ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-19 15:54:37    
ຄະນະ​ນັກຮ້ອງປະສານ​ກັນ​ດີ​ທີ່​ສຸດ​(ຕົ້ນ)​(ສຽງ)

cri Author: huachunmei



ທີ່​ນີ້, ວິທະ​ຍຸສາກົນ​ແຫ່ງ​ປະ​​ເທດ​ຈີນ. ສະບາຍດີ​, ທ່ານ​ຜູ່​ຟັງ​ທີ່​ຮັກ​​ແພງ. ດາລາ​ວັນ​ດີ​ໃຈຫຼາຍທີ່​​ໄດ້ພົບ​ກັບ​ທ່ານ​ໃນ​ຄ່ຳ​ຄືນ​ວັນ​ອາທິດ​ທີ່​ດີງາມ. ​ໃນ​ໄລຍະ​ໜຶ່ງ, ຄະນະນັກຮ້ອງ​ໄດ້​ປະກົດ​ຕົວ​ຢູ່​ເທິງເວທີ​ເພງ​ສະ​ໄໝຂອງ​ຈີນນັບ​ມື້​ນັບຫຼາຍ​ຂຶ້ນ. ໃນ​ລາຍການ​ນັດ​ພົບ​​ໃນ​ວັນ​ອາທິດມື້​ນີ້, ພວກ​ເຮົາ​ຈະຈັດ​ໃຫ້​ທ່ານ​​ຟັງ​ເພງ​ມ່ວນ​ໆຂອງພວກ​ເຂົາ​ເຈົ້າ.

​ໃນ​ຊຸມ​ປີ 80 ສະ​ຕະ​ວັດ​ແລ້ວນີ້, ​ຄະນະ​ນັກ​ຮ້ອງ​ຊື່​ວ່າ​"ຊຽວ​ຫູ​ຕຸ້ຍ"  ​ຊື່ງ ມີ​ຄວາມ​ໝາຍ​ວ່າ, "ຄະ​ນະ​ເສືອ​ນ້ອຍ"​ ທີ່​ປະ​ກອບ​ດ້ວຍ​ອ້າຍ​ບ່າວ​ສາມ​ຄົນ​ທີ່​ຫ້າວ​ຫັນ​ແລະ​ເຈົ້າ​ຊູ້​ແມ່ນ​ຄະ​ນະ​ນັກ​ຮ້ອງ​ຄະ​ນະ​​ໜຶ່ງ​ທີ່​ຈັດ​ຕັ້ງ​ຂຶ້ນ​ກ່ອນ​ໃນ​ວົງ​ການ​ເວທີ​​ເພງ​ສະ​ໄໝ​ຂອງ​ຈີນ. ​ແບບ​ວິທີ​ການ​ສະ​ແດງ​ອັນ​ຟົດ​ຟື້ນ​ຄຶກ​ຄື້ນ​ຂອງ​ພວກ​ເຂົາ​ເຈົ້າໄດ້​ເຮັດ​ໃຫ້​ຄົນ​ຮູ້​ສຶກ​ໃໝ່​ອ່ຽມ. ​ເພງ"ຊີງ​ພິງ​​ໂກ​ເລີ້​ຢວນ" ​"ສວນ​ສະ​ຫວັນ​ໝາກ​ໂປມ​ສີ​ຂຽວ"ທີ່​ຂັບ​ຮ້ອງ​ໂດຍ​ຄະ​ນະ​ເສືອ​ນ້ອຍ​ສ້ຽວ​ຫູ​ຕຸ້ຍ​ໄດ້​ນິຍົມ​ກັນ​ໃນ​ທົ່ວ​ປະ​ເທດ​ຈີນ​ຊົ່ວ​ໄລ​ຍະ​ໜຶ່ງ.

"​​ທ່ຽງ​ຄືນ​ທ້າຍ​ສັບ​ປະ​ດາ​ຈົ່ງ​ຢ່າ​ລັງ​ເລ, ​ຮີບ​ມາ​ສວນ​ສະ​ຫວັນ​ໝາກ​ໂປ​ມ ສີຂຽວ​ໄວໆ​, ຍິນ​ດີ​ຕ້ອນ​ຮັບ​ເດັກ​ພະ​ເນ​ຈອນ. ຢ່າ​ຢືນ​ຊຶງ​ຢູ່​ຂ້າງ​ໜຶ່ງ, ​ຮ້ອງ​ໂຮ​ແຮງ​ໆ​ນຳ​ກັນ​, ​ເວົ້າ Bye​bye ນຳ​ຄ່ຳ​ຄືນ​ທີ່​ມິດ​ງາມ. ດົນ​ຕີ, ​ແສງ​ດາວ, ​ທຸກ​ສິ່ງ​ທຸກ​ຢ່າງ​ໂລ​ມັງ​ຕິກ; ​ຄວາ​ມອຸກ​ອັ່ງ, ​ຄວາມ​ໂສກ​ເສົ້າ, ​ບໍ່​ກ່ຽວ​ຫຍັງ​ກັບ​ເຮົາ. ນີ້​ແມ່ນ​ເວ​ທີ​ຂອງ​ພວກ​ເຮົາ, ຜູ່​ໃດ​ຢາກ​ສະ​ແດງ​ສະ​​ເໜ​ຂອງ​ຕົນ​ໃຫ້. ຮີບ​ມາ  ດຽວ​ນີ້, ​​ໃຫ້​ນ້ຳ​ເຫື່ອ​ຟິດ​ອອກ​ໄປ​ຢ່າງ​ສົມ​ໃຈ. ​ດິ້ນ​ນຳ​ຂ້ອຍ​ຢ່າງ​ຈຸ​ໃຈ, ​ຢ່າ​ເສົ້າ​ໝອງ, ​ຄວາມ​ສະ​ຫງ່າ​ລາສີ, ​ເຍືອງ​ທ້ອງ​ຟ້າ​ທີ່​ມືດ​ຄື້ມ​ໃຫ້​ຮຸ່ງ​ແຈ້ງ……"​ເພງ​"ສວນ​ສະ​ຫວັນ​ໝາກ​ໂປມ​ສີ​ຂຽວ"​ເຮັດ​ໃຫ້​ຄົນ​ຫວນ​ຄືນ​ຍາມ​​ຍັງ​ໜຸ່ມ​ທີ່​ບໍ່​ມີ​ເລື່ອງ​ຫວ່ງ​ໃຍ. ​ເນື້ອ​​ໃນ​ເພງ​ນີ້​ກໍ​ພໍ​ດີ​ເໝາະ​​ກັບ​ຫົວ​ຂໍ້​ຂອງ​ລາຍ​ການ​ພວກ​ເຮົາ​ມື້​ນີ້? ​ຄຶດ​ວ່າ​ເພື່ອນ​ຜູ່​ຟັງ​ທຸກ​ຄົນ​ຄົງ​ມ່ວນ​ຊື່ນ​​ໄປ​ນຳ​ລາຍ​ການ​ຂອງ​ພວກ​ເຮົາ.

ຄະນະ​ "​​​ສຸຍ​ມູ້​ຊີ່ງ​ຮວາ​"​ແມ່ນມາ​ຈາກມະຫາ​ວິທະຍາ​ໄລ​ຊີງ​ຮວາ ​ເຊິ່ງ​ເປັນ​ມະຫາວິທະຍາ​ໄລທີ່​ມີ​ຊື່ສ​ຽງຂອງ​ຈີນ. ນັກ​ສຶກສາ​ສອງ​ຄົນ​ທີ່​ຮຽນ​ຂະ​ແໜງວິຊາ​ວິທະຍາສາດການ​ຊ່າງ​ແຕ່ເດີມ​ໄດ້ປ່ຽນ​ມາ​​ເປັນ​ນັກຮ້ອງ​, ກໍ​ສະ​ແດ​ງ​ເກັ່ງ​ບໍ່​ຢອກ​, ​ເຮັດ​ໃຫ້​ຄົນຕ້ອງ​ຕີ​ລາຄາ​ດ້ວຍ​ສາຍຕາ​ໃໝ່.

 ​ເພງ"​​​ຈ້າຍ​ທ່າ​ຊຽງ​"ກົງ​ກັບ​ຄວາມ​ລາວ​ວ່າ "​​ເປັນ​ແຂກ​ຕ່າງ​ດ້າວ, ​ເປັນ​ທ້າວ​ຕ່າງ​ແດນ" ​ເພງ​ນີ້​ສະ​ແດງ​ເຖິງ​ຈິດ​ໃຈ​ຂອງ​ຜູ່​ໄປ​​ຢູ່​ຖິ່ນ​ອື່ນ​ຄຶດ​ຮອດ​ຄຶດ​ເຖິງ​ຄູ່​ຮັກ​ທີ່​ຢູ່​ບ້ານ​ເກີດ.​ເພງ​ນີ້​ມີ​ເນື້ອ​ຮ້ອງ​ວ່າ, "​​​ ປີນັ້ນ, ​ໃນ​ຍາມ​ຕາ​ເວັນ​ຄ້ອຍ​ຄ່ຳ, ​ເຈົ້າ​ເດີນ​ທາງ​ໄປ​ຖິ່ນ​ອື່ນ, ​ເຈົ້າ​ວ່າ, ຢູ່​​ແຫ່ງ​ນັ້ນ​ມີ​ອຸ​ດົມ​ການ​ຂອງ​​ເຈົ້າ. ​ປີນັ້ນ, ​ເຈົ້າຜູ່​ດຽວ​ຫຼົງ​ທີບ​ຢູ່​ບ້ານ​​ເພິ່ນ, ​ຫຼຽວ​ບໍ່​ເຫັນ​ອະ​ນາ​ຄົດ​ທີ່​ຕົນ​ຝັກ​ໃຝ່​. ​ໃນ​ຄືນ​​ທີ່​ຝົນ​ຕົກ​​ແຊະໆ, ​ເຈົ້າ​ຄຶດ​ຮອດ​ຄູ່​ຮັກ, ​ຄຶດ​ຮອດ​ຄຳ​ອ້ອນ​ວອນ​ຂອງ​ນາງ​ທີ່​ບໍ່​ຢາກ​ໃຫ້​ຈາກ​ໄປ, ​​ຄຶດ​ຮອດ​​ໃບ​ໜ້າ​ທີ່​ອາບ​ໄປ​ດ້ວຍນ້ຳ​ຕາ​ຂອງ​ນາງ​ໃນ​ຍາມ​ຈາ​ກກັນ, ​ເຈົ້າອົດ​ບໍ່​ໄດ້​ຈົນ​​ໄຫ້​ອອກສຽງ. ຈັ່ງ​ແມ່ນ​ຢາກ​ກັບ​​ເມືອ​ບ້ານ​ເດ້, ກັບ​​ເມືອ ຢູ່​ຄຽງ​ຂ້າງ​ຂອງ​ນາງ,​ໃຫ້​ຄວາມ​ອ່ອນ​ນ້ອມ​ປົວ​ບາດ​ແຜ​ໃນ​ໃຈ​ໃຫ້ຫາ​ຍ……"

1  2