ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-19 15:54:37    
ຄະນະ​ນັກຮ້ອງປະສານ​ກັນ​ດີ​ທີ່​ສຸດ​(ຕົ້ນ)​(ສຽງ)

cri Author: huachunmei

​ຄະນະ​ຮ້ອງ"​​​ອີຊວນ ​"ກໍປະກອບ​ດ້ວຍ​ອ້າຍບ່າວ​ສອງ​ຄົນ. ​ໃນ​ເພງ​"​​​ຈຸ້ຍ​ເໝີຍ ​"ແປ​ວ່າ "ງາມ​ກວ່າ​ໝູ່" ​​ເຊິ່ງ​ເປັນ​ເພງທີ່​ພາ​ໃຫ້​ເຂົ້າ​ເຈົ້າທັງ​ສອງຂຶ້ນຊື່​ລື​ນາມ​, ​ໄດ້​ຢັ້ງຢືນ​ຄຳ​ບູຮານຂອງ​ຈີນ​ທີ່​ວ່າ "​​​​ໃນ​ສາຍຕາ​ຂອງ​ຄູ່​ຮັກ, ຜູ່​ທີ່​ຕົນ​ຮັກ​ງາມ​ກວ່າ​ໝູ່ ". ​ເພງ​ນີ້​ມີ​ເນື້ອ​ຮ້ອງ​ວ່າ, "​ໃນ​ສາຍຕາ​ຂອງ​ອ້າຍ​, ​ນ້ອງ​ງາມ​ກວ່າ​ໝູ່​, ນ້ອງຍິ້ມ​ແຕ່ລະ​ເທື່ອ​ໄດ້​ເຮັ​ດ​ໃຫ້​ອ້າຍ​​ເພີ​ມ​ໃຈ. ບໍ່​ວ່າ​ຍາມ​ນ້ອງດີ, ນ້ອງ​ຮ້າຍແລະ​ຍາມນ້ອງ​​ໜ້າ​ບູ​ດໜ້າບ​ບຶ້ງ​ໃນ​ເວລາ​ນ້ອງ​ຄຽດ, ນ້ອງກໍ​ງານ​ກວ່າ​ໝູ່​ໃນ​ໃຈ​ຂອງ​ອ້າຍ, ມີ​ແຕ່ຄົນ​ຮັກ​ກັນ​ຈຶ່ງ​ມີ​ຄວາມ​ຮູ້ສຶກ​ແບບ​ນີ້, ມີ​ແຕ່​ນ້ອງ​​ແລະອ້າຍ​ຈຶ່ງເຂົ້າ​ໃຈຄວາມ​ຮູ້ສຶກ​​​ແບບ​ນີ້……"

​ເພງ "​​​​ ເປິ່ນ​ຜາ​ວ ​""​​ແລ່ນ​"​ແມ່ນ​ເພງຄະນະ "​​​ອີຊວນ ​"ຮ້ອງ​ຮ່ວມ​ກັບ​ທ່ານ​ຮວງ​ເຈິ່ງ ນັກ​ຮ້ອງ​ຊາຍ​ອີກຜູ່​ໜຶ່ງ. ​​ຟັງ​ເທື່ອ​ທຳ​ອິດກໍ່​ມັກ​ໂລດ, ມັກ​ທຳນອງ​ມ່ວນໆ​ຂອງ​ເພງ​ນີ້, ຍິ່ງ​ມັກ​ຄວາມ​ໝັ້ນ​ໃຈແລະຄວາມທະ​ນົງ​ອົງອາດ​ທີ່​ສະ​ແດງ​ອອກ​ໃນ​ເພງ​​ແບບ​ທຳ​ມະ​ຊາດ. ​ເພງນີ້​ມີ​ເນື້ອ​ຮ້ອງ​ວ່າ, "​​ແລ່ນ​ໄປຕາມ​ສາຍລົມ, ເສລີ​​ແມ່ນ​ທິດທາງ. ສະ​ແຫວ​ງຫາກຳລັງ​ຈາກ​​ຟ້າຮ້ອງຟ້າ​ແມບ, ​ເອົາ​ມະຫາ​ສະໝຸດ​ອັນ​ກວ້າງ​ໃຫຍ່​ໄພສານ​ໃສ່​ໄວ້​ໃນ​​ຊວງເອິກ​, ​ເຖິງ​ວ່າ​ຜ້າ​ໃບ​ຈະນ້ອຍ​ແຕ່​​ເດີນ​​ໄປ​ໄກ​​ໄດ້. ບິນ​​ໄປຕາມສາຍ​ລົມ​ມີ​ຄວາມ​​ໃຝ່ຝັນ​ເປັນ​ປີກ, ກ້າ​ຮັກ​ກ້າ​ເຮັດ, ກ້າ​ບຸກຜ່າ​ຫົວຝອງ, ​​ເຖິງ​​ວ່າຈະ​ປະສົບລົມ​​ແຮງຟອງ​ຮ້າຍກໍ່​ມີ​ສາຍຕາ​ທີ່​ຮູ້​ໃຈ​ກັນ​ໃຫ້ກຳລັງ​ໃຈ​……"

