ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-21 15:05:08    
ນັກ​ກິລາ​ເທັນ​ນິສຈີນ​​ເຂົ້າ​ໃກ້​​ແຊມ​ປຽນ​​ແກຼນ​ສະ​ລາມ(ສຽງ)

cri Author: lm

ສະບາຍ​ດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ,  ວັນ​ທີ 9 ກໍ​ລະ​ກົດ​ເວລາ​ທ້ອງ​ຖິ່ນ, ​ໃນ​ການ​ແຂ່ງຂັນ​ຊີງ​ຊະນະ​ເລີດ​ຕີ​ຄູ່​ເພດ​ຍິງ​ຂອງງານ​ແຂ່ງ​ຂັນ​ເທັນ​ນິສ​ວິມ​​ເບີ​ດັນອັງກິດ​ໂອ​ເພັນ, ນາງ​ເຈິ້ງ​ເຈ​ກັບ​ນາງ​ອ້ຽນຈື ນັກ​ກິລາ​ຈີນ​ໄດ້​ຕີ​ຊະ​ນະ​ຄູ່​ແຂ່ງ​ດ້ວຍ​ຄະ​ແນນ 2:1, ​ແລ້ວ​ຊີງ​ໄດ້​ຂັນແຊມ​ປຽນ ​ເຊິ່ງ​ເປັນ​ແຊມ​ປຽນ​ເທື່ອ​ທຳ​ອິດ​ຂອງ​ຈີນ​ໃນ​ງານ​ແຂ່ງຂັນ​ເທັນ​ນິສວິມ​ເບີ​ດັນອັງກິດ​ໂອ​ເພັນ, ນີ້​ກໍ່​ແມ່ນ​ຂັນແຊມ​ປຽນ​ແກຼນ​ສະ​ລາມ​ຂັນ​ທີ​ສອງທີ່​ສອງ​ຄົນ​ນີ້ຍາດ​ມາ​ໄດ້ຫຼັງຈາກ​ງານ​ແຂ່ງຂັນ​ເທັນ​ນິສອົສ​ຕຼາ​ລີ​ໂອ​ເພັນ. ​ໃນ​ລາຍ​ການ​ໂລກ​ກິລາ​ພາກ​ນີ້, ​ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ປະກອບ​ສຽງ​ທີ່​ພາດ​ຫົວ​ເລື່ອງ​ວ່າ: "ນັກ​ກິລາ​ເທັນ​ນິສ​ຈີນ​ເຂົ້າ​ໃກ້​ແຊມ​ປຽນ​​ແກຼນ​ສະລາມ".


ນາງເຈິ້ງເຈ(ຂວາ)ກັບນາງອ້ຽນຈືຊີງໄດ້ຂັນແຊມປຽນວິມເບີດັນ

ອັນ​ທີ່​ວ່າ​ການ​ແຂ່ງຂັນ​ແກຼນສະ​ລາມ, ​ແມ່ນ​ປະກອບ​ດ້ວຍ​ການ​ແຂ່ງຂັນ​ເທັນ​ນິສ​ໂອ​ເພັນ​ຂະ​ໜາດ​ໃຫຍ່ 4 ປະ​ເທດ ຄື ອົສຕຼາລີ ຝຣັ່ງ ວິມ​​ເບີ​ດັນອັງກິດ​ແລະ​ອາ​ເມ​ລິ​ກາ. ງານ​ແຂ່ງ​ຂັນ​ໂອ​ເພັນ​ຂະໜາດ​ໃຫຍ່ຂອງ 4 ປະ​ເທດ​ດັ່ງກ່າວ​ແມ່ນງານ​ແຂ່ງຂັນ​ເທັນ​ນິສ​ທີ່​ມີ​ປະ​ຫວັດ​ຍາວ​ນານ​ກວ່າ​ໝູ່ ລະ​ດັບ​ສູງ​ກວ່າ​ໝູ່​ແລະ​ແຂ່ງຂັນດຸ​ເດືອດ​ກວ່າ​ໝູ່​ໃນໂລກ, ຕາງໜ້າ​ລະ​ດັບ​ສູງ​ສຸດ​ຂອງ​ການ​ກິ​ລາ​ເທັນ​ນິສທົ່ວ​ໂລກ. ​ໃນ​ງານ​ແຂ່ງຂັນ​ເທັນ​ນິສອົສຕຼາລີ​ໂອ​ເພັນ​​ເມື່ອ​ເດືອນ​ມັງ​ກອນ​ປີ 2006, ນາງ​ເຈິ້ງ​ເຈ​ກັບ​ນາງ​ອ້ຽນຈື ນັກ​ກິລາ​ຈີນ​ກໍ​ຊີງ​ໄດ້​ແຊມ​ປຽນ​ລາຍການ​ຕີ​ຄູ່​ເພດ​ຍິງ​ແລ້ວ, ພາຍ​ຫຼັງ​ມາ, ສອງ​ຄົນ​ຊີງ​ໄດ້​ແຊມ​ປຽນ​ງານ​ແຂ່ງຂັນ​ເທັນ​ນິສ​ເຢຍລະ​ມັນ​ໂອ​ເພັນ ​ເຊິ່ງ​ແມ່ນ​ງານ​ແຂ່ງ​ຂັນ​ອັນ​ດັບ​ໜຶ່ງ​ຂອງ​ສະມາຄົມ​ເທັນ​ນິສ​ເພດ​ຍິງ​ອາຊີບ ຫຼື WTA, ພວກ​ເຂົາ​ເຈົ້າ​ໄດ້​ເຂົ້າ​ໃນ​ຖັນ​ແຖວ​ແຕ່​ທີ 1 ຮອດ​ທີ 10 ​ໃນ​ການ​ລຽງ​ລຳ​ດັບ​ຕີ​ຄູ່​ເພດ​ຍິງຂອງ​ໂລກ. ​ໃນ​ງານ​ແຂ່ງ​ຂັນ​ເທັນ​ນິສ​ຝຣັ່ງ​ໂອ​ເພັນ​ທີ່​ຈັດ​ຂຶ້ນ​ໃນ​ເດືອນ​ພຶດສະພາ, ນາງ​ເຈິ້ງ​ເຈ​ກັບ​ນາງ​ອ້ຽນຈື​ໄດ້​ເຂົ້າ​ຮອບ 4 ທີ​ມສຸດ​ທ້າຍ; ​ໃນ​ງານ​ແຂ່ງ​ຂັນ​ວິມ​​ເບີ​ດັນ​​ໂອ​ເພັນທີ່​ຫາ​ກໍ່ສິ້ນສຸດ​ລົງ​ນັ້ນ, ສອງ​ຄົນ​ຊີງ​ໄດ້​ແຊມ​ປຽນ​ອີກ, ​ໄດ້​ສ້າງ​ຜົນ​ງານ​​ດີ​ທີ່​ສຸດ​ຂອງ​ນັກ​ກິລາ​ຈີນ​ໃນ​ງານ​ແຂ່ງ​ຂັນ​ດັ່ງ​ກ່າວ.


