ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-07 19:42:09    
《​ເພື່ອນ​ມິດ​ຜູ້​ຟັງ》:ມາ​ເປັນ​ເພື່ອນ​ກັນ(ສຽງ)

cri

ປີ​ນີ້​ແມ່ນ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ພວກ​ເຮົາ​ສ້າງ​ຕັ້ງ​ຂຶ້ນ​ຄົບຮອບ 65 ປີ,​ໃນ​ໂອກາດນີ້,ວິທະຍຸ​ພວກ​ເຮົາ​ໄດ້​ຈັດການ​ເສັງ​ຄວາມ​ຮູ້ທີ່​ມີ​ລາງວັນ​ເຊິ່ງມີ​ຫົວ​ຂໍ້​ວ່າ"ຂ້ອຍ​ກັບ CRI".ຜູ້​ຟັງ​ປະ​ເທດ​ຕ່າງໆ​ໄດ້​ເຂົ້າ​ຮ່ວມ​ຢ່າງຫຼວງ​ຫຼາຍ.ວິທະຍຸ CRI ​ໄດ້​ມີ​ມິ​ດລາຍການ​ໃໝ່​ຫຼາຍ​ທ່ານ.ຕາມ​ສະຖິຕິ​ຫຼ້າ​ສຸດ,​ໃນ 6 ​ເດືອນ​ຕົ້ນ​ປີ​ນີ້,ວິທະຍຸ​ພວກ​ເຮົາ​ໄດ້​ຮັບ​ຈົດໝາຍ​ຈາກ​ຜູ້​ຟັງ 1 ລ້ານ 3 ​ແສນ 5 ໝື່ນ​ກວ່າສະບັບ.ອັນນີ້​​ໄດ້​ຕອບສະໜອງ​ຄະຕິ​ທີ່​ທ່ານ​ຈຽງ​​ເຈີ​ມີນ ອະດີດ​ປະທານ​ປະ​ເທດ​ຈີນ​ໄດ້​ຂຽນ​ໃຫ້​ວິທະຍຸ​ພວກ​ເຮົາ​ຄື"ກະຈາຍສຽງ​ໄປ​ສູ່ 5 ທະວີບ,​ເພື່ອນ​ມິດ​ມີ​ຢູ່​ທົ່ວ​ໂລກ".

ຄື້ນວິທະຍຸ​ໄດ້​ສ້າງ​ຂົວ​ມິດຕະພາບ,ສ່ວນ​ງານ​ພົບປະ​ກັບ​ຜູ້​ຟັງ​ໄດ້​ກາຍ​ເປັນ​ໂອກາດ​ດີ​ທີ່​ເພື່ອນມິດ​ລາຍການ​ໄດ້​ມາເຕົ້າ​ໂຮມ​ກັນ.ຫວ່າງ​ກ່ອນ​ນີ້,ງານ​ພົບປະ​ຜູ້​ຟັງຣັດ​ເຊຍ​ຂອງ​ວິທະຍຸ​ CRI ທີ່​ມີ​ສີສັນ​ພິ​ເສດກໍ່​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ອູ​ລານ​ອູ​​ເດ ​​ເທດສະບານ​ສາທາລະນະລັດ​ບູຣີອາຊີຂອງຣັດ​ເຊຍ.​ໃນ​ລາຍການ​ພາກ​ນີ້,ຂໍນຳພາທ່ານ​ໄປ​ສຳ​ຜັດ​ກັບ​ບັນຍາກາດທີ່​ເບີກບານ​ມ່ວນ​ຊື່ນ​ຂອງ​ງານ​ເທື່ອ​ນີ້.

