ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-07 19:42:09    
《​ເພື່ອນ​ມິດ​ຜູ້​ຟັງ》:ມາ​ເປັນ​ເພື່ອນ​ກັນ(ສຽງ)

cri

ທ່ານ​ຜູ້​ຟັງທີ່​ເຄົາ​ລົບ,ຊາວ​ຈີນ​ມັກ​ເວົ້າ​ວ່າ"​ເລື່ອງ​ດີ​ສອງ​ອັນເປັນ​ຄູ່​ກັນ".ປີ​ນີ້​ບໍ່​ພຽງ​ແຕ່​ແມ່ນ​ປີ​ລະ​ລຶກ​ວິທະຍຸ CRI ສ້າງ​ຕັ້ງ​ຂຶ້ນ​ຄົບຮອບ 65 ປີ​ເທົ່າ​ນັ້ນ,ຫາກ​ຍັງ​ແມ່ນປີ​ລະ​ລຶກ​ການ​ກະຈາຍ​ສຽງ​ພາກ​ພາ​ສາ​ລາວ​ຄົບຮອບ 50 ປີ.​​ໃນ​ເຄິ່ງ​ສະຕະວັດ​ທີ່​ຜ່ານ​ມາ,ຜ່ານ​ຈາກ​ຄື້ນ​ວິທະ​ຍຸ,ພວກ​ເຮົາ​ໄດ້​ຜູກ​ມິດ​ກັນ​ກັບ​ຜູ້​ຟັງ​ລາວ​ຢ່າງ​ຫຼວງ​ຫຼາຍ,ການ​ຮັບ​ຟັງ​ລາຍ​ການ​ພາກ​ພາສາ​ລາວ​ຂອງ CRI ​ໄດ້​ກາຍ​ເປັນຄວາມ​ນິຍົມ​ຊົມ​ຊອບ​ຂອງ​ພວກ​​​ເພີ່ນ,ພວກ​ເຮົາ​ກໍ່​ໄດ້​ຮັບ​ກຳລັງ​ໃຈແລະ​ການ​ສະໜັບ​ສະ​ໜູນ​ຈາກ​ເພື່ອນ​ມິດ​ຜູ້​ຟັງ.

ຂອບ​ໃຈ​ເພື່ອນ​ມິດ​ຜູ້​ຟັງ​ທັງຫຼາຍ​ທີ່​ມັກ​ຟັງ​ລາຍການ​ຂອງ​ພວກ​ເຮົາ,​ເພື່ອ​ສະຫຼອງ​ລາຍການ​ພາກ​ພາສາ​ລາວທີ່​ເລີ່​ມອອກ​ອາກາດມາ​ໄດ້ 50 ປີ​ແລ້ວ,ພາຍຫຼັງ​ການ​ເສັງ​ຄວາມ​ຮູ້"ຂ້ອຍ​ກັບ CRI"ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 1 ກັນຍາ​ແລ້ວ,ພະ​ແນ​ກພາສາ​ລາວ​ພວກ​ເຮົາ​ຈະ​ຈັດ​ໃຫ້​ມີການ​ຄັດເລືອກ​ໂຄສົກ​ທີ່​ຜູ້​ຟັງ​ມັກ​ທີ່​ສຸດ​ແລະ​ຈະ​ມີລາງວັນ​​ໃຫ້ໃນ​ລາຍການ​ກະຈາຍສຽງ​ແລະ​​ເວັບ​ໄຊ​ຂອງ​ພວກ​ເຮົາ,​​ແລະ​ກໍ່​ຍັງ​ມີ​ແຜນຈະ​ໄປ​ລາວ​ເພື່ອຈັດ​ງານ​ພົບປະ​ກັບ​ຜູ້​ຟັງ​ກ່ອນ​ທ້າຍ​ປີ​ນີ້,​​ແລະ​ມອບ​ລາງວັນ​ໃຫ້​ຜູ້​ຟັງ,ພວກ​ເຮົາ​ຫວັງ​​ເປັນ​ຢ່າງ​ຍິ່ງວ່າ​ຈະ​ມີ​ຜູ້​ຟັງ​ລາຍການນັບ​ມື້​ນັບຫຼາຍ​ຂຶ້ນ,ພ້ອມ​ທັງ​ຮ່ວມ​ກິດຈະການ​ຕ່າງໆ​ນຳ​ພວກ​ເຮົາ​ແລະ​ຊ່ວຍ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ເພື່ອ​ໃຫ້​ພວກ​​ເຮົາຈັດ​ທຳລາຍ​ການ​ໃຫ້​ໜ້າ​ຟັງ​ກວ່າ​​ເກົ່າ.