ຊີງໄດ້ອີກໜຶ່ງຄະແນນ

ພາຍຫຼັງ​ນາງເຈິ້ງ​ເຈ​ກັບນາງ​ອ້ຽນຈືຊີງ​ໄດ້​ແຊມ​ປຽນ​ງານ​ແຂ່ງຂັນ​ວິມ​​ເບີ​ດັນ​ໂອ​ເພັນ​ແລ້ວ, ສື່​ມວນ​ຊົນ​ເອີ​ລົບ​ໄດ້​ພາກັນ​ວິຈານ, ຍ້ອງຍໍນັກ​ກິລາ​ເທັນ​ນິສ​ເພດ​ຍິງ​ຈີນ​ຊີງ​ໄດ້​ຜົນ​ງານ​ດີ​ເດັ່ນ. ນາງ​ຈ້າວ​ຢາງ ນັກ​ຂ່າວ CRI ປະຈຳ​ອັງກິດ​​​ໄດ້​ລາຍ​ງານ​ຂ່າວ​ຈາກ​ອັງກິດ​ວ່າ:

"ກິລາ​ເອີ​ລົບ" ​ເຊິ່ງ​ແມ່ນ​ວິທະຍຸ​ຊ່ອງ​ກິລາ​ໃຫຍ່​ກວ່າ​ໝູ່​ຂອງ​ເອີ​ລົບ​ໄດ້​ວິຈານ​ວ່າ, ນາງ​ເຈິ້ງ​ເຈ​ກັບ​ນາງ​ອ້ຽນຈື​ໄດ້​ຕໍ່​ເທບ​ນິຍາຍ​ຢູ່​ສະ​ໂມ​ສອນ​ທົ່ວ​ອັງກິດ​ອີກ, ກາຍ​ເປັນ​ນັກ​ກິ​ລາ​ຈີນ​ຄູ່​ທຳ​ອິດ​ທີ່​ຊີງ​ໄດ້​ແຊມ​ປຽນ​ລາຍການ​ຕີ​ຄູ່​ເພດ​ຍິງວິມ​ເບີ​ດັນ​ໂອ​ເພັນ. ການ​ຕີ​ຄູ່​ເພດ​ຍິງ​ໄດ້​ສະ​ແດງ​ໃຫ້​ເຫັນ​ກຳລັງ​ລະດັບ​ໂລກ​ຂອງ​ຄົນຈີນ. ຄວາມ​ຈິງ​ສະ​ແດງ​ໃຫ້​ເຫັນ​ວ່າ, ນາງ​ເຈິ້ງ​ເຈ​ກັບ​ນາງ​ອ້ຽນຈື ນັກ​ກິລາ​ຕີ​ຄູ່​ຂອງ​ຈີນ​ຊີງ​ໄດ້​ແຊມ​ປຽນ​ໃນ​ງານ​ແຂ່ງ​ຂັນ​ເທັນ​ນິສ​ອົສ​ຕຼາ​ລີ​ໂອ​ເພັນ​ໃນ​ປີ​ນີ້​ບໍ່​ແມ່ນ​ເລື້ອງ​ບັງ​ເອີນ. ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​​ເຂັ້ມ​ແຂງ​ຂອງ​ລາຍ​ການ​ຕີ​ຄູ່​ເພດ​ຍິງ​ແລ້ວ.


ຊີງໄດ້ອີກໜຶ່ງຄະແນນ

1  2