ບ່າຍ3​ໂມງ​ວັນ​ທີ31​ກໍລະກົດ​ຕາມ​ເວລາ​ທ້ອງ​ຖິ່ນ,ຜູ້​ຟັງ​ພາສາຣັດ​ເຊຍ​ສິບ​ກວ່າ​ຄົນ​ທີ່​ອາຍຸ​ແລະ​ອາຊີບ​ຕ່າງ​ກັນຂອງ​ເມືອງອູ​ລານ​ອູ​ເດໄດ້​​ຍ່າງ​ເຂົ້າ​ຫ້ອງ​ປະຊຸມ​ທີ່​ຢູ່​ຊັ້ນ2​ຂອງ​ໂຮງ​​ແຮມບູຣີອັງ​ຊີ,​ເພື່ອນ​ມິດ​ຜູ້​ຟັງ​ເຫຼົ່ານີ້​ລ້ວນ​ແຕ່​ແມ່ນຜູ້​ທີ່​ຕິດ​ຕາມ​ລາຍການ​ພາສາ​ຣັດ​ເຊຍ​ຂອງ​ວິທະຍຸCRI,​ພວກ​ເຂົາ​ເຈົ້າ​ຍັງ​ໄດ້​ຈັດ​ສະ​ໂມ​ສອນ​ຜູ້​ຟັງ​​ໂດຍ​ຕົນ​ເອງ.​ເນື່ອງ​ໃນ​ໂອກ​າດທີ່​ຂະ​ບວນລົດ​ນັກ​ຂ່າວຂະ​ໜາດ​ໃຫຍ່"ການ​ເດິ​ນທາງ​ມິດຕະພາບ​ຈີນຣັດ​ເຊຍ"​ໄດ້​ໄປ​ແວ່ອູ​ລານ​ອູ​ເດ​ນັ້ນ ມື​ຂອງ​ຄົນ​ສອງ​ປະ​ເທດ​ໄດ້​ສຳຜັດ​ກັນ​ຢ່າງ​ແນມ​ແໜ້ນ.

ເພື່ອຕ້ອນຮັບ​ຄະນະ​ສຳພາດ​ຂອງ​ຈີນ,ທ່ານ​ອາຊາ​ລາ​ນົຟ.ບູດາ​ຊັບປະທານ​ສະ​ໂມ​ສອນ​ຜູ້​ຟັງ​ພາສາຣັດ​ເຊຍ​ວິທະຍຸCRIຂອງ​ເມືອງ​ອູ​ລານ​ອູ​ເດ​ໃນ​ຖານະ​ທີ່​ເປັນ​ຕົວແທນ​ຂອງ​ຜູ້ຟັງ​ໄດ້ອ່ານ​ກາບກອນ3​ບົດ​ທີ່​ທ່ານ​ແຕ່ງ​ເອງ,​ແລະ​ຮ້ອງ​​ເພງ​ສູ່​ຟັງກ່ອນ​ຮ້ອງ​ເພງ,ທ່ານ​ເວົ້າ​ວ່າ,

"​ເພື່ອນມິດທີ່​ຮັກ​ແພງທັງ​ຫຼາຍ,ດີ​ໃຈ​ຫຼາຍ​ທີ່​ໄດ້​ພົບ​ກັບ​ພວ​ກ​​ທ່ານຢູ່​ທີ່​ນີ້.ການ​ພົບ​ພວ​ກທ່ານເທື່ອ​ທຳ​ອິດ​ຂໍ​ຮ້ອງ​ເພງ​ມອບ​ໃຫ້ບັນດາ​ວິລະ​ຊົນທີ່​ເຄີຍ​ສູ້​ລົບ​ຢູ່ມັງ​ຊູ​ລົງ ແລະ​ ປະ​ເທ​ດຈີນ ​ເຊິ່ງ​ເປັນ​ປະ​ເທດ​ໃກ້​ຄຽງ​ອັນ​ຍິ່ງ​ໃຫຍ່.​​ ເພື່ອ​ປັບປຸງການ​ພົວພັນ​ລະຫວ່າງ​ຈີນ​ກັບຣັດ​ເຊຍໃຫ້​ໝັ້ນຄົງ​ແລະ​ຂະຫຍາຍຕົວ,ພວກ​ເຮົາມາ​ຮ້ອງ​ເພງ​ນຳ​ກັນ​ແທາະ."

ພາຍ​ໃຕ້​ການ​ຊັກ​ຊວນຂອງ​ທ່ານ,​ຜູ້​ຟັງ​ຜູ້​ອື່ນ​ຍັງ​ໄດ້ຮ້ອງ​ເພງ"ກາ​ຕຸ​ດຊາ" ​ເພງ​ທີ່​ລື​ຊື່​ຂອງຣັດ​ເຊຍ​ແລະ​ເພງມິດ​ຕະພາບ​ຈີນຣັດ​ເຊຍ​ທີ່​ພວ​ກ​ເຂົາ​ເຈົ້າ​ແຕ່ງ​ເອງສູ່​ສະມາ​ຊິກຂະ​ບວນລົດ​ຟັງຢູ່,​ໃນ​ຫ້ອງ​ປະຊຸມ​ທີ່​ບໍ່​ໃຫຍ່​ປານ​ໃດ​ນັ້ນ,ສຽງ​ຕົບມື​ ​​ໄດ້​ດັງ​ກ້ອງ​ຢ່າງ​ບໍ່​ຂາ​ດສາຍ.

