະຖານີ​ທີ່​ຜະລິດ​ຈກາ​ເຄື່ອງ​ເສດ​ຂອງ​ພືດ ​ເຊິ່ງ​ບໍລິສັດ​​ເຊີນ​ຊາງ​ປັກ​ກິ່ງ​ເຕັກ​ນິກ​ພະ​ລັງ​ງານ​ທຳ​ມະ​ຊາດ​ຈຳ​ກັດ​ໄດ້​ປະຈັກ​ຕາ​ຜູ່​ຊົມ​ຫຼວງ​ຫຼາຍ.  ​ທ່ານ​ຟູ້​ຢີວ​ຮົງ ປະ​ທານ​ຄະ​ນະ​ບໍ​ລິ​ຫານ​ຂອງ​ບໍລິສັດ​ດັ່ງກ່າວ​ເວົ້າວ່າ, ​ສະຖາ​ນີ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ແມ່ນ​ເກັບ​ເອົາ​ເຄື່ອງ​ເສດ​ຂອງ​ພືດ ຄື, ​ລຳ​ຕົ້ນ​ສາ​ລີ ລຳ​ຕົ້ນ​​ເຂົ້າ​ເບຼ​ແລະ​ຕົ້ນ​ເຄື່ອງ​ປູກ​ຂອງ​ຝັງ​ອື່ນ​ໆ​ພ້ອມ​ດ້ວຍ​ຂີ້​ເລື່ອຍ​ໄມ້​ນັ້ນ​ຄືນ​ມາ​ໃຊ້, ຜະລິດ​ເປັນ​ວັດ​ຖຸ​ເຊື້ອ​ໄຟ​ເປັນ​ເມັດ​. ​ເຕັກ​ນິກນີ້​ບໍ່​ພຽງ​ແຕ່​ສາມາດ​ນຳ​ໃຊ້​ເຄື່ອງ​ເສດ​ໃຫ້​ມີ​ພົນ​ປະ​​ໂຫຍດ​ທໍ່​ນັ້ນ, ຫາກ​ຍັງ​ຈະຫຼຸດການ​ເຊື່ອ​ມພິດ​ໃຫ້​ໜ້ອຍ​ລົງ​ອີກດ້ວຍ. ພະລັງງານ​ສະອາດທີ່​ອະນຸລັກ​ສິ່ງ​ແວດ​ລ້ອມ​​ນີ້​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ຈາກບັນດາວິ​ສາ​ຫະກິດ​ທີ່​ມາ​ເຂົ້າຮ່ວມ​ງານ​ວາງສະ​ແດງນີ້.

ທ່ານ​ຟູ້​ຢິວ​ຮົງ​ເວົ້າວ່າ, "​ໃນ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້, ​ໄດ້​ມີ​ວິ​ສາ​ຫະກິດ 7-8 ​ແຫ່ງ​ພົວ​ພັນ​ກັບ​ພວກ​ຂ້າ​ພະ​ເຈົ້າ​ແລ້ວ. ​ວິ​ສາ​ຫະ​ກິດ​ເຫຼົ່າ​ນີ້​ຫວັງ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ໄປດັດ​​ສ້າງ​ໝໍ້​ນ້ຳຂ​ອງ​ພວກ​ເຂົາ​ເຈົ້າ​ເພື່ອ​ໃຊ້​ພະ​ລັງ​ງານ​ໃໝ່​ໄດ້. ​ພວກ​ຂ້າ​ພະ​​ເຈົ້າ​ໄດ້​ແຕ່ງ​ວິ​ຊາ​ການ​ຈຳ​ນວນ​ໜຶ່ງ​ໄປ​​ເບິ່ງຢູ່​ໂຮງ​ງານ​​ເຂົາ​ເຈົ້າ, ​ເກັບ​ຂໍ້​ມູນ​ຂ່າວ​ສານ​ແລ້ວ​ວາງ​ແຜນ​ໃຊ້​ພະ​ລັງ​ງານ​ໃໝ່​ໃຫ້​ເຂົາ​ເຈົ້າ, ​ຈະ​ພະ​ຍາ​ຍາມ​ເຮັດ​ໃຫ້​ວິ​ສາ​ຫະ​ກິດ 4-5 ​ແຫ່ງ​ໃຊ້​ພະ​ລັງ​ງານ​ປອດ​ການ​ເຊື່ອມ​ພິດ​ໄດ້​ພາຍ​ໃນ​​ເດືອ​ໜຶ່ງ​ສອງ​ເດືອນ​ຂ້າງ​ໜ້າ​ຂອງ​ປີນີ້."

