ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-30 09:43:28    
ງານ​ແຂ່ງ​ຂັນ​ການ​ຟ້ອນ​ຊີງ​ຂັນ​ຖາວ​ຫລີ້​ຂອງ​ຈີນ

cri Author: sayvanny

ງານ​ແຂ່ງ​ຂັນ​ການ​ຟ້ອນ​ຊີງ​ຂັນ​ຖາວ​ຫລີ້​ຄັ້ງ​ທີ 8 ຂອງ​ຈີນ​ທີ່​ຈັດ​ເປັນ​ເວລາ 10 ມື້​​ໄດ້​ອັດ​ລົງ​ແລ້ວ​ຢູ່​ປັກ​ກິ່ງ​ໃນ​ຫວ່າງ​ມໍ່ໆ​ນີ້,ງານ​ແຂ່ງ​ຂັນ​ເທື່ອ​ນີ້​ໄດ້​ດຶງ​ດູດ​ນັກ​ຟ້ອນ 3600 ກວ່າ​ຄົນ​ຈາກ 107 ຫົວ​ຫນ່ວຍ​ມາ​ເຂົ້າ​ຮ່ວມ,​ໃນ​ນັ້ນ, ລວມ​ທັງ​ນັກ​ຟ້ອນ​ຈີນ​ທີ່​ອາ​ໃສ​ຢູ່​ອາ​ເມ​ລິ​ກາ​ແລະ​ສິງ​ກະ​ໂປ​ແລະ​ແຫ່ງ​ຕ່າງໆ,​​ແລະ​ເປັນ​ຄັ້ງ​ໃຫຍ່​ກວ່າ​ຫມູ່​ໃນ​ປະ​ຫວັດ​ສາດ​ຂອງ​ງານ​ແຂ່ງຂັນ​ການ​ຟ້ອນ​ຊີງ​ຂັນ​ຖາວ​ຫລີ້.​

ທີ່​ທ່ານ​ໄດ້​ຍິນ​ຢູ່​ນີ້​ແມ່ນ​ດົນ​ຕີ​ປະ​ກອບ​ການ​ຟ້ອນ​ໃນ​ການ​ແຂ່ງ​ຂັນ​ການ​ຟ້ອນ​ຊົນ​ເຜົ່າ​ຈີນ​ລະ​ດັບ A ຮອບ​ຊີງ​ຊະ​ນະ​ເລີດ,ດົນ​ຕີ​ປະ​ກອບ​ການ​ຟ້ອນ​ນີ້​ລ້ວນ​ແຕ່​ເສບ​ດ້ວຍ​ເຄື່ອງ​ດົນຕີ​ດັ້ງ​ເດີມ​ຂອງ​​ບັນດາ​ຊົນ​ເຜົ່າ.​ໃນ​ການ​ແຂ່ງຂັນ​ການ​ຟ້ອນ​ຊົນ​ເຜົ່າ, ມີ​ການ​ຟ້ອນ​ເຜົ່າ​ຕິ​ເບ​ດທີ່​ຮຽນ​ແບບ​ທ່າ​ທີ​ການ​ເຄື່ອນ​ໄຫວ​ຂອງ​ໂຕເຍືອງ​ຕິ​ເບ​ດ, ມີ​ການ​ຟ້ອນ​ທີ່​ວາດ​ພາບ​ເຖິງ​ພະ​ຊາຍາເຜົ່າໄວ​ອູ​ເອີ​ຕອນ​ໄປ​ລ່າ​ເນື້ອ.ລະ​ບຳ"ຈັນ​ຫາ"​ເຊິ່ງ​ເປັນ​ລະບຳ​ເຜົ່າ​ໄທ​ລື້​ຊີງ​ໄດ້​ທີ​ສອງ​ຂອງ​ປະ​ເພດ​ລະບຳ​ຊົນ​ເຜົ່າ​ເພດ​ຍິງ,ນາງ​ຊົ້ງ​ເຈ ນັກ​ຟ້ອນ​ຂອງ​ລະ​ບຳ​ປະ​ເພດ​ນີ້​ແມ່ນ​ນັກ​ສຶກ​ສາ​ວິຊາ​ການ​ຟ້ອນ​ທີ່​ມາ​ຈາກ​ຊຽງ​ໄຮ້,ນາງ​ໄດ້​ນຸ່ງ​ສິ້ນ​ເຜົ່າ​ໄທ​ລື້​ສີ​ຄາມ,ວາດ​ຟ້ອນ​ທີ່​ອອນ​ຊອນ​ໄດ້​ດຶງ​ດູດ​ເອົາ​ສຽງ​ຕົບ​ມື້​ຢ່າງ​ຟົດ​ຟື້ນ.ພາຍ​ຫລັງ​ຟ້ອນ​ແລ້ວ, ນາງ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ,ນາງ​ໄດ້​ແນະ​ນຳ​ການ​ຟ້ອນ​ດັ່ງ​ກ່າວ​ວ່າ:


ລະ​ບຳ"ຈັນ​ຫາ"​ໄດ້​ສະ​ແດງ​ເຖິງ​ຄວາມ​ຮັກ​ລະ​ຫວ່າງ​ບ່າວ​ສາວ​ເຜົ່າ​ໄທ​ລື້,ມີ​ສີ​ສັນ​ການ​ຟ້ອນ​ຂອງ​ເຜົ່າ​ໄທ​ລື້,ທັງ​ໄດ້​ປະ​ສານ​ກັບ​ຄວາມ​ຮູ້​ສຶກ​ໃນ​ໃຈ​​ແລະ​ປະ​ສົບ​ການ​ຂອງ​ຕົນ​ເອງ​,ກ່ອນ​ອື່ນ​ແມ່ນ​ຜູ່​ສາວ​ທີ່​ໄຮ້​ດຽງ​ສາ​ເບິ່ງ​ເງົາ​ໃນ​ນ້ຳ,ຮູ້​ສຶກ​ວ່າ​ຕົນ​ເອງ​ງາມ​ຫລາຍ, ທັງ​ຈ້ອງ​ມອງ​ຄວາມ​ຮັກ.ຄົນ​ທັງ​ຫລາຍ​ມັກ​ຖື​ວ່າ​ຜູ່​ສາວ​ເຜົ່າ​ລື້​ເປັນ​ຄົນ​ອ່ອນ​​ໂຍນ,ທີ່​ຈິງ​ພວກ​ເຂົາ​ເຈົ້າ​ກໍ່​ມີ​ນິດ​ໃສ​ທີ່​ເຝິກ​ບໍ່​ລອນ​ສອນ​ບໍ່​ເປັນ,ມ້ວນ​ທ້າຍ​ຂອງ​ລະ​ບຳ​ນີ້​ກໍ່​ໄດ້​ສະ​ແດງ​ເຖິງ​ນິດ​ໃສ​ດັ່ງ​ກ່າວ ຂອງ​ຊາວ​ເຜົ່າ​ລື້.


1  2  3  4