ທ່ານ​ຜູ່​ຟັງ​ທີ່​ຮັກ​ແພງ, ​ເມື່ອ​​ໄດ້ຟັງ​ເພງ​ຂອງຄະນະ​ນັກຮ້ອງ​​ເພດຊາຍ​ຫຼາຍ​ເພງແລ້ວ, ຕໍ່​ໄປ​ເຊີນຟັງ​ເພງ"​​​​ ເໝີຍລີ້​ຊີງ​ຊື້​​​ເຈ້ ​""​​ໂລກ​ໃໝ່​ທີ່​ສວຍ​ງາມ" ​​ເຊິ່ງຂັບ​ຮ້ອງ​ໂດຍ​ຄະນະຜູ່​ສາວ​ສາມ​ຄົນທີ່​ໃຫ້​ຊື່ວ່າ​ຄະນະ​S·H·E ​.
 ​ 
ຄະ​ນະ​S·H·E ​ແມ່ນ​ຄະ​ນະ​ນັກ​ຮ້ອງ​​ເພດ​ຍິງ​ທີ່​​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ຫຼາຍ​ກວ່າ​ໝູ່​ຂອງ​ເວ​ທີ​ເພງ​ສະ​ໄໝ​ຂອງ​ຈີນ​​ດຽວ​ນີ້. ​ໃນ​ເພງ"​​ໂລກ​ໃໝ່​ທີ່​ສວຍ​ງາມ",​ ພວກ​ເຂົາ​ເຈົ້າ​ຮ້ອງ​ວ່າ, "​ຄວນ​ຮຽນ​ນຳ​ເດັກ​ແດງ, ​ເຮັດ​ໃຈ​ກວ້າງ​ກວ່າ​ເກົ່າ. ​ເມື່ອ​​​ໄດ້​ຮ້ອງ​ໄຫ້​ແລ້ວ​ກໍ​ລື​ມ​ໄປ, ຢ່າ​ຈື່​ຈຳ​​ເລື່ອງ​ເສຍ​ໃຈ​ມື້​ວານ​ນີ້. ​ຄວາມ​ມ່ວນ​ຊື່ນ​ແມ່ນ​ທະ​​ເລ, ​ຂ້ອຍ​ແມ່ນ​ປີກ​ທີ່​ພາ​ບິນ, ​ຕ້ອງ​ການ​ຄວາມ​ເສ​ລີ, ​ຢາກ​ຊອກ​ຫາ​ໝູ່​ເກາະ​ນ້ອຍ​ທີ່​ເຫຼື້ອມ​ມາບ​ໆ, ​ຈັດ​ເກາະ​ເຫຼົ່າ​ນີ້​ໃຫ້​ເປັນ​ຮູບ​ຍິ້ມ​ທີ່​ໃຫຍ່​​ໂຕ, ​ແລະ​ຕັ້ງ​ຊື່​​ໃຫ້​ເປັນ​ໝູ່​ເກາະ​ຄວາມ​ສຸກ​. ຄວາມ​ຮັກ​ຊົງ​ຕົວ​ຢູ່​ໃນ​ໂລກ​ໃໝ່​ທີ່​ສວຍ​ງານ​ນີ້, ​ຂ້ອຍ​ມັກ​ຄວາມ​ຮູ້​ສຶກ​ທີ່​​ໝັ້ນ​ໃຈ​ຕໍ່​ຕົນ​ເອງ. ​ຂ້ອຍ​ເຫັນ​​ເວ​ລາ​ເຈົ້າ​ຍິ້ມ​ງາມ​ດັ່ງ​ເທ​ວະ​ທູດ, ​ນີ້​ກໍ​ແມ່ນ​ຄວາມ​ປະ​ຫຼາດ​ຂອງ​ຄວາມ​ຮັກ. ​ຂ້ອຍ​ຍິນ​ດີ​ຢູ່​​ເປັນ​ເພື່ອນ​ເຈົ້າ, ​ໃຫ້​ຫົວ​ໃຈ​ບໍ່​ເຖົ້າ​ຈັກ​ເທື່ອ……"

ຄະ​ນະ​"​ຮວາ​ເອີ"​ກໍ​ແມ່ນ​ຄະ​ນະ​ນັກ​ຮ້ອງ​ທີ່​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ຫຼາຍ. ​ໃນ​ຕອນ​ມ້ວນ​ທ້າຍ​ລາຍ​ການ​ພາກ​ນີ້,​ ພວກ​ເຮົາ​ຈະ​ຈັດ​ເພງ "ຮ້ວາ​ເຕ​ເຟິຍ" "​ກາຍ​ເປັນ​ແມງ​ກະ​ເບື້ອ​ບິນ"​ທີ່​ຂັບ​ຮ້ອງ​ໂດຍ​ຄະ​ນະ"​ຮວາ​ເອີ"​.

ທ່ານ​ຜູ່​ຟັງ​ທີ່​​ຮັກ​ແພງ, ລາ​ຍການນັດ​ພົບ​ໃນ​ວັນ​ອາທິດ​ມື້ນີ້ກໍ​ຈົບ​ລົງພຽງທໍ່​ນີ້, ດາລາ​ວັນກັບ​ກຸຫຼາບ ຜູ່​ຮຽບຮຽງ​ຂອບ​ໃຈ​ທ່ານ​ທີ່​ຮັບ​ຟັງ, ພົບ​ກັນ​ໃຫມ່​ໃນ​ລາຍການ​ຫນ້າ, ສະບາຍດີ.
1  2