ນັກ​ຂ່າວ​ທີ່​ໄປ​ລາຍ​ງານ​ການ​​ເດີນທາງ​ຂ້າມປະ​ເທດຄັ້ງ​ຍິ່ງໃຫຍ່ທີ່​ມີ​ຊື່ວ່າ"ການ​ເດິ​ນທາງ​ມິດຕະພາບ​ຈີນຣັດ​ເຊຍ"ທີ່​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ເປັນຜູ້​ຈັດການ​ນັ້ນ​ເດີນທາງ​ຮອດ​ອູ​ລາ​ນອູ​ເດ​ໃນ​ວັນ​ທີ30​ກໍລະກົດຜ່ານ​ມາ​ນີ້.ສາທາລະ​ນະ​ລັດ​ບູຣີອັງ​ຊີທີ່​ອູ​ລານ​ອູ​ເດ​ຂຶ້ນ​ກັບ​ນັ້ນ​ແມ່ນ​ສາທາ​ລະນະ​ລັດ​ແຫ່ງ​ໜຶ່ງ​ໃນ​21ສາ​ທາລະນະ​ລັດ​ຂອງສະ​ຫະພັນ​ຣັດ​ເຊຍ,ພາກ​ໃຕ້​ຕິດ​ກັບ​ມົງ​ໂກລີ,ມີ​ເນື້ອ​ທີ່
3​ແສນ5​ໝື່ນ​ກວ່າ​ກິ​ໂລ​ຕາແມັດ,ມີ​ປະຊາກອນ​ປະມານ1​ລ້ານ5​​​ໝື່ນ​ຄົນ.ຊາວ​ຈີນ​ຕ່າງ​ດ້າວຢູ່​ອູ​ລານ​ອູ​ເດ​ມີ​4500ກວ່າ​ຄົນ,ທ່ານ​ວາງ​ຊິ​ເຈ໋ ປະທານ"ສະມາຄົມ​ມິດຕະ​ພາບ​ຈີນຣັດ​ເຊຍ"​ເມືອງ​ອູ​ລານ​ອູ​ເດ​ກໍ່​ໄດ້​ໄປ​ສະຖານ​ທີ່​ຈັດ​ງານ​ພົບ​ປະ​ຜູ້​ຟັງ"​ໃນ​ເທື່ອ​ນີ້",ທ່ານ​ເວົ້າ​ວ່າ

"ການ​ເຄື່ອນ​ໄຫວ​​ເທື່ອ​ນີ້​ມີ​ຄວາມ​ໝາຍ​ສຳຄັນ​ອັນ​ເລິກ​ເຊິ່ງ​ເພື່ອ​ສົ່ງ​ເສີມຄວາມ​ເຂົ້າ​ໃຈ​ກັນ​ແລະ​ມິດຕະພາບ​ລະ​ຫວ່າງ​ປະຊາຊົນ​ຈີນ​ກັບປະ​ຊາ​ຊົນຣັດ​ເຊຍ,ນອກ​ນີ້,ກໍ່​ມີຄວາ​ມໝາຍ​ສຳຄັນ​ຕໍ່​ຊາວ​ຈີນ​ຕ່າງ​ດ້າວ​ແລະ​ນັກ​ທຸລະກິດ​ຈີນ​ທີ່​ດຳລົງ​ຊີວິດ​ຢູ່ຣັດ​ເຊຍ,​ເພາະວ່າ​ການ​ເຄື່ອນ​ໄຫວ​ນີ້​ຈະ​ປະກອບສ່ວນ​ປັບປຸງ​ສະພາບ​ແວດ​ລ້ອມ​ແລະ​ເງື່ອນ​ໄຂ​ການດຳລົງ​ຊິວິດ​ແລະ​ສ້າງ​ພາລະກິດຂອງ​ຊາວ​ຈີນ​ຕ່າງ​ດ້າວໃຫ້​ດີ​ຂຶ້ນ,ສະ​ນັ້ນ,ຂ້າພະ​ເຈົ້າ​ຂໍ​ຕາງໜ້າ"ສະມາຄົມ​ມິດຕະ​ພາບ​ຈີນຣັດ​ເຊຍ"​ແລະ​ພີ່ນ້ອງ​ຮ່ວມ​ຊາດທີ່​ອາ​ໄສ​ຢູ່​ຕ່າງປະ​ເທດອັນ​​ໄພສານ,ຕ້ອນຮັບ​​ແລະ​ຂອບ​ໃຈຂະ​ບວນລົດ"ການເດິ​ນທາງ​ມິດຕະພາບ​ຈີນຣັດ​ເຊຍ"ທີ່​ມາ​​ແວ່ຢາມ​ອູ​ລານ​ອູ​ເດ​ຢ່າງ​ສຸດ​ອົກ​ສຸດ​ໃຈ."