​ຢູ່​ຈີນ, ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ແລະ​ຂະ​ແໜງການ​​ກໍ່ສ້າງ​ແມ່ນ​ຂົງ​ເຂດ​​ສິ້ນ​ເປືອງ​ພະ​ລັງ​ງານ​ຫຼາຍ. ປັດ​ຈຸ​ບັນ, ​ການ​ສິ້ນ​ເປືອງ​ພະ​ລັງ​ງານ​ຂອງ​ສອງ​ຂະ​ແໜງ​ດັ່ງ​ກ່າວ​ໄດ້​ກວມ 90% ຂຶ້ນ​ໄປ​ຂອງ​ທົ່ວ​ສັງ​ຄົມ​, ດັ່ງ​ນັ້ນ​ມີ​ກຳລັງ​ບົ່ມ​ຊ້ອນປະ​ຢັດ​ພະ​ລັງ​ງານ​ອັນ​ມະ​ຫາ​ສານ. ​ໃນ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້, ​ນັກ​ຂ່າວ​​ໄດ້ເຫັນ​ມີ​ອຸ​ປະ​ກອນ​ໜຶ່ງ​ທີ່​​ຂ້ອນ​ຂ້າງ​ໃຫຍ່​ຊື່ວ່າ"​ເຄື່ອງ​ປະ​ຢັດ​ໄຟ​ຟ້າ​ສັງ​ລວມ"​ໄດ້​ດຶງ​ດູດ​ສາຍ​ຕາ​ຂອງ​ຄົນ​ທັງຫຼາຍ. ​ເຄື່ອງ​ປະ​ຢັດ​ໄຟຟ້າ​ສັງ​ລວມນີ້​ແມ່ນ​ຄົ້ນ​ຄວ້າ​ຜະລິດ​ໂດຍ​ກຸ່ມ​ຄາງ​ໜືງປະຢັດ​ພະລັງງານ​ໃນ​ເຂດ​ໃໝ່​ພູ​ຕົງ​ເມືອງ​ຊຽງ​ໄຮ້, ​ເຄື່ອງນີ້​ຕົ້ນ​ຕໍ່​​ແມ່ນ​ແນ່​ໃສ່​ການ​ປະ​ຢັດ​ໄຟ​ຟ້າຂອງ​ຂະ​ແໜງ​ການ​ອຸດສາຫະກຳ ຄື, ອຸດສາຫະກຳ​​ເຄ​ມີ ​ວັດ​ສະດຸ​ກໍ່ສ້າງ​ ຖ່ານຫີນ​ເປັນຕົ້ນ​ແລະການ​ປະຢັດ​ໄຟຟ້າ​ໃນ​ສິ່ງ​ກໍ່ສ້າງ​ສາທາລະນະ. ທ່ານ​ລີ​ຈື້ຮົງ ປະທານກຸ່ມ​ຄາງ​ໜືງປະຢັດ​ພະລັງງານ​ເວົ້າວ່າ, ​ເຄື່ອງ​ປະຢັດ​ໄຟຟ້າ​ສັງ​ລວມນີ້​ບໍ່ພ​ຽງ​ແຕ່​ຮັກສາ​ເຄື່ອງ​ໃຊ້​​ໄຟຟ້າ​, ​ເຮັດ​​​ໃຫ້ນທົນ​ໃຊ້​ທໍ່​ນັ້ນ, ຍັງປະຢັດ​ໄຟ​ຟ້າຫຼາຍ. ປັດຈຸ​ບັນ, ​ໄດ້​ຜ່ານ​ການ​ຮັບຮອງ​ຂອງ​ອົງການ​ອິດ​ທິພົນ​ທີ່ກ່ຽວຂ້ອງ​ຂອງ​ຊາດ.

ທ່ານ​ເວົ້າວ່າ, "ຜົນ​ຂອງ​ການປະຢັດ​ໄຟ​ຟ້າ​ສັງ​ລວມຂອງ​ເຄື່ອງນີ້​ແມ່ນກ້າວໜ້າ​ກວ່າ​ເພິ່ນໃນ​ທົ່ວ​ໂລກ​ໃນ​ສະ​ເພາະ​ໜ້ານີ້. ​ເຄື່ອງ​​ນີ້​ໄດ້​ນຳໃຊ້​ຢ່​ໃນູ​ວິ​ສາ​ຫະກິດ​ຂະໜາດ​ໃຫຍ່​ຂອງ​ຈີນ, ຄື, ກຸ່ມ​ນ້ຳມັນ​ເຊື້ອ​ໄຟ​ຈີນແລະກຸ່ມອຸດສາຫະກຳເຄມີ​​​ແຂວງ​ຈີລີ​ນ​ເປັນຕົ້ນ. ​ບົດ​ລາຍ​ງານ​ການ​ໃຊ້ຂອງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ​ແມ່ນ​ດີຫຼາຍ."

ທ່ານ​ລີ​ຈື້ຮົງ​ເວົ້າວ່າ, ​ເຄື່ອງ​ນີ້​ຫາ​ກໍ່​ຂາຍ​ໄດ້​ປີປາຍ, ຕະຫຼາດ​ຕ້ອງການຫຼາຍ. ທ່ານ​ເວົ້າວ່າ, ​​ເມື່ອຮອດ​ປີ 2010, ​​ຈະພະຍາຍາມ​ໃຫ້​ໄດ້ລາຍ​ຮັບຈາກການ​ຂາຍ​ເຄື່ອງ​ປະຢັດ​ໄຟຟ້າ​ສັງ​ລວມນີ້​ບັນລຸ 30 ຕື້​ຢວນ.

1  2