ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-30 09:43:49    
ງານ​ແຂ່ງ​ຂັນ​ການ​ຟ້ອນ​ຊີງ​ຂັນ​ຖາວ​ຫລີ້​ຂອງ​ຈີນ

cri Author: sayvanny


ການ​ແຂ່ງ​ຂັນ​ການ​ຟ້ອນ​ຊີງ​ຂັນ​ຖາວ​ຫລີ້​ເລີ່ມ​ຈັດ​ຂຶ້ນ​​ແຕ່​ປີ 1985,ສາມ​ປີ​ໃດ​ຈັດ​ຂຶ້ນ​ເທື່ອ​ຫນຶ່ງ,ການ​ແຂ່ງ​ຂັນ​ໃນ​ປີ​ນີ້​ໄດ້​ຖືກ​ຈັດ​ເຂົ້າ​ໃນປະ​ເພດ​ລາງ​ວັນ​ໂຮງ​ຮຽນ​ສິນ​ລະ​ປະ​ກຳ​ເວີນ​ຮວາ​ທີ່​ຈັດ​ໂດຍ​ລັດ​ຖະ​ບານ,​ໄດ້​ຮັບກຽດ​ໃຫ້​ຖື​ເປັນ​ລາງ​ວັນ​ໂອສ​ກາ​ການ​ຟ້ອນ​ຂອງ​ຈີນ.ນອກ​ຈາກ​ການ​ຟ້ອນ​ຊົນ​ເຜົ່າ​ແລ້ວ,ຈຸດ​ທີ່​ຫນ້າ​ຊົມ​ອັນ​ຫນຶ່ງ​ອີກ​ຂອງ​ການ​ແຂ່ງຂັນ​ການ​ຟ້ອນ​ຊີງ​ຂັນ​ຖາວ​ຫລີ້​ນັ້ນ​ກໍ່​ແມ່ນ​ການ​ຟ້ອນ​ບູ​ຮານ.ນັກ​ຟ້ອນ​ໄດ້​ນຸ່ງ​ເຄື່ອງ​ນຸ່ງ​ບູ​ຮານ​ຂອງ​ຈີນ,​ແລ້ວ​ສະ​ແດງ​ເປັນ​ຄົນ​ໃນ​ປະ​ຫວັດ​ສາດ​ຫລື​ໃນ​ນະ​ວະ​ນິ​ຍາຍ​ບູ​ຮານ.ສິ່ງ​ທີ່​ຕ່າງ​ກັບ​ການ​ຟ້ອນ​ຊົນ​ເຜົ່າ​ແມ່ນ​ການ​ຟ້ອນ​ບູ​ຮານ​ສຳ​ຄັນ​ແມ່ນ​ສ້າງ​ສະ​ພາບ​ແວດ​ລ້ອມ​ແລະ​ຫລັງ​ສາກ​ທີ່​ແຕກ​ຕ່າງ, ການ​ຟ້ອນ​ທີ່​ຫນ້າ​ຊົມ​ອັນ​ຫນຶ່ງ​ກໍ່​ແມ່ນ​ການ​ສະ​ແດງ​ທີ່​ເຫມືອນ​ກັບ​ຮູບ​ແຕ້ມ​ສີ​ຂາວ​ດຳ​ຂອງ​ຈີນ,ນັກ​ຟ້ອນ​ກໍ່​ແມ່ນ​ຕົວ​ຄົນ​ໃນ​ຮູບ​ແຕ້ມ​ນີ້.


ຕາມ​ແນະນຳ​ວ່າ, ຜົນ​ງານ​ຂອງ​ການ​ແຂ່ງ​ຂັນ​ຊີງ​ຂັນ​ຖາວ​ຫລີ້​ແມ່ນ​ສ້າງ​ຂຶ້ນ​ບົນ​ພື້ນ​ຖານ​ຄວາມ​ພະ​ຍາ​ຍາມ​ຢ່າງ​ຍາກ​ລຳ​ບາກ​ຂອງ​ບັນດາ​ນັກ​ຟ້ອນ.ຢູ່​ຈີນ, ນັກ​ຮຽນ​ວິຊາ​ການ​ຟ້ອນ​ສ່ວນ​ຫລາຍ​ແມ່ນ​ເຂົ້າ​ຮຽນ​ຢູ່​ໂຮງ​ຮຽນ​ມັດ​ທະ​ຍົມ​ວິ​ຊາ​ສິນ​ລະ​ປະ​ກຳ​ໃນ​ສະ​ໄຫມ​ເປັນ​ເຍົາ​ວະ​ຊົນ​​ແລະ​ໄດ້​ຮັບ​ການ​ຝຶກ​ແອບ​ວິ​ຊາ​ສະ​ເພາະ​ຢ່າງ​ເປັນ​ລະ​ບົບ,​ແລ້ວ​ຈິ່ງ​ເສັງ​ເຂົ້າ​ຮຽນ​ວິ​ຊາ​ສິນ​ລະ​ປະ​ຢູ່​ມະ​ຫາ​ວິ ທະ​ຍາ​ໄລ.ການ​ອົບ​ຮົມ​ນັກ​ຟ້ອນ​ຜູ່​ດີ​ເດັ່ນ​ຜູ່​ຫນຶ່ງ​ຕາມ​ທຳ​ມະ​ດາ​ຕ້ອງ​ໃຊ້​ເວ​ລາ​ເກືອບ 10 ປີ, ນັກ​ຟ້ອນ​ທີ່​ຈະ​ຟ້ອນ​ໄດ້​ດີ, ຕ້ອງ​ອ່ານ​ຫນັງ​ສື​ດ້ານ​ສິນ​ລະ​ປະ,​ເຂົ້າ​ໃຈ​ຄວາມ​ຫມາຍ​ຂອງ​ການ​ຟ້ອນ​ຢ່າງ​ເລິກ​ເຊິ່ງ;ອີກ​ດ້ານ​ຫນຶ່ງ​ຍັງ​ຕ້ອງ​ຝຶກ​ແອບ​ຝີ​ມື​ພື້ນ​ຖານ,ການ​ຖືກ​ບາດ​ເຈັບ​​ເລັກ​ຫນ້ອຍ​ຍ້ອນ​ການ​ຝຶກ​ແອບ​ກໍ່​ແມ່ນ​ເລື່ອງ​ທຳ​ມະ​ດາ.


1  2  3  4