ນອກ​ຈາກ​ລາຍ​ການສະ​ແດງ​ທີ່​ມີ​ຊີວິດ​ຊີວາ,​ໃນ​ງານ​ພົບ​ປະກັບ​ຜູ້​ຟັງ,ທ່ານ​ອິນ​ລີ້ຫົວ​ໜ້າ​ສູນ​ຂ່າວ​ຂອງ​ວິທະຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ​ກໍໄດ້​ແນະນຳກ່ຽວ​ກັບ"ການ​ເດິນທາງ​ມິດຕະ​ພາບ​ຈີນຣັ​ດ​ເຊຍ"​ໃຫ້​ເພື່ອນ​ມິດ​ຜູ້​ຟັງ​ຮູ້,​ແລະ​ໄດ້ສາຍ​ຟິມວິ​ດີ​ໂອອັນໜ້າ​ເບິ່ງ.​ເມື່ອ​ເວົ້າ​ເຖິງ​ມິດຕະພາບ​ລະ​ຫວ່າງ​ຈີນ​ກັບຣັດ​ເຊຍ,ທ່ານ​ເວົ້າ​ວ່າ,

"ຈີນ​ກັບຣັດ​ເຊຍ​ແມ່ນປະ​ເທດ​ໃຫຍ່​ທີ່​ເປັນ​ບ້ານ​ໃກ້​ເຮືອນຄ​ຽງ​ທີ່​ດີ,ການ​ຂະຫຍາຍ​​ໄມ​ຕິ​ຈິດ​ແລະ​ການ​ຮ່ວມ​ມື​ເຊິ່ງກັນ​ແລະ​ກັນ​ແມ່ນ​ພື້ນຖານ​ທີ່ສອງ​ປະ​ເທດ​ຈະ​ເລີ​ນພ້ອມກັນ,ສະ​ນັ້ນ,ພວກ​ເຮົາ​ຢາກບັນ​ທຶກ​ການ​ພັດທະນາ​ຕົວ​ຈິງຂອງຣັດ​ເຊຍ​ດ້ວຍ​ຕາ,ປາກກາ​ແລະກ້ອງ​ຖ່າຍ​ວິ​ດີ​ໂອຂອງ​ນັກ​ຂ່າວ​ຈີນ.ໃນ​ງານພົນ​ປະ​ຜູ້​ຟັງ,ນັກ​ຂ່າວ​ສື່​ມວນ​ຊົນທີ່​ສຳຄັນຂອງ​ຈີນ ​ເຊັ່ນ,ຂ່າວ​ສານ​ຊິນ​ຮວາ​ແລະ​ໜັງສືພິມ​ເຢິນມິນ​ຢື້​ປ້າວ​ເປັນ​ຕົ້ນ​ທີ່​ເດີນທາງ​ມານຳ​ກັນ​ກໍ່​ໄດ້​ໂອ້ລົມ​ກັບ​ຜູ້​ຟັງ​ດ້ວຍ​ໄມຕີ​ຈິດຢ່າງ​​ເບີກບານ​ມ່ວນ​ຊື່ນ.​ໃນ​ຕອນ​ທ້າຍ,ໝົດ​ທຸກ​ຄົນໃນ​ງານ​ພົບ​ປະ​​ໄດ້​ພ້ອມ​ກັນ​ຮ້ອງ​ເພງລາ​ຕີໄດ້​ເຮັດ​ໃຫ້​ບັນຍາກ​າດຟົດ​ຟື້ນ​​ເປັນ​ພິ​ເສດ.

1  2