ມາ​ເປັນ​ເພື່ອນ​ກັນ,ສຽງ​ເພງ​ກໍ່​ເປັນ​ສຽງຈາກ​ໃຈ​ຂອງ​ພະນັກງານ CRI ​ທັງ​ໝົດ,ຫວັງ​ໃຫ້​​ມີເພື່ອນ​ມິດລາຍການ​ຄົນລາວ​ນັບ​ມື້​ນັບ​ຫຼາຍມາ​ເຂົ້າ​ຮ່ວມວົງ​ຄະນາ​ຍາດ​​ໃຫຍ່​ຂອງ​ຜູ້​ຟັງ​ວິທະຍຸ CRI,​ແລະກໍ່​ຫວັງ​ໃຫ້​ມິດ​ລາຍການຫຼາຍ​ກວ່າ​ເກົ່າ​ໄດ້​ເປັນ​ຜູ້​ໂຊກ​ດີ​ຮັບ​ລາງວັນ​ຈາກ​ພວກ​ເຮົາ,​ເພື່ອ​ມີ​ໂອກາດ​ໄດ້​ມາ​ທ່ອງ​ທ່ຽວ​ຢູ່​ຈີນ!

ໃນ​ຕອນ​ທ້າຍ​ລາຍການ​ພາກ​ນີ້,ພວກ​ເຮົາຂໍ​ແຈ້ງ​ໃຫ້ທ່ານ​ຜູ້​ຟັງ​ທີ່​ພວມ​ຟັງ​ລາຍການ​ຂອງ​ພວກ​ເຮົາ​ນັ້ນ​ຊາບ​ອີກ​ເທື່ອ​ໜຶ່ງ,ການ​ເສັງ​ຄວາມ​ຮູ້"ຂ້ອຍ​ກັບ CRI"ຈະ​ສິ້ນ​ສຸດ​ລົງ​​ໃນ​ວັນ​ທີ 1 ກັນຍາ,ຄຳ​ຖາມ​ຕ່າງໆ​ທີ່​ຕ້ອງການ​ໃຫ້​ທ່ານ​ຕອບ​ນັ້ນ​ແມ່ນ:

1,​ໂຄສົກ​ຜູ້​ທຳ​ອິດ​ຂອງ​ພາລະກິດ​ກະຈາຍສຽງ​ຕໍ່​ຕ່າງປະ​ເທດ​ຂອງ​ຈີນ​ແມ່ນ​ໃຜ?
2,​ເດືອນ​​ເມສາ​ປີ 1950,ວິທະຍຸ​ພວກ​ເຮົາ​ຊື່​ຫຍັງ?
3,ປະຈຸ​ບັນ,ຢູ່​ແຫ່ງ​ຕ່າງໆ​ຂອງ​ໂລກ,ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ພວກ​ເຮົາ​ລວມມີ​ຫ້ອງການ​ນັກ​ຂ່າວ​ເທົ່າ​ໃດ​ແຫ່ງ?
4,ປະຈຸ​ບັນ,ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ພວກ​ເຮົາ​ກະຈາຍສຽງ​ຕໍ່​ທົ່ວ​ໂລກ​ດ້ວຍ​ເທົ່າ​ໃດ​ພາສາ​ຊູ່​ມື້?
5,ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​​ໄດ້​ສ້າງ​ວິທະຍຸFMພົ້ນ​ທະ​ເລ​ແຫ່ງ​ທຳ​ອິດຢູ່​ປະ​ເທດ​ໃດ?
6,​ແວບ​ໄຊ​ຂອງ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ຊື່​ຫຍັງ?
7,ປະຈຸ​ບັນ,ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ໄດ້​ສ້າງສະ​ໂມ​ສອນ​ຜູ້​ຟັງ​ເທົ່າ​ໃດ​ແຫ່ງຢູ່​ຕ່າງປະ​ເທດ?
8,ປີ 2005,ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ໄດ້​ຮັບ​ຈົດໝາຍ​ຂອງ​ຜູ້​ຟັງ​ເທົ່າ​ໃດສະບັບ?

ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າ​ຮ່ວມ,ຂໍ​ໃຫ້​ທ່ານ​ຈົ່ງ​​ໂຊກ​ດີ.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ,ກ່ຽວ​ກັບ​ຄຳ​ຕອບ​ຂອງ​ການ​ເສັງ​ຄວາມ​ຮູ້​ທີ່​ມີ​ລາງ​ວັນ​ເທື່ອ​ນີ້,ທ່ານ​ສາ​ມາດ​ກວດ​ເບິ່ງ​ໃນ​ເວັບ​ໄຊ​ຂອງ​ພວກ​ເຮົາ​ໄດ້,ຫຼື​ຮັບ​ຟັງ​ລາຍ​ການ​ຕ່າງ​ໆຂອງ​ພວກ​ເຮົາ​ທີ່​ຈະ​ອອກ​ອາກາດ​ຄືນ​​ໃໝ່​ແຕ່ວັນ​ທີ 6 ສິງຫາເປັນ​ຕົ້ນ​​ໄປ​ກໍ່​ໄດ້,ຊອກ​ຫາ​ຄຳ​ຕອບ,​ແລະ​ຝາກຄຳ​ຕອບ​ໃຫ້​ພວກ​ເຮົາ​​ໄວ​ເທົ່າ​ໃດ​ຍິ່ງ​ດີ,ທ່ານ​ອາດ​ຈະ​ເປັນ​ຜູ້​ໜຶ່ງ​ທີ່​ໂຊກ​ດີ​ໄດ້​ມາ​ຮັບ​ເອົາ​ລາງວັນ​ຢູ່​ຈີນ